Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫລຸບຂ່າວຂອງເຟີ້ປະຈຳປີ 2013
ຊະນະໄພ

Date:
ສະຫລຸບຂ່າວຂອງເຟີ້ປະຈຳປີ 2013


ເຫັນເພື່ອນໆເວັບສະມາຄົມລາວປວດຫົວເລື້ອງການເມືອງແດ່ ສໍ້ລາດບັງຫລວງແດ່ ຂ້າພະເຈົ້າເລີຍຕັ້ງຫົວຂໍ້ສະບາຍໆອາລົມມາສົນທະນາກັນຫລິ້ນໆຢ່າໄປຈິງຈັງກັນເດີ, ຂໍເວົ້າເລື້ອງ (ຄຳວ່າເຟີ້ ຫລື ຫລາຍໂພດ) ຊຶ່ງຂ້າພະເຈົ້າເອງສັງເກດເຫັນຢູ່ ສປປລ ໃນໄລຍະ 10 ມານີ້ ຊຶ່ງບໍ່ຄ່ອຍເຫັນມີໃນປະເທດອື່ນ ຫລືຈະເວົ້າແບບທັນສະໄຫມແດ່ກໍ່ຄື LAOS ONLY ສາມາດສັງລວມໄດ້ແນວນີ້:.

1. ຄະນະລັດຖະບານ ແລະອົງການປົກຄອງທ້ອງຖິ່ນ ທີ່ມີວຸດທິການສຶກສາສູງທີ່ສຸດໃນໂລກຄືມີ ດຣ ກວມເອົາປະມານ 80% ຂອງຕຳແຫນ່ງທາງລັດຖະການ ທັ້ງໆທີ່ບໍ່ຫນ້າຈະເປັນໄປໄດ້ໃນຖານະປະເທດດ້ອຍພັດທະນາ

2. ລັດຖະກອນທີ່ມີຄວາມຮູ້ລະດັບປະລິນຍາໂທກວມເອົາ 50% ແຕ່ປະສິດທິພາບງານບໍ່ສົມຄູ່ກັບຄວາມຮູ້

3. ລັດຖະກອນທີ່ມີລະດັບຄວາມຮູ້ລະດັບປະລິນຍາຕີກວມເອົາ 85% ແຕ່ເຮັດວຽກບໍ່ເປັນ

4. ຜູ້ມີຕຳແໜ່ງຂັ້ນສູງມີລົດປະຈຳຕຳແໜ່ງຄົນລະ 3 ຫາ 5 ຄັນ ຊຶ່ງສາມາດເອົາຕິດໂຕໄປນຳໄດ້ຕະລອດຊີບ ຊຶ່ງບໍ່ມີປະເທດໃດເຮັດໄດ້

5. ນັກສຶກສາລະດັບປະລິນຍາຕີລົ້ນປະເທດ ແຕ່ນັກສຶກສາວິຊາຊີບຂາດເຂີນ

6. ແຕ່ລະປີມີນັກສຶກສາຈົບອັກສອນສາດພາສາອັງກິດບໍ່ຕ່ຳກ່ວາ 2000ຄົນ ແຕ່ວ່າຄົນເວົ້າອັງກິດເປັນຫາຍາກ

7. ຕຳແໜ່ງເຈົ້າຫນ້າທີ່ຕຳລວດລະດັບນາຍຮ້ອຍ ນາຍພັນ ມີເຕັມເມືອງ ກົງກັນຂ້າມ ພົນຕຳລວດ ແລະນາຍສິບເກືອບບໍ່ມີ

8. ຕຳລວດຍົດຮ້ອຍເອກ ພັນຕີ ເປັນຜູ້ເປົ່າຫມາກຫວີດລັດລົດ ແລະຈ້ຳຫນັງສືຜ່ານແດນ ຊຶ່.ງປະເທດອື່ນເຂົາມີແຕ່ນາຍສີບເປັນຜູ້ເຮັດ

9. ລັດຖະບານສ້າງແຕ່ບ່ອນຈອດລົດ ແຕ່ບໍ່ໄດ້ສ້າງທາງໃຫ້ລົດແລ່ນ ເພາະທາງທີ່ສ້າງແລ້ວກາຍເປັນບ່ອນຈອດລົດຫມົດ

10. ເສັ້ນທາງແພງທີ່ສຸດໃນໂລກກິໂລແມັດລະ 5 ລ້ານໂດລາ ບໍ່ມີໃຜເຮັດໄດ້

 

ໃຜມີອັນໃດເພີ້ມເຕີມເຊີນເດີ



__________________
Anonymous

Date:

ການສໍ້ລາດບັງຫລວງ ການສໍ້ໂກງລັດ ມີທຸກບອ່ນ ທຸກຂະແຫນງ ທຸກພາກສວ່ນ ທຸກລະດັບ ຈົນເຟີ້

 

ການເຮັດທຸລະກິດ ອັນໃດກໍເປັນຂະບວນແຂ່ງຂັນກັນຈົນເຟີ້ ເຊັ່ນເຮືອນພັກ ຮ້ານອາຫານ ດຽວນີ້ກຳລັງ ເຫີ່ກັນເຮັດກະເສດອິນຊີ

 

ການອະນຸມັດໂຄງການຫລາຍຈົນເຟີ້ ສຸດທ້າຍອັນເປັນຮູບປະທຳບໍ່ມີພໍທໍ່ໃດ ເຊັ່ນ ໄຟຟ້າບໍ່ແຮ່ ໂດຍບໍ່ຄຳນຶງ ຢາກຈົ່ງໃຫ້ລູກຫລານພາຍຄັ້ງຫນ້າ ເລີຍ

 

ການຕັດໄມ້ ທຳລາຍປ່າ 

ແລະການສຳປະທານທີ່ດິນ ຈົນບໍ່ເຫລືອປ່າໄວ້ໃຫ້ພາຍຄັ້ງຫນ້າ

 

ການລົງທຶນກອ່ນຜອ່ນທີຫລັງ ແລະໂອນທີ່ດິນເປັນທຶນ ກາຍເປັນເຟີ້

 

ການໃຊ້ຈ່າຍນອກແຜນກາຍເປັນຂະບວນ ທຳໃຫ້ຂາດແຫລ່ງລາຍຮັບຂາດຫາຍ

 

ໂຮງຫມໍ ມີແຕ່ ດຣ ຈົນລົ້ນ ແຕ່ຂາດ ພະຍາບານ ແລະ ອະນາໃມ

 

 



__________________
ຫ້ວຍນໍ້າເຢັນ

Date:

ແມ່ນຄວາມເຈົ້າໝົດ  ພໍ່ອາວ ຊະນະໄພ

ບາງສິ່ງທີ່ຢາກເພີ່ມເຕີມ ຄືການຟູມເຟືອຍໃນລະບົບບໍລິຫານ ຂອງພາກລັດ. ພາກລັດ

ສ້າງແຕ່ນະໂຍບາຍຂໍງົບປະມານ ແຕ່ບໍ່ເຫັນພາກສ່ວນໃດ ສ້າງນະໂຍບາຍ ຕັດງົບປະມານ.

ຈ້າງພະນັກງານຫຼາຍເກີນຄວາມຈໍາເປັນແຕ່ການປະຕິບັດງານ ບໍ່ໄດ້ຜົນ.

ຄົນມີ ເສັຍພາສີນ້ອຍກ່ອນຄົນຈົນ ຖ້າທຽບໃສ່ຕາມອັດຕາລາຍຮັບ.

 



__________________
Anonymous

Date:

ຕຳຫລວດຊັ້ນຜູ້ນ້ອຍໃຜກະບໍ່ຢາກເປັນເພາະໄດ້ເງິນເດືອນໜ້ອຍ ດັ່ງນັ້ນກະເລີຍບໍ່ມີ ສ່ວນໃຫຍ່ ມີແຕ່ໂຮງຮຽນນາຍສິບ ນາຍຮ້ອຍ ບໍ່ເຄີຍມີໂຮງຮຽນພົລຕຳຫລວດ ດັ່ງນັ້ນເມື່ອຮຽນຈົບ ໂຮງຮຽນນາຍສິບ ອອກມາສ້າງຜົນງານກໍ່ເລີຍເລື່ອນຂຶ້ນຕາມລຳ ດັບ ດັ່ງນັ້ນ ຈຶ່ງຕ້ອງໃຊ້ຂັ້ນນາຍຮ້ອຍ ຍາມປ້ອມ ແລະ ເປົ່າໝາກຫວີດ ຍ້ອນຊັ້ນເລື່ອນຕະຫລອດ ຂ້ອຍກະບໍ່ຢາກເປັນຄືກັນ ຕຳຫລວດຊັ້ນຜູ້ນ້ອຍ ເພາະເງິນເດືອນໜ້ອຍ ຫລືວ່າເຈົ້າຢາກເປັນ ຂ້ອຍວ່າບໍ່ມີທາງ Ask yourself? be4 u done



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard