Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມຄືບໜ້າຂອງໂຄງການ 2+3
ຫງວຽນວັນດັກ

Date:
ຄວາມຄືບໜ້າຂອງໂຄງການ 2+3


ໄດ້ຍິນທ່ານອຸ່ນແກ້ວ ສຸກສະຫວັດ ເວົ້າໃນຣາຍການລົມເລື່ອງຂ່າວທີ່ອອກອາກາດໃນທຸກໆເຊົ້າວັນເສົາ

ແຕ່ 7 ໂມງເຊົ້າ ຫາ 7 ໂມງ 30 (ເວລາໃນເມືອງລາວ) ຢູ່ສະຖານີວິທະຍຸເອເຊັຽເສຣີພາກພາສາລາວ,

ເພິ່ນວ່າ ໂຄງການ 2+3 ທີ່ຣັຖບານລາວແນະນໍາປະຊາຊົນເພື່ອເປັນການດຶງດູດນັກລົງທຶນຕ່າງປະເທດ

ໃຫ້ເຂົ້າມາລົງທຶນໃນປະເທດລາວ ເຮັດໃຫ້ປະຊາຊົນທຸກຍາກລົງຕື່ມອີກ ໂດຍສະເພາະແມ່ນໂຄງການ

ປູກອ້ອຍຂອງທ່ານນາງປະວິນາທີ່ກໍາລັງໂກຍເງິນຢູ່ທາງພາກໃຕ້ຂອງລາວ.

ໂຄງການປູກອ້ອຍ 2+3 ແມ່ນປະຊາຊົນເປັນແຮງງານແລະທີ່ດິນ ສ່ວນນາຍທຶນເປັນແນວພັນ ເທັກນິກ

ແລະການຕະລາດ. ໂຄງການນີ້ບໍ່ພຽງແຕ່ເຮັດໃຫ້ປະຊາຊົນຜູ່ອອກແຮງງານກາຍເປັນທາດຂອງນາຍ

ທຶນຕ່າງປະເທດເທົ່ານັ້ນ ແຕ່ມັນຍັງເຮັດໃຫ້ມີຜົນກະທົບທາງດ້ານສະພາບແວດລ້ອມອີກດ້ວຍ.

ທ່ານຄິດວ່າແນວໃດ? ຂອບໃຈທີ່ປະກອບຄໍາເຫັນໃນທາງທີ່ສ້າງສັນ, ຂອບໃຈ.



__________________
Anonymous

Date:

ສວນປູກອ້ອຍທີ່ສົ່ງໃຫ້ໂຮງງານຜລິດນ້ຳຕານຮ່ວງແອງເປັນໂຄງການ 2+3 ຄືກັນຫວາ?

557000001455703.JPEG

 

 

 

 

 



__________________
Anonymous

Date:

ກ່ອນຊິເວົ້າຫຍັງໃຫ້ຄົນອື່ນ ກະມີຂໍມູນຫຼືແນວອ້າງອີງແນ່

ບໍ່ແມ່ນຊິເວົ້າແບບລອຍໆ

ເສຍເວລາກັນເຂົ້າມາອ່ານ

ມັນເປັນທາດຢູ່ບ່ອນໃດ ປູກອ້ອຍຢູ່ດິນໂຕເອງ

ບໍ່ໄດ້ຜົນກໍ່ເຊົາປູກຊັ້ນຕົ່ວ



__________________
Anonymous

Date:

ການ​ລົງທຶນພາຍ​ໃຕ້​ຮູບ​​ແບບ 2+3 ​​ໝາຍ​ເຖິງ​ປະຊາຊົນ​ເປັນ​ແຮງ​ງານ ​ແລະ ທີ່​ດິນ,ສ່ວນ​ນັກ​ລົງທຶນ​ເປັນ​ທຶນຮອນ,​ເຕັກນິກ ​ແລະ ການ​ຕະຫລາດ.ຜ່ານ​ການ​ລົງ​ເກັບ​ກຳ​ຂໍ້​ມູນ ​ແລະ ສະພາບ​ຕົວ​ຈິງ​ຂອງ​ບັນຫາ​ເຫັນ​ວ່າ: ການ​ລົງທຶນ​ໃນ​ຮູບ​ແບບ 2+3 ​ແລະ ມີ​ຫລາຍ​ໂຄງການ​ກໍ​ມີ​ຜົນສຳ​ເລັດ ​ແລະ ມີ​ບາງ​ໂຄງການ​ໄດ້​ສ້າງ​ຜົນ​ກະທົບ ​ແລະ ​ເກີດ​ຂໍ້​ຂັດ​ແຍ່ງ​ລະ ຫວ່າງ​ປະຊາຊົນ​ກັບ​ນັກ​ລົງທຶນ. ຕົວຢ່າງ​ຂອງ​ບໍລິສັດ​ນ້ຳຕານ​ແຫ່ງ​ໜຶ່ງ ຢູ່​ເມືອງ​ໄຊ​ບູລີ ​ແຂວງ​ສະຫວັນ​ນະ​ເຂດ ​ເຊິ່ງບໍລິສັດ​ດັ່ງ ກ່າວ​ເລີ່​ມຈັດຕັ້ງປະຕິບັດ​ການ​ລົງ ທຶນ​ໃນ​ຮູບ​ແບບ​ນີ້ມາ​ແຕ່​ປີ 2006 ​ໄດ້​ປຸກລະດົມ​ປະຊາຊົນ​ປູກ​ອ້ອຍ ​ເພື່ອ​ຂາຍ​ໃຫ້​ບໍລິສັດ ​ແນ​ໃສ່​ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ ​ແລະ ຫລຸດ ຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາ ຊົນ. ​ເມື່ອ​ຮອດ​ປີ 2007,ປະຊາຊົນ​ເລີ່​ມປູກ​ອ້ອຍ ​ແລະ ​ໄດ້​ຂາຍ​ອ້ອຍ​ໃຫ້​ບໍລິສັດ​ໃນ​ເບື້ອງຕົ້ນມີ 464 ຄອບຄົວ ຕໍ່​ມາ​ມີ 20 ຄອບຄົວ​ໄດ້​ຖອນ​ອອກ​ຈາກ​ໂຄງການ​ດັ່ງ ກ່າວ ​ເພາະວ່າ​ປີ​ທຳ​ອິດ​ປະຊາ ຊົນ​ໄດ້​ຂາຍ​ອ້ອຍ​ໃຫ້​ບໍລິສັດ, ​ແຕ່​ຕ້ອງ​ໄດ້​ລົບ​ຄ່າ​ບຸກ​ເບີກ​ເນື້ອທີ່​ດິນ, ຄ່າ​ແນວ​ພັນ​ອ້ອຍ, ຄ່າ​ປຸຍ ​ແລະ ອື່ນໆ ​ແລະ ຕົກ​ມາ​ປີ​ທີ​ສອງ ​ແລະ ປີ​ທີ​ສາມ​ຜ່ານ​ມາ ຍ້ອນ​ບໍລິສັດ​ຍັງ​ສືບຕໍ່​ປະຕິບັດ​ແນວ​ນີ້ ​ໄດ້​ເຮັດ​ໃຫ້​ຫລາຍ​ຄອບຄົວ​ມີໜີ້ສິນ​ເພີ່ມ​ຂຶ້ນ ຍ້ອນ​ລາຍ​ຮັບ​ຈາກ​ການ​ຂາຍ​ອ້ອຍ​ທີ່​ຕົນ​ປູກ​ບໍ່​ສາມາດ​ນຳ​ມາ​ໃຊ້​ແທນ​ບໍລິສັດ​ຫັກ​ເອົາ.

        ອີງ​ຕາມ​ບົດ​ລາຍ​ງານ​ເລກທີ 1543/ສກລ, ລົງ​ວັນ​ທີ 22 ທັນວາ 2012 ຂໍ້​ມູນ​ກ່ຽວ​ກັບ​ເຫດຜົນ​ພາ​ໃຫ້​ປະຊາຊົນ​ຕິດ​ໜີ້ບໍລິສັດ ຍ້ອນ​ວ່າ​ມີນາ​ຍໜ້າ​ຈຳນວນ​ໜຶ່ງ​ເພື່ອ​ລົງ​ເຮັດ​ວຽກ​ກັບ​ປະຊາຊົນ​ໂດຍ​ກົງ ​ໂດຍ​ບໍ່​ຜ່ານ​ຄະນະ​ຮັບຜິດ ຊອບ​ສົ່ງ​ເສີມ​ຂັ້ນ​ເມືອງ, ການ​ເຮັດ​ສັນຍາ​ກັບ​ປະຊາຊົນ​ບໍ່​ຈະ​ແຈ້ງ ບາງ​ຄອບຄົວ​ປະຊາຊົນ​ເຮັດ​ສັນ ຍາ​ໃສ່​ເຈັ້ຍ​ເປົ່າ. ນອກ​ນັ້ນ,ບໍລິສັດ​ໄປ​ຕື່ມ​ໂຕ​ເລກ​ໃສ່​ເອົາ​ເອງ, ການ​ຄິດ​ໄລ່​ຄ່າ​ບຸກ​ເບີກ, ຄ່າ​ແນວ​ພັນ​ອ້ອຍ, ຄ່າ​ປຸຍ, ຄ່າ​ໜາມໝາກຈັບ​ລ້ອມຮົ້ວ ​ລ້ວນ​​ແຕ່​ຄິດ​ໄລ່​ແພງ​ກວ່າ​ທ້ອງ​ຕະຫລາດ 15-20%, ສ່ວນ​ການ​ຄິດ​ໄລ່​ເນື້ອທີ່​ປູກ​ອ້ອຍ​ບໍ່​ຖືກ​ກັບ​ຄວາມ​ເປັນ​ຈິງ ບໍ່​ໄດ້​ຫັກ​ເຂດ​ທີ່​ເປັນ​ຫ້ວຍ, ​ເປັນ​ໜອງ, ​ເປັນ​ປ່າ​ໄມ້​ອອກ, ​ແຕ່​ຜູ້​ສົ່ງ​ເສີມ​ກໍ​ຍັງ​ໄລ່​ແນວ​ພັນ,ປຸຍ​ເຂົ້າ​ໃສ່ ​ແລະ ​ເມື່ອ​ເວລາ​ຕັດ​ອ້ອຍ​ກໍ​ແມ່ນ​ບໍລິສັດ​ຕັດ​ເຂົ້າ​ໂຮງງານ​ເອງ, ຄ່າ​ຂົນ​ສົ່ງ, ການ​ສັ່ງ​ນ້ຳໜັກ​ກໍ​ແມ່ນ​ທາງ​ບໍລິສັດ​ຊັ່ງ​ເອງບາງ​ເທື່ອ​ລົງ​ອ້ອຍ​ເປັນ​ຄັນ​ລົດ​ກໍ​ມີ.ສຳລັບ​ປະຊາຊົນ​ສ່ວນ​ຫລາຍ​ມີ​ແຕ່​ທີ່​ດິນ​ຊື່ໆ ປະຊາຊົນ​ບໍ່​ເຂົ້າ​ໃຈ​ເນື້ອ​ໃນ​ນະ​ໂຍບາຍ 2+3 ຢ່າງ​ແທ້​ຈິງ, ປະຊາ ຊົນ​ຈ້າງ​ບໍລິສັດ​ບຸກ​ເບີກ, ຊື້​ແນວ​ພັນ, ຊື້ປຸຍ, ຊື້ໜາມໝາກຈັບ ​ແລະ ອື່ນໆ​ນັ້ນ ​ໂດຍ​ແມ່ນ​ເຊັນ​ຕິດ​ໜີ້ນຳ​ບໍລິສັດ​ກ່ອນ ​ໂດຍ​ບໍ່​ຮູ້​ລາຄາ​ທ້ອງ​ຕະຫລາດ, ປະຊາຊົນ​ບໍ່​ເອົາ​ໃຈ​ໃສ່​ບົວລະບັດ​ຮັກສາ, ​ເສຍ​ຫຍ້າ​ຂ້າ​ສັດຕູ​ພືດ, ປະປ່ອຍ​ໃຫ້​ງົວ​-ຄວາຍ​ເຂົ້າກິນ​ອ້ອຍ​ຕົນ​ເອງ, ປະ​ຕາມ​ທຳ​ມະ​ຊາດ ​ເມື່ອ​ຮອດ​ບາດ​ເກັບ​ກ່ຽວ​ບໍລິສັດ​ເອົາ​ແຮງ​ງານ​ມາ​ຕັດ​ເອງ. ສະນັ້ນການ​ຕັດ​ອ້ອຍ​ຂອງ​ຕົນ​ເອງ​ບໍ່​ຮູ້​ວ່າ​ໄດ້​ຈັກ​ຄັນ​ລົດ,ຈັກ​ໂຕນ ​ເມື່ອ​ເອົາ​ໄປ​ລົບ​ໜີ​ເຫລືອ​ເທົ່າ​ໃດ ຈຶ່ງ​ແມ່ນ​ຂອງ​ຕົນ​ເອງ ຖ້າ​ບໍ່​ເຫລືອ​ກໍ​ເທົ່າ​ສູນ ຫລື ຮ້າຍ​ແຮງ​ກວ່າ​ນັ້ນ ​ແມ່ນ​ຕິດ​ໜີ້.ພ້ອມ​ກັນນັ້ນ,ການ​ກວດກາ​ຕິດຕາມ​ໂຄງການ 2+3 ບໍ່​ປົກກະຕິບໍ່​ມີ​ບົດບາດ​ຕັດສິນ​ບັນຫາ​ລະ ວ່າງປະຊາຊົນ​ກັບ​ບໍລິສັດ​ໃນ​ຈຸດ​ນີ້​ເບື້ອງລັດ​ເຮົາ​ຄວນ​ເປັນ​ເຈົ້າການ ​ແລະ ​ເລັ່ງ​ແກ້​ໄຂ ຫລື ຕີ​ລາຄາ​ຄືນ​ບາງ​ໂຄງ ການ​ທີ່​ເຂົ້າມາ​ລົງທຶນ​ໃນ​ຮູບ​ແບບ​ດັ່ງກ່າວມັນ​ສອດຄ່ອງ​ແລ້ວ​ບໍ່ ​ແລ້ວ​ສະ​ເໜີ​ໃຫ້​ຄະນະ​ປະຈຳ​ພັກ​ແຂວງ,ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຊີ້ນຳ​ຄະນະ​ພັກ-ອຳນາດ​ການ​ປົກຄອງ​ເມືອງ ຈັດຕັ້ງຄະນະ​ສະ​ເພາະ​ກິດ ​ເພື່ອ​ປຶກສາ​ຫາລື​ຊ່ວຍ​ແກ້​ໄຂ​ໜີ້ສິນ​ຊ່ວຍ​ປະຊາຊົນ ​ແລະ ​​ແຕ່ລະ​ໄລຍະ​ຄວນ​ມີ​ກອງ​ປະຊຸມ​ຕົວ​​ແທນ​ບໍລິສັດ,ຕົວ​ແທນ​ຂອງ​ປະຊາຊົນ​ແຕ່​ລະ​ບ້ານ ​ເພື່ອ​ປຶກສາ​ຫາລື​ວິທີ​ການ​ຕ່າງໆ​ເປັນ​ແຕ່​ລະ​ກໍລະນີ ​ແລະ ຕ້ອງ​ຮ່າງ​ສັນຍາ​ລະຫວ່າງ​ບໍລິສັດ​ກັບ​ຄອບຄົວ​ທີ່​ເຂົ້າຮ່ວມ​ໂຄງການ​ໃຫ້​ຖືກຕ້ອງ ​ແລະ ສອດ ຄ່ອງ, ຄິດ​ໄລ່​ຄືນ​ໜີ້ສິນ​ຂອງ​ແຕ່​ລະ​ຄອບຄົວ​ທີ່​ມີ​ຢູ່​ນັ້ນວ່າ​ສົມ​ເຫດ​ສົມ​ຜົນ​ບໍ ? ດ້ວຍ​ເຫດ​ນີ້, ກ່ອນ​ນັກ​ລົງທຶນ​ເຂົ້າມາ​ລົງທຶນ​ຢູ່ ສປປ ລາວ ຄວນ​ຈະ​ມີ​ການ​ກວດກາ​ເຕັກນິກ​ຄວາມ​ເປັນ​ໄປ​ໄດ້ ​ເພື່ອ​ບໍ່​ໃຫ້​ປະຊາຊົນ​ຖືກ​ທ່າ​ຮັບ​ໃນ​ການ​ເຂົ້າຮ່ວມ​ໂຄງການ 2+3 ດັ່ງກ່າວ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard