Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຖືກຮັບກຽດໃຫ້ຈັດກອງປະຊຸມພັດທະນາຊົນນະບົດອາຊຽນ
Anonymous

Date:
ລາວຖືກຮັບກຽດໃຫ້ຈັດກອງປະຊຸມພັດທະນາຊົນນະບົດອາຊຽນ


ໄດ້ຍິນຂ່າວວ່າທ່ານບຸນເຮືອງ ດວງພະຈັນ ໄດ້ຈັດກອງປະຊຸມປຶກສາຫາລືແລະກະກຽມກອງປະຊຸມລັດຖະມົນຕີ

ພັດທະນາຊົນນະບົດອາຊຽນຊຶ່ງຈະໄດ້ຈັດຂຶ້ນໃນປີ 2015 ເຊິ່ງມີເປົ້າໝາຍໃນການຍົກສູງຊີວິດການເປັນຢູ່ຂອງ

ປະຊາຊົນໃນເຂດຊົນນະບົດໃຫ້ມີການດໍາລົງຊີວິດແບບມີສະຫວັດດີພາບ ປາສະຈາກຄວາມທຸກຍາກອຶດຫິວ

ເພື່ອແນໃສ່ລົບລ້າງຄວາມແຕກໂຕນໃນບັນດາປະເທດສະມາຊິກອາຊຽນດ້ວຍກັນຕາມຄໍາສະເໜີຂອງທ່ານທອງສິງ

ທີ່ໄດ້ກ່າວໃນຫ້ອງສົນທະນາເສດຖະກິດໂລກທີ່ໄດ້ຈັດຂຶ້ນໃນປີ 2009 ທີ່ບາງກອກ ປະເທດໄທ.

ເປັນຫຍັງ ລັດຖະບານລາວຈຶ່ງໄດ້ມອບໃຫ້ກະຊວງກະສິກໍາ-ປ່າໄມ້ເປັນຜູ່ດໍາເນີນງານການພັດທະນາເພື່ອລົບລ້າງ

ຄວາມທຸກຍາກຂອງປະຊາຊົນໃນເຂດຊົນນະບົດ?

20140123144723.jpg



__________________
Anonymous

Date:
RE: ລາວຖືກຮັບກຽດໃຫ້ຈັດກອງປະຊຸມພັດທະນາຊົນນະບົດອາຊຽນ


ສົງໃສຕ່າງປະເທດຢາກມາເບິ່ງ ແລະ ຖອດຖອນບົດຮຽນນຳກ່ຽວກັບວິທີ

ໄຊ້ກຳລັງທະຫານເຂົ້າຍຶດດິນປະຊາຊົນໄປໃຫ້ນາຍທຶນຕ່າງດ້າວ.



__________________


Senior Member

Status: Offline
Posts: 268
Date:

ອອຍ ພະນັກງານຊິທຸກອີກແຫຼະເນາະ ເອົາເງິນໄປຈັດກອງປະຊຸມອີກລະ

__________________
Anonymous

Date:

ທໍາມະດາ ຕັ້ງເຕົາຢູ່ບ້ານໃດເປືອງໄຟບ້ານນັ້ນ. ບັນດາປະເທດສະມາຊິກອາຊຽນຈະຊ່ອຍ

ຄົງຈະບໍ່ໄດ້ເອົາເງິນພາສີຂອງປະຊາຊົນໄປຈ່າຍຫລາຍເທົ່າໃດດອກ.



__________________
Anonymous

Date:

ຕາຍ! ລັດຖະບານສິບໍ່ໄດ້ລົງທຶນຊື້ລົດເບັນໄວ້ເປັນສິບຄັນອີກຫວາ?

ປຸກຫໍປະຊຸມໃໝ່ ສ້າງຫໍພັກຮັບແຂກບ້ານແຂກເມືອງໃໝ່ ຢ່າໃຫ້

ເສຍໜ້າປະເທດເຮົາເດີ້ທ່ານຜູ້ນຳ ອັນເລື່ອງທຶນເລື່ອງຮອນນັ້ນພໍ

ຢືມກໍຢືມຫະຢືມຮານໄປໂລດ ມີໄຊ້ກໍໄຊ້ໄປອັນໜີ້ນັ້ນ ບໍ່ມີກໍບໍ່ຕ້ອງ

ໄຊ້ ບອກເຈົ້າໜີ້ເຂົ້າມາຕັດເອົາໄມ້ໄປຄືເກົ່ານັ້ນໂລດ ປ່າໄມ້ຍັງເຫັນ

ເປັນຫຍ່ອມສອງຫຍ່ອມຢູ່ ແລະຜາທໍ້ໜໍ່ຄຳກໍຍັງຕັ້ງໂຈ້ໂກ້ຢູ່ເຖິງວ່າ

ບໍ່ເຊໂປນແລະພູເບ້ຍເຫືອດແຫ້ງໄປແລ້ວກໍດີ. ເຂື້ອນໄຟຟ້າສົ່ງໄຟ

ໄປຂາຍໃຫ້ຕ່າງປະເທດກໍຍັງມີຢູ່ຕັ້ງ 30 ກ່ວາແຫ່ງ ຈັກໜ້ອຍເຂື່ອນ

ຜາມອງນ້ຳຂອງສ້າງແລ້ວກໍຈະ ເຢັນສະບາຍເຢັນສະບາຍຊາວລາວ

ແຕ່ ຢ່າຮ້ອນຈະຕາຍຮ້ອນຈະຕາຍຊາວລາວ  ຕອນກັບໄປຊື້ໄຟຟ້າ

ທີ່ຜະຫລິດໃນປະເທດຕົນເອງຈາກປະເທດໄທແລະວຽດນາມຄືນເດີ້.



__________________
Anonymous

Date:

Anonymous wrote:

ທໍາມະດາ ຕັ້ງເຕົາຢູ່ບ້ານໃດເປືອງໄຟບ້ານນັ້ນ. ບັນດາປະເທດສະມາຊິກອາຊຽນຈະຊ່ອຍ

ຄົງຈະບໍ່ໄດ້ເອົາເງິນພາສີຂອງປະຊາຊົນໄປຈ່າຍຫລາຍເທົ່າໃດດອກ.


 ຈັດກອງປະຊຸມທຸກຄັ້ງ ກໍມີການຊ່ວຍເຫຼືອຈາກຕ່າງປະເທດ ແຕ່ບໍ່ຮູ້ວ່າເງິນທີ່ຊ່ວຍນັ້ນໄປຢູ່ໃສໝົດ ຊ້ຳບໍ່ພໍຍັງໄປຕິດໜີ້ຕື່ມ! ການຈັດກອງປະຊຸມຊ່ວຍຊຸກຍູ້ການຜະລິດພາຍໃນ ມັນກະຫາກແມ່ນ, ແຕ່ຖ້າຫາກໄປເພີ່ມໜີ້ສິນໃຫ້ປະເທດຊາດແລ້ວ ເພິ່ນຈັດເຮັດຫຍັງ ?? ນອກຈາກເພິ່ນຈັດໃຫ້ພວກພ້ອງເພິ່ນໃຫ້ມີໂອກາດຊີ້ລົດໃໝ່, ສ້າງເຮືອນລາຄາສູງ ແລ້ວ ມາຂາຍຫຼຸດລາຄາ ເຮັດໃຫ້ລັດຖະບານ               ເສັຽຜົນປະໂຫຍດ, ເສັຽເງິນຄຳ ໂດຍເປົ່າປະໂຫຍດ ! ທ້າຍສຸດກໍແມ່ນພະນັກງານ, ປະຊາຊົນເປັນຜູ້ລຳບາກ !



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard