Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຖິງ: ທ່ານ Webmaster.
Anonymous

Date:
ເຖິງ: ທ່ານ Webmaster.


ຂໍຄວາມເຫັນຈາກທ່ານເຈົ້າຂອງເວັບ ສາມະຄົມລາວ-ພາສາລາວ ວ່າທ່ານອະນຸຍາດໃຫ້ຂຽນຄໍລຳເລົ່າຊີວິດການເປັນຢູ່ຂອງຄົນລາວອົບພະຍົບ

ທີ່ໄປຕັ້ງຖິ່ນຖານຢູ່ສະຫະຣັດໃນເມືອງຂອງຜູ້ຂ້າຢູ່ລົງໃນເວັບຂອງທ່ານໄດ້ບໍ່? ຈຸດປະສົງແມ່ນຢາກໃຫ້ຄົນລາວທົ່ວໂລກໄດ້ຮຽນຮູ້ການຢູ່ກິນອັນ

ແທ້ຈິງຂອງຊາວລາວຢູ່ໃນຣັດທີ່ຜູ້ຂ້າອາສັຍຢູ່ນີ້ ແລະຣັດອື່ນໆທີ່ໄດ້ໄປສຳພັດແລະເຫັນມາກັບຕາຄົນເອງ. ທີ່ຜ່ານໆມາເຫັນຄົນລາວນອກແລະ

ລາວໃນມັກຈະນຳເອົາປະເດັນນີ້ອອກມາໂຕ້ແຍ້ງກັນຊຶ່ງວມີຫລາຍຢ່າງທີ່ບໍ່ຖືກກັບຄວາມເປັນຈິງດັ່ງເຊັ່ນທາງຝາກຝ່າຍລາວນອກກໍເວົ້າເອົາດີ

ໃສ່ຕົ້ນເອງ ແລະທາງຝາກຝ່າຍລາວໃນກໍພະຍາຍາມຍັດຍຽດຄວາມບໍ່ດີໃສ່ລາວນອກໂດຍສະເພາະທີ່ອາສັຍຢູ່ສະຫະຣັດ ທັງໆທີ່ລາວໃນຜູ້ທີ່ມາ

ອອກຄຳເຫັນນັ້ນບໍ່ເຄີຍເຫັນຊາວລາວໃຊ້ຊີວິດຢູ່ໃນສະຫະຣັດມາກ່ອນ ມີແຕ່ກະຕວງແລະໃສ່ຮ້າຍເອົາລູກດຽວ.

ຫວັງວ່າຄົວຈະໄດ້ຮັບຄຳຕອບຈາກທ່ານໃນອັນບໍ່ຊ້ານີ້.



__________________
Anonymous

Date:

ຢາກໃຫ້ແລກປ່ຽນ

 

ຈາກ: ປັນຍາທຳ



__________________
Anonymous

Date:

ເປັນແນວຄິດທີ່ດີຫູາຍເດີທ່ານທີ່ຢາກຂຽນສະພາບຄວາມເປັນຈິງໃນການດຳຣົງຊີຂອງຊາວອົພຍົບລາວ

ໃນຕ່າງປະເທດມາເລົ່າສູ່ກັນຟັງຄືກັນວິທະຍຸວີໂອເອໄດ້ເອົາອອກອາກາດໃນຣາຍການຊີວິດຂອງລາວໃນ

ຕ່າງແດນ ແລະ ຂ້າພະເຈົ້າຄິດວ່າ Webmaster ຄົງຈະອະນຸຍາດໃຫ້ຄົນລາວໃນທົ່ວທຸກມຸມໄດ້ມີໂອກາດ

ເຂົ້າມາສົນທະນາແລກປ່ຽນແລະເລົ່າສູ່ກັນຟັງປະສົບການຂອງຕົນທີ່ໄດ້ໄປຜະຈົນໄພໃນຕ່າງແດນ.

 



__________________
Anonymous#4

Date:

ໄດ້ຍິນຫລາຍຄົນທີ່ໄດ້ເດີນທາງໄປຢາມບ້ານເກີດເມືອງນອນເວົ້າສູ່ຟັງວ່າ

ພີ່ນ້ອງຂອງເຂົາເຈົ້າທີ່ຢູ່ໃນປະເທດລາວມີຊີວິດການເປັນຢູ່ທີ່ດີຫລາຍ

ຜູ່ບໍ່ເຄີຍມີລົດ Camery ຂີ່ ກໍ່ສາມາດຊື້ມາຂີ່ດ້ວຍການຈ່າຍສົດບໍ່ໄດ້ຕິດໜີ້

ຈ່າຍເປັນເດືອນເໝືອນຄົນລາວຢູ່ຕ່າງປະເທດ, ຜູ່ບໍ່ເຄີຍມີມືຖືກໍ່ມີ Smart Phone

ໂທໄປເອີ້ນໝູ່ທີ່ຢູ່ແຂວງອັດຕະປືຂີ່ຍົນມາກິນ Beerlao ຢູ່ແຂວງຫົວພັນສະບາຍ,

ຜູ່ເຄີຍຈັບເງິນ Dollar ກໍ່ໄດ້ແບກໃບ Benjamin ໄປວ່ານຢູ່ຝັ່ງໄທໃຫ້ຄົນໄທເກັບ.

ມັນແມ່ນແນວນັ້ນແທ້ບໍຫລືເຂົາມາເວົ້າໃຫ້ຄົນລາວຢູ່ຕ່າງປະເທດມີແນວຄິດຢາກ

ກັບໄປຢູ່ລາວຄືນ?



__________________
Anonymous

Date:

Anonymous#4 wrote:

ໄດ້ຍິນຫລາຍຄົນທີ່ໄດ້ເດີນທາງໄປຢາມບ້ານເກີດເມືອງນອນເວົ້າສູ່ຟັງວ່າ

ພີ່ນ້ອງຂອງເຂົາເຈົ້າທີ່ຢູ່ໃນປະເທດລາວມີຊີວິດການເປັນຢູ່ທີ່ດີຫລາຍ

ຜູ່ບໍ່ເຄີຍມີລົດ Camery ຂີ່ ກໍ່ສາມາດຊື້ມາຂີ່ດ້ວຍການຈ່າຍສົດບໍ່ໄດ້ຕິດໜີ້

ຈ່າຍເປັນເດືອນເໝືອນຄົນລາວຢູ່ຕ່າງປະເທດ, ຜູ່ບໍ່ເຄີຍມີມືຖືກໍ່ມີ Smart Phone

ໂທໄປເອີ້ນໝູ່ທີ່ຢູ່ແຂວງອັດຕະປືຂີ່ຍົນມາກິນ Beerlao ຢູ່ແຂວງຫົວພັນສະບາຍ,

ຜູ່ເຄີຍຈັບເງິນ Dollar ກໍ່ໄດ້ແບກໃບ Benjamin ໄປວ່ານຢູ່ຝັ່ງໄທໃຫ້ຄົນໄທເກັບ.

ມັນແມ່ນແນວນັ້ນແທ້ບໍຫລືເຂົາມາເວົ້າໃຫ້ຄົນລາວຢູ່ຕ່າງປະເທດມີແນວຄິດຢາກ

ກັບໄປຢູ່ລາວຄືນ?


 ບ້ານເຮົາມີຜູ້ນຳທີ່ຊື່ສັດ ສຸຈະລິດ ສະຫຼາດສ່ອງໃສ ບໍ່ເຫັນແກ່ປະໂຫຍດສ່ວນຕົນ ແລະ ຕະກຸນພວກພ້ອງ ແລະ ບໍ່ເຄີຍເອົາປຽບປະຊາຊົນ.. ແລະ ປະເທດລາວເຮົາເປັນປະເທດທີ່ມີປະຊາທິປະໄຕ ປະຊາຊົນລາວມີສິດເສຣີພາບ ແລະ ມີຊີວິດການເປັນຢູ່ທີ່ດີ ແບບບໍ່ມີທີ່ຕິເລີຍ



__________________


Guru

Status: Offline
Posts: 1010
Date:

ເອົາມາລົງໂລດ ຂ້ອຍອະນຸຍາດ ບໍ່ຕ້ອງຖາມ Master ດອກ

ຂ້ອຍຄິດວ່າ ຢູ່ອາເມກາ ທຸກໃຈແລະກາຍ ກວ່າຢູ່ລາວ ແຕ່ເງິນຫາໄດ້ຫລາຍກວ່າ ເພາະຄ່າແຮງສູງກວ່າຫລາຍເທົ່າ

ຢູ່ລາວຫວ່ານແກ່ນໝາກເຂືອໃສ່ແຈຮົ້ວມັນຍັງຂຶ້ນເອງ ທຸກກະຍ້ອນຄ້ານຫລາຍກວ່າ



__________________


Senior Member

Status: Offline
Posts: 428
Date:

ອະນຸຍາດໃຫ້ເປີດຂຽນໄດ້ ໝຶ່ງຫົວຂໍ້
ຖ້າເກີດມີການດ່າ ແລະ ຜິດຖຽງກັນ ຫົວຂໍ້ນັ້ນ ຈະຖືກລຶບອອກທັນທີ

ທີຈິງແລ້ວ ຢາກໃຫ້ເວັບນີ້ ເປັນເວັບທີ່ສະເໜີ ຂ່າວຄາວ ໃນປະເທດລາວ ໃຫ້ຫຼາຍກ່ວາພາຍນອກ
ຖ້າເອົາແຕ່ເລື້ອງພາຍນອກມາເວົ້າ ຈະເຮັດໃຫ້ເວັບນີ້ ຂາດຄວາມໂດດເດັ່ນ

ຂອບໃຈ
ເວັບມາສເຕີ້

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard