Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອີກ 2 ປີກວ່າ ລາວເຮົາຕ້ອງການທຶນຮອນເຖິງ 12 ພັນຕື້
Anonymous

Date:
ອີກ 2 ປີກວ່າ ລາວເຮົາຕ້ອງການທຶນຮອນເຖິງ 12 ພັນຕື້


ອີກ 2 ປີກວ່າ ລາວເຮົາຕ້ອງການທຶນຮອນເຖິງ 12 ພັນຕື້
ວັນທີ 14 ພະຈິກ 2013 - ເວລາ 10:19:03 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້ 
  
Divider
ອີກ 2 ປີກວ່າ ລາວເຮົາຕ້ອງການທຶນຮອນເຖິງ 12 ພັນຕື້

ໃນ​ໄລ​​ຍະ 3 ປີຜ່ານມາ ​ສປປ ລາວ ສາມາດ​ຂົນຂວາຍ​ຍາດ​ແຍ່ງ ແລະ ຈັດ​ຕັ້ງ​ປະຕິບັດ​ໂຄງການ​ທີ່​ໄດ້​ຮັບ​ການ​ຊ່ວຍເຫຼືອ​ລ້າ​ຈາກ​ຕ່າງປະເທດ ແລະ ອົງ​ການຈັດຕັ້ງ​ສາກົນ​ເຖິງ 2.109 ລ້ານ​ໂດ​ລາ​ສະຫະລັດ ຫຼື 16.000 ຕື້​ກີບ

ແລະ ອີກ​ພຽງ 2 ປີ​ກວ່າ ກໍ​ຄື​ແຕ່​ນີ້​ຮອດ​ປີ 2015 ລາວ​ເຮົາ​ຕ້ອງການ​ທຶນຮອນ​ເຖິງ 1.620 ລ້ານ​ໂດ​ລາ​ສະຫະລັດ ຫຼື 12.790 ຕື້​ກວ່າ​ກີບ ພ້ອມ​ດຽວ​ກັນ​ນັ້ນ ຍັງ​ຕ້ອງການ​ທຶນ​ເພີ່ມ​ເຕີມ​ຫຼາຍ​ກວ່າ 300 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ ຫຼື 2.370 ຕື້​ກີບ ເພື່ອ​ເລັ່ງ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ໂດຍ​ສະເພາະ​ບັນດາ​ເປົ້າ​ໝາຍ​ທີ່​ຍັງ​ບໍ່​ບັນລຸ​ຕາມ​ແຜນການ.

http://vientianemai.net/teen/khao/1/10615

ນັ້ນຫມາຍຄວາມວ່າ ເຮົາຕອ້ງໄດ້ໃຊ້ເງິນທຶນອີກ ກວ່າ 2200 ລ້ານ ໂດລາ ໃນການຈັດຕັ້ງປະຕິບັດ

ໄລ່ສະເຫລັ່ຍຕໍ່ຫົວຄົນ ກໍປະມານ 300 ໂດລາກວ່າ

 

ບັນດາທ່ານ ຢູ່ໃນບອດນີ້ ຊອ່ຍອະທິບາຍໃຫ້ໄດ້ບໍ່ວ່າ:

ເປົ້າຫມາຍສະຫັດສະຫວັດ ນັ້ນແມ່ນຫຍັໍໍໍງ ປະກອບມີອັນໃດແດ່ ວຽກງານໃດແດ່ໄດ້ເປົ້າຫມາຍແລວ້ ແລະອັນໃດແດ່ ບໍ່ທັນໃດ້

ສວ່ນເງິນທຶນນັ້ນຈະຕອ້ງລົງໃສ່ຂະແຫນງໃດແດ່

 

ຂໍຂອບໃຈ     

 



__________________
Anonymous

Date:
RE: ອີກ 2 ປີກວ່າ ລາວເຮົາຕ້ອງການທຶນຮອນເຖິງ 12 ພັນຕື້


ຝັນໄປເຖິະ !ຫົນທາງໄປບ້ານຂ້ອຍ ແຕ່ຂົວບຶງທາດຫຼວງ-ນາຄວາຍ ເຮັດມາໄດ້ສາມສິບກວ່າປີແລ້ວ ຍັງບໍ່ມີແວວທີ່ຈະສຳເລັດເທື່ອ ແລະເພິ່ນຊິໄປຄິດເຮັດແນວໃຫຍ່ກວ່ານີ້ໄດ້ແນວໃດ  ອັນໃດກໍອີງໃສ່ແຕ່ຕ່າງປະເທດ ຍັງບໍ່ທັນໃຫ້ຂະເຈົ້າມາຍັດເຂົ້າໃສ່ປາກໃຫ້ທໍ່ນັ້ນ ຄັນເຮັດທາງກໍແມ່ນຕ້ອງແມ່ນ ບສ ຂອງພີ່ນ້ອງໃກ້ສິດ ເຮັດແລ້ວທຽວກະບໍ່ໄດ້   ຕົວຢ່າງແມ່ນທາງເຂົ້າດົງໂດກ ພໍປານເອົາຕີນເຮັດ ບາດກວດກາ ກະເອີ້ນກັນໄປກິນເຂົ້າຮ້ານອາຫານກ່ອນ ເອົາອີ່ໜູມານວດ ກິນເຂົ້າອີ່ມ ລະກະເມົາແດ່ ທາງເປັນຄື້ນກະວ່າມັນພຽງ ຖຸຍ!!!ມື້ແລງມາກໍພາກັນໄປລ້ຽງເຂົ້າແລງອີກ ອີ່ມ ລະກະເມົາອີກ ຫາຫ້ອງພ້ອມອີ່ໜູເອົາໃຈເກັ່ງ ພ້ອມ ຍາມໄປສົ່ງກໍຍື່ນຊອງຂາວແໜ້ນໆ ໃຫ້ກັນ ເລື່ອງມັນກະຈົບ.  ທຸກໆງານກໍ່ສ້າງກໍເປັນແບບດຽວກັນໝົດ.  ໂຄງການລາຄາຖືກກໍດັນໃຫ້ມັນແພງເປັນເກືອບທົບເຄິ່ງ ແລ້ວເພິ່ນມາຢາກໄດ້ທຶນມະຫຶມາ ໂອຍ ! ຝັນເອົາ !

ຫາໃຫ້ມັນໄດ້ ສາມສິບລ້ານຫັ້ນກ່ອນ ຢ່າສຸຟ້າວໄປເວົ້າ ສາມຮ້ອຍລ້ານຫັ້ນ !! 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard