( ທຽບເທົ່າ 60 ລ້ານໂດລາສະຫະລັດ) ເພື່ອເປັນການຮອງຮັບເຂົ້າໃນການເປັນຫນຶ່ງປະເທດສະມາຄົມເສດຖະກິດອາຊຽນ (AEC) ໃນປີ 2015.
ຫນຶ່ງໃນບັນດາໂຄງການບູລິມະສິດ ແມ່ນ ສຸມໃສ່ການພັດທະນາພື້ນຖານໂຄງລ່າງດ້ານກະສິກຳ ໂດຍຟື້ນຟູລະບົບຊົນລະປະທານທີ່ມີແລ້ວ ແລະ ກໍ່ສ້າງໃຫມ່ໃນບາງແຫ່ງທີ່ມີເງື່ອນໄຂເຫມາະສົມ,
ຟື້ນຟູ ແລະ ຍົກລະດັບເສັ້ນທາງຊົນນະບົດ ຈາກເຂດການຜະລິດຫາບ້ານ, ຈາກບ້ານຫາກຸ່ມບ້ານລວມ ທັງານະນອງປັດໃຈຕ່າງໆ
ໃນການຜະລິດ ແລະ ການຂະຫຍາຍຜະລິດຕະພັນກະສິກຳໃຫ້ມີຄວາມຍືນຍົງ, ແນໃສ່ການສົ່ງເສີມການຜະລິດຕາມກົນໄກຕະຫລາດໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ.
2. ໂຄງການທີສອງແມ່ນໂຄງການນໍ້າປະປາ ແລະ ສຸຂະພິບານ, ມູນຄ່າ 41 ລ້ານໂດລາສະຫະລັດ, ເຊິ່ງໃນນັ້ນມີເງິນກູ້ ມູນຄ່າ 23.0.47.00 ເອັດສດີອາຣ໌ (ທຽບເທົ່າ 19.378.000 ໂດລາສະຫະລັດ) ແລະ ເງິນຊ່ວຍເຫລືອລ້າ 6 ລ້ານໂດລາສະຫະລັດ, ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດໃນ 11 ຕົວເມືອງ ຢູ່ໃນ 6 ແຂວງ.
3. ອີກຫນຶ່ງໂຄງການແມ່ນໂຄງການແຜນງານພັດທະນາພາກເອກະຊົນ ແລະ ວິສາຫະກິດຂະຫນາດ ນ້ອຍ ແລະ ກາງຊຸດທີ II ໄລຍະ 2 ເປັນເງິນກູ້ມູນຄ່າ 12.777.000 ເອັດສດີອາຣ໌(ທຽບເທົ່າ 19.378.000 ໂດລາສະຫະລັດ), ໂດຍສະສະຫນອງທຶນດັ່ງກ່າວກໍເພື່ອຊ່ວຍໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ໂດຍຍົກລະດັບການເຊື່ອມໂຍງວຽກງານການຄ້າໃຫ້ສູງຂຶ້ນ ແລະ ຍົກລະດັບບັນດາວິສາຫະກິດຂອງລາວໃຫ້ກ້າວໄປສູ່ຕະຫລາດສາກົນ ໂດຍສະເພາະແມ່ນວິສາຫະກິດ ຂະຫນາດນ້ອຍ ແລະ ກາງ (SME).
ເພື່ອເສີມຂະຫຍາຍບົດບາດ ແລະ ສ້າງຄວາມອາດສາມາດຂອງພາກເອກະຊົນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ດ້ວຍການຈັດຕັ້ງປະຕິບັດນະໂຍບາຍຊ່ວຍໃຫ້ ພາກເອກກະຊົນໄດ້ເຂົ້າເຖິງແຫລ່ງທຶນ, ການປັບປຸງລະບຽບຫລັກການ ກ່ຽວກັບ ການເພີ່ມທະວີປະສິດ ທິຜົນຂອງ SME ແລະ ການສ້າງຄວາມເຂັ້ມແຂງດ້ານນະໂຍບາຍການຄ້າເພື່ອສົ່ງເສີມການຂະ ຫຍາຍຕົວຂອງ SME.
ຂ້ອຍວ່າສ້າງໂຮງຣຽນ,ຄອມພິວເຕີ,ປື້ມຕຳລາ ໃຫ້ເດັກປະຖົມ-ມັດທະຍົມຍັງດີກວ່າ
ບໍ່ຂັດຂ້ອງຈັກຢ່າງ ແຕ່ມີສິ່ງໜຶ່ງທີ່ຢາກຂໍຮ້ອງນຳການນຳທັງຫຼາຍ ຄັນຫາກມີການຊ່ວຍເຫຼືອສ້າງຊົນລະປະທານກະຂໍຢ່າສຸໃຫ້ປະຊາຊົນໄດ້ຈ່າຍຄ່ານ້ຳແພງຫຼາຍ ເພາະທີ່ຜ່ານມາຊາວນາເຮັດນາແຊງເກືອບວ່າຊິບໍ່ໄດ້ຫຍັງ
ໂຄງການ ສຶກສາ ສູ່ຊົນນະບົດ
ໂຄງການ ສາທາ ສູ່ຮາກຖານ
ໂຄງການ ສ້າງທາງຊົນນະບົດ
ໂຄງການ ສ້າງຊົນລະປະທານ ຂະຫນາດນອ້ຍເຂດພູດອຍ
ໂຄງການ ທຸລະກິດຂະຫນາດນອ້ຍ ໃຫ້ທົ່ວເຖິງຮອດພື້ນຖານ
ລວ້ນແລວ້ແຕ່ແມ່ນໂຄງການທີ່ນຳຜົນໄດ້ມາໃຫ້ ປະຊາຊົນໂດຍກົງ
ອັນນີ້ແລວ້ ທີ່ຈະຊອ່ຍໃຫ້ປຊຊ ຫລຸດພົ້ນອອກຈາກຄວາມທຸກຍາກໄດ້
ແຕ່ຜ່ານມາເປັນຫຍັງ ຈຶ່ງມີແຕ່ນຳໃຊ້ທຶນຊອ່ຍເຫລືອລ້າ
ຊຶ່ງຕອ້ງໄດ້ໃຊ້ທັງເວລາ ແລະແຜນການ ຊຳ້ບໍ່ພໍພັດຕອ້ງໄດ້ແບ່ງໃຫ້ຊຽວຊານໄປກິນອີກ
ເປັນຫຍັງ ທຶນຂອງລັດຈຶ່ງບໍ່ມີຫລາຍ ຫລືວ່າເປັນຍອ້ນ ພະນັກງານບໍ່ມີຄວາມສາມາດຈັດຕັ້ງໂຄງການໄດ້ບໍ່?
ຫລື ເປັນຫຍັງບໍ່ນຳໃຊ້ທຶນສວ່ນນຶ່ງ ຈາກນັກລົງທຶນ ເຊັ່ນພວກໃຫ້ພວກສຳປະທານທີ່ດິນຕອ້ງມີສວ່ນແບ່ງທຶນໃຫ້ການກໍ່ສ້າງຖນົນເຂົ້າໂຄງການຜ່ານບ້ານ ປຊຊ
ຕອ້ງປະກອບສວ່ນໃນການ ກະສິກຳລຽ້ງສັດ ຕອ້ງມີການຣັບຊື້ ສິນຄ້າ ຫລືອາຫານການກິນ ຈາກ ປຊຊຊ ເປັນຕົ້ນ
ຖ້າພະນັກງານ ໂດຍສະເພາະຂັ້ນພຶ້ນຖານ ເປັນຕົວຕັ້ງຕົວຕີງ ມີແນວຄິດທີ່ສ້າງສັນ ຮັບຮອງວ່າ ປຊຊ ລາວສີບໍ່ທຸກງ່າຍປານໃດດອກ
ຫລືຈະຕອ້ງຖ້າແຕ່ກິນເງິນເດືອນ ທໍ່ນັ້ນກໍພໍ