Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊ່ວງ Vs ຊ່ວາງ
ທ້າວກິສຸ້ຍ

Date:
ຊ່ວງ Vs ຊ່ວາງ


ເຄີຍຖາມຜູ່ໃຫຍ່ຫຼາຍຄົນກ່ຽວກັບຄວາມໝາຍແລະການໃຊ້ຂອງຄຳວ່າຊ່ວງແລະແຂ່ງ

ແຕ່ກໍ່ຍັງບໍ່ທັນໄດ້ເຂົ້າໃຈແຈ້ງເທື່ອດອກ ພໍດີຄົນຂ້າງບ້ານຮ້ອງມາຖາມອາການຂອງ

ນ້ອງເຂີຍວ່າ "ບັກໂລ້ຊ່ວາງເຫຼົ້າແລ້ວບໍ?" ບໍ່ແນ່ໃຈວ່າສະກົດຖືກຫຼືບໍ່ເພາະບາງຄົນກໍ່

ບອກວ່າຕ້ອງສະກົດສ່ວາງ ຈຶ່ງໄດ້ເຂົ້າມາສຶກສາກັບບັນດາທ່ານ.

ຊ່ອຍອະທິບາຍໃຫ້ຮູ້ນຳແດ່ວ່າຊ່ວງມີຄວາມໝາຍແນວໃດ? ຊ່ວາງມີຄວາມໝາຍແນວໃດ?

ແລະສອງຄຳນີ້ມີວິທີໃຊ້ແນວໃດ?

ຂອບໃຈ ແລະຂໍອ່ວຍພອນໃຫ້ທຸກທ່ານໂຊກດີປີໃໝ່.



__________________
Anonymous

Date:

ຊ່ວງ = ແຂ່ງກັນ, ເສັງກັນ ຫຼື ຊີງກັນ.

ຕົວຢ່ງ: (ໄດ້ຍິນຂ່າວວ່າບຸນຊ່ວງເຮືອປີນີ້ທີ່ວັກຈັນຈະມີເຮືອອ້າຍນ້ອງຫວຽດນາມຮາໂນຍຈະເຂົ່າມາຮ່ວແຂ່ງຂັນນຳ)

ສ່ວາງ =  ມາຍອອກແລ້ວ, ໄຄຂຶ້ນແລ້ວ, ຟື້ນແລ້ວ.

ຕົວຢ່າງ: (ໂອຍ! ມື້ຄືນນີ້ເມົາແຜ່ພະຄາວາເລີຍ ກ່ວາຈະສ່ວາງລຸກໄດ້ກໍເປັນມື້ພຸ້ນ)

          

ຊ່ວາງ = ສະກົດແບບນີ້ບໍ່ມີໃນພາສາລາວ.

 



__________________
Anonymous

Date:

ຂອບໃຈຫຼາຍໆທີ່ເຂົ້າມາອະທິບາຍ. ຖ້າຍັງບໍ່ທັນໄປຫຼິ້ນບຸນຫົດນ້ຳ

ກະລຸນາອະທິບາຍຄວາມໝາຍຂອງຄຳວ່າກວານແລະກວນໃຫ້ຮູ້

ອີກແດ່, ຂອບໃຈ.



__________________
Anonymous

Date:

Anonymous wrote:

ຂອບໃຈຫຼາຍໆທີ່ເຂົ້າມາອະທິບາຍ. ຖ້າຍັງບໍ່ທັນໄປຫຼິ້ນບຸນຫົດນ້ຳ

ກະລຸນາອະທິບາຍຄວາມໝາຍຂອງຄຳວ່າກວານແລະກວນໃຫ້ຮູ້

ອີກແດ່, ຂອບໃຈ.


 ກວານ = ໝາກຂາມກວານ, ນ້ຳອ້ອຍກວານ (ປະເພດຂອງຫວານ)

(ພາສາຂຽນ: ກວານ.   ພາສາເວົ້າ: ກວນ)

ກວນ = ຕໍ່ແຫລ, ເກະກະ, ຊູຊີ, ຫີນະ, ທານັງ.

(ທັງພາສາເວົ້າແລະຂຽນ: ກວນ ອັນດຽວກັນ)

 

ຂອງແຖມ:  ຂ້າມ ແລະ ຂ້ວາມ:

ໂດດຂ້າມຄັນນາ (ໃຊ້ ຂ້າມ ແຕ່ສິ່ງໃດເຮົາໂດດຂ້າມມັນໄດ້ເທົ່ານັ້ນ)

ລອຍຂ້ວາມນ້ຳງຶ່ມ ຫລື ຍ່າງຂ້ວາມນ້ຳງຶ່ມ (ໃຊ້ ຂ້ວາມ ແຕ່ສິ່ງໃດທີ່ເຮົາໂດດຂ້າມມັນບໍ່ໄດ້)

ພາສາເວົ້າກໍອອກສຽງ ຂ້າມ ນັ້ນແລ້ວ ແຕ່ພາສາຂຽນຕ້ອງຂຽນໃຫ້ຖືກປະໂຍກທີ່ເຮົາຂຽນ.

ຕົວຢ່າງທີ່ຂຽນຜິດ: ຂ້ອຍລອຍ ຂ້າມ ນ້ຳງຶ່ມ ====> ຂ້າມ=ຜິດ.

 

ສັບທີ່ຜັນສຽງຄ້າຍຄຽງກັນຂອງພາສາລາວມີຫລາຍທີ່ສຸດ ດັ່ງນັ້ນພາສາລາວເຮົາຈຶ່ງຈັດໃຫ້ມີ

ຢູ່ 2 ພາສາຄື: ພາສາຂຽນ ແລະ ພາສາເວົ້າ. ແຕ່ບໍ່ແມ່ນຈະປັກປ້ຳພາສາລາວຂອງ ສປປລ

ດອກ ທີ່ຈິງແລ້ວເກືອບບໍ່ມີ ພາສາຂຽນແລະພາສາເວົ້າເລີຍໃນຍຸກນີ້.



__________________
Anonymous

Date:

ທ່ານຊ່ອຍອະທິບາຍຫຼັກການໃຊ້ວັນນະຍຸດໃຫ້ຂ້ານ້ອຍຮູ້ແດ່, ຂອບໃຈ.



__________________
Anonymous

Date:

Anonymous wrote:

ທ່ານຊ່ອຍອະທິບາຍຫຼັກການໃຊ້ວັນນະຍຸດໃຫ້ຂ້ານ້ອຍຮູ້ແດ່, ຂອບໃຈ.


 ການໃຊ້ວັນນະຍຸດນັ້ນຕ້ອງວາງວັນນະຍຸດໄວ້ທີ່ເທິງສ່ວນທ້າຍຂອງພະຍັນຊະນະຕົ້ນພະຍາງສະເໝີ.

ຕົວຢ່າງທີ່ຖືກຕາມຫຼັກໄວຍະກອນ:

ກ້ອນ (ໂຕ ເປັນພະຍັນຊະນະຕົ້ນພະຍາງ ໄມ້ໂທຕ້ອງຢູ່ເທິງສ່ວນທ້າຍຂອງໂຕ ກ້)

ເລື່ອຍ (ໂຕ ເປັນພະຍັນຊະນະຕົ້ນພະຍາງ ໄມ້ເອກຕ້ອງຢູ່ເທິງສ່ວນທ້າຍຂອງໂຕ ພ້ອມກັບ ສະລະ ່ີ່ )  

ຕົວຢ່າງທີ່ບໍ່ຖືກຕາມຫຼັກໄວຍະກອນ:    

ກອ້ນ  ເລອື່ຍ = ຜິດ.

ສະລະ ແລະ ວັນນະຍຸດ ແມ່ນຈຳເປັນຕ້ອງວາງໄວ້ເທິງສ່ວນທ້າຍຂອງພະຍັນຊະນະຕົ້ນພະຍາງສະເໝີ.

 


 

      

 



__________________
ຄົນໝົດວຽກ

Date:

ຂອບໃຈຫຼາຍທີ່ອະທິບາຍການວາງຕຳແໜ່ງວັນນະຍຸດ, ຕາມທີ່ສັງເກດຈາກເວັບສື່ມວນຊົນ

ຕ່າງໆຂອງຣັຖບານລາວ ບໍ່ຄ່ອຍເຫັນເພິ່ນໃຊ້ໄມ້ຕຣີແລະໄມ່ຈັດຕະວາ ຖາມນັກຮຽນທີ່ມາ

ສຶກສາຕໍ່ໃນສະຫະຣັຖຫລາຍຄົນເອີ້ນໄມ້ຕຣີວ່າໄມ້ຈຽງ ເອືີ້ນໄມ້ຈັດຕະວາວ່າໄມ້ຍີ່ ບາງຄົນ

ກໍ່ເອີ້ນວ່າໄມ້ສາມໄມ້ສີ່ ສ່ວນໄມ້ກາຣັນບໍ່ມີໃຜຮູ້ເລີຍ.

ຢາກຮູ້ວ່າ ໄມ້ຕຣີແລະໄມ້ຈັດຕະວາໃຊ້ໄດ້ແຕ່ກັບອັກສອນຕໍ່າແລະອັກສອນກາງເທົ່ານັ້ນບໍ?

ໃນກໍຣະນີຊື່ຫຼືຄຳສັບຕ່າງປະເທດທີ່ຂຶ້ນຕົ້ນດ້ວຍອັກສອນສູງ ຈະໃຊ້ໄມ້ຕຣີຫຼືໄມ້ຈັດຕະວາ

ເພື່ອຜັນສຽງໃຫ້ສູງຂຶ້ນຕື່ມອີກໄດ້ບໍ?

ຕົວຢ່າງ: ນາງລິຝຸ໋ນ, ທ້າວສຸ໊ງ,...

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard