ອາດເປັນຍ້ອນ ສາສນາ (ນິຕິທັມ) ຫຼື ອາດເປັນຍ້ອນກົດໝາຍ (ນີຕິລັດ) ຫຼື ອາດ ເປັນຍ້ອນທັງສອງ ປະເດັ່ນຮ່ວມກັນ ຫຼື ອາດເປັນຍ້ອນການເຕີບໃຫ່ຍຂອງ
ສັງຄົມໃນໂລກຕາເວັນຕົກ ທາງ ປັດໃຈ ທັສນະ ແທະ ທ່ານທີ ເຕັມກະສຽນ ປະກົດວ່າ ການດໍາຣົງຊີວິດໃນຕ່າງແດນ ທໍາມາຫາກິນ ປະປົນກັບຄົນຜິວດໍາແລະ
ຜິວຂາວ ບໍ່ໃດ້ຖືກ ລັງກຽດ ດູຖູກ ຂົ່ມເຫງ ຢຽບຢໍ່າ ທາງວາຈາ ແລະ ໃຈ ເໝືອນກັບ ສໄໝ ພຂຈ ເປັນ ປຊຊລ ທີ່ໃດ້ເຄີຍດໍາຣົງຊີວິດ ຮ່ວມກັບ ພີ່ນ້ອງລາວໃນ
ຣະວ່າງປີ 1975-80 .
ກ. ໃນສໄໝ ຕອນປົດປ່ອຍໄໝ່ໆ ຄົນລາວເຮົາ ມັກ ດູຖູກຄົນລາວດ້ວຍກັນດ້ວຍການໄຊ້ ສັບວາຈາ ຫຍາບຄາຍ ດັ່ງ ບັກປະຕິການ, ບັກຂີ້ຂ້ອຍອະເມຣິກາ, ບັກສັກດີນາ,
ພວກ ຂາຍຊາດ, ຕ່າງໆ ນາໆ. ເປັນການ ຢຽບຍໍ້ານໍ້າໃຈກັນ ຢ່າງເຈັບປວດ ຊຶ້ງບໍ່ເຄີຍ ມີປະກົດການມາກ່ອນ ໃນສັງຄົມການເປັນຢູ່ຂອງຊາດລາວ.
ຂ. ນອກຈາກຈະໄຊ້ວາຈາຫຍາບຄາຍດູຖູກ ຄົນເຊື້ອຊາດດຽວກັນແລ້ວ ພວກລາວໃນເຂດພະຣາຊອານາຈັກລາວ ຜູ້ຖືກຫາວ່າ ເປັນ ປະຕິການ ແມ່ນ ນອນຢູ່ໃນ Radar and
GPS ຂອງ ຕໍາຣວດ ສປປລ ຕະຫລອດ. ພຶດຕິການນີ້ ມັນທໍາໃຫ້ເຮົາ ຮູ້ສຶກຢູ່ ຢ່າງບໍ່ປອດພັຍ. ໃນທີ່ສຸດ ຜດກ ກໍແຝງລິດ. ບາງພາກສ່ວນ ລາວໃນເຂດພະຣາຊນາຈັກລາວ
ກໍໃດ້ຖືກ ຈັບກຸມຄຸມຂັງສົ່ງໄປ ຄ້າຍສັມມະນາ ສັບປະທຸກທົ່ວ ປທ.
ຕໍ່ມາ ຂພຈ ກໍກາຍເປັນ ຄົນອົບພະຍົບ. ປະກົດວ່າ ການດໍາຣົງຊິວິດໃນ ຣາຊອານາຈັກໄທຍ໌ ໃນຖານະ ອົບພະຍົບລາວ ສ່ວນໃຫ່ຍ ກໍແມ່ນເຈີ໋ ບັນຫາ ແບບດຽວກັບ ຫຼື ອາດ
ຮ້າຍແຮງກ່ອນ ສໄໝຕອນທີ່ຢູ່ໃນ ປທຊ ຕົນເອງ ອີກຊໍ້າ. ອສ ແລະ ປະລັດໄທຍ໌ ມັກດູຖູູກ ລາວອົບພະຍົບ ຕ່າງ ນາໆ ດ້ວຍວາຈາ ເຊັ່ນ ອ້າຍ ລາວ ຕາຂາວ, ເອງ ມັນຂີ້ຄ້ານແອວຍາວ, ໄອ້ໂງ່,
ບັກຫົວຄວາຍ, ບັກຕາຕີບ. ນອກຈາກຈະດູຖູກທາງຈິດໃຈ ແລະ ວາຈາແລ້ວ ເຈົ້າໝ້າທີ່ຂອງ ໄໆຍ໌ ຍັງໃດ້ ທຸບຕີ ປຊຊລ ຢ່າງຮ້າຍກາດ ແລະ ປ່າເຖືອ່ນ ບໍ່ແຕກຕ່າງຫັຍງຈາກພວກ ໂຈນ ລາວແດງ.
ສິ່ງທີ່ ຂພຈ ເລົ່າມາຢົກໆ ນີ້ ຄື ຄວາມ ຂົມຂື່ນ ທໍຣະມານ ເຈັບປວດຂອງ ພີ່ນ້ອງລາວນອກ. ອັນນີ້ ບໍ່ແມ່ນໝັງ ຫຼື ພາບພະຍົນ ລາວມ່ານແກ້ວ ແຕ່ ມັນເປັນຄວາມຈິງ ທີ່ ອາດເກີດຂຶ້ນກັບ ພີ່ນ້ອງ
ລາວນອກອື່ນໆ ເປັນສ່ວນໃຫ່ຍ. ຄອບໃຈ ພະເຈົ້າ ເທວະດາຟ້າດິນ. ໃນທີ່ສຸດ ພວກເຮົາ ກໍສາມາດ ຫນີ ລອດ ອອກຈາກ ນາຮົກ ກົງຈັກ ຂອງ ໂຈນ ລາວແດງ ແລະ ໂຈນ ສະຫຍາມ ຈິດໃຈອໍາມະຫິດໃດ້.
ຫາກ ປຊຊ ໃນຊາດ ມີ ສິດທິເສຣີພາບ ພໍໄຊ້ໃດ້ ຄື ໃນຍຸກປັດຈຸບັນນີ້ ຫາກ ບ້ານເມືອງ ມີກົດໝາຍ ມີຂື່ມີແປ ຫາກ ປຊຊ ໃນຊາດ ມີຢູ່ມີກິນ ບໍ່ເດືອດບໍ່ຮ້ອນ
ຫາກສັງຄົມຂອງຊາດ ມີຄວາມມ່ວນຊື່ນເບີກບານ ຫາກສັງຄົມການເປັນຢູ່ຂອງຊາດລາວ ມີ ຄວາມ ປ່ອງດອງ ແລະ ຊໍາພອນ ບໍ່ກໍາຈັດ ສາສນາ ລັດທິການເມືອງ
ເຊື້ອຊາດເຜົ່າພັນ ຂພຈ ຄຶດວ່າ ປຊຊລ ຈະ ບໍ່ໂຕນໝີອອກນອກ ປທ ເຖີງ 1/5 ຂອງພົລເມືອງທັງມົດຂອງ ປທ. ໝາຍຄວາມວ່າ...ຄວາມພິນາດຈິບຫາຍ ຂອງຊາດ
ຈະບໍ່ ໃຫ່ຍໂຕປານພູ ເບັ້ຽ.
ຮູບ ກາຕຸນ ການເມືອງ: ນາງສາວ ນຍ ຍິງລັກ ກໍາລັງ ອາບນໍ້າ ຄະນະ ທີ່ພວກ ທະຫານ ອໍາມາດ ລັກມອງ ຢູ່ ຫັລງມ່ານ ພະກັ້ງ.
ປະຊາທິປະຕັຍໃນ ຣາຊອານາຈັກໄທຍ໌.....ເຢັນ....
ບາບຜູ້ໃດທຳກຳຜູ້ໃດສ້າງກໍ່ຮັບເອົາໄປເຖີດ
ຍອມຮັບສີ່ງໂຕເອງທຳກຳໂຕເອງສ້າງກໍ່ແລ້ວກັນ
ທຳດີກໍ່ໄດ້ດີ ທຳຊົ່ວຊິຫຼອດກໍ່ຍາກຢູ່ ເພາະເທວະດາຈະຈັດໃຫຊາດນີ້ລະທ່ານ
ຂໍຝາກເປັນຄະຕິເຕືອນໃຈແດ່ທຸກທ່ານ
ກອ່ນຊິຫາທາງເອົາປຽບເອົາລັດຄົນອື່ນຕໍ່ໄປ
ເຊົາໄດ້ແລ້ວທ່ານເອີຍ
ສມັຍ 70's ນັ້ນ ໂລກຍັງບໍ່ທັນມີຄວາມກ້າວໜ້າທາງສື່ຂ່າວຫຼືຂ່າວສານຕ່າງໆ ແລະອົງການສິດທິມະນຸສຍາຊົນຍັງບໍ່ເປັນຣະບົບການທີ່ເປັນ
ຮູບເປັນຮ້ອຍຫລືໄປທົ່ວເຖິງທູກໆມູມໂລກເໝືອນທຸກວັນນີ້, ດັ່ງນັ້ນອຳນາດຜະເດັດການຂອງມະນຸດບາງຈຳພວກຈຶ່ງສາມາດທຳຮ້າຍເຂັ່ນ
ຂ້າປະຊາຊົນຫລືມະນຸດຊາດໄດ້ຢ່າງບໍ່ມີຄວາມເກງກົວຕໍ່ກົດໝາຍວ່າດ້ວຍສິດທິມະນຸດຂອງອົງການສະຫະປະຊາຊາດ ດັ່ງເຫດການທີ່ຣັຖະ
ບານ ສປປລ ໃນຍຸກ 70 ໄດ້ກະທຳກັບຝ່າຍກົງກັນຂ້າມຫຼືອະດີດ ທະຫານ ຕຳຣວດ ຂ້າຣາຊການ ພົລະເຮືອນ ຂອງຝ່າຍພຣະຣາຊອານາຈັກ.
ບໍ່ມີເຫດຜົນພຽງພໍທີ່ອຳນາດການປົກຄອງຣະບອບ ຄມນ ຣັຖະບານຂອງ ໄກສອນ ພົມວິຫານ ໄດ້ດຳເນີນງານຈັບກຸມທະຫານແລະປະຊາຊົນ
ຂອງຝ່າຍວຽງຈັນໄປກັກຂັງໜ່ວງໜ່ຽວທໍຣະມານຈົນເຖິງຕາຍຢູ່ຕາມສູນສັມະນາຕ່າງໆທົ່ວປະເທດ. ຊະຕາຊີວິດຂອງປະຊາຊົນລາວຂອງອະ
ອະດີດຣາຊະອານາຈັກກໍບໍ່ຕ່າງຫຍັງກຳລັງເດີນຢູ່ບົນເສັ້ນທາງທີ່ເຕັມໄປດ້ວຍຂຸມຣະເບີດທີ່ຫ້າງໄວ້. ຄວາມກົດດັນທາງຈິດໃຈໄດ້ຣະບາດແລະ
ແຜ່ຂຍາຍໄປທົ່ວທຸກໆຊຸມຊົນທີ່ຖືກກ່າວຫາວ່າເປັນປໍຣະປັກກັບການປະຕິວັດ ຈຶ່ງເປັນເຫດໃຫ້ປະຊາຊົນລາວເຫຼົ່ານັ້ນຈຳຕ້ອງຫຼົບໜີຈາກຖິ່ນ
ຖານບ້ານເກີດເມືອງນອນ.
ຖ້າຫາກຍຸກ 70 ນັ້ນ ເປັນຄືຍຸກທຸກວັນນີ້ ພວກ ຂ້າຣາຊະການ ທະຫານຕຳຣວດແລະພົລະເຮືອນ ຂອງອະດີດຣັຖະບານຣາຊະອານາຈັກຄົງຈະ
ບໍ່ຖືກພວກຜະເດັດການຈັບໄປທໍຣະມານແລະເຂັ່ນຂ້າໄດ້ເດັດຂາດ. ຖ້າຍຸກ 70 ນັ້ນສັງຄົມມະນຸດມີຄວາມກ້າວໜ້າທາງສື່ອອນລາຍເໝືອນ
ທຸກວັນນີ້ ຂ່າວສານຈະກະຈາຍໄປທົ່ວສາຣະທິດທາງຂອງໂລກອອນລາຍທີ່ຈະແສຜຶດຕິການຂອງພວກຜເດັດການທີ່ທຳກັບປະຊາຊົນລາວທີ່
ຜ່ານມາ ແລະແລ້ວອົງການມະນຸສຍາຊົນກໍຈະສແດງໂຕອອກມາຕ້ານທັນທີ ແລະພວກຜະເດັດການກໍຈະຖືກນຳຂຶ້ນສານໂລກໃນຄະດີສັງຫານ
ປະຊາຊົນຫລືຝ່າຍກົງກັນ.
ຕອນປົດປ່ອຍໃໝ່ ລູກຫຼານຂ້າຣາຊການ ທະຫານ ຕຳຣວດ ຈະກ້າວໜ້າເທົ່າໃດ
ກໍ່ຫາໂອກາດຍາກຫຼາຍທີ່ຈະໄດ້ຖືກສັບຊ້ອນໄປສຶກສາຕໍ່ຕ່າງປະເທດເພາະຊີວະປະວັດ
ບໍ່ແຈ້ງ ສ່ວນຫຼາຍຈະຖືກສັບຊ້ອນເຂົ້າຮຽນສ້າງຄູແຕ່ໃນເວລານັ້ນບໍ່ມີໃຜມັກຮຽນ
ວິຊານີ້ເພາະບໍ່ຢາກກິນແກງຜັກບົ້ງໃສ່ວິນຍານໝູ.
ຫຼາຍຄົນທົນຕໍ່ການຈຳແນກກີດກັ້ນ ແລະທົນຕໍ່ຄວາມອະຍຸຕິທັມຂອງສັງຄົມບໍ່ໄດ້
ຈຶ່ງໄດ້ຕັດສິນໃຈຂ້າມຟາກ, ມາຮອດປັດຈະບັນນີ້ຍັງໄດ້ຍິນວ່າມີການຈຳແນກກັນຢູ່
ຊຶ່ງເຫັນໄດ້ຈາກການມີໂອກາດຫຼາຍຂອງລູກຫຼານຄົນມີເງິນ ມີອຳນາດ ສ່ວນລູກຫຼານ
ຂອງຄົນທຸກຈະດ້ອຍໂອກາດໃນການໄປສຶກສາຊັ້ນສູງ.
Anonymous wrote:ຕອນປົດປ່ອຍໃໝ່ ລູກຫຼານຂ້າຣາຊການ ທະຫານ ຕຳຣວດ ຈະກ້າວໜ້າເທົ່າໃດກໍ່ຫາໂອກາດຍາກຫຼາຍທີ່ຈະໄດ້ຖືກສັບຊ້ອນໄປສຶກສາຕໍ່ຕ່າງປະເທດເພາະຊີວະປະວັດບໍ່ແຈ້ງ ສ່ວນຫຼາຍຈະຖືກສັບຊ້ອນເຂົ້າຮຽນສ້າງຄູແຕ່ໃນເວລານັ້ນບໍ່ມີໃຜມັກຮຽນວິຊານີ້ເພາະບໍ່ຢາກກິນແກງຜັກບົ້ງໃສ່ວິນຍານໝູ. ຫຼາຍຄົນທົນຕໍ່ການຈຳແນກກີດກັ້ນ ແລະທົນຕໍ່ຄວາມອະຍຸຕິທັມຂອງສັງຄົມບໍ່ໄດ້ຈຶ່ງໄດ້ຕັດສິນໃຈຂ້າມຟາກ, ມາຮອດປັດຈະບັນນີ້ຍັງໄດ້ຍິນວ່າມີການຈຳແນກກັນຢູ່ຊຶ່ງເຫັນໄດ້ຈາກການມີໂອກາດຫຼາຍຂອງລູກຫຼານຄົນມີເງິນ ມີອຳນາດ ສ່ວນລູກຫຼານຂອງຄົນທຸກຈະດ້ອຍໂອກາດໃນການໄປສຶກສາຊັ້ນສູງ.
ຕອນປົດປ່ອຍໃໝ່ໆແຕ່ປີ 75 ຫາ 85 ສິບປີເຕັມໆ ຄົນລາວທີ່ຢູ່ຝ່າຍລັດຖະບານວຽງຈັນເກົ່ານັ້ນແມ່ນເໜັງຂີ້ບໍ່ໄດ້
ບໍ່ວ່າຈະເຮັດຫຍັງກໍເປັນຜິດເປັນໄຟໃຫ້ລະບອບໃໝ່ຂອງເພິ່ນໝົດ. ຊ້ຳບໍ່ໜຳຖ້າໃຜຜິດຖຽງກັນບໍ່ມັກໜ້າກັນກໍໄປ
ແຈ້ງກອງຫລອນແລະອຳນາກການປົກຄອງຫາເລື່ອງໃສ່ວ່າເປັນໄສ້ປະຕິການ ອັນບັກກອງຫລອນ ບັກຕຳຣວດ ແລະ
ບັກຕາແສງນັ້ນກໍບໍ່ສືບໜ້າສືບຫລັງ ຍິ່ງເຜີ້ມໃສ່ຄວາມຂຶ້ນຕື່ມອີກຈົນ້ຮັດໃຫ້ຜູ້ຖືກກ່າວກ່າວໂທດຫຼືຖືກຫາເລື່ອງໃສ່
ນັ້ນຖືກໂທດຢ່າງໜັກໜ່ວງບາວຄົນເຳິງຂັ້ຂເອົາໄປງົໃຫອຍຢູ່ແກ້ງຍາງນັບເປັນຫລາຍຮ້ອຍຄົນ. ຕຳຣວດອ້າຍນ້ອງ
ບັກໜຶ່ງຊື່ມັນວ່າ ຮອ້ຍເອກລ້ວນ ເປັນຕຳຣວດຢູ່ກອງຄະດີເມືອງຈັນທະບູຣີ ຫາເລື່ອງໃສ່ຜົວຊາວບ້ານທົ່ງຕູມ ເພາະ
ເມັຍຜູ້ຊາຍຄົນນັ້ນງາມຫລາຍທີ່ສຸດ ຊື່ງໃນຕອນນັ້ນຜູ້ຜົວຍິງຄົນນັ້ນຖືກໄປສຳມະນາຢູ່ສູນສຳມະນາບໍ່ໄກຈາກວຽງຈັນ
ດອກ ແຕ່ໄດ້ນອນຢູ່ສູນແລະໄດ້ກັບບ້ານພຽງວັນເສົາແລະອາທິດ. ການຫາເລື່ອງໃສ່ຜົວຊາວບ້ານຄົນນັ້ນນັ້ນຂອງຜູ້
ກອງລ້ວນຈົນເຮັດໃຫ້ຜົວຍິງສາວຜູ້ງົດງາມຄົນນັ້ນຕ້ອງຖືກສົ່ງລົງໄປສູນດັດສ້າທໍລະມານຢູ່ອັດຕະປື. ເມື່ອຜົວຍິງຄົນ
ບໍ່ຢູ່ ເພິ່ນຜູ້ລ້ວນກໍແຟງໂຕເຂົ້າໃກ້ສິດຕິດແທດກັບຍິງສາວຄົນນັ້ນແລະໃຊ້ແຜນວ່າແລ່ນເອົາຜົວຂອງຜູ້ກ່ຽວຄືນມາ
ຢູ່ສູນເກົ່າທີ່ວຽງຈັນ. ສາມສີ່ເດທອນຕໍ່ມາຜົວຂອງຍິງຄົນນັ້ນຕາຍວ່າຖືກງູເຫົ່າຕອດ ແລະກໍວ່າຖືກຈູດເຜົາສົ່ງສະການ
ຢູ່ທີ່ສູນດັດສ້າງແຫ່ງນັ້ນເປັນທີ່ຮຽບຮ້ອຍແລ້ວ. ຍິງສາວຄົນນັ້ນຫລັງໄດ້ຮັບຂ່າວວ່າຜົສຕາຍໄປແລ້ວ ຈຶ່ງໄດ້ຫອບສັງ
ຂານສ່ຽງຊີວິດເຂົ້າໄປປະເທດໄທໃນປີ 1979 ແບະໄດ້ໄປຕັ້ງຖິ່ນຖານຢູ່ປະເທດອາເມຣິກາ. ສ່ວນຮ້ອຍເອກລ້ວນກໍບໍ່
ສົມໃຈຫວັງແລະກໍ-ໍໄດ້ແອ້ມຍິງຄົນນັ້ນແຕ່ປະການໃດ. ( ຂ້າພະເຈົ້າຮູ້ເລື່ອງນີ້ເພາະຂ້າພະເຈົ້າເຄີຍຢູ່ແລະທຳງານຢູ່ກອງ
ຄະດີເມືອງນີ້ກ່ອນທີ່ຈະໜີອອກຈາກປະເທດ, ແລະຮ້ອຍເອກລ້ວນເຄີຍຈົ່ມສູ່ຟັງວ່າລົງລາຍຍ້າຍຜົວມັນໄປໄກແສນໄກ
ແລ້ວກໍຍັງບໍ່ໄດ້ຜົນ, ມັນມາຈົ່ມຍາມມັນເມົາໃຫ້ໝູ່ຕຳຣວດມັນຟັງ ).
ຢູ່ຕໍ່ມາ ປີ 1986 ຜົວຂອງຍິງສາວຄົນນັ້ນຖືກປ່ອຍຕົວມາຈາກສູນດັດສ້າງອັດຕະປື ແລະກໍລອຍຂ້າມຂອງເຂົ້າໄທໃນຄືນ
ວັນດຽວກັນທີ່ມາເຖິງວຽງຈັນເມື່ອໄດ້ຂ່າວຈາກພີ່ນນ້ອງຄອບຄົວວ່າເມັຍຂອງຜູ້ກ່ຽວຢູ່ອາເມຣິກາ. ໃນທີ່ສຸດຜົວເມັຍຄູ່ນີ້
ກໍມາເຕົ້າໂຮມກັນອີກເທື່ອໜຶ່ງຢູ່ຣັດ ມີນີໂຊຕາ ຊຶ່ງຜູ້ເປັນເມັຍບໍ່ຍອມເອົາຜົວໃໝ່ນັບແຕ່ໄດ້ຂ່າວອັນຈອມປອມວ່າຜົວເສັຍ
ຊີວິດແລ້ວຢູ່ທີ່ສູນດັດສ້າງທີ່ຮ້ອຍເອກລ້ວນອຸປະໂຫຼກຂຶ້ນມາ.
Anonymous wrote:ົງAnonymous wrote:ຕອນປົດປ່ອຍໃໝ່ ລູກຫຼານຂ້າຣາຊການ ທະຫານ ຕຳຣວດ ຈະກ້າວໜ້າເທົ່າໃດກໍ່ຫາໂອກາດຍາກຫຼາຍທີ່ຈະໄດ້ຖືກສັບຊ້ອນໄປສຶກສາຕໍ່ຕ່າງປະເທດເພາະຊີວະປະວັດບໍ່ແຈ້ງ ສ່ວນຫຼາຍຈະຖືກສັບຊ້ອນເຂົ້າຮຽນສ້າງຄູແຕ່ໃນເວລານັ້ນບໍ່ມີໃຜມັກຮຽນວິຊານີ້ເພາະບໍ່ຢາກກິນແກງຜັກບົ້ງໃສ່ວິນຍານໝູ. ຫຼາຍຄົນທົນຕໍ່ການຈຳແນກກີດກັ້ນ ແລະທົນຕໍ່ຄວາມອະຍຸຕິທັມຂອງສັງຄົມບໍ່ໄດ້ຈຶ່ງໄດ້ຕັດສິນໃຈຂ້າມຟາກ, ມາຮອດປັດຈະບັນນີ້ຍັງໄດ້ຍິນວ່າມີການຈຳແນກກັນຢູ່ຊຶ່ງເຫັນໄດ້ຈາກການມີໂອກາດຫຼາຍຂອງລູກຫຼານຄົນມີເງິນ ມີອຳນາດ ສ່ວນລູກຫຼານຂອງຄົນທຸກຈະດ້ອຍໂອກາດໃນການໄປສຶກສາຊັ້ນສູງ. ຕອນປົດປ່ອຍໃໝ່ໆແຕ່ປີ 75 ຫາ 85 ສິບປີເຕັມໆ ຄົນລາວທີ່ຢູ່ຝ່າຍລັດຖະບານວຽງຈັນເກົ່ານັ້ນແມ່ນເໜັງຂີ້ບໍ່ໄດ້ບໍ່ວ່າຈະເຮັດຫຍັງກໍເປັນຜິດເປັນໄຟໃຫ້ລະບອບໃໝ່ຂອງເພິ່ນໝົດ. ຊ້ຳບໍ່ໜຳຖ້າໃຜຜິດຖຽງກັນບໍ່ມັກໜ້າກັນກໍໄປແຈ້ງກອງຫລອນແລະອຳນາກການປົກຄອງຫາເລື່ອງໃສ່ວ່າເປັນໄສ້ປະຕິການ ອັນບັກກອງຫລອນ ບັກຕຳຣວດ ແລະບັກຕາແສງນັ້ນກໍບໍ່ສືບໜ້າສືບຫລັງ ຍິ່ງເຜີ້ມໃສ່ຄວາມຂຶ້ນຕື່ມອີກຈົນ້ຮັດໃຫ້ຜູ້ຖືກກ່າວກ່າວໂທດຫຼືຖືກຫາເລື່ອງໃສ່ນັ້ນຖືກໂທດຢ່າງໜັກໜ່ວງບາວຄົນເຳິງຂັ້ຂເອົາໄປງົໃຫອຍຢູ່ແກ້ງຍາງນັບເປັນຫລາຍຮ້ອຍຄົນ. ຕຳຣວດອ້າຍນ້ອງບັກໜຶ່ງຊື່ມັນວ່າ ຮອ້ຍເອກລ້ວນ ເປັນຕຳຣວດຢູ່ກອງຄະດີເມືອງຈັນທະບູຣີ ຫາເລື່ອງໃສ່ຜົວຊາວບ້ານທົ່ງຕູມ ເພາະເມັຍຜູ້ຊາຍຄົນນັ້ນງາມຫລາຍທີ່ສຸດ ຊື່ງໃນຕອນນັ້ນຜູ້ຜົວຍິງຄົນນັ້ນຖືກໄປສຳມະນາຢູ່ສູນສຳມະນາບໍ່ໄກຈາກວຽງຈັນດອກ ແຕ່ໄດ້ນອນຢູ່ສູນແລະໄດ້ກັບບ້ານພຽງວັນເສົາແລະອາທິດ. ການຫາເລື່ອງໃສ່ຜົວຊາວບ້ານຄົນນັ້ນນັ້ນຂອງຜູ້ກອງລ້ວນຈົນເຮັດໃຫ້ຜົວຍິງສາວຜູ້ງົດງາມຄົນນັ້ນຕ້ອງຖືກສົ່ງລົງໄປສູນດັດສ້າທໍລະມານຢູ່ອັດຕະປື. ເມື່ອຜົວຍິງຄົນບໍ່ຢູ່ ເພິ່ນຜູ້ລ້ວນກໍແຟງໂຕເຂົ້າໃກ້ສິດຕິດແທດກັບຍິງສາວຄົນນັ້ນແລະໃຊ້ແຜນວ່າແລ່ນເອົາຜົວຂອງຜູ້ກ່ຽວຄືນມາຢູ່ສູນເກົ່າທີ່ວຽງຈັນ. ສາມສີ່ເດທອນຕໍ່ມາຜົວຂອງຍິງຄົນນັ້ນຕາຍວ່າຖືກງູເຫົ່າຕອດ ແລະກໍວ່າຖືກຈູດເຜົາສົ່ງສະການຢູ່ທີ່ສູນດັດສ້າງແຫ່ງນັ້ນເປັນທີ່ຮຽບຮ້ອຍແລ້ວ. ຍິງສາວຄົນນັ້ນຫລັງໄດ້ຮັບຂ່າວວ່າຜົສຕາຍໄປແລ້ວ ຈຶ່ງໄດ້ຫອບສັງຂານສ່ຽງຊີວິດເຂົ້າໄປປະເທດໄທໃນປີ 1979 ແບະໄດ້ໄປຕັ້ງຖິ່ນຖານຢູ່ປະເທດອາເມຣິກາ. ສ່ວນຮ້ອຍເອກລ້ວນກໍບໍ່ສົມໃຈຫວັງແລະກໍ-ໍໄດ້ແອ້ມຍິງຄົນນັ້ນແຕ່ປະການໃດ. ( ຂ້າພະເຈົ້າຮູ້ເລື່ອງນີ້ເພາະຂ້າພະເຈົ້າເຄີຍຢູ່ແລະທຳງານຢູ່ກອງຄະດີເມືອງນີ້ກ່ອນທີ່ຈະໜີອອກຈາກປະເທດ, ແລະຮ້ອຍເອກລ້ວນເຄີຍຈົ່ມສູ່ຟັງວ່າລົງລາຍຍ້າຍຜົວມັນໄປໄກແສນໄກແລ້ວກໍຍັງບໍ່ໄດ້ຜົນ, ມັນມາຈົ່ມຍາມມັນເມົາໃຫ້ໝູ່ຕຳຣວດມັນຟັງ ).ຢູ່ຕໍ່ມາ ປີ 1986 ຜົວຂອງຍິງສາວຄົນນັ້ນຖືກປ່ອຍຕົວມາຈາກສູນດັດສ້າງອັດຕະປື ແລະກໍລອຍຂ້າມຂອງເຂົ້າໄທໃນຄືນວັນດຽວກັນທີ່ມາເຖິງວຽງຈັນເມື່ອໄດ້ຂ່າວຈາກພີ່ນນ້ອງຄອບຄົວວ່າເມັຍຂອງຜູ້ກ່ຽວຢູ່ອາເມຣິກາ. ໃນທີ່ສຸດຜົວເມັຍຄູ່ນີ້ກໍມາເຕົ້າໂຮມກັນອີກເທື່ອໜຶ່ງຢູ່ຣັດ ມີນີໂຊຕາ ຊຶ່ງຜູ້ເປັນເມັຍບໍ່ຍອມເອົາຜົວໃໝ່ນັບແຕ່ໄດ້ຂ່າວອັນຈອມປອມວ່າຜົວເສັຍຊີວິດແລ້ວຢູ່ທີ່ສູນດັດສ້າງທີ່ຮ້ອຍເອກລ້ວນອຸປະໂຫຼກຂຶ້ນມາ.
ົງAnonymous wrote:ຕອນປົດປ່ອຍໃໝ່ ລູກຫຼານຂ້າຣາຊການ ທະຫານ ຕຳຣວດ ຈະກ້າວໜ້າເທົ່າໃດກໍ່ຫາໂອກາດຍາກຫຼາຍທີ່ຈະໄດ້ຖືກສັບຊ້ອນໄປສຶກສາຕໍ່ຕ່າງປະເທດເພາະຊີວະປະວັດບໍ່ແຈ້ງ ສ່ວນຫຼາຍຈະຖືກສັບຊ້ອນເຂົ້າຮຽນສ້າງຄູແຕ່ໃນເວລານັ້ນບໍ່ມີໃຜມັກຮຽນວິຊານີ້ເພາະບໍ່ຢາກກິນແກງຜັກບົ້ງໃສ່ວິນຍານໝູ. ຫຼາຍຄົນທົນຕໍ່ການຈຳແນກກີດກັ້ນ ແລະທົນຕໍ່ຄວາມອະຍຸຕິທັມຂອງສັງຄົມບໍ່ໄດ້ຈຶ່ງໄດ້ຕັດສິນໃຈຂ້າມຟາກ, ມາຮອດປັດຈະບັນນີ້ຍັງໄດ້ຍິນວ່າມີການຈຳແນກກັນຢູ່ຊຶ່ງເຫັນໄດ້ຈາກການມີໂອກາດຫຼາຍຂອງລູກຫຼານຄົນມີເງິນ ມີອຳນາດ ສ່ວນລູກຫຼານຂອງຄົນທຸກຈະດ້ອຍໂອກາດໃນການໄປສຶກສາຊັ້ນສູງ.
ຄອບໃຈ ເທວະດາຟ້າດິນ ທີ່ພວກເຮົາ-ລາວອົບພະຍົບ, ໃດ້ມີໂອກາດມາຕົກ ປທ ທີສາມ ນໍາກັນ ມາດໍາຣົງຊີວິດໃນປະເທດໃຈບຸນ. ພວກເພີ່ນໃດ້ເອົາເຮົາມາຊຸບ ມາລ້ຽງເກືອ ມີຄວາມສະຫັວດດີພາບ ພະລາດອນພາບ ສມໍ່າສະເມີ
ເທົ້າທຽມກັນ ລູກເຕົ້າເຮົາໃດ້ເຂົ້າໂຮງຮຽນ ມີການສຶກສາສູງ ມີລ້າມີງານທໍາງານເປັນລໍ້າເປັນສັນ.. ຄອບໃຈອີກເທືອ່ຫຶ່ນງ ມະເຫສັກຫັລກເມືອງ ເທບພະເຈົ້າທີ່ສັກສິດ ທີ່ຊ່ວຍບັນໂດນບັນດານໃຫ້ ຜົວ ເມັຽ ຄູ່ ນີ້ກັບມາພົບພໍ້ໃດ້ຢູ່ປະຄອງກັນອີກ ຕາມຄວາມປາຖນາ.
ຄວາມຮັກແບບນີ້ ເປັນຄວາມຮັກທີ່ ຫາໃດ້ຍາກ. ພວກເຮົາ-ລາວອົບພະຍົບ, ແມ່ນເປັນໝີ້ບຸນຄຸນ ປທ ໃຈບຸນເລົ່ານີ້. ນະໃນ ໂອກາດນີ້ ຂພຈ ຂໍຄອບໃຈ ພີ່ນ້ອງ ລາວນອກ ທົ່ວໂລກທີ່ໃດ້ ນໍາເອົາເລືອງລາວ ຊິວິດຈິງ ຂອງແຕ່ລະຄົນ ມາໂພສ ລົງໃຫ້ ລູກຫລານນ້ອງນຸ່ງ
ຜູ້ເກີດໄໝ່ໃຫ່ຍລຸນ ໃດ້ອ່ານ ໃດ້ຮຽນ ໃດ້ເຂົ້າໃຈເຖີງຄວາມໂຫດຮ້າຍ ປ່າເຖືອນ ໄຮ້ມະນຸສສະຍະທັມ ຂອງການປົກຄອງ ແບບ ຣະບອບ ຜດກ ຂອງ ຄົນລຸ້ນນັ້ນ. ຫັລກຖານນີ້ ສາມາດໄຊ້ ເປັນຂໍ້ມູນ ສາເຫດສໍາຄັນ ນໍາມາຢັ້ງຢືນ ໃດ້ເຖີງ (ແກ້ຄາຍຄໍາປຣິສນາ):
ກ. ເປັນຫັຍງຊາດລາວຈັ່ງເປັນຊາດທີ່ແຕກຫັກ?
ຂ.ເປັນຫັຍງຈັ່ງມີ ອົບພະຍົບລາວ ລຸລັ່ງຖັ່ງເທ ໂຕນໝີອອກນອກ ປທ ຢ່າງມາກມາຍກາຍກອງ.
ຄະນະ ທີ່ ອີກຝ່າຍຫຶ່ນງ ກໍາລັງຂຽນບິດບຽນ ປວດສ ຂຽນ ລາຍງານດອກໄມ້ ຂຽນ ຊອຍຫອມໄສ່ປາກ ແລະ ຂຽນໃຫ້ໂຕເອງຖືກ ເພືອ່ ໃຫ້ ປຊຊລ ລຸ້ນໄໝ່ເຂົ້າໃຈວ່າ ຕົນເອງແລະພັກພວກ ແມ່ນ ເປັນຜູ້ຮັກເຊື້ອແພງຊາດເປັນພວກໃຈບຸນ
ເປັນກັມມະຖານຖືສິລ 250 ພະຍາຍາມ ລ້າງ ສະມອງ ແລະ ປີ້ນ ປວດສ. ທ້າຍສຸດນີ້ ຂໍໃຫ້ ເທວະດາຟ້າດິນ ຈົ່ງເປັນສັກຂີພິຍານ ໃຜທໍາດີໃດ້ດີ.....ໃຜທໍາຊົ່ວໃຫ້ມັນຈິບຫາຍວອດວາຍ.
ຮັກແພງ, ສິນທັມຄໍ້າຈູນໂລກ.
ໃນໄລຍະກວາດລ້າງ 1975 - 1985 ປະເທດລາວປົກດ້ວຍອຳນາດປາຍປືນ
ຂ້ອຍເອົາເຂົ້າໄປກິນຢູ່ນາ ເຂົາຍັງຫາເລື່ອງໃສ່ວ່າເອົາເຂົ້າໄປສົ່ງປະຕິການ
ນອນກອດເມັຽກຳລັງມີຄວາມສຸກ ໄກ່ຂັນກົກເທື່ອທີສອງ ກອງຫຼອນ ກອງເມືອງ
ມາເຄາະປະຕູຈັບມັດກົບຂຶ້ນຣົຖ66ໄປຂີ້ໃສ່ກະບອກໄມ້ໄຜ່ ສັ່ງລູກສັ່ງເມັຽກະບໍ່ທັນ.
ໂຊກດີທີ່ໂຕນໜີທີ່ເມັຽຂ້ອຍຮູ້ຈັກທ່ານສີຊະນະ ສີສານ ຈຶ່ງຖືກເຂົາປ່ອຍໂຕ
ເກືອບຖືກທະຫານຂ້າແຂ້ວຄຳເອົາໄມ້ເຮັ້ຽແທງກົ້ນ.