Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂທລະສັບມືຖືຕອ້ງຂຽນ ອ່ານພາສາລາວໄດ້
Anonymous

Date:
ໂທລະສັບມືຖືຕອ້ງຂຽນ ອ່ານພາສາລາວໄດ້

ໂທລະສັບມືຖື ທຸກຫນວ່ຍ ທີ່ຂາຍຢູ່ລາວ

ຕອ້ງຂຽນ ອ່ານພາສາລາວໄດ້

ເຫັນດີບໍ່

__________________
Anonymous

Date:

ເຫັນດີນຳ....ພາກສ່ວນທີ່ກ່ຽວຂ້ອງຕ້ອງເບິ່ງຄືນ

ບໍ່ແມ່ນຈະມາລົມກັນເປັນພາສາປະເທດອື່ນ ຄືປະເທດຕົນເອງບໍມີພາສາ

ໂດຍສະເພາະພາສາໄທ ຄວນ ຕັດອອກຈາກລະບົບຍິ່່ງເປັນການດີ ບໍ່ໄດ້ຊ່ວຍຫັຍໃຫ້ຄົນລາວສະຫລາດອກ ມີແຕ່ມັນຈະດຸຖູກຄົນລາວຕະຫລອດ

ທຸກຄົນຄວນມີນ້ຳໃຈຮັກຊາດ ຮັກພາສາຕົວເອງ ທີ່ບັນພະບຸລຸດໄດ້ສ້າງໄວ້...ຈົ່ງຫມັ້ນຍືນ, ຈົ່ງຫມັ້ນຍືນ,ຈົ່ງຫມັ້ນຍືນ

__________________
Anonymous

Date:

ຄົນລາວທັງຢູ່ໃນ ແລະຕ່າງປະເທດ ທີ່ເກັ່ງ ໄອທີ ກໍມີຫລາຍ ຊຽ່ວຊານດ້ານໄອທີ ລະດັບໂລກເດ ບໍ່ມີຄວາມສາມາດ ພໍທີ່ຈະເຮັດໃຫ້ມືຖື ໃຊ້ພາສາລາວໄດ້ບໍ່

ເຫັນດີທີ່ສຸດເລີຍ!!!

__________________
Anonymous

Date:

F.Y.I...ມີຜູ້ແນະນຳ ຫຼາຍເທື່ອແລ້ວ

ຖ້າໃຜ ມີໝູ່ ຫຼືຮູ້ຈັກຜູ້ໃດ ທີ່ຢາກຕິດຕັ້ງ

ວິທີຂຽນ-ວິທີອ່ານ ພາສາລາວ ໃນ cell phone (smart phone)

ກະລຸນາ ເຊີນໄປແວ່ Facebook ຂອງນາງ Lin Sam

ເພີ່ນມີວິທີ Download & Install ວິທີຂຽນ-ວິທີອ່ານ ພາສາລາວ...

ນີ້ແມ່ນFacebook ຂອງນາງLin Sam

__________________
Anonymous

Date:

ເປັນຫນ້າແປກຫລາຍ ໂທລະສັບ ທຸກລູ້ນ ສາມາດອ່ານຂຽນ ພິມພາສາໄທ ພາສາຈີນ ພາສາຫວຽດນາມໄດ້ ແລະທີ່ສຳຄັນ ແມ່ນມີພາສາ ອັງກິດພາສາແອັດສະປາຍໂຍນ, ບາດພາສາລາວ ທີ່ມີຜູ້ນຳ ປະເທດສະຫລາດສ່ອງໃສ ແທ້ໆ ບໍ່ມີ

ເປັນການດີທີ່ຈະສົ່ງເສີມ ໂທລະສັບ ຄອມພິວເຕີ້ ແລະ ສິ່ງພິມຕ່າງໆມີພາສາລາວ, ຍ້ອນຄົນໄທ ບາງກຸ່ມບາງພວກໂຈມຕີ ເວົ້າດູຖູກຢຽດຢາມຄົນລາວ ວ່າບໍມີພາສາ ໄປລັກເອົາພາສາເຂົາມາໄຊ້,

ເຊີດຫາໃນເນັດ ວ່າລາວໂງ່ ໄອ້ລາວ ລາວດ້ອຍພັດທະນາ ລາວຈົນ ອີສານໂງ່ເຫມືອນລາວ ຄົນເຫນືອໂງ່ເຫມືອນລາວ ຄວາຍລາວ ພວກລາວ ລາວວະ ເອົາຮູບທຸງຊາດລາວຕິດໃສ່ຂີ້, ເອົາຮູບຜູ້ນຳລາວ ຕັດຕໍ່ໃສ່ຮູບແນວບໍ່ດີ,

ເບິ່ງເຂົາດູຖູກ ດ່າຄົນລາວແທ້ດ່າວ່າ ຄົນລາວສົມຄວນມີຈິດໃຈ ຮັກຄວາມເປັນລາວ ສົ່ງເສີມຄົນລາວດ້ວຍກັນ.

ສະໄຫມສົງຄາມຖືກເຂົາເຜົາວຽງຈັນ ຂົນເອົາຄຳພີດີກາ ຫນັງສືຕ່າງໆໄປຢ່າງຫລວງຫລາຍ ເອົາພຣະພຸດທະຮູບ ເອົາເຄືອງຂອງ ຂ້າບັນພະບຸຣຸສລາວ ເອົາບັນພະບຸຣຸສໄປເປັນທາສ, ປະຈຸບັນ ມີຢູ່ໃນເມືອງໄທຢ່າງຫລວງຫລາຍ ບາງພວກກາຍເປັນລາວຫລົງ ຕົກໃນດິນພະມ້າ

ຈົນຄົນພົລະເມືອງໃນ ປະເທດຍັງເຫລື່ອສ່ວນຫນ້ອຍ, ຄົນເຊື້ອຊາດລາວສ່ວນຫລາຍແມ່ນຕົກຢູ່ໃນປະເທດໄທ ແລະ ຍ້ອນຄວາມຜ່າຍແພ້ສົງຄາມ ຈິ່ງຖືກເຂົາດູຖູກປະນາມຕ່າງໆນາໆ, ຄັນຄົນລາວບໍ່ສົ່ງເສິມພາສາລາວ ແລ້ວຊິໃຫ້ໄຜສົ່ງເສິມ.

ດີທີ່ຕັ້ງກະທູ້ລັກສະນະນີ້ຂຶ້ນ,

ຂະນາດຄົນອີສານ ເຂົາເປັນສັນຊາດໄທ ບາງຄົນ ເຂົາຍັງຕັ້ງຊື້ເພສ ຊື້ເວບມີຊື່ ລາວ ນຳຫນ້າຫລື ແນບທ້າຍ ຄົນລາວຢູ່ໃນປະເທດແທ້ໆ ຈົ່ງຂຽນພາສາລາວ ຫລືພາສາຄາຣາໂອເກະກະໄດ້ ອັງກິດເຂົາແຮງດີໃຈທີ່ເອົາພາສາເຂົາເຜີຍແຜ່ ເພື່ອກຽດປະເທດເຂົາ.

__________________
KonsavanHipHop

Date:

ຂ້ອຍວ່າໂທລະສັບມືບາຍ ນີ້ມັນຄວບຄຸມບໍ່ໄດ້ດອກ

ທີ່ຈະໃຫ້ມີພາສາລາວໝົດທຸກໜ່ວຍຫັ້ນ ເພາະວ່າຄົນເຮົາສ່ວນໃຫຍ່

ມັນມັກຂອງນອກ ກັນທັງນັ້ນ ຊື້ມາແຕ່ ອາເມລິກາ ອັອສເຕຣເລັຍ ອັງກິດ

ເປັນຕົ້ນ ແມ່ນດີ. ອັນນີ້ເຮັດໄດ້ຍາກ ແຕ່ບໍ່ຍາກຖ້າຈະເຮັດ

ຄົນໃດຈະເອົາມາແຕ່ນອກກໍ່ຕາມບໍ່ກ່ຽວ  ບໍ່ມີພາສາລາວບໍ່ເປັນຫຍັງ

ແຕ່ຖ້າຮ້ານໃດຂາຍ ມືບາຍໃນລາວຕ້ອງໃຫ້ມີພາສາລາວ

ອັນນີ້ພໍເຮັດໄດ້ ຂ້ອຍວ່າ

ແຕ່ວ່າຖ້າເຮັດໄດ້ຂ້ອຍກະດີໃຈນຳ ແລະເຫັນດີນຳທີ່ສຸດ

ທີ່ວ່າ ໂທລະສັບມືບາຍ ຖ້າຂາຍຢູ່ລາວຕ້ອງມີພາສາລາວນຳ

ຂ້ອຍເວົ້າ ມືບາຍ ນີ້ແມ່ນແນວຄິດຂອງຂ້ອຍເດີ ຢາກເວົ້າມືຖື ກໍ່ໄດ້

ແຕ່ຂ້ອຍມັກ ມືບາຍ ຫລາຍກວ່າ

__________________
Anonymous

Date:

Anonymous wrote:

F.Y.I...ມີຜູ້ແນະນຳ ຫຼາຍເທື່ອແລ້ວ

ຖ້າໃຜ ມີໝູ່ ຫຼືຮູ້ຈັກຜູ້ໃດ ທີ່ຢາກຕິດຕັ້ງ

ວິທີຂຽນ-ວິທີອ່ານ ພາສາລາວ ໃນ cell phone (smart phone)

ກະລຸນາ ເຊີນໄປແວ່ Facebook ຂອງນາງ Lin Sam

ເພີ່ນມີວິທີ Download & Install ວິທີຂຽນ-ວິທີອ່ານ ພາສາລາວ...

ນີ້ແມ່ນFacebook ຂອງນາງLin Sam

 ມັນບໍແມ່ນວ່າໃຜຢາກຕິດຕັ້ງແລວ້ໃຫ້ ດາວໂຫລດເອົາ ແຕ່ຕອ້ງໃຫ້ໂທລະສັບທຸກຫນວ່ຍທີ່ໃຊ້ກັນຢູ່ລາວ ຕອ້ງມີພາສາລາວ 

ແລະລັດຕອ້ງອອກລະບຽບກົດຫມາຍບັງຄັບຈົບດີ 

ຄິດເບິ່ງວ່າ ແຕ່ລະມື້ ຄົນລາວ ຕອ້ງສົ່ງ sms ຫາກັນ ແລະ ເຟສ ຫາກັນທໍ່ໃດ ໂດຍສະເພາະແມ່ນຊາວຫນຸ່ມ

ຖ້າປອ່ຍແບບນີ້ ກໍສຳ່ກັບບໍ່ມີເອກະລາດທາງດ້ານພາສາເລີຍ

ຄົນລາວກໍຂຽນແຕ່ພາສາໄທ ພາສາຄາລາໂອເກຫາກັນ

ແລະທົນຕໍ່ຄຳຫຍໍ້ຫຍັນຕໍ່ໄປ

__________________
Anonymous

Date:

Samsung ເດີ ມີພາສາລາວພ້ອມແຕ່ຕ້ອງເປັນAndroid 4.2 ຂຶ້ນໄປ ສະຫຼຸບແລ້ວ Samsung ລຸ້ນປີ 2013 ມາມີພາສາລາວ ແລະຄີບອດພາສາລາວມາພ້ອມ ສ່ວນ Android ຍີ່ຫໍ້ອື່ນບໍ່ແນ່ໃຈ ນອກນັ້ນ Window phone 8ກໍ່ມີຄືກັນ

__________________
Anonymous

Date:

Anonymous wrote:

ໂທລະສັບມືຖື ທຸກຫນວ່ຍ ທີ່ຂາຍຢູ່ລາວ

ຕອ້ງຂຽນ ອ່ານພາສາລາວໄດ້

ເຫັນດີບໍ່

 Laos has 7 m population. people who uses the cellphone is probably less than half?

let 's say if the number of mobile user about 4 millions, this  number is it small for mobile manufacturer to think about the market?? i think that the real number of cellphone users is still a little compared to another countries,in particular China or the country uses english or spanish.

the law can't control the overall import must be installed lao keyboard or software, because the law can't order the manufacture such as apple or sumsung to preduce the cellphone with Lao language.

there are 3 ways that the user can be able to use Lao laguage on cell phone

1. The manufacture itself install lao language due to the demand of consumers.

2. the cellphone opens the factory in Laos, which means the cellphone will install lao language automatically

3. To use a software or root the phone to allow to read lao and type lao, this way, many users use it now, but with some type of cellphone.

__________________
Anonymous

Date:

ຣັຖບານລາວສ້າງເວັບໄຊ phetsarath.gov.la ຂຶ້ນມາເພື່ອສົ່ງເສີມໃຫ້ຜູ່ໃຊ້ຄັອມແລະໃຊ້ມືຖື

ສາມາດໂຫຼດເອົາພາສາລາວເຂົ້າເຄື່ອງກໍ່ຄວນສ້າງເປັນພາສາກິດຄວບກັບພາສາລາວເພາະ

ຖ້າຄອມພິວເຕີຫຼືມືຖືທີ່ບໍ່ມີລາວ unicode ເຂົ້າໄປຈະເຫັນເປັນໂຕ 4 ລ່ຽມ.

ຖ້າພໍເປັນໄປໄດ້ ຢາກໃຫ້ເພິ່ນສ້າງແປ້ນພິມພາສາລາວສໍາລັບມືຖືແລະບອກວິທີຕິດຕັ້ງລະອຽດ

ແຕ່ກ່ອນຂ້ອຍກໍ່ໄປສຶກສາຈາກເວັບ laozaa ແຕ່ດຽວນີ້ເວັບດັ່ງກ່າວໄດ້ກາຍເປັນເວັບຈີນຊ່າ

ໄປແລ້ວ ເວັບ e-corner ຂອງລາວກໍ່ເອົາວິທີຕິດຕັ້ງແປ້ນພິມລາວໃສ່ມືຖືໄປເຊື່ອງ, ຖ້າໃຜຊອກ

ເຫັນຊ່ອຍເອົາມາລົງໃຫ້ບັນດາທ່ານທີ່ມີສະມາດໂຟນສຶກສາຍນໍາແດ່ ຂອບໃຈຫລາຍໆ.

__________________
ດຣ ຈອນ

Date:

 ອັນຈະພັດທະນາພາສາລາວໃສ່ນັ້ນຍ່ອມໄດ້ ແຕ່ລັດເພິ່ນບໍ່ສະໜັບສະໜູນ ສ້າງແຜນຂື້ນໄປຊົ່ວຊິອະນຸມັດ ກະເກືອບປີ ອະນຸມັດແລ້ວກະຖອນເງິນບໍ່ໄດ້ ເມື່ອຖອນເງິນໄດ້ກະຫາວ່າມັນແພງໂພດ ຖ້າຫາກຜ່ານໝົດທຸກຢ່າງພັດເຫຼືອໜ້ອຍດຽວໃຫ້ນັກໂປຣແກຣມເມີ ກະຄິດລອງເບິ່ງວ່າໃຜແດ່ຢາກເຮັດ ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຮັດ ໂປຣແກຣມເມີບໍ່ໄດ້ກິນເຂົ້າກັບອິນເຕີເນັດເດີ ຢ່າຟ້າວດ່າເຂົາຫຼາຍ ຖ້າລັດຖະບານສະໜັບສະໜູນເຕັມທີ່ ບໍ່ມີຫຍັງດອກທີ່ບໍ່ສາມາດເຮັດໄດ້ ເຖິງເຮັດບໍ່ໄດ້ເຂົາກະສຶກສາມາເຮັດໄດ້ 

__________________
Anonymous

Date:

ຂ້ອຍຍອມຮັບວ່າ IT ລາວມີຄວາມສາມາດສູງເໝືອນທ່ານ ດຣ. ຈອນ ເວົ້າມາຫັັ້ນລະ

ເພາະຂ້ອຍຮູ້ຈັກໃຊ້ Ubuntu ກໍ່ຍ້ອນໄດ້ສຶກສາຮໍ່າຮຽນນໍາໄອທີລາວຢູ່ເວັບລາວຊ່າ

ຖ້າມີບຸນວາດສະໜາໄດ້ກັບໄປຢາມບ້ານ ຈະຂໍລ້ຽງເຝີທ່ານ au8ust ຈັກເຄິ່ງຖ້ວຍ.

biggrin

__________________
Anonymous

Date:

Again, Lao people are trying to ask for something inefficient in the economic sense.

The reason why they do not put Lao language in mobile is simply because it's not worth doing so.

Few millions users with lower than world average income would have not much purchasing power. Moreover, Lao people "get used to the less variety of products" comparing to their richer neighbors. So they tend not to choose that much. As a result the producer will have no incentive to put Lao language in the mobile "because they don't care YOU." In other words your purchases dont add significant value to their companies.

Remember, the business decision making is relied on the capitalist, not the socialist. So they don't care how much you love your country. They just care about the profit. By forcing the producers to put your language in it means that you are distorting the market which at the end will create losses in welfare(just like Lao gov always intervene the market and always create failure). This is obviously not a desirable outcome. You should learn to get out from your perfect socialist world and learn how to live in Capitalist world more.

__________________
ດຣ ຈອນ

Date:

Anonymous wrote:

ຂ້ອຍຍອມຮັບວ່າ IT ລາວມີຄວາມສາມາດສູງເໝືອນທ່ານ ດຣ. ຈອນ ເວົ້າມາຫັັ້ນລະ

ເພາະຂ້ອຍຮູ້ຈັກໃຊ້ Ubuntu ກໍ່ຍ້ອນໄດ້ສຶກສາຮໍ່າຮຽນນໍາໄອທີລາວຢູ່ເວັບລາວຊ່າ

ຖ້າມີບຸນວາດສະໜາໄດ້ກັບໄປຢາມບ້ານ ຈະຂໍລ້ຽງເຝີທ່ານ au8ust ຈັກເຄິ່ງຖ້ວຍ.

biggrin

  ເອົາເຝີ ໂກລ ເດີທ່ານ ຮາໆໆໆ ຜູ້ເກັ່ງກະຫຼາຍ ຜູ້ຈົບມາແຕ່ຕ່າງປະເທດກະມີແຕ່ຜູ້ເກັ່ງໆ ກະໄດ້ຍິນເຂົາຈົ່ມຢູ່ວ່າ ຈົບມາແລ້ວ ບໍ່ມີທຶນສະໜັບສະໜູນການຄົ້ນຄ້ວາ ບໍ່ຮອດຫ້າປີກະລືມໝົດລະ ເພາະບໍ່ໄດ້ຄົ້ນຄ້ວາວ່າຊັນ.

__________________
Anonymous

Date:

ສຳຫລັບຂ້ານອ້ຍ ໄອໂຟນ ເອົາໄວ້ອ່ານແລະຂຽນຄຳເຫັນ

ສວ່ນເວລາໂທ ແມ່ນໃຊ້ໂນເກັຍທີ່ມີປຸ່ມ ຍອ້ນງ່າຍ ໃຊ້ມືດຽວບີບປຸ່ມເລີຍ ໂດຍສະເພາະເວລາຂັບລົດເດີ 

ດັ່ງນັ້ນ ຄວນມີປຸ່ມພາສາລາວ ສຳຫລັບທຸກຍີ່ຫໍ້

ຖ້າ ຍີ່ຫໍ້ໃດບຊ່ມີ ບໍ່ຕອ້ງໃຫ້ຂາຍ

ແລວ້ຢູ່ເຟສບຸກ ກໍຈະບໍ່ມີຄົນຂຽນພາສາໄທອີກ

ລັດຫລືກະຊວງກຽ່ວຂອ້ງຄວນຮີບຮອ້ນເລື້ອງນີ້ ບໍ່ຕອ້ງປອ່ຍ ແລະແກ່ຍາວຕໍ່ໄປ

__________________
Anonymous

Date:

ບາງຄຳເຫັນກະຄິດໄດ້ເນາະແບບນັ້ນໂທລະສັບລຸ້ນໃດບໍ່ມີພາສາລາວແລ້ວບໍ່ໃຫ້ຂາຍ

ຖ້າເປັນແບບນັ້ນກະກັບໄປສູ່ໂລກໄຮ້ເທັກໂນໂລຍີ່ເລີຍສາ ຖ້າຄົນຄິດໄດ້ເທົ່ານີ້ເທັກໂນໂລຍີ່ຄົງ

ບໍ່ພັດທະນາມາໄກຂະຫນາດນີ້ ການຄ້າຂາຍ ທຸລະກິດຕ່າງๆກໍ່ຄົງບໍ່ຂະຫຍາຍຕົວເທົ່າທຸກມື້ນີ້

ຄິດບໍ່ວ່າ ແອບເປີ້ນ ຊັບຊຸງ ມັນຊິງໍ້ຕະຫລາດຜູ້ບໍລິໂພກນ້ອຍๆເທົ່າປະເທດລາວ ຢ່າລືມເດີວ່າປະເທດລາວ

ບໍ່ໄດ້ມີອິດທິພົນຕໍ່ເສດຖະກິດໂລກ ຫລື ເອເຊຍ ສາດ້ວຍຊ້ຳ

ທາງທີ່ດີສະເຫນີລັດຖະບານ ໃຫ້ສ້າງແລະພັດທະນາ ເທັກໂນໂລຢີຂອງຕົນຂື້ນມາແຂ່ງກັບເຂົາໂລດ

ຢ່າຟາງແຕ່ໄປຕັດໄມ້ ກັບຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງດຽວ.

__________________
Anonymous

Date:

ລັດເພິ່ນບໍ່ໄດ້ຄິດເຖິງບັນຫານີ້ເທື່ອ

ມີແຕ່ໂກຍ, ໂກຍ ແລະໂກຍ...!

__________________
Anonymous

Date:

2eknafb.jpg

__________________
Anonymous

Date:

ໄດ້ຍິນເຂົາເວົ້າກັນຢູ່ຫ້ອງສາຍສໍາພັນໄມຕຣີຈິດຟຣີທ໋ອກແອນມິວສິກ

ເຂົາວ່າລັດຖະບານລາວສັ່ງນັກເຈາະ(hackers)ເຈາະຄັອມພວກນັກຕໍ່

ສູ້ເພື່ອປະຊາທິປະໄຕໃນລາວຫລາຍຮ້ອຍເຄື່ອງແລ້ວ, ແມ່ນແທ້ບໍທ້າວ

luffy?

__________________
Anonymous

Date:

ຕາມທີ່ຂອ້ຍໄດ້ເຫັນເພີ່ນຂຽນ Science & Technology ເປັນພາສາລາວຄືດັ່ງນີ້ ວິທະຍາສາດ ແລະ ເທັກໂນໂລຊີແຕກຕ່າງຈາກສາກົນອີກຊໍ້າເພາະວ່າລາວເຮົາໄຊ້ເທັກໂນໂລຊີບໍ່ແມ່ນເທ້ກໂນໂລຈີມັນຈິ່ງບໍ່ສາມາດອ່ານພາສາລາວບໍ່ໄດ້ຢູ່ໃນໂທລະສັບມືຖື. ແມ່ນບໍ???

__________________
Anonymous

Date:

Anonymous wrote:

ໂທລະສັບມືຖື ທຸກຫນວ່ຍ ທີ່ຂາຍຢູ່ລາວ

ຕອ້ງຂຽນ ອ່ານພາສາລາວໄດ້

ເຫັນດີບໍ່

 10000 percent Agree DUDE...

So we have to ask our Technology department Why can we have all the mobile phones that sell in LAOS Kien Pasalao ?

__________________
Anonymous

Date:

ຂ້ອຍໄດ້ຍິນທ່ານອະນຸສັກ ວິພາວັນ ໃຫ້ສໍາພາດກັບນັກຂ່າວ Vientianetime ວ່າ ລັດຖະບານລາວ

ໄດ້ສ້າງຕົວອັກສອນເພັດຊະລາດ ແລະ ແປ້ນພິມພາສາລາວຂຶ້ນມາໃຊ້ກັບມືຖືທຸກຮຸ່ນທຸກຍີ່ຫໍ້ຕັ້ງແຕ່

ປີ 2011 ພຸ້ນນະ, ທ່ານໃດ໋ຕ້ອງການຄວາມຊ່ອຍເຫຼືອໃນການຕັ້ງຄ່າ ກໍ່ເຂົ້າໄປຫາເພິ່ນຢູ່ຫ້ອງການ

ICT ເພິ່ນຍິນດີຊ່ອຍທ່ານຢ່າງສຸດໃຈ.

__________________
Anonymous

Date:

ແຕ່ລະມື້ ຄົນລາວຕອ້ງໃຊ້ພາສາໄທຂຽນຂໍ້ຄວາມແລະເຟສບຸກຫາກັນທາງໂທລະສັບ

ນີ້ບໍ່ແມ່ນ ປາກົດການຫຍໍ້ທໍ້ທາງສັງຄົມແລະວັດທະນະທະແດ່ຫວາ

ທັງໆທີ່ ມີຄວາມສາມາດພໍເຮັດເປັນພາສາລາວໄດ້ 

ຄວນພິຈາລະນາ

ບໍ່ແມ່ນສີປອ່ຍໃຫ້ເຂົາດ່າຫຍໍ້ຫຍັນວ່າ ອາຍເວົ້າພາສາລາວ

__________________
Anonymous

Date:

ผมเชื่อว่าคนไทยส่วนใหญ่ ไม่ได้คิด เยาะเย้ย หรือคิดว่า คนลาวอายที่จะใช้ภาษาตัวเองหรอกครับ (เข้าใจในข้อจำกัดของอุปกรณ์ /ธุรกิจ)และรู้สึกยินดีด้วยซ้ำที่เพื่อนบ้านเรียนรู้ภาษาไทย สามารถนำอักษรไทยไปปรับใช้ประโยชน์ในการสื่อสารได้

เพียงแต่ ประโยคที่ว่า คนลาวอายภาษาตัวเอง มันเกิดขึ้นต่อเนื่องจากเหตุการณ์ที่ช่อง 7 เสนอข่าวภาษาลาวผิดพลาด ซึ่งคนไทยมองว่าเขาไม่ได้ตั้งใจ และช่องได้ขอโทษแล้ว แต่ก็ยังมีคนลาวบางกลุ่ม เข้าไปต่อว่าในเพจ ช่อง 7 และลามไปถึงการเมือง พระมหากษัตริย์  โดยที่ใช้ตัวอักษรไทยในการเขียน

จึงเริ่มมีบางคนตอบโต้ ว่าถ้าไทยไม่ดีแล้วมาใช้ภาษาไทยทำไม ให้คนลาวไปใช้ภาษาลาวเอง  เพราะต้องยอมรับว่าคนไทยก็มีคนหลายกลุ่ม หลายความคิด หลายระดับการควบคุมอารมณ์

เย้ยหยันกันไปมา จนเกิดเป็นวลีว่า คนลาวอายภาษาตัวเอง นี่หละครับ แต่ที่จริงคนไทยส่วนใหญ่ไม่ได้รู้สึกอย่างนั้นหรอก คุณก็เพิ่งจะมาได้เห็นคำเหล่านั้นก็ในช่วงนี้ใช่ไหมล่ะครับ เพราะคนลาวก็ใช้อักษรไทยสื่อสารกันมาทางมือถือ เฟสบุคตั้งนานแล้ว  เพียงแต่พอคนด่ากัน ต่างคนต่างก็หาจุดอ่อนของอีกฝ่ายมาพูด  เลยไม่จบเสียที

แต่ส่วนหนึ่งจากเหตุการณ์เหล่านั้น ทำให้ผมเริ่มหัดอ่านภาษาลาว และมารู้จักเว็บนี้นี่หละครับ  แต่มีวัตถุประสงค์เพื่อจะช่วยชี้แจงทำความเข้าใจที่ดีต่อกัน ไม่อยากให้มีการว่ากันไปมาน่ะครับ ตอนนี้อ่านได้เกิน 70%ล่ะ

__________________
Anonymous

Date:

ເລື່ອງໄທປະນາມດູຖູກຢຽດຢາມລາວ ມັນບໍແມ່ນເປັນແຕ່ພຽງມື້ສອງ ຫລືເປັນຍ້ອນສະຖານີໂທລະພາບຊ່ອງ 7 ສີດອກ ມັນມີມາແຕ່ດຶກດຳບັນແລ້ວ ສະໄຫມເຂົາຍຶດ ຈູດເຜົາເມືອງວຽງຈັນຮາບຄາບ ແລະ ເອົາຄົນລາວໄປສ້າງ ຫໍພະຣາຊະວັງ ຂຸດຄອງແສນແສບ ສ້າງເມືອງບາງກອກ, ຍືດເອົາດີນລາວໃນເຂດພາກອີສານຂອງໄທ ດ້ວຍໄຊຊະນະອັນເດັດຂາດສະໄຫມນັ້ນ ລາວບໍມີຫຍັງໄປຕໍ່ລອງກັບໄທເລີຍແມ່ນແຕ່ນ້ອຍ ກະສັດທີ່ອົງອາດກ້າຫານລາວ ເຊື້ອກະສັດຖືກດັບສູນ ສະໄຫມນັ້ ວັດທະນະທຳ ຮີດຄອງຖືກທຳລາຍຢ່າງຫລວງຫລາຍ ຄຳພີດີກາ ສະຫຍາມຫອບຈ້ອງ ເປັນສິບກວ່າໂຕຊ້າງຕ່າງໃສ່ແຢ່ງລົງໄປບາງກອກ ມີບາງໂຕຊ້າງກໍໄປຮອດແຕຍະໂສທອນ ຍ້ອນມັນຫນັກຫລາຍ. ໄທເລີຍໄດ້ດື້ມ ດູຫມິ່ນລາວມາຕະຫລອດ.

ແຕ່ສະໄຫມເຈົ້າໄຊເຊດຖາທິລາດ ທີ່ເປັນກະສັດລາວມີບົດບາດ ສ້າງພຣະອົງຕື  ຢູ່ວັດອົງຕື້ ພະອົງຕື້ ຢູ່ຝາກຂອງຫນອງຄາຍ ພະອົງຕື້ ຢູ່ອຸບົນ, ສ້າງພະສຸກ ພະເສິມ ຢູ່ວັດປະທຸມຄົງຄາລາມບາງກອກ ພ້ອມດ້ວຍ ພະແສນມະຫາໄຊ ເອົາໄປຈາກເມືອງມະຫາໄຊ ແຂວງຄຳມ່ວນ, ສ້າງຫໍພະແກ້ວ ສ້າງທາດຫລວງ, ກະສັດໄທຍັງໃຫ້ກຽດສ້າງ ພະທາດສີສອງຮັກ ຢູ່ຕຳບົນສີສອງຮັກ ເມືອງດ່ານຊ້າຍ ແຂວງເລີຍ.ປະເທດໄທ. ຍັງໄດ້ໃຫ້ສັນຍາກັນກັບກະສັດເສິກຂອງສະຫຍາມ ສ້າງທາດສີສອງຮັກເພື່ອຜູກສຳພັນ ບໍ່ຮຸກຮານບຽດບຽນກັນ ກິນນ້ຳສາບານ ຫ້າມບຽດບຽນ ຕ້ານເສິກພະມ້າ ບ່ໃຫ້ຮູກຮານ ຍາດແຍ່ງເອົາດິນແດນ ຂອງປະເທດດິນແດນ ໃນເຂດປົກຄອງຂອງກັນແລະກັນ, ຍັງໄດ້ດີື່ມນ້ຳສາບານ ກັນວ່າຫ້າມຮູກຮານບຽດບຽນ ຖ້າໄຜບຽດບຽນໄຜ ໃຫ້ບ້ານເມືອງເກີດເສີກຂ້າກັນເອງ ໃຫ້ບ້ານເມືອງເກີດຄວາມວຸ້ນວາຍຈິບຫາຍບໍ່ແລ້ວບໍ່ທົ່ວ. ສະແດງວ່າຍຸກບຸຮານສັກສີຂອງ ປະເທດລາວໂດດເດັ່ນ ກະສັດສະຫຍາມຈັງໄດ້ເກງກົວ ແລະ ເປັນທີ່ເພິ່ງກັນໄດ້.

ບາດນີ້ມາເວົ້າເລື່ອງ ຄົນລາວໄຊ້ ພາສາໄທ ເປັນເຄືອງມື້ສື່ສານຕ່າງໆ ຕ້ອງຍອມຮັບວ່າ ລັດຖະບານປະຊາຊົນເຂົາເກ່ັງເຂົາມີຫົວຄິດ ມີວິໃສທັດ ຖ້າທຽບກັບ ສາມປະເທດໄກ້ຄຽງ ລາວ ຂະເຫມນ ພະມ້າ ແລະໄທ ແລ້ວ ແມ່ນໄທເປັນຫົວຫນ້າໃນການສົ່ງສິນຄ້າ ໃນການເປັນຜູ້ມີເສດຖະກິດດີ່ກ່ອນມີເຄືອງມືທັນສະໄຫມ ມີເຕັກໂນໂລຊີ, ທີ່ສາກົນໃຫ້ການຍອມຮັບ. ເຄືອງມືຕ່າງໆ ຂອງໄທແມ່ນມີຄຸນນະພາບດີ ມີພາສາໄທລົງໃນໂທລະສັບ ລົງໃນຄອມໂນດບຸກ ໄອໂຟນ ໄອແພັດ. ແລະອື່ນໆ ຍ້ອນເຂົາມີຫົວຄິດຍ້ອນພົນລະເມືອງເຂົາຫລາຍ ຍ້ອນເດີນຕາມແນວທາງຂອງປະເທດ ທຶນນິຍົມ ມີສະຫະລັດ ເປັນຜູ້ຊີ້ນຳດ້ານເສດຖະກິດ ມີນັກລົງທຶນຍີ່ປຸ່ນ ແລະປະເທດທຶນນິຍົມຊ່ອຍເຫລືອດ້ານເຕັກໂນໂລຊີ ຕ່າງໆ.

ພວກປະເທດລາວ ຂະເຫມນ ພະມ້າ ບາງສ່ວນ ທີ່ຮຸ້ພາສາໄທ ກະພິມພາສາໄທໄປເລີຍ ເປັນຕົ້ນແມ່ນຄົນລາວ ທີ່ມີພາສາຄ້າຍຄຽງກັບໄທ ຫລາຍທີສຸດ. ແລະອີກຢ່າງກຳລັງຊື້ຂອງຄົນລາວມີຫນ້ອຍ ແມ່ນໄຜລະຊິລົງໂປແກມເປັນພາສາລາວ ຄັນຄົນລາວບໍສະເຫນີແນະ ຕລາດລາວກວ້າງຂວາງພຽງໄດ ນັກພັດທະນະດ້ານຊອບແວລາວ ຄົນລາວມີອຳນາດພຽງໄດທີຈະສະບັງຄັບໃຫ້ ເຄືອງສື່ສານຕ່າງໆ ຕ້ອງລົງພາສາລາວ. ມັນຫຼາຍໆສາເຫດ.

ອັນເລື່ອງ ທີ່ພິມພາສາໄທ ຄັນເວົ້າເລື່ອງ ຫລັກສາກົນເຂົາລະແມ່ນໄທ ໄດ້ປຽບໄດ້ຫນ້າ ລາວໄປຍົກສູງຄຸນຄ່າພາສາໄທ ໄທມີອິດທິພົນ ລາວຊ່ອຍເຜີຍແຜ່ພາສາໄທ ລາວຍົກສູງພາສາໄທ ຊ່ອຍຄົນໄທ ຄັນເວົ້າຕາມຫລັກສາກົນ ຫົວເມືອງຂຶ້ນດ້ານອັກສອນແລ້ວ ຄົນໄທມີແຕ່ໄດ້ປຽບທັ້ງນັ້ນ. ເປັນຫຍັງເຂົາຈັງໂຈມຕີ ທັງທີ່ສົມຄວນຊິຍ້ອງຍໍ ແລະສົ່ງເສິມໃຫ້ຄົນລາວພິມພາສາໄທຊ້ຳ ແຕ່ຄົນໄທ ຄຶດບໍ່ເຖິງ ຍັງໂງ່ງ່າວ, ຍ້ອນປະເທດອື່ນຍົກສູງອັກສອນຕົວເອງ ນຳໃຊ້ອັກສອນຕົວເອງທັງໆທີ່ ຊິຂອບໃຈ ມັນຊ້ຳມາປະນາມຊ້ຳ

ໃນນາມສ່ວນຕົວດີແລ້ວ ລະທີ່ເຂົາປະນາມ ຈັ່ງເຮັດໃຫ້ຄົນລາວ ຫັນມາໃຫ້ຄວາມສຳຄັນພາສາຕົວອງຫລາຍຍິ່ງຂື້ນ

ບອກຕົງໆຕົວເອງນີ້ ທີພິມນີ້ ພາສາໄທ ບໍໄດ້ເຂົ້າຮຽນຈັກຫ້ອງແຕ່ພິມຂຽນໄດ້ພາສາໄທ, ແລະເມືອເຫັນຄົນໄທເບິ່ງຄົນລາວຕຳໃນສາຍຕາ ຮອດບໍຢາກພິມຊ້ຳຫນ້າ ຄອມກະຫາພາສາລາວມາລົງ ບາງເທືອຄົນໄທລົມນຳ ກະຍັງແກ້ງວ່າເວົ້າບໍເປັນຊ້ຳຫນາ

ບໍແມ່ນລັງກຽດດອກ, ຍ້ອນບໍຢາກໃຫ້ຄົນໄທເອງດູຖູກຢຽດຢຽມ ແລະ ຄິດວ່າພາສາເຮົາກະມີ ພາສາອັງກິດກະມີ ຂຽນພາສາຄາຣາໂອເກະກະໄດ້ ອັງກິດຝລັ່ງເຂົາ ແຮງດີໃຈທີ່ໄປສົ່ງເສີມພາສາເຂົາ ຊ່ອຍຍົກສູງພາສາຂອງເຂົາເຈົ້າ ຈົນກາຍເປັນພາສາສາກົນ ສ່ວນປະເທດຄວາມຄິດຢູ່ໃນກະລາ ໃຫ້ມັນດູຖຸກລົງໄປ ຄົນລາວກະຄວນມີໃຈແດ່ ພາສາຕົວເອງກະມີ ພາສາຄາຣາໂອເກະກະມີພິມລົງໄປ. ຫລືມັກຫວາເຂົາດ່າເຂົາດູຖຸກນະ ຄົນລາວໃຫ້ມີໃຈຄືເຈົ້າອານຸແດ່ ເພິ່ນຕາຍທໍລະມານສຳໄດ ຖືກຂັງໃນກົງຫມາ ຂໍທານກິນ ຖືກຕາກແດນ ຖືກຕັດແຂນຕັດຂາ ຈົນຕາຍ. ເປັນຄົນລາວຈົ່ງພູມໃຈໃນຄວາມເປັນລາວ ພູມໃຈໃນພາສາລາວ.

__________________
Anonymous

Date:

Anonymous wrote:

ผมเชื่อว่าคนไทยส่วนใหญ่ ไม่ได้คิด เยาะเย้ย หรือคิดว่า คนลาวอายที่จะใช้ภาษาตัวเองหรอกครับ (เข้าใจในข้อจำกัดของอุปกรณ์ /ธุรกิจ)และรู้สึกยินดีด้วยซ้ำที่เพื่อนบ้านเรียนรู้ภาษาไทย สามารถนำอักษรไทยไปปรับใช้ประโยชน์ในการสื่อสารได้

เพียงแต่ ประโยคที่ว่า คนลาวอายภาษาตัวเอง มันเกิดขึ้นต่อเนื่องจากเหตุการณ์ที่ช่อง 7 เสนอข่าวภาษาลาวผิดพลาด ซึ่งคนไทยมองว่าเขาไม่ได้ตั้งใจ และช่องได้ขอโทษแล้ว แต่ก็ยังมีคนลาวบางกลุ่ม เข้าไปต่อว่าในเพจ ช่อง 7 และลามไปถึงการเมือง พระมหากษัตริย์  โดยที่ใช้ตัวอักษรไทยในการเขียน

จึงเริ่มมีบางคนตอบโต้ ว่าถ้าไทยไม่ดีแล้วมาใช้ภาษาไทยทำไม ให้คนลาวไปใช้ภาษาลาวเอง  เพราะต้องยอมรับว่าคนไทยก็มีคนหลายกลุ่ม หลายความคิด หลายระดับการควบคุมอารมณ์

เย้ยหยันกันไปมา จนเกิดเป็นวลีว่า คนลาวอายภาษาตัวเอง นี่หละครับ แต่ที่จริงคนไทยส่วนใหญ่ไม่ได้รู้สึกอย่างนั้นหรอก คุณก็เพิ่งจะมาได้เห็นคำเหล่านั้นก็ในช่วงนี้ใช่ไหมล่ะครับ เพราะคนลาวก็ใช้อักษรไทยสื่อสารกันมาทางมือถือ เฟสบุคตั้งนานแล้ว  เพียงแต่พอคนด่ากัน ต่างคนต่างก็หาจุดอ่อนของอีกฝ่ายมาพูด  เลยไม่จบเสียที

แต่ส่วนหนึ่งจากเหตุการณ์เหล่านั้น ทำให้ผมเริ่มหัดอ่านภาษาลาว และมารู้จักเว็บนี้นี่หละครับ  แต่มีวัตถุประสงค์เพื่อจะช่วยชี้แจงทำความเข้าใจที่ดีต่อกัน ไม่อยากให้มีการว่ากันไปมาน่ะครับ ตอนนี้อ่านได้เกิน 70%ล่ะ

 ถ้าศึกษาเรื่องนี้ให้ลึกกว่านี้จะรู้ว่าปัญหามันลึกและมีหลากมิติมากกว่าที่คุณคิดเยอะมากครับ

พอจะทราบครับ ว่าความสัมพันธ์ ความรู้สึกระหว่างลาว-ไทย มันลึกและหลากมิติ

แต่กรณีนี้ ผมต้องการอธิบายเจาะจงไปที่ เหตุและผล ที่มาของวลี คนลาวอายภาษาตัวเอง ซึ่งผมเห็นว่าหลายคนในกระทู้นี้พูดถึง

และมันคงเป็นเหตุที่ทำให้คนลาวเขารู้สึกว่า โทรศัพท์มือถือลาวต้องเขียน อ่านภาษาลาวได้

แค่นี้ก็เขียนไปซะเกือบครึ่งหน้าเข้าไปแล้วนะค้าบ

__________________
Anonymous

Date:

Anonymous wrote:

ໂທລະສັບມືຖື ທຸກຫນວ່ຍ ທີ່ຂາຍຢູ່ລາວ

ຕອ້ງຂຽນ ອ່ານພາສາລາວໄດ້

ເຫັນດີບໍ່

 Samsung Galaxy Grant ທຸກໜ່ວຍສາມາດອ່ານແລະພິມພາສາລາວໄດ້ເພາະທ່ານ ອາລຸນເດດ ສຸວັນນະວົງ

ສັ່ງບໍຣິສັດແຊມຊຸງໃຫ້ເຮັດເປັນພາສາລາວຖ້າຢາກຂາຍຢູ່ໃນປະເທດລາວ.

ຕົວແທນຝ່າຍຂາຍຂອງບໍຣິສັດອື່ນຄວນເອົາເປັນແບບຢ່າງ.

 ຫຼັກໆແລ້ວ ມັນກະຂຶ້ນກັບ ຄວາມສຳຄັນຂອງພາສາລາວທີ່ມີຕໍ່ຜູ້ຜະລິດ, ປະຊາກອນທີ່ຊົມໃຊ້ມືຖືຫຼາຍປານໃດ, ກຸ້ມຄ່າທີ່ຈະລົງໂປແກມພາສານີ້ບໍ ? ອັນສິໄປບັງຄັບໃຫ້ບໍລິສັດຜູ້ຈຳໜ່າຍໃນປະເທດລາວເຮັດໃຫ້ນັ້ນ ກໍຊ່ຳກັບວ່າໄປໃຫ້ເຂົາເພິ່ມລາຍຈ່າຍໃຫ້ບໍລິສັດເຂົາ ແລ້ວກະມາລົງທີ່ຜູ້ຊົມໃຊ້ ຕ້ອງໄດ້ຊື້ແພງກວ່າ ແລ້ວສັງຄົມລາວພ້ອມແລ້ວບໍທີ່ຈະຈ່າຍເພີ່ມ ເອົາເປັນວ່າ 20-25 % ? ອິອິ ໆ !!

ສຳລັບຂ້ອຍກະບໍ່ຮ້ອນບໍ່ໜາວດອກ ! ເພາະຂ້ອຍຄົນບ້ານນອກ ບໍ່ໄດ້ສົ່ງ ຂໍ້ຄວາມໃຫ້ໃຜ ດົນໆໄປກະລືມຮອດວິທີໃຊ້ ລູກຫຼານກະວ່າ " ອີ່ພໍ່ນີ້ ໂງ່ !! " ຊັ້ນລາລ່າ !

ຂະຫນາດ 3ຈີ 4ຈີ ຍັງສາມາດລຳ້ຫນ້າປະເທດອື່ນໄດ້

ເປັນຫຍັງ ພາສາລາວລ້າໆ ຈຶ່ງລົງໃສ່ມືຖືບໍ່ໄດ້ເດ

ມັນກໍຄືລົງໃສ່ຄອມນັ້ນແລວ້ 

ເປັນຍອ້ນຄົນເຮົາເອງຖືເບົາ

ຖ້າເຮັດບໍ່ໄດ້ ກໍຄວນ ພິຈາລະນາຕົວເອງສາ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard