Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວໂທລະຄົມ ສະຫນັບສະຫນຸນງານຝັ່ງແມ່ຂອງ ຄັ້ງທີ 4 ປີ 2013
ຄົນເໜືອ

Date:
ລາວໂທລະຄົມ ສະຫນັບສະຫນຸນງານຝັ່ງແມ່ຂອງ ຄັ້ງທີ 4 ປີ 2013


  ຄົນເໜືອ; ໃນືວັນທີ 23-24 ພະຈິກ 2013 ທີ່ຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດໄດ້ມີການຈັດງານ ຝັ່ງແມ່ຂອງ ຄັ້ງທີ 4 ປີ 2013 ຂື້ນ (Fung Mae Kong 2013) ເຊິ່ງເປັນງານປະກວດ ເຕັ້ນ B-Boy Battle ຂອງກຸ່ມນັກເຕັ້ນຈາກທົ່ວປະເທດ ແລະ ງານສະແດງເຕັ້ນລະດັບນາໆຊາດ ເຊິ່ງມີນັກເຕັ້ນຈາກຫລາຍປະເທດເຂົ້າຮ່ວມເຊັ່ນ: ຝຣັ່ງ, ສິງກະໂປ, ລຸກຊຳບວກ, ຫວຽດນາມ ແລະ ທີມນັກເຕັ້ນຈາກລາວເຂົ້າຮ່ວມ ເຊິ່ງງານນີ້ໄດ້ມີການຈັດຂື້ນທີ່ນະຄອນກລວງວຽງຈັນ ແລະ ແຂວງຫລວງພະບາງ ເຊິ່ງ ລາວ ໂທລະຄົມ ໄດ້ໃຫື້ການສະຫນັບ ສະຫນຸນເປັນມູນຄ່າ 56,000,000 ກີບ ໃຫື້ກຽດມອບໂດຍ ທ່ານນາງ ຂັນທະລີ ສີຫາວົງ ຮອງຫົວຫນ້າພະແນກການຕະຫລາດ ແລະ ໃຫື້ກຽດຮັບໂດຍ ທ່ານ ໂອເລ້ ຄຳຈັນລາ ອຳນວຍການບໍລິສັດເຕັ້ນຄຳ ເຊິ່ງເປັນຜູ້ຈັດງານດັ່ງກ່າວ ແລະ ໃນືວັນທີ 27/11/2013 ກໍ່ຈະມີການຈັດງານຂື້ນອີກທີ່ ແຂວງ ຫລວງພະບາງ.

    ຈຸດປະສົງໃນືການສະຫນັບສະຫນູນງານດັ່ງກ່າວ ເພື່ອສະຫນັບສະຫນູນຊາວຫນຸມ-ໄວຫນຸ່ມລາວໄດ້ໃຊື້ເວລາຫວ່າງໃຫື້ເປັນປະໂຫຍດ ແລະ ເພື່ອເປັນການສົ່ງເສີມໄວຫນຸ່ມໃຫື້ມີຄວາມ ກ້າສະແດງອອກ ແລະ ສົນໃຈືຮຽນຮູ້ການພັດທະນາການເຕັ້ນ ເພື່ອໃຫື້ທຽບເທົ່າກັບສາກົນ. ເຊິ່ງພາຍໃນືງານ ລາວ ໂທລະຄົມຍັງໄດ້ເປີດຮ້ານວາງສະແດງສິນຄ້າ ເພື່ອໃຫື້ຂໍ້ມູນຂ່າວສານ ດ້ານສິນຄ້າ ແລະ ບໍລິການຕ່າງໆ ພ້ອມນັ້ນຍັງມີການຈຳຫນ່າຍສິນຄ້າລາຄາພິເສດ ແລະ ກິດຈະກຳມອບລາງວັນຢ່າງຫລວງຫລາຍ ສ້າງຄວາມສົນໃຈືໃຫື້ຜູ້ເຂົ້າຮ່ວມງານຢ່າງຍິ່ງ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard