Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສປປ ລາວ ຍັງເຫຼືອຄອບຄົວທຸກຍາກພຽງກວ່າ 10,57%
Anonymous

Date:
ສປປ ລາວ ຍັງເຫຼືອຄອບຄົວທຸກຍາກພຽງກວ່າ 10,57%


ຕາມ​ການ​ປະ​ເມີນ​ຄວາມທຸກ​ຍາກ ໃນ​ທ້າຍ​ປີ 2013 ອັດຕາ​ຄອບຄົວ​ທຸກ​ຍາກ​ໄດ້​ຫລຸດ​ຍັງ​ເຫຼືອ​ພຽງ 10,57% ບ້ານ​ທຸກ​ຍາກ​ກໍ​ຫຼຸດ​ລົງ​ຍັງ​ເຫຼືອ 26,72% ຫລື​ເທົ່າ​ກັບ 2.291 ບ້ານ ແລະ ເມືອງ​ທຸກ​ຍາກ​ຍັງ​ເຫຼືອ 25,52% ໃນ​ຂະນະ​ດຽວ​ກັນ ບ້ານ​ພັດທະນາ​ໄດ້​ເພີ່ມ​ຂຶ້ນ 27,45% ແລະ ຄອບຄົວ​ພັດທະນາ​ເພີ່ມ​ຂຶ້ນ​ກວມ 65,60%.

ໃນ​ວັນ​ທີ 10 ຕຸລາ 2013 ນີ້, ທ່ານ ບຸນ​ເຮືອງ ດວງ​ພະຈັນ ລັດຖະມົນຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະບານ ຫົວໜ້າ​ຄະນະ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ ໄດ້​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ເນື່ອງ​ໃນ​ໂອກາດ​ວັນ​ສາກົນ ແລະ ສັບປະດາ​ແຫ່ງ​ຊາດ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ 17-24 ຕຸລາ 2013 ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ພັກ-ລັດຖະບານ ຍາມ​ໃດ​ກໍ​ມີ​ຄວາມ​ພະຍາຍາມ ໃນ​ການ​ຍົກ​ຄຸນ​ນະ​ພາບ​ຊີວິດ​ຂອງ​ປະຊາຊົນ​ບັນດາເຜົ່າ ລວມ​ທັງ​ດ້ານ​ການ​ພັດທະນາ ທັງ​ໃນ​ຕົວ​ເມືອງ ແລະ ຊົນນະບົດ ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ ຍ້ອນ ​ສປປ ລາວ ມີ​ສະພາບ​ຈຸດ​ພິເສດ​ດ້ານ​ພື້ນ​ທີ່​ສ່ວນ​ໃຫຍ່​ເປັນ​ຊົນນະບົດ ພົນລະເມືອງ​ປະມານ 80% ເປັນ​ຊາວ​ກະສິກອນ ແລະ ດຳລົງ​ຊີວິດ​ຢູ່​ຊົນນະບົດ ການ​ດຳລົງ​ຊີວິດ ແລະ ການ​ຜະລິດ​ສ່ວນ​ໃຫຍ່​ຂອງ​ປະຊາຊົນ ຍັງ​ເປັນ​ແບບ​ທຳ​ມະ​ຊາດ ລະດັບ​ຄຸນ​ນະ​ພາບ​ຊີວິດ​ຍັງ​ຕ່ຳ ພື້ນຖານ​ວັດຖຸ​ເຕັກນິກ ແລະ ໂຄງ​ລ່າງ​ດ້ານ​ເສດຖະກິດ-ສັງຄົມ ຍັງ​ຈຳກັດ​ຫລາຍ​ດ້ານ ດ້ວຍ​ເຫດ​ນີ້ ພັກ-ລັດຖະບານ ຍາມ​ໃດ​ກໍ​ຖື​ເອົາ​ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ເປັນ​ວຽກ​ຍຸດ​ທະ​ສາດ ເປັນ​ວຽກ​ບູ​ລິ​ມະ​ສິດ​ຕົ້ນຕໍ ແລະ ເປັນ​ໜ້າທີ່​ຕົ້ນຕໍ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ແນໃສ່​ເຮັດ​ໃຫ້​ວຽກ​ງານ​ພັດທະນາ​ຊົນນະບົດ ກາຍເປັນ​ສະໜາມຮົບ​ອັນ​ດັບ​ໜຶ່ງ​ຢ່າງ​ແທ້​ຈິງ ພ້ອມ​ນັ້ນ​ໄດ້​ວາງ​ຄາດໝາຍ​ສູ້​ຊົນ ຫຼຸດ​ອັດຕາ​ຄວາມທຸກ​ຍາກ​ໃຫ້​ຕ່ຳ​ກວ່າ 10% ແລະ ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ເພື່ອ​ການ​ພັດທະນາ​ໃນ​ປີ 2015 ທັງ​ນຳ​ເອົາ​ປະເທດ​ຊາດ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະພາວະ​ຄວາມ​ດ້ອຍ​ພັດທະນາ ໃນ​ປີ 2020.

ຢ່າງໃດ​ກໍ​ຕາມ ໃນ​ແຕ່​ລະ​ປີ ລັດຖະບານ​ໄດ້​ສຸມ​ທຶນຮອນ​ເຂົ້າ​ໃນ​ການ​ປະຕິບັດ ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ ກໍ​ຄື​ການ​ຄ້ຳປະກັນ​ສະບຽງ​ອາຫານ​ເປັນ​ຈຳນວນ​ຫລາຍ​ພໍ​ສົມຄວນ ສະເພາະ​ປີ 2013 ມີ​ມູນ​ຄ່າ 1,6 ຕື້​ກວ່າ​ກີບ ໂດຍ​ທຶນ​ດັ່ງກ່າວ ບໍ່​ໄດ້​ລວມ​ເອົາ​ການ​ລົງທຶນ​ຂອງ​ພາກສ່ວນ​ເສດຖະກິດ ທັງ​ພາຍ​ໃນ ແລະ ຕ່າງປະເທດ ທຶນ​ຊ່ວຍເຫລືອ​ລ້າ ແລະ ກູ້​ຢືມ​ຂອງ​ຂະແໜງການ​ທີ່​ຈັດ​ຕັ້ງ​ປະຕິບັດ​ຢູ່​ທ້ອງຖິ່ນ ຜົນສຳເລັດ​ທີ່​ຍາດ​ມາ​ໄດ້​ນັ້ນ ກໍ​ຍ້ອນ​ມີ​ການ​ປະກອບສ່ວນ​ອັນ​ສຳຄັນ​ຂອງ​ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ ທັງ​ພາຍ​ໃນ ແລະ ຕ່າງປະເທດ, ລວມ​ທັງ​ການ​ຊ່ວຍ​​ເຫຼືອ​ຂອງ​ປະເທດ​ເພື່ອນ​ມິດ ສະ​ຖາ​ບັນ​ການ​ເງິນ ອົງ​ການຈັດຕັ້ງ​ສາກົນ ທີ່​ເປັນ​ຄູ່​ຮ່ວມ​ພັດທະນາ ແລະ ອົງການ​ທີ່​ບໍ່​ສັງກັດ​ລັດຖະບານ ພ້ອມ​ນີ້​ໄດ້​ຮຽກຮ້ອງ​ເຖິງ​ທຸກ​ຊັ້ນ​ຄົນ ແລະ ພາກສ່ວນ​ໃນ​ສັງຄົມ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຕໍ່ສູ້​ກັບ​ຄວາມທຸກ​ຍາກ ແລະ ໄພ​ອຶດຫິວ​ຢູ່​ໃນ​ທົ່ວ​ໂລກ ກໍ​ຄື​ໃນ ສປປ ລາວ ໃຫ້​ມີ​ຜົນສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ທ່ານ ບຸນ​ເຮືອງ ດວງ​ພະຈັນ ກ່າວ​ຕື່ມ​ວ່າ: ຄວາມທຸກ​ຍາກ ແລະ ຄວາມ​ອຶດຫິວ​ເປັນ​ບັນຫາ​ໃຫຍ່​ຂອງ​ໂລກ ທີ່​ມີ​ມາ​ຫຼາຍ​ທົດ​ສະ​ວັດ​ແລ້ວ ຊຶ່ງ​ອົງການ​ສະຫະ​ປະຊາ​ຊາດ ກໍ​ໄດ້​ມີ​ຄວາມ​ພະຍາຍາມ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ມາ​ໂດຍ​ຕະຫຼອດ ປັດຈຸບັນ ປະຊາກອນ​ທົ່ວ​ໂລກ​ຫຼາຍ​ລ້ານ​ຄົນ ຍັງ​ດຳລົງ​ຊີວິດ​ໃນ​ຄວາມທຸກ​ຍາກ​ຂາດເຂີນ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ແລະ ມີ​ລາຍ​ຮັບ​ຕ່ຳ​ກວ່າ 1 ໂດ​ລາ​ສະຫະລັດ/ຄົນ/ມື້ ເພື່ອ​ເປັນ​ການສະແດງ​ພະລັງ​ມວນ​ຊົນ ໃນ​ການ​ສະໜັບສະໜູນ​ວັນ​ສາກົນ ແລະ ສັບປະດາ​ແຫ່ງ​ຊາດ ເພື່ອ​ລຶບລ້າງ​ຄວາມທຸກ​ຍາກ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ​ໃນ​ທົ່ວ​ປະເທດ ພາຍ​ໃຕ້​ຄຳ​ຂວັນ​ທີ່​ວ່າ “ພາລະກິດ​ລຶບ​ລ້າ​ຄວາມທຸກ​ຍາກ ແມ່ນ​ໜ້າທີ່ ແລະ ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ ທົ່ວ​ລັດ ແລະ ທົ່ວ​ສັງຄົມ” ຄະນະ​ພັດທະນາ​ຊົນນະບົດ ແລະ ລຶບລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ ໄດ້​ຈັດ​ໃຫ້​ມີ​ກິດຈະກຳ​ຍ່າງ​ເພື່ອ​ສຸຂະພາບ ການ​ໂຮມ​ຊຸມນຸມ ແລະ ວາງສະແດງ​ຮູບ​ພາບ ການ​ຈັດ​ປາຖະກະຖາ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ອອ້ມ​ຂ້າງ​ສູນ​ກາງ ແລະ ການ​ແຂ່ງ​ຂັນ​​ກ໋ອຟ​ເພື່ອ​ການ​ກຸສົນ ຊີງ​ຂັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ເປັນ​ການ​ລະດົມ​ທຶນ​ປະກອບສ່ວນ​ເຂົ້າ​ໃນ​ການ​ວຽກ​ງານ​ດັ່ງກ່າວ.

http://www.vientianemai.net/teen/khao/1/10373



__________________
Anonymous

Date:

ຂໍສະແດງຄວາມຍິນດີນໍາພັກລັດແລະປະຊາຊົນລາວທີ່ສາມາບັນລຸເປົ້າໝາຍໄດ້ຕາມຄໍາສັນຍາ

ທີ່ໄດ້ໃຫ້ແກ່ອົງການສະຫະປະຊາຊາດໃນປີ 2009.



__________________
Anonymous

Date:

ຖືກຕ້ອງທີ່ສຸດ, ແລ້ວຍັງອີກ 89.43 % ເປັນຄອບຄົວທຸກງ່າຍ ໝາຍຄວາມວ່າຍັງຢູ່ໃນຄວາມທຸກຍາກນັ້ນເອງ !!!



__________________
Anonymous

Date:

ຍູ່ໃນໂລກ ມີຄົນທຸກກວ່າ 23% ແຕ່ລາວເຮົາລື່ນຄາດຫມາຍ 10.5%

ອີກ ປີ 2020 ຄົງບໍ່ມີຄົນທຸກແລວ້

ດີໃຈ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard