Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Lao movie ຮັກອ່ຳຫຼ່ຳ ເຈົ້າຄຶດວ່າມ່ວນຫຼືບໍ່ມ່ວນ
Anonymous

Date:
Lao movie ຮັກອ່ຳຫຼ່ຳ ເຈົ້າຄຶດວ່າມ່ວນຫຼືບໍ່ມ່ວນ


ເບິ່ງແລ້ວຄຶດແນວໃດກັນແດ່



__________________
Anonymous

Date:
RE: Lao movie ຮັກອ່ຳຫຼ່ຳ ເຈົ້າຄຶດວ່າມ່ວນຫຼືບໍ່ມ່ວນ


Anonymous wrote:

ເບິ່ງແລ້ວຄຶດແນວໃດກັນແດ່


 ຂ້ອຍເບິ່ງແລ້ວ ມ່ວນດີ ເຮຮາດີ ແຕ່ວ່າ ການຕັດຕໍ່ຍັງບໍ່ແນບນຽນເທື່ອ ແລະການເວົ້າໃນເລື່ອງຍັງ ມີເກັງ ມີການຄຶງ ບໍ່ເປັນອິສະຫລະ ຫລື ເປັນກັນເອງ ເວລາຕົວລະຄອນເວົ້າຕ້ອງເປັນທັມມະຊາດ ສະບາຍ ໆ ບໍ່ຢາກໃຫ້ເກັງ ຫລື ຄຶງຫລາຍເກີນໄປ



__________________
Anonymous

Date:

ທຸກຢ່າງແມ່ນດີໝົດ 

 

ຖ້າເວົ້າຄຳບໍ່ສຸພາບ ໄດ້ ນິ ສຸດຍອດເລີຍ ເບິ່ງ ອາລີ້ ແມະ ຄນເວົ້າແບບບໍ່ສະແດງໜັງນິໂຄດເຈັບເລີຍ 

 

ຖ້າຈະເຮັດໜັງແນວຈັ່ງຊີ້ກໍບໍ່ຄວນໄປຈຳກັດຄຳຫຼາຍ ມັນເຮັດໃຫ້ນັກສະແດງເກງໂຕ ຫຼິ້ນບໍ່ເປັນທຳມະຊາດ 

 

ສ່ວນໂຕແລ້ວມັກຕອນສຸດທ້າຍຫຼາຍກວ່າ ຫຼິ້ນແບບເປັນທຳມະຊາດ ເກືອບ 100%



__________________
Anonymous

Date:

ຍັງໄກກັບຄວາມຈະເລີນຫລາຍທີ່ສຸດ ໄກແທ້ໄກວ່ານີ້ລະ ບໍ່ແມ່ນໄກແບບ

ຕາແນມເຫັນ ໄກເປັນ 30 ປີທາງໜ້າຈະໄປເຖິງຫລືບໍ່?



__________________
Anonymous

Date:

Bad acting, bad storyline..

 

Sh*tty movie anyway



__________________
Anonymous

Date:

ຄະແນນເຕັມ  10

10  ສຸດຍອດ

9 - 8   ດີຫຼາຍ

7 -​6  ດີ

5 - 4  ພໍໃຊ້ໄດ້

3 - 2  ບໍ່ພຽງພໍ

1 - 0  ຂີ້ຮ້າຍ

- .0  ບໍ່ມີຫຍັງຂີ້ຮ້າຍກວ່ານີ້ອີກແລ້ວ

 

 

 

 

ເນື້ອເຮື່ອງ    =  0.5

ບົດໜັງ       = 0.5

ກຳກັບ         = 1

ຄະແນນສຳຄັນສຸດ 60% ຈາກຄະແນນຮວມ

-----------------------------

ການສະແດງ   = 2

ແຄັສຕິ້ງ         = 2

ເພງປະກອບ    = 3

ກ້ອງ               = 4

ຕັດຕໍ່              = 2

ແສງສີ              = 4

ສຽງ                 = 4

ເສື້ອຜ້າ            = 2

ແຕ່ງໜ້າ         = 2

 

ສະຫຼຸບ ແລະວິຈານ

ຕ່ຳກວ່າມາຕະຖານເຖິງຂັ້ນຮ້າຍແຮງ  ບໍ່ຄວນທີ່ຈະເອົາມາຢູ່ໃນສາຣະບົບຂອງຄຳວ່າ ໜັງໂຮງ

ແລະມາຕະຖານຍັງຕ່ຳກວ່າລະຄອນທີ່ຈະເອົາມານຳສະເໜີໃນໂທຣະພາບໄດ້

ເອົາມາສາຍເບິ່ງຫຼີ້ນໃນກຸ່ມໝູ່ ຄົນໃນຄອບຄົວກໍ່ຍັງບໍມີສາຣະແລະໃຫ້ຄວາມ

ບັນເທິງໄດ້ທໍ່ຄລິບວີດີໂອ  ຫຼືຮູບພາບທີ່ຖ່າຍຕອນເຮັດບຸນເຮືອນອີກຊ້ຳ

 

ຄວາມສາມາດຂອງຜູ້ສ້າງ  ຜູ້ກຳກັບຍັງຢູ່ໃນຣະດັບເດັກນັກຮຽນຊັ້ນປະຖົມ

ຢາກເຮັດຫຍັງກໍ່ເຮັດໂດຍບໍສຶກສາຫາຄວາມຮູ້ແລະປະສົບການໃນສາສຕຣ໌ນັ້ນກ່ອນ

ໂງ່ແຕ່ຄຶດວ່າໂຕເອງສະຫຼາດ  ຫຼົງໂຕເອງ  ບໍ່ຮູ້ຈັກປະມານໂຕເອງ (ຄົນໄທຍເຂົາວ່າ ไม่เจียมกะลาหัว)

ຄຳຂີ້ຄຸຍເວົ້າໃຫຍ່ຂົນໃສ່ຍົນ Airbus A380 ຫ້າລຳມາກໍ່ຍັງບໍ່ເໝິດ

ເຄີຍຖ່າຍມິວສິກວີດີໂອເພງຈີ່ຫອຍເທື່ອດຽວ  ຄຶດວ່າໂຕເອງເປັນ Steven Spielberg ຕີເບາະ

ເປັນຕາໜ້າອາຍແທນຄົນທັງປະເທດ

ທີ່ພວກນີ້ກ້າເອົາໜັງຂີ້ກາກມາສະເໜີຂາຍເປັນສິນຄ້າຕໍ່ຊາວໂລກ

ບອກໄດ້ຄຳດຽວວ່າ... ເປັນຄວາມອັປຍົດຂອງຊົນຊາວລາວອີຫຼີ

 

 

 

 



__________________
Anonymous

Date:

ມຸກຕະຫຼົກເພິ່ນມັນຝືດອີຫຼີ



__________________
Anonymous

Date:

ກະຂໍຊົມເຊີຍນຳເນີໃນຄວາມສຳເລັດ ແລະ ກະຂໍໃຫ້ພະຍາຍາມຂື້ນຕື່ມເນີ

ຫວັງວ່າເລື່ອງຕໍ່ໄປຄົ່ງຈະເຮັດໄດ້ດີກວ່າເກົ່າ ຊົມເຊີຍ ຊົມເຊີຍ



__________________
Anonymous

Date:

ຂ້າພະເຈົ້າຂໍມີຄຳເຫັນນຳຫນັງເລື້ອງນີ້:

  1. ເນື້ອຫາສາລະບໍ່ຮູ້ເລື້ອງ
  2. ມຸກຕາຫລົກເປັນຕາຫົວ, ມຸກຝືດ
  3. ດາລາສະແດງບໍ່ສົມຈີງ

ບໍ່ສົມຄວນຈະເອີ້ນວ່າຫນັງ ເປັນພຽງຄຮີບຕາຫລົກສັ້ນໆ ຊີຄືຢູ່. ປານນັ້ນເອົາໄປໂຄສະນາຢູ່ໄທ.

ເອົາມາສາຍຢູ່ລາວກ່ອນນີ້ຊີມີຄົນເບີ່ງບໍ່.

ຢາກສະຫນັບສະຫນູນຫນັງລາວຢູ່ ແຕ່ເລື້ອງນີ້ບໍ່ຜ່ານແທ້ໆ....



__________________
Anonymous

Date:

ບົງ່ບອກເຖິງຄວາມຮູ້ຄວາມສາມາດຊັ້ນເຊິງທາງສາດແລະສິນຂອງຄົນລາວ

ສະເພາະບົດເນື້ອເລື້ອງຂອງຮູບເງົາມັນກະບໍ່ຊວນຕິດຕາມແລ້ວ ປ່ອຍຜ່ານມາໄດ້ແນວໄດ໋

ເທື່ອໜ້າພາກັນສອນແອ້ກຕິ້ງຂອງນັກສະແດງໃຫ້ດີກ່ອນສາ ກ່ອນສິເປິດກ້ອງຖ່າຍທຳ



__________________
Anonymous

Date:

ເປັນຕາໜ້າອາຍແທນຄົນລາວທັງປະເທດ ທີ່ນັກສະແດງໜັງເລື່ອງນີ້ (ດາລາຝ່າຍຜູ້ຍິງ)

ໄດ້ພາກັນໄປຝອຍໂຄສະນາຢູ່ ເລື່ອງເລົ່າເຊົ້ານີ້ ກັບ ທ່ານ ສໍຣະຍຸດ ທີ່ ທີວີ 3 ຂອງປະເທດ

ໄທກ່ອນໜັງ ຮັກອ່ຳຫຼ່ຳ ນີ້ອອກສາຍ. ເບິ່ງພວກນາງສາວດາລາໜັງລາວປະກາດອອກວ່າ

ເປັນສຸດຍອດແຫ່ງໜັງລາວທີ່ດີທີ່ສຸດນັບແຕ່ມີວົງການໜັງອອກມາ ແລະຍັງຮຽນຮ້ອງໃຫ້

ຄົນໄທເຂົ້າໄປເບິ່ງໜັງເພິ່ນອີກທີ່ຈະມາສາຍຢູ່ປະເທດໄທ ຮັບຮອງວ່າບໍ່ມີຄວາມຜິດຫວັງ.

ເບິ່ງຄົນໄທເຂົ້າໄປເບີ່ງຕອນໄປສາຍຢູ່ໄທ ໜັງສາຍໄປບໍ່ທັນຮອດເຄິ່ງນຶ່ງ ຄຸນໆຄົນໄທທີ່ເຂົ້າໄປ

ດູພາບພະຍົນລາວເລື່ອງນີ້ພາກັນທະຍອຍອອກໜີຈົນຮອດຕອນໜັງຈົບໝົດໃນໂຮງໜັງ

ເຫຼືອຄົນບໍ່ຮອດ 3 ຄົນທີ່ວ່າເບິ່ງໜັງລາວເລື່ອງນີ້ຈົບ, ທີ່ຈິງແລ້ວຄັນ ສອງຄົນນັ້ນບໍ່ນອນ

ລັບຄືສິປົບໜີຄືໝູ່ນັ້ນລະ.



__________________
Anonymous

Date:

แนวคิดใผเอาไปสายอยู่ไท คืบ่กวดเบี่งค็กค็กแด่ อายเขาเด



__________________
Anonymous

Date:

ໃດ້ຍີນວ່າກຳລັງຈະອອກມາອີກຄືເລື້ອງ ຮັກອີ່ຫລີ ໂດຍແມ່ນບັກເຈ້ຍ ປາຊີຟິກ ຫນ້າມັນຄືຄົນຂະເຫມນນີ້ລະເປັນຜູ້ກຳກັບ. ກະບັກດຽວກັບມັນສະແດງເລື້ອງຮັກອ່ຳຫລ່ຳຫັ້ນລະ.

ມັນຄົງຄິດວ່າ ເລືອງຮັກອ່ຳຫລ່ຳ ປະສົບຜນົສຳເສັດ ຈື່ງສ້າງເລື້ອງໃຫ່ມອອກມາອີກ ຕຽມຫົວແຂ້ວແຫ້ງເລີຍວ່າຊັ້ນມັນວ່າ. ບາງທີ່ເລື້ອງນີ້ອາດສົ່ງໄປຊີງລາງວັນອອດສກາ



__________________
Anonymous

Date:

Anonymous wrote:

ໃດ້ຍີນວ່າກຳລັງຈະອອກມາອີກຄືເລື້ອງ ຮັກອີ່ຫລີ ໂດຍແມ່ນບັກເຈ້ຍ ປາຊີຟິກ ຫນ້າມັນຄືຄົນຂະເຫມນນີ້ລະເປັນຜູ້ກຳກັບ. ກະບັກດຽວກັບມັນສະແດງເລື້ອງຮັກອ່ຳຫລ່ຳຫັ້ນລະ.

ມັນຄົງຄິດວ່າ ເລືອງຮັກອ່ຳຫລ່ຳ ປະສົບຜນົສຳເສັດ ຈື່ງສ້າງເລື້ອງໃຫ່ມອອກມາອີກ ຕຽມຫົວແຂ້ວແຫ້ງເລີຍວ່າຊັ້ນມັນວ່າ. ບາງທີ່ເລື້ອງນີ້ອາດສົ່ງໄປຊີງລາງວັນອອດສກາ


 ກຳກັບເອັງ ຫຼິ້ນເອັງ ບໍ່ໃຊ້ສະແຕນອິນ biggrin



__________________
Anonymous

Date:

ເຮັດຫຍັງກະບໍ່ເປັນຕາສະແຕກຈັ້ກອັນ ບໍ່ວ່າສິເປັນດ້ານໂທລະພາບຫຼືຮູບເງົາ ເບິ່ງໂທລະພາບບໍ່ວ່າຊ່ອງໄດ໋ກໍ່ຫາແນວສິເປັນຕາເບິ່ງບໍ່ມີ

ມັນອຶດຄົນທີ່ມີຄວາມຮູ້ຄວາມສາມາດແລ້ວຕິເບາະປະເທດນີ້



__________________
Anonymous

Date:

Anonymous wrote:
Anonymous wrote:

ໃດ້ຍີນວ່າກຳລັງຈະອອກມາອີກຄືເລື້ອງ ຮັກອີ່ຫລີ ໂດຍແມ່ນບັກເຈ້ຍ ປາຊີຟິກ ຫນ້າມັນຄືຄົນຂະເຫມນນີ້ລະເປັນຜູ້ກຳກັບ. ກະບັກດຽວກັບມັນສະແດງເລື້ອງຮັກອ່ຳຫລ່ຳຫັ້ນລະ.

ມັນຄົງຄິດວ່າ ເລືອງຮັກອ່ຳຫລ່ຳ ປະສົບຜນົສຳເສັດ ຈື່ງສ້າງເລື້ອງໃຫ່ມອອກມາອີກ ຕຽມຫົວແຂ້ວແຫ້ງເລີຍວ່າຊັ້ນມັນວ່າ. ບາງທີ່ເລື້ອງນີ້ອາດສົ່ງໄປຊີງລາງວັນອອດສກາ


 

 55555555555ຮັກອຳຫລຳຍັງບໍ່ຕາຍດີບໍ່

ອອກມາອີກບາດນີ້ຄືຊິດັບສະນິດສົມໃຈ



__________________
Anonymous

Date:

ລາວເຮົາສະແດງໄດ້ມັນດີແລວ້ລະ

ສົ່ງເສີມກັນແດ່ກໍດີລະ

ດີກວ່າເຮີ່ກັນເບິ່ງແຕ່ ລະຄອນນ້ຳເນົ່າ

ມັກຫລາຍບໍໍ່ເບິ່ງເຂົາທຸບຕີກັນ ກາບຕີນກັນຫັ້ນ 



__________________
Anonymous

Date:

Anonymous wrote:

ລາວເຮົາສະແດງໄດ້ມັນດີແລວ້ລະ

ສົ່ງເສີມກັນແດ່ກໍດີລະ

ດີກວ່າເຮີ່ກັນເບິ່ງແຕ່ ລະຄອນນ້ຳເນົ່າ

ມັກຫລາຍບໍໍ່ເບິ່ງເຂົາທຸບຕີກັນ ກາບຕີນກັນຫັ້ນ 


 ເຊີນທ່ານສະໜັບສະໜຸນໄປໂລ້ດ ເທື່ອຜົນງານຕໍ່ໄປສິປະສົບຄວາມສຳເລັດ

ຖ້າມັນເປັນຕາເບິ່ງແທ້ແມ່ນໄຜສິບໍ່ຍ້າກເບິ່ງ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard