ພວກທ່ານຄິດແນວໃດ? ປານໃດ ໝໍ້ໄຟ (ເຂືອ່ນໄຟຟ້າໃນ ສປປລ) ຈະດຶງ ປທຊ ອອກຈາກ ອະເວຈີຂອງຄວາມທຸກຍາກ?
ປານໃດ ການປູກຍາງພາລ້າ ແລະ ການຂຸດຄົ້ນບໍ່ແຫ່ອື່ນໆ ຈະເຂົ້າມາອຸ້ມລາວອອກຈາກ ສະພາບການເປັນກາຍາຈົກຂໍທານ?
ຫຼື ວ່າເຮົາຈະຕ້ອງເປັນຂໍທານໄປ ຈົນຊົ່ວ ນິຣັນດອນ? ເຊີນນັກປາດ ນັກບັນດິດ ອອກຄວາມຄິດຄວາມເຫັນ.
GDP ທາງການເພີ່ນໄລ່ຜິດ. ເພີ່ນບໍ່ໃດ້ບວກສວນກັນຊາ ສອງ ເຮັກຕາ, ຢາບ້າ 13 ກິໂລ, ເປັດ 1ຸ5 ຕົວຂອງຂ້ອຍເຂົົ້ານໍາ
ຄົນລາວ ບໍ່ໃດ້ ທຸກເຖີງຂັ້ນນັ້ນດອກ.
Anonymous wrote: GDP ທາງການເພີ່ນໄລ່ຜິດ. ເພີ່ນບໍ່ໃດ້ບວກສວນກັນຊາ ສອງ ເຮັກຕາ, ຢາບ້າ 13 ກິໂລ, ເປັດ 1ຸ5 ຕົວຂອງຂ້ອຍເຂົົ້ານໍາຄົນລາວ ບໍ່ໃດ້ ທຸກເຖີງຂັ້ນນັ້ນດອກ.
ເປັດເຈົ້າເຄິ່ງໂຕມີຊີວິດຢູ່ໄດ້ເນາະ,ໃຜຄືສະຫຼາດສ່ອງໃສແທ້ທີ່ແນະນຳວິທີນີ້ໃຫ້ເຈົ້າ.ເຄິ່ງໂຕເປັດເຈົ້າປັນໃຫ້ເຈົ້າຂອງໄອເດຍທີ່ສ່ອງໃສບໍ?
ເງິນຂາຍໄຟຟ້າ 85% ເຂົ້າຖົງນັກລົງທຶນຕ່າງປະເທດ, 10%
ເຂົ້າຖົງນັກລົງທຶນພາຍໃນ ແລະ 5% ຈຶ່ງເຂົ້າຄັງລັດ(ແຕ່ຮົ່ວ
ອອກໄປຖົງການນຳ 3%).
ອຸດສະຫະກຳຂຸດຄົ້ນບໍ່ແຮ່ກໍ່ເໝືອນກັນ ນັກລົງທຶນຕ່າງປະເທດ
ໄດ້ 90% ນັກລົງທຶນພາຍໃນໄດ້ 10% (ຄວາມຈິງແລ້ວກໍ່ແມ່ນ
ຄົນຕ່າງປະເທດອີກຫັ້ນລະທີ່ລົງທຶນໃນນາມຄົນລາວ) ລັດຖ້າເກັບ
ພາສີກຳໄລ ແຕ່ຫຼາຍໆໂຄງການພັດມີການຍົກເວັ້ນພາສີກຳໄລ
10 ປີ ສະນັ້ນລັດຈຶ່ງໄດ້ແຕ່ເງິນພັນທະປີລະແສນສອງແສນພໍແຕ່
ຊື້ເຫຼົ້າຢາປາແປ້ງມາສູ່ກັນກິນຍາມສະຫຼຸບກອງປະຊຸມ.
ເງິນຂາຍໄມ້ກໍ່ເຂົ້າຖົງການນຳ, ເຮັດຈັ່ງໃດ໋ປະເທດຈຶ່ງຈະຮັ່ງມີ?
ເວົ້າພາສາທາງການແມ່ນສຳປະທານ ຖ້າເວົ້າພາສາຊາວບ້ານແມ່ນຂາຍມູນກິນ ມູນມັງຖ້າມີຫລາຍກໍກິນບໍ່ໝົດ
ຖ້າມີໜ້ອຍ ຈັກໜ່ອຍກະຫລຽວເບິ່ງໜ້າກັນ ຜູ່ທີ່ກຳລັງຂາຍມູນກິນ ຄຶດແດ່ເດີ້