Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນຮົ່ວໄຫຼ 4.500 ຕື້ກີບ (ສີ່ພັນຫ້າຮອ້ຍຕື້)ບໍ່ມີໃຜຜິດ
Anonymous

Date:
ເງິນຮົ່ວໄຫຼ 4.500 ຕື້ກີບ (ສີ່ພັນຫ້າຮອ້ຍຕື້)ບໍ່ມີໃຜຜິດ


ສົກປີ 2012-2013 ເງິນທີ່ຮົ່ວໄຫຼສີ່ພັນຫ້າຮອ້ຍຕື້ກີບຮົ່ວໄຫຼແຕ່ບໍ່ເຫັນໃຜເຂົ້າຄຸກ ຫຼື ອອກມາຮັບຜິດຊອບດວ້ຍການລາອອກ

ເພື່ອໃຫ້ໜວ່ຍງານກວດສອບເຂົ້າໄປກວດກາໄດ້

ໃຜຊິດຳເນີນງານເລື້ອງນີ້

ຂໍຖາມແດ່ທ່ານທີ່ຮູ້

ຂອບໃຈ

 



__________________
Anonymous

Date:
RE: ເງິນຮົ່ວໄຫຼ 4.500 ຕື້ກີບ (ສີ່ພັນຫ້າຮອ້ຍຕື້)ບໍ່ມີໃຜຜິດ


ມັນຊິຜິດໄດ້ແນວໃດ,ມັນປັນກັນກິນເລີ້ມແຕ່ບັກຢູ່ຫໍມໍຣະນະແຄມຂອງຂ້າງວັດພະແກ້ວ ແລະ

ກົງກັນຂ້າມກັບວັດສີສະເກດ,ຕລອດເຖິງເຊື້ອສາຍຂອງກຸ່ມ 11 ໂປ່ຍສຽກ.



__________________
Anonymous

Date:

ທ່ານ ຜູ້ທີ່ຮູ້ຈັກເລຶ່ອງນີ້ທັງ}ຫຼາຍ ເງິນຮົ່ວໄຫຼ 4.500 ຕື້ກີບ (ສີ່ພັນຫ້າຮອ້ຍຕື້)ບໍ່ມີໃຜຜິດດອກເພາະເປັນເລື່ອງເຂົ້າໃຈຜິດແລະບໍ່ຄວນເອົາມາສົນທະນາທາງເວບໄຊ້ເພາະບໍ່ມີຫຼັກຖານໃດໆທັງນັ້ນທີ່ເປັນບ່ອນອີງທີ່ກວດສອບໄດ້



__________________
Anonymous

Date:

Anonymous wrote:

ທ່ານ ຜູ້ທີ່ຮູ້ຈັກເລຶ່ອງນີ້ທັງ}ຫຼາຍ ເງິນຮົ່ວໄຫຼ 4.500 ຕື້ກີບ (ສີ່ພັນຫ້າຮອ້ຍຕື້)ບໍ່ມີໃຜຜິດດອກເພາະເປັນເລື່ອງເຂົ້າໃຈຜິດແລະບໍ່ຄວນເອົາມາສົນທະນາທາງເວບໄຊ້ເພາະບໍ່ມີຫຼັກຖານໃດໆທັງນັ້ນທີ່ເປັນບ່ອນອີງທີ່ກວດສອບໄດ້


 ຄືເຫັນນຳໜັງສືພິມຢູ່ໄດລະ ! ຫຼືວ່າໜັງສືພິມຂຽນຜິດບໍ ? ຫຼືວ່າ ນ. ວຽງທອງກວດກາບໍ່ຖືກບໍ ? ຫຼືວ່າກວດເຫັນແລ້ວແຈ້ງການແລ້ວ ແຕ່ໄອຍະການບໍ່ກ້າຟ້ອງ ? ຫຼືສານບໍ່ຮັບຄຳຟ້ອງ

ຄືກັບສານໄທ ບໍ່ຮັບຟ້ອງຂອງ  ລຖບ ???ປະເທດລາວເປັນປະເທດທີ່ຂ້ອຍຮັກທີ່ສຸດ ແລະຢາກໃຫ້ພີ່ນ້ອງຮ່ວມຊາດທັງໝົດໄດ້ຮັບຄວາມສຸກຮ່ວມກັນ ( ເພາະທຸກມາຫຼາຍໂພດແລ້ວ )

ແຕ່ປະເທດລາວບໍ່ຄືປະເທດອື່ນ, ເພາະກົດໝາຍບໍ່ແພ້ກົດໝູ່... ຄັນເຮັດຜິດແລ້ວ, ກວດກາເຫັນ ປັບ ລາຍງານປຸບ, ນາຍກະຮູ້ມາແຕ່ດົນເພາະແມ່ນລູກສ່ຽວ ເຄີຍໄດ້ຮັບຂອງຝາກ

ແລະຊອງຂາວເລື້ອຍໆຊ້ຳບໍ່ພໍ ພັດແມ່ນ ສມຊ ພັກ ຜູ້ຫ້າວຫັນອີກ... ຈຶ່ງຕັດສິນໃຈເຮັດໜັງສືຂໍອະນຸຍາດ ໂຍກຍ້າຍຜູ້ກ່ຽວໄປຮັບຕຳແໜ່ງໃໝ່ ເຜີໆ ໃຫຍ່ກວ່າເກົ່າຢູ່ແຂວງອື່ນ...ແລ້ວ

ກະລຶບຮ່ອງຮອຍຂອງການໂກງ...ປີໜຶ່ງສອງປີຕໍ່ມາ ກະບໍ່ມີໃຜສົນໃຈນຳເລື່ອງນັ້ນອີກ... ເປັນອັນວ່າ ພັກ, ລັດ ແລະປະຊາຊົນ ຜູ້ຈົງຮັກພັກດີ ເສັຽຜົນປະໂຫຍດຟຣີ ! ແລ້ວໃຫ້ທ່ານ

ມະໂນພາບຕົວເລກການສໍ້ໂກງໃນປະເທດເຮົາໃນເດືອນໜຶ່ງມີທໍ່ໃດ, ປີໜຶ່ງ ທໍ່ໃດ ? ແລ້ວ ສິບປີທໍ່ໃດ ???ໄລ່ຕັ້ງແຕ່ຄົນອະນະໄມໄປເຖິງລັດຖະມົນຕີ ... ປະເທດລາວໜາວແນ່ໆ !!!



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard