Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດຄາກັນ ຢູ່ແຖວໄຟແດງທາດຫຼວງ ໄອເຕັກ ກິນເວລາປະມານ 5 h
Anonymous

Date:
ລົດຄາກັນ ຢູ່ແຖວໄຟແດງທາດຫຼວງ ໄອເຕັກ ກິນເວລາປະມານ 5 h

ເກີດມາຫາກໍ່ເຄີຍພົບເຄີຍເຫັນ ໃນຕອນບຸນທາດຫຼວງ

ໂດຍສະເພາະໃນຊ່ວງເຂດ ແຖວໄຟອໍານາດທາດຫຼວງ ຕໍ່ໃສ່ໄອເຕັກ

ຂ້າພະເຈົ້າອອກຈາກບ້ານ ມາທາງນາຄວຍ ຕັ້ງແຕ່ເວລາ 18:00 ວ່າຈະໄປດອງ ຢູ່ຮ້ານອາຫານພັດຕາຄານແມ່່ຂອງ ຈົນຮອດ 22:00 ກໍ່ຍັງໄປບໍ່ຮອດ

ເພາະລົດຄາກັນຫຼາຍອີ່ຫຼີ່ ຄາດວ່າ ມື້ອື່ນ ຊຶ່ງແມ່ນມື້ສຸດທ້າຍ ລົດຈະຄາກັນຫຼາຍກ່ວນນີ້

ສາເຫດທີ່ເຮັດໃຫ້ລົດຄາກັນ ຕາມທີ່ຂ້າພະເຈົ້າສັງເກດແມ່ນ:

1) ຂັບລົດບໍ່ໃຫ້ກຽດກັນ ຈາກທາງສອງເລນ ກາຍເປັນທາງເລນດຽວ ເພາະຕ່າງຄົນຕ່າງຊິງ ຍາດກັນໄປ ສຸດທ້າຍ ຄາກັນເອະເລະ

2) ຕໍາຫຼວດຈາລະຈອນ ນັ່ງເຮັດວຽກແຕ່ແຖວໄຟແດງ ແຕ່ລົດມັນຊໍ້າພັດຄາກັນ ຢູ່ບອນອື່ນໆ ສຸດທ້າຍ ໄປກໍ່ບໍ່ໄດ້ ກັບກໍ່ບໍ່ໄດ້ ຄາກັນເປັນແຖບ

3) ທາງຍ່າງຄົນ ກາຍເປັນບ່ອນຮັບຝາກລົດຈັກ ລົດໃຫຍ່ ແລ້ວຈັງໃດ ຄົນຍ່າງ ລົດຈັກ ລົດຖີບ ມັນຈະໄປໄດ້ ສຸດທ້າຍກໍ່ມາບຽດກັນຢູ່ທາງໃຫຍ່

4) ທາງລຽງເມືອງບໍ່ມີ ຮູ້ຢູ່ວ່າ ມີບຸນທາດຫຼວງ ແຕ່ຈະໄປ ແມ່ຂອງ ມັນບໍ່ມີທາງອື່ນ ທີ່ໃກ້ກ່ວານີ້

ຈົບຂ່າວ

__________________
Anonymous

Date:
RE: ລົດຄາກັນ ຢູ່ແຖວໄຟແດງທາດຫຼວງ ໄອເຕັກ ກິນເວລາປະມານ 5 h

__________________
Anonymous

Date:

This means that both the traffic police and the drivers are buffaloes.

__________________
Anonymous

Date:

ຖືກໃຈພວກປ້ອມນໍ້າມັນ ແລະ ປະເທດບໍ່ນໍ້າມັນ.

ຊົມເຊີຍຕຳຫຼວດຈາລະຈົນລາວ.

__________________
Anonymous

Date:

 ການຂັບຂີ່ຍານພາະຫະນະຕ້ອງໄປຕາມກົດຈາຣະຈອນ, ເວົ້າຕາມຮູບປະກອບ ເຫັນວ່າພວກຂີ່ຣົຖຈັກ

ເຂົ້າມາໃຊ້ປົນທາງສໍາລັບຣົຖເກັ໋ງ. ບຸນທາດຫລວງປີໜ້າເພິ່ນອາດຈະຊື້ລົດແບບນີ້ມາຂົນສົ່ງພວກຈະ

ໄປທ່ຽວງານບຸນ ມີແຕ່ຣົຖການນໍາເທົ່ານັ້ນຈຶ່ງຈະສາມາດໃຊ້ໄດ້ເສັ້ນທາງໄປທາດຫລວງ.

stockholm_tram.jpg?w=450&h=320

__________________

Guru

Status: Offline
Posts: 1010
Date:

ຕາອີ່ຕົນ ເທື່ອຫນ້າໃຫ້ມາທາງ ດົງຄຳຊ້າງ

__________________
Anonymous

Date:

ຍ້ອນເພີ່ນບໍ່ມີລະບຽບບັງຄັບ, ໃນຊ່ວງໄລຍະງານບຸນ ເພີ່ນກໍ່ຍັງປ່ອຍໃຫ້ລົດບັນທຸກ

ແລ່ນຜ່ານຢູ່. ລົດສົ່ງ ເຄື່ອງ ສົ່ງສີນຄ້າກໍ່ຄວນຈຳກັດເວລາ, ລົດບັສ ລົດ 2 ແຖວ

ຄວນຈຳກັດເຂດ, ຮ້ານອາຫານລຽບແຄມທາງພັດເປີດຂາຍດິບ ຂາຍດີ ລົດຈອດເຕັມ

ລົດ ເຂົ້າ - ອອກ ບ່ອນຮັບຝາກກໍ່ຊ່ວຍເພີ່ມການກີດຂວາງ ຍ້ອນຈັດສັນບໍ່ດີ.

ຖ້າເພີ່ນພິຈາລະນາ ແກ້ໄຂສີ່ງທີ່ກ່າວມານັ້ນ ມັນກໍ່ຈະຊ່ວຍຫລຸດຜ່ອນໄດ້

__________________
Anonymous

Date:

Anonymous wrote:

ເກີດມາຫາກໍ່ເຄີຍພົບເຄີຍເຫັນ ໃນຕອນບຸນທາດຫຼວງ

ໂດຍສະເພາະໃນຊ່ວງເຂດ ແຖວໄຟອໍານາດທາດຫຼວງ ຕໍ່ໃສ່ໄອເຕັກ

ຂ້າພະເຈົ້າອອກຈາກບ້ານ ມາທາງນາຄວຍ ຕັ້ງແຕ່ເວລາ 18:00 ວ່າຈະໄປດອງ ຢູ່ຮ້ານອາຫານພັດຕາຄານແມ່່ຂອງ ຈົນຮອດ 22:00 ກໍ່ຍັງໄປບໍ່ຮອດ

ເພາະລົດຄາກັນຫຼາຍອີ່ຫຼີ່ ຄາດວ່າ ມື້ອື່ນ ຊຶ່ງແມ່ນມື້ສຸດທ້າຍ ລົດຈະຄາກັນຫຼາຍກ່ວນນີ້

ສາເຫດທີ່ເຮັດໃຫ້ລົດຄາກັນ ຕາມທີ່ຂ້າພະເຈົ້າສັງເກດແມ່ນ:

1) ຂັບລົດບໍ່ໃຫ້ກຽດກັນ ຈາກທາງສອງເລນ ກາຍເປັນທາງເລນດຽວ ເພາະຕ່າງຄົນຕ່າງຊິງ ຍາດກັນໄປ ສຸດທ້າຍ ຄາກັນເອະເລະ

2) ຕໍາຫຼວດຈາລະຈອນ ນັ່ງເຮັດວຽກແຕ່ແຖວໄຟແດງ ແຕ່ລົດມັນຊໍ້າພັດຄາກັນ ຢູ່ບອນອື່ນໆ ສຸດທ້າຍ ໄປກໍ່ບໍ່ໄດ້ ກັບກໍ່ບໍ່ໄດ້ ຄາກັນເປັນແຖບ

3) ທາງຍ່າງຄົນ ກາຍເປັນບ່ອນຮັບຝາກລົດຈັກ ລົດໃຫຍ່ ແລ້ວຈັງໃດ ຄົນຍ່າງ ລົດຈັກ ລົດຖີບ ມັນຈະໄປໄດ້ ສຸດທ້າຍກໍ່ມາບຽດກັນຢູ່ທາງໃຫຍ່

4) ທາງລຽງເມືອງບໍ່ມີ ຮູ້ຢູ່ວ່າ ມີບຸນທາດຫຼວງ ແຕ່ຈະໄປ ແມ່ຂອງ ມັນບໍ່ມີທາງອື່ນ ທີ່ໃກ້ກ່ວານີ້

ຈົບຂ່າວ

 Blame it on Transportation Department, they're suck and they don't know what the hell they're doing...

Police department have no communicated with DOT.

 Please do not insulted the Buffaloes, I think Buffaloes are doing just a little bit better than these lazy and unproductives human.

__________________
ຈານສົມ

Date:

ເອີ, ລົດຄາກັນ

ເວົ້າແບບນີ້ກະຖືກໃດນໍ ພາສາລາວເຮົາ ດີກ່ວາໄປໃຊ້ພາສາທາໄທ

ແຕ່ກ່ອນບ້ານເຮົາບໍ່ມີຣົຖຫລາຍ  ກະບໍ່ຄ່ອຍໄດ້ໃຊ້ສັພນີ້

ດີ ດີ ດີ ທ່ານ .

__________________
Anonymous

Date:

ຄືນວານນີ້ ວັນທີ່ 16/11/2013 ຂ້ອຍຂັບລົດອອກຈາກບ້ານທາດຫລວງເຫນືອໄປເລາະແຖວຕະລາດຫນອງແຕ່ງ ແລະກັບມາເຮືອນມາຮອດປ້ຳນ້ຳມັນໂພນໄຊເວລາປະມານ 6:30 ໂມງ ເພື່ອກັບເຮືອນ ລົດຕິດຈົນບໍ່ສາມາດພັນລະນາໄດ້ ຈັກລົດຈັກ ລົດໃຫ່ຍບຽດກັນ ແຊງກັນ ຈົນລົດຈັກມາດາດປະຕູລົດເບັນຂ້ອຍບຸ້ມເຂົ້າໄປຂ້ອຍເສຍໃຈສຸດໆເລີຍ ເຮັດຫັຍງກໍ່ບໍ່ໄດ້ ຊີ່ເອົາເລື້ອງກໍ່ຊີ່ແຮງເຮັດໃຫ້ລົດຕິດ ເລີຍປ່ອຍມັນໄປລ້າໆ ຂ້ອຍມາຮອດເຮືອນຢູ່ທາດຫລວງ ເປັນໄລຍະທາງປະມານ 5ກມ ໃຊ້ເວລາ 4 ຊົ່ວໂມງເຕັມໆ ທັງຫີວເຂົ້າ ສາລະພັດ ສະຫລຸບແລ້ວສາຍເຫດຫລັກແມ່ນຄະນະກຳມະການຈັດສັນການສັນຈອນເຮັດວຽກບໍ່ມີແຜນການລະອຽດ ການກຳນົດເສັ້ນທາງບໍ່ແທດເໝາະປ່ອຍໃຫ້ລົດແລ່ນສວນກັນ ແທນທີ່ຈະກຳນົດເປັນທາງແລ່ນທາງດຽວ ຕົວຢ່າງ ໃຫ້ທາງ 23 ສີງຫາເປັນທາງຂຶ້ນ ແລະ ໃຫ້ທາງ ໄກສອນເປັນທາງລ່ອງ ແລະເມື່ອເຫັນວ່າລົດຕິດຫລາຍກໍ່ຄວອັດລົດບໍ່ໃຫ້ແລ່ນເຂົ້າມາອີກ ອັນທີ່ສອງແມ່ນຄົນຂັບລົດບໍ່ໃຫ້ກຽດກັນໂດຍສະເພາະພວກຂັບລົດຕູ້ ແລະລົດກະບະຮຸນໄດ ບຽດໄປເລີຍ ຜູ້ຂັບລົດແພງໄດ້ຫລີກປານນັ້ນລົດຈັກຍັງມາດາດລົດຂ້ອຍ ອັນທີ່ສາມ ຕຳລວດຈາລະຈອນບໍ່ເຮັດວຽກມີແຕ່ເລາະເບິ່ງລົດຕິດແຕ່ບໍ່ໄດ້ຊ່ວຍຫັຍງເລີຍ ລົດຂ້ອຍຊີ່ລ້ຽວເຂົ້າຮ່ອມໂພນເຄັງເປີດໄຟລ້ຽວໄດ້ 30ນາທີກໍ່ບໍ່ມີໃຜຢຸດໃຫ້ທັ້ງໆທີ່ມີລົດຂ້ອຍຄັນດຽວຈະລ້ຽວເຂົ້າຮ່ອມ ຢຸດໃຫ້ຂ້ອຍເຄິ່ງນາທີຂ້ອຍກໍ່ຫວິດແລ້ວແຕ່ບໍ່ມີໃຜຢອມ ເອີ້ນຕຳລວດຈາລະຈອນວ່າຂໍໃຫ້ຊ່ວຍອັດລົດໃຫ້ແດ່ມັນກໍ່ບໍ່ສົນໃຈ ເປັນຕາຢາກຂັບລົດຢຽບມັນຊ້ຳສາ ພວກຈາລະຈອນຫ່າກີນມັນນິ

ຂອບໃຈທີ່ຊ່ວຍແຊ

__________________
Anonymous

Date:

ໃຫ້ອົດເອົາເດີ ທ່ານເອີຍ ! ຄົນລາວເຮົາກະເປັນຈັ່ງຊີ້ລະ ຍາມບຸນກະພາກັນໄປບຸນ ຍາມລົງນາ ກະພາກັນລົງນາ ສ່ວນຄວາມເປັນລະບຽບນັ້ນ ພວກເຮົາກະຕ້ອງໄດ້ສອນກັນ ແຕ່ເທິງລົງລຸ່ມຫັ້ນລະ ເພາະຜ່ານມາເຮົາສອນກັນ ແຕ່ລຸ່ມຂຶ້ນເທິງ ມັນກະເປັນແນວນີ້ລະ ຈົ່ງຍອມຮັບຄວາມຈິງ  ເມື່ອໃດເຮົາບໍ່ມັກລະບຽບ ບ້ານເມືອງເຮົາກໍຈະເປັນຈັ່ງຊີ້ ຕະຫຼອດໄປ ຊັ້ນລະລ່າ !!!

__________________
Anonymous

Date:

ຕອນຄ່ຳຂອງວັນທີ16ນັ້ນ ຂພຈກໍ່ກັບມາແຕ່ໄປວຽກ ເດີນທາງກັບບ້ານຕາມເສັ້ນທາງຈາກ ປະຕູໄຊ ຫາ ໂພນເຄັງ

ຂພຈ ກໍ່ຄິດຢູ່ແລ້ວວ່າລົດມັນຈະຕິດ ເພາະເລີ່ມມີປະກົດການແຕ່ຕອນ 16:00ພຸ້ນແລ້ວ ແຕ່ຂພຈ ກໍ່ບໍ່ມີທາງອື່ນເລືອກ

ເພາະເຮືອນຢູ່ໂພນເຄັງ ແລະ ກໍ່ບໍ່ຄິດບໍ່ຝັນວ່າຈະຕິດແບບຕັນອັດແໜ້ນທຸກທິດແບບນີ້. ເວລານັ້ນ 19:00 ຂພຈ ເດີນທາງມາ

ເຖີງຈຸດເລີ່ມວິກິດບໍລິເວນສູນການຄ້ານະຄອນຊັບ (ໄຟແດງໂພນສະອາດ) ກວ່າຈະເຖີງ ບສ ນ້ຳປະປາໂພນເຄັງໃຊ້ເວລາ

3,30. ສາເຫດກໍ່ແມ່ນການວາງແຜນຈັດການເພີ່ນໃຊ້ການບໍ່ໄດ້, ຕຳຫຼວດເຫັນຄົນບໍ່ຟັງຄວາມແລ້ວກໍ່ພາກັນໄປນັ່ງເສີຍຢູ່

ຕຳຫຼວດບໍ່ເລາະ ບໍ່ລຽບ ບໍ່ປະສານກັນແຕ່ລະເຂດ ແຕ່ລະຈຸດ,​ຜູ້ໃຊ້ລົດໃຊ້ຖະໜົນກໍ່ມີແຕ່ຄວາມເຫັນແກ່ໂຕ ບໍ່ມີມາລະຍາດ

ບໍ່ມີນ້ຳໃຈໃຫ້ກັນ ບໍ່ຮູ້ອັນໃດສິດເພີ່ນ ອັນໃດສິດໂຕ. ຖະໜົນ 23 ສີງຫາ ເພີ່ນພັດປິດ ແຕ່ເພີ່ນພັດເປີດໃຫ້ລົດມາແຕ່ໜອງບອນ

ເຂົ້າສູ່ວົວຽນ 450ປີ, ຢູ່ຈຸດນີ້ເອງ ທີ່ເປັນຈຸດບລັອກ ການສັນຈອນ ແຕ່ເພີ່ນກໍ່ບໍ່ແກ້ໄຂປ່ອຍເສີຍ. ນອກຈາກລົດມາຈາກ

ໜອງບອນອັດແຫຍ້ເຂົ້າແລ້ວ ພວກລົດຕູ້ ລົດ ຮູນດາຍ ແລະ 2ແຖວກໍ່ມາຈອດໃຫ້ຄົນລົງຢູ່ບໍລິເວນສົ້ນເດີ່ນສະໜາມຫຼວງ

(ບໍລິເວນວົງວຽນ) ຕຳຫຼວດກໍ່ບໍ່ໄລ່ໜີໃຫ້ໄປຈອດບ່ອນອື່ນ. ນີ້ສະແດງໃຫ້ເຫັນວ່າລະບົບຈັດການໃຊ້ບໍ່ໄດ້ເລີຍ ແທນທີ່ເຫັນບັນ

ຫາແລ້ວຈະຮີບຮ້ອນແກ້ໄຂ ຊ້ຳພັດປ່ອຍເສີຍ

__________________
Anonymous

Date:

ຂພຈ ມາແຕ່ດອນໜູນຮອບ ຫໍພິພິດຕະພັນເວລາ 4 ໂມງ ຂ້ອຍມຸ້ງໜ້າໄປທາງໂພນເຄັງເພື່ອຊິຊອກບ່ອນຈອດແຖວ ໂພນສະອາດ ໃຊ້ເວລາ 5 ຊົວໂມງ ຍັງບໍ່ສາມາດຈອດລົດໄດ້ ລົດມັນຕິດ ໄປໜ້າ ຫລືຖອຍຫລັງກາບໍ່ໄດ້ ຈູດນໍ້າມັນຖີ້ມຊືໆ ເສຍອາລົມເລີຍກັບບ້ານ ບໍ່ເຫັນຊຳບຸນທາດຫລວງ ສັງເກດເຫັນວ່າ ຕຳຫລວດຍືນເສີຍ ບໍ່ສົນໃຈວ່າລົດຈະຕິດຫລືບໍ

 ຈົ່ງອົດທົນ ເຊື່ອໝັນການຳພາຂອງຂັ້ນເທີງອີກບໍ່ນານເພີນກໍ່ຈະຈັດການບັນຫາໃຫ້ເດີ່ນແມ່ນແລ່ນສະດວກທ່ານເອີຍ

__________________
Anonymous

Date:

ມີແຕ່ພາກັນມາ  blahblah.gif

ມີແຕ່ຜູ້ດຽວ ເອົາຮູບມາລົງ ?

__________________
Anonymous

Date:

ມັນຄາຍ້ອນຕຳຫຼວດບໍ່ການປະສານງານກັນດີ ແຕ່ລະຈຸດ

ຕາມຂພຈ ເຫັນແລະ ໄປຕາມສາຍທາງຕ່າງໆ ຕຳຫຼວດຈາລະຈອນ ເຫັນຢືນຄ້ຳແອວເບິ່ງເສີຍ

ທຳມະດາໃນບຸນໃຫຍ່ແບບນີ້ ຕ້ອງແຈກໂຟນີໃຫ້ຕຳຫຼວດປະສານງານແຕ່ລະເສັ້ນທາງ ແລະ ສີຍານໃຫ້ ລົດໄປ ອັນນີ້ຫຍັງຂ້ອຍເຫັນຢືນເສີຍແບບບໍ່ຕ້ອງກັງວົນຫຍັງ ເລື່ອງໃຜເລື່ອງມັນ ບໍ່ສົນໃຈອີກຕາມຂພຈ ເຫັນຈະແຈ້ງ ແລ້ວ ຕຳຫຼວດລາວຍັງຖືເບົາຢູ່

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard