Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄທສົ່ງ 2 ນັກກິລາເຂົ້າແຂ່ງຢູ່ Sochi
Anonymous

Date:
ໄທສົ່ງ 2 ນັກກິລາເຂົ້າແຂ່ງຢູ່ Sochi


vanessa-mae-skiing-zermatt.jpg

ນາງ Vanessa Mae ແລະທ້າວເຄນ ແມ່ນນັກກິລາໄທທີ່ໄດ້ມີເງື່ອນໄຂເຂົ້າຮ່ວມແຂ່ງຂັນກິລາໂອລິມປິກ 2014 ຢູ່ Sochi ປະເທດຣັສເຊັຽ.

ນາງແວນເນຊາຈະລົງແຂ່ງກິລາ alpine skiing ໃນວັນທີ 18, ສ່ວນທ້າວເຄນຈະລົງແຂ່ງກິລາສລາລົມໃນວັນທີ 19 ຫາວັນທີ 22.

ຕາມທີ່ໄດ້ຍິນເຂົາເວົ້າເວົ້າກັນວ່າ ນາງແວນເນຊາເກີດຢູ່ສິງຄະໂປ ໄປໃຫຍ່ຢູ່ອັງກິດ ແຕ່ຍ້ອນພໍ່ຂອງລາວເປັນຄົນໄທ ຄະນະກໍາມະການຈຶ່ງ

ໄດ້ອະນຸຍາດໃຫ້ນາງແວນເນຊາເຂົ້າແຂ່ງໃນນາມຊາດໄທ.

ຫວັງວ່າໃນອະນາຄົດຄົງຈະມີລູກຫລານຄົນລາວທີ່ໄປເກີດແລະໃຫຍ່ໃນຕ່າງປະເທດຈະໄດ້ເປັນຕົວແທນຄົນລາວໄປແຂ່ງໃນງານໂອລິມປິກ

ຍາມໜາວເໝືອນນາງແວນເນຊາໄດ້ເຮັດເພື່ອຊາດໄທ.

ຊ່ອຍເປັນກໍາລັງໃຈໃຫ້ນາງແດ່ເດີ !



__________________
Anonymous

Date:

ຄັນລັດຖະບານລາວອະນຸຍາດ ແລະຍອມຮັບນະ ຄົນເຊື້ອຊາດລາວໃນຕ່າງປະເທດ ມັນຫລາຍລ້ານຄົນ ສະເພາະໃນປະເທດສະຫະລັດຄົນເຊື້ອຊາດລາວ ກະຫລາຍແສນຄົນແລ້ວ.

ແລະບາງຄົນກໍຫລິ້ນກິລາເກ່ັງໆກະມີ ບາງຄົນກະເປັນຮອດຜູ້ຝຶກສອນ ລະດັບສູງໆ ທີມກິລາໃຫຍ່ໆກະມີ. ບາງຄົນກະການສຶກສາປະລິນຍາໂທ ປະລິນຍາເອກ ມີຫລວງຫລາຍ.



__________________
Anonymous

Date:

ນອກຈາກຫລິ້ນກິລາເກັ່ງແລ້ວ, ນາງແວນເນຊາຍັງມີພອນສະຫວັນໃນການຫລິ້ນດົນຕຣີອີກດ້ວອຍ

ໂດຍສະເພາະແມ່ນຫລິ້ນໄວໂອລິນ.

 

ລັດຖະບານລາວອາດຈະຮັບໄດ້ແຕ່ນັກກິລາເຊື້ອຊາດລາວສັນຊາດຝຣັ່ງເສດເທົ່ານັ້ນເຂົ້າມາຫລິນກິລາວໃຫ້ຊາດລາວ

ສ່ວນນັກກິລາເຊື້ອຊາດລາວສັນຊາດອື່ນນັ້ນຄົງເປັນໄປໄດ້ຍາກເພາະເຂົາເຈົ້າບໍ່ໄດ້ເຂົ້າເປັນສະມາຊິກພັກຄັອມມຸຍນິດ.



__________________
Anonymous

Date:

Anonymous wrote:

ນອກຈາກຫລິ້ນກິລາເກັ່ງແລ້ວ, ນາງແວນເນຊາຍັງມີພອນສະຫວັນໃນການຫລິ້ນດົນຕຣີອີກດ້ວອຍ

ໂດຍສະເພາະແມ່ນຫລິ້ນໄວໂອລິນ.

 

ລັດຖະບານລາວອາດຈະຮັບໄດ້ແຕ່ນັກກິລາເຊື້ອຊາດລາວສັນຊາດຝຣັ່ງເສດເທົ່ານັ້ນເຂົ້າມາຫລິນກິລາວໃຫ້ຊາດລາວ

ສ່ວນນັກກິລາເຊື້ອຊາດລາວສັນຊາດອື່ນນັ້ນຄົງເປັນໄປໄດ້ຍາກເພາະເຂົາເຈົ້າບໍ່ໄດ້ເຂົ້າເປັນສະມາຊິກພັກຄັອມມຸຍນິດ.


ຖ້າຢາກໄດ້ແຕ່ຄົນຄອມມິວນິສ໌ ຄືບໍ່ອອກປະກາດເປັນທາງການໂລດວ່າ
ໃຜບໍ່ເປັນຄອມມິວນິສ໌ ບໍ່ຕ້ອງມາຢູ່ລາວ .....
ແຍງແວ່ນເບິ່ງໂຕເອງດຸວ່າ ຄົນທີ່ເປັນຄອມມິສນິສ໌ ແມ່ນເລີດກວ່າຫມູ່ຢູ່ບ່ອນໃດ ?
ຄືມີແຕ່ຮ້ອງຂໍຄວາມເຊື່ອເຫລືອ ...ຫນ້າເບື່ອແທ້ເດ.



__________________
Anonymous

Date:

Vanessa Mae ເປັນນັກດົນຕີທີ່ດັງຣະດັບໂລກ  ນາງເຄີຍສ້າງປາກົດການໃໝ່ໃຫ້ວົງການນັກດົນຕີໄວໂອລິນ

ນາງເປັນລູກຊອດໄທຍກັບຈີນສິງກະໂປ

ພໍ່ແມ່ປະຮ້າງກັນຕັ້ງແຕ່ນາງຍັງນ້ອຍ  ນາງຍ້າຍໄປຢູ້ອັງກິດບ້ານພໍ່ໃໝ່ຕອນອາຍຸສີ່ປີ

ມີສັນຊາດອັງກິດແລະໃຊ້ນາມສະກຸນພໍ່ລຽ້ງ Nicholson 

 

ຫຼັງຈາກທີ່ມີຊື່ສຽງແລະຮັ່ງມີຫຼາຍແລ້ວ  ນາງໄດ້ຍ້າຍເຂົ້າໄປຢູ່ສວິສ(ຄົງເຫດຜົນຫຼົບພາສີ ? ?)

ຢູ່ສວິສນາງມີເວລາໄດ້ຫຼີ້ນກິລາຣະດູໜາວ 

ນາງຢາກເຂົ້າຮ່ວມແຂ່ງຂັນກິລາຣະດັບຊາດ  ແຕ່ມີຫຼາຍເຫດຜົນທີ່ເຂົ້າຮ່ວມແຂ່ງຂັນບໍ່ໄດ້

ຈະເຂົ້າແຂ່ງໃນນາມອັງກິດນາງກໍ່ບໍ່ຖືກຄັດເລືອກ(ຍັງເກັ່ງບໍ່ພໍ) 

ຫຼືວ່ານາງບໍ່ຢາກຫຍຸ້ງກ່ຽວກັບອັງກິດອີກຕໍ່ໄປກະເປັນໄດ້

ນາງເລີຍໄປແຂ່ງໃນນາມໄທຍ  ໃຊ້ນາມສະກຸນໄທຍຂອງພໍ່ແທ້ໆ ທີ່ຫາກະຮູ້ຈັກກັນຕອນດັງແລ້ວ

ຄ່າໃຊ້ຈ່າຍທຸກຢ່າງແມ່ນນາງອອກເອງ  ບໍ່ວ່າຄ່າຄູຝຶກສອນ  ຄ່າອຸປະກອນກິລາທີ່ແສນແພງ

ນາງມີເງິນນໍ  ຢາກເຮັດຫຍັງກະໄດ້  ປະເທດໄທຍເລີຍໄດ້ຮັບຜົນປະໂຫຍດໂດຍບໍ່ຕ້ອງລົງທຶນ

 



__________________
Anonymous

Date:

470046251-693X520.jpg

ຜົນການແຂ່ງຂັນປາກົດວ່ານາງເວເນຊາໄດ້ທີ 74 ເພາະລາວໃຊ້ເວລາ 1 ຊົ່ວໂມງ 44,86 ນາທີ.

ສ່ວນທ້າວເຄນໄດ້ທີ 65 ໃຊ້ເວລາ 3 ຊົ່ວໂມງ 15 ນາທີ.

ຂໍຍ້ອງຍໍນັກກິລາທັງສອງຄົນເດີ



__________________
Anonymous

Date:

She also join this 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard