Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາຮຽນພາສາປາລີກັນເທາະ


Senior Member

Status: Offline
Posts: 271
Date:
ມາຮຽນພາສາປາລີກັນເທາະ


Ven.Sayadej Vongsopha, a Dhamma teacher at Ongtue Sangha College, a central executive committee of LBFO.

https://dhammadhara.wordpress.com/2015/09/

ເນື່ອງຈາກວ່າພາສາປາລີ ເປັນພາສາທີ່ບໍ່ມີຕົວອັກສອນ. ໃນບັນດາປະເທດທີ່ສຶກສາພາສາປາລີ, ຕົວອັກສອນຂອງປະເທດນັ້ນໆກໍໄດ້ຖືກນຳໃຊ້ເພື່ອຂຽນພາສາປາລີເຊັ່ນ: ຖ້າໃນອິນເດຍກໍໃຊ້ອັກສອນເທວະນາຄີ, ໃນສີລັງກາກໍໃຫ້ອັກສອນສິງຫົນ, ໃນພະມ້າກໍໃຊ້ອັກສອນພະມ້າ, ໃນໄທກໍໃຊ້ອັກສອນໄທ, ໃນກຳປູເຈຍກໍໃຊ້ອັກສອນຂອມ, ໃນລາວກໍໃຊ້ອັກສອນລາວ. ສະມາຄົມປາລີປະກອນ The Pāḷi Text Society ທີ່ນະຄອນຫຼວງລອນດອນ ໄດ້ນຳໃຊ້ອັກສອນໂຣມັນແລະດຽວນີ້ເປັນທີ່ຮູ້ຈັກກັນໃນເວທີສາກົນແລ້ວ. ແຕ່ສຳລັບອັກຂະຣະລາວເຮົາທີ່ນຳມາໃຊ້ໃນການຮຽນພາສາປາລີ ແມ່ນໄດ້ຖອດແບບມາຈາກອັກສອນທັມ, ອັກສອນພະມ້າ ແລະລ້ານນາ ເພື່ອໃຫ້ສອດຄ່ອງຄົບຖ້ວນກັບສຽງແລະສັບໃນພາສາປາລີ.

ອັກສອນພາສາປາລີປະກອບມີ 41 ອັກສອນຄື: ສະລະ 8 ຕົວ ແລະພະຍັນຊະນະ 33 ຕົວ.

.ສະລະມີ 8 ຕົວ

ອັກສອນລາວອະ, ອາ, ອິ, ອີ, ອຸ, ອີ, ເອ,ໂອ
ອັກສອນໂຣມັນa,   ā,       i,   ī,   u, ū, e, o

. ພະຍັນຊະນະ 33 ຕົວ ແບ່ງອອກເປັນພະຍັນຊະນະວັກຄ໌ມີ 5 ວັກຄ໌ລວມ 25 ຕົວ ແລະ ອະວັກຄ໌ຫຼືເສດວັກຄ໌ມີ 7 ຕົວດັ່ງນີ້:

ຖານສຽງອັກຂະຣະ

ນອກນີ້ຂໍຊີ້ແຈງຖານທີ່ເກີດຂອງສຽງອັກຂະຣະທີ່ເປັນສະຣະ ເຊັ່ນ: ອຸ ແລະ ອູ ເກີດຈາກຮີມສົບ(labials), ເອ ເກີດທີ່ ຄໍແລະແພດານ (guttural and palatal), ໂອ ເກີດທີ່ ຄໍ ແລະຮິມສົບ(guttural and labial), ວະ ເກີດທີ່ຮິມສົບແລະແຂ້ວ(dental and labial), ອັມ ຫຼື ອັງ ເປັນສຽງໃນຮູດັງ. ສ່ວນພະຍັນຊະນະທ້າຍວັກຄ໌ຄື: ງນອກຈາກຈະເກີດຈາກຖານຂອງຕົນແລ້ວຍັງເກີດທີ່ດັງອີກດ້ວຍ(formed from its own place and nasal). ອີກຢ່າງໜຶ່ງ ເມື່ອເຫັນພະຍັນຊະນະຢູ່ດ່ຽວໆ ໃຫ້ຮູ້ວ່າ ມີສະຣະ ອະຢູ່ນຳ ເຊັ່ນ: ກ ໃຫ້ອ່ານອອກສຽງ ກະ.

 

ມາຮອດນີ້ ການນຳສະເໜີອັກຂະຣະຫຼືອັກສອນທີ່ໃຊ້ໃນການຂີດຂຽນຮຽນຮູ້ພາສາປາລີກໍເຫັນວ່າສົມຄວນແກ່ເວລາແລ້ວ ຖ້າຢາກສຶກສາລະອຽດຕື່ມອີກ ກໍໃຫ້ທ່ານຜູ້ອ່ານຊອກຫາຕຳລາຮຽນພາສາປາລີດ້ວຍຕົນເອງ. ຕິດຕາມບົດຮຽນຕໍ່ໄປຈະໄດ້ກ້າວໄປສູ່ການສ້າງປະໂຫຍກເບື້ອງຕົ້ນທີ່ປະກອບມີຄຳນາມ, ຄຳແທນນາມ, ຄຳຄຸນນາມແລະຄຳກຳມະເປັນອັນດັບຕໍ່ໄປ.

 

https://laobuddhism.com/2018/11/30/theimportanceofpali/



-- Edited by PeaceBeWithUs on Friday 10th of July 2020 10:55:05 PM

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard