Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົ້ນພົບເສົາຫີນຫລັກເມືອງບູຮານຈຳນວນ 97 ໜ່ວຍ
Anonymous

Date:
ຄົ້ນພົບເສົາຫີນຫລັກເມືອງບູຮານຈຳນວນ 97 ໜ່ວຍ




*(ຂປລ): ພາຍຫລັງກົມມໍລະດົກ ກະຊວງຖະແຫລ່ງຂ່າວ ແລະ ວັດທະນະທຳ ຄົ້ນພົບເສົາ ຫີນຫລັກ ເມືອງບູຮານຈຳນວນ 97 ໜ່ວຍ ໃນວັນທີ 29 ທັນວາ ຜ່ານ ມາ, ຈາກນັ້ນ ໃນວັນທີ 30 ທັນ ວາ 2009 ທ່ານ ນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ, ພ້ອມດ້ວຍຄະນະລັດຖະບານ ໄດ້ລົງ ກວດກາວັດຖຸບູຮານດັ່ງກ່າວ ຢູ່ບໍ ລິເວນກະກຽມການປຸກ ສ້າງຫໍຫລັກເມືອງ ບ້ານເພຍວັດ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

ຕາມການໃຫ້ຂໍ້ມູນ ຂອງ ທ່ານ ທອງສາ ໄຊຍະວົງຄຳດີ ຫົວໜ້າກົມມໍລະດົກ ກະ ຊວງ ຖະແຫລ່ງຂ່າວ ແລະ ວັດທະນະທຳໃຫ້ຮູ້ວ່າ: ເສົາຫີນຈຳນວນ 97 ໜ່ວຍທີ່ ຄົ້ນພົບໃນຄ້ງນີ້ເປັນເທື່ອທີສອງ, ຊຶ່ງການຄົ້ນພົບ ຄັ້ງທຳອິດ ແມ່ນວັນທີ 17 ມັງ ກອນ 2007 ໃນໂອກາດສຳຫລວດບູຮານວິທະຍາ ກ່ອນການກໍ່ສ້າງສ້ອມແປງ ຖະໜົນເສດຖະທິລາດ ໃນໂຄງການກໍ່ສ້າງເສັ້ນທາງນະຄອນຫລວງວຽງຈັນເລກ 1. ເວລານັ້ນນັກບູ ຮານວິ ທະຍາ ຂອງກອງບູຮານ ວິທະຍາກົມມໍລະດົກ ກະຊວງ ຖະ ແຫລ່ງ ຂ່າວ ແລະ ວັດທະນະທຳ ໄດ້ພົບເຫັນ ເສົາຫີນ ລັກສະນະນີ້ ຈຳນວນ 193 ໜ່ວຍ, ໃນນັ້ນໜ່ວຍໜຶ່ງໄດ້ລົງຊາຕາລາສີຈາລຶກ ວັນ ເດືອນ ປີ ຂອງ ການກໍ່ສ້າງ, ຜ່ານການວິໄຈເຫັນວ່າ ວັນ ເດືອນ ປີ ນັ້ນ ກົງກັບ ວັນຈັນ, ວັນທີ 16 ກຸມພາ ຄສ 1540.

ໃນຈຳນວນເສົາຫີນທີ່ຄົ້ນພົບໃໝ່ນີ້ ສ່ວນໃຫຍ່ເປັນຮູບຄ້າຍຄືໃບເສມາ, ພອກຄຳປິວຢ່າງຈົບງາມ, ມີ ໜ່ວຍ ໜຶ່ງຕັ້ງຢູ່ໃຈກາງ ສູງປະມານ 35 ຊັງຕີແມັດ, ມີການ ແກະສະລັກປະດັບຕົກແຕ່ງຢ່າງສວຍງາມ ເປັນຄື ເສົາພະສຸເມນ, ປະກອບດ້ວຍ 8 ຫລ່ຽມ, ມີຍອດສ້ວຍຄືດອກບົວຈູມ ແລະ ອີກໜ່ວຍໜຶ່ງມີຕົວອັກສອນບູຮານ ຈາລຶກໄວ້ເປັນ 3 ແຖວ. ກົມມໍລະດົກສັນນິຖານວ່າ: ເສົາຫີນຈຳນວນ 97 ໜ່ວຍນີ້ ກໍຢູ່ໃນຍຸກສະໄໝດຽວກັບ ກຸ່ມເສົາຫີນທີ່ພົບເມື່ອປີ 2007. ການຝັງເສົາຫີນ ໃນ ສະໄໝບູຮານ ຖ້າອີງຕາມໜ່ວຍທີ່ມີສີລາຈາລຶກ ສາມາດ ຢົ້ງ ຢືນວ່າແມ່ນຝັງໃນ ຄສ 1540 ຫລື 20 ປີກ່ອນວຽງຈັນກາຍເປັນນະຄອນຫລວງ ຂອງອານາຈັກລາວ ລ້ານ ຊ້າງ./.



__________________
Anonymous

Date:

Anonymous wrote:



 ຜ່ານການວິໄຈເຫັນວ່າ ວັນ ເດືອນ ປີ ນັ້ນ ກົງກັບ ວັນຈັນ, ວັນທີ 16 ກຸມພາ ຄສ 1540.


          ຄືບໍ່ເອົາວັນນັ້ນ ເປັນວັນສະຫຼອງວຽງຈັນ ຄົບຮອບ 450ປີເລີຍ

 



__________________
Anonymous

Date:
RE:ຄົ້ນພົບ...


ແຕ່ນີ້ຕໍ່ໄປເຄື່ອງບູຮານຕ່າງໆຍິ່ງຈະຜຸດຂຶ້ນມາຫລາຍ. Archaeology ທ່ານນັ້ນຊື່ຫຍັງເນາະ?

__________________
Anonymous

Date:
RE: ຄົ້ນພົບເສົາຫີນຫລັກເມືອງບູຮານຈຳນວນ 97 ໜ່ວຍ


Anonymous wrote:

 

Anonymous wrote:



ຜ່ານການວິໄຈເຫັນວ່າ ວັນ ເດືອນ ປີ ນັ້ນ ກົງກັບ ວັນຈັນ, ວັນທີ 16 ກຸມພາ ຄສ 1540.


ຄືບໍ່ເອົາວັນນັ້ນ ເປັນວັນສະຫຼອງວຽງຈັນ ຄົບຮອບ 450ປີເລີຍ

 




Although not the capital of Lanxang, Vientiane is much older than this.

It was a center of  Siem Kok or Syam Kok(Not the Kingdom of Siam) and was already a Dvaravati settlement in the 9th century. 

I wonder if there are stone pillars from that period.


__________________
Anonymous

Date:

ວຽງຈັນກໍຄືກັບເມືອງອື່ນໆຂອງອານາຈັກລາວລ້ານຊ້າງ ແລະ ເປັນເມືອງສຳຄັນ ຕ່າງແຕ່ວ່າວຽງຈັນບໍ່ໄດ້ເປັນເມືອງຫຼວງໃນສະໄໝນັ້ນ
ຈົນຮອດປີ1560ວຽງຈັນຈຶງໄດ້ກາຍມາເປັນເມືອງຫຼວງ
ສະນັ້ນການພົບສິລາຈາລຶກໃນຄັ້ງນີ້ກໍເປັນການດີຕໍ່ຄົນລາວຊາວນະຄອນຫຼວງວຽງຈັນ ທີ່ໄດ້ຄົ້ນພົບຂອງເກົ່າແກ່ມີຄ່າຂອງຄົນລາວເຮົາແຕ່ກີ້ເອົາໄວ້ໄດ້

__________________


Member

Status: Offline
Posts: 12
Date:

Well done,

As you know Laos is one of the oldest country
in south-east, therefore there are a lot of treasures
bury underneath the ground that we not yet find.

If you like to read about Laos history just click here now!

Enjoy reading!

__________________
Click here to read the best Laos-Travel-Guide online
Anonymous

Date:

What they are going to do with those things?

How much its prices in estimate?



__________________
Anonymous

Date:

ກ່າຍມາຈາກອິນລາວ ຂໍອະນຸຍາດເຈົ້າຂອງບົດຄວາມມານະທີ່ນີ້ດ້ວຍ, ໃຜຢາກເບິ່ງລາຍລະອຽເຊີນໄປເບິ່ງທີ່ນັ້ນ
http://www.bailane.com/Blog/ViewBlog.aspx?sid=101&hid=23895
31850736226220050550.jpg54182508643278704499.jpg
71722003466999316602.jpg

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard