ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 10 ປີ (2011-2020) ເປັນຍຸດທະສາດບຸກທະລຸ ແລະ ມີລັກສະນະກຳນົດທິດທາງ, ເປົ້າໝາຍລວມຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍຖືເອົາເສດຖະກິດເປັນໃຈກາງຕິດພັນກັບຄວາມສົມດູນ ລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາສັງຄົມ, ປົກປັກຮັກສາ ແລະ ຟື້ນຟູສະພາບແວດລ້ອມ, ການພັດທະນາຕົວເມືອງ ແລະ ຊົນນະບົດ, ສຸມໃສ່ການພັດທະນາເສດຖະກິດໃຫ້ເຕີບໂຕໄວ ຕິດພັນກັບການພັດທະນາທີ່ໝັ້ນທ່ຽງ, ໜັກແໜ້ນ ແລະ ຍືນຍົງ. ພ້ອມໆກັບການຊຸກຍູ້ການສືບຕໍ່ປ່ຽນແປງໃໝ່ ທາງດ້ານເສດຖະກິດຢ່າງຮອບດ້ານ ແລະ ຄົບຊຸດຕາມກົນໄກເສດຖະກິດຕະຫຼາດ ເພື່ອສ້າງປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ ແນໃສ່ສ້າງປະເທດຊາດໃຫ້ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ມີປະຊາທິປະໄຕຍຸຕິທຳ ແລະ ສີວິໄລ.
ໃນບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ຍຸດທະສາດການພັດທະນາດັ່ງກ່າວ ແມ່ນໄດ້ຖືເອົາເສດຖະກິດເປັນໃຈກາງ ຊຶ່ງເປົ້າໝາຍຕົ້ນຕໍແມ່ນສຸມໃສ່ພັດທະນາເສດຖະກິດແຫ່ງຊາດໃຫ້ເຕີບໂຕ ໄວ, ຕໍ່ເນື່ອງ ແລະ ຍືນຍົງ ໂດຍໄດ້ປະຕິບັດເປັນ 2 ໄລຍະຄື: ໄລຍະ 2011-2015 ເສດຖະກິດເຕີບໂຕບໍ່ຫຼຸດ 8% ຕໍ່ປີ, ໃນນັ້ນ ການຂະຫຍາຍຕົວຂອງຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 3,3%, ອຸດສາຫະກຳເພີ່ມຂຶ້ນ 12,2%, ການບໍລິການ 8,5%, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸ 1.700 ໂດລາສະຫະລັດຂຶ້ນໄປໃນປີ 2015, ສູ້ຊົນໃຫ້ຄັງສຳຮອງເງິນຕາຕ່າງປະເທດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກຸ້ມການນຳເຂົ້າໃຫ້ໄດ້ຢ່າງໜ້ອຍ 1 ປີ, ສູ້ຊົນລະດົມທຶນທົ່ວສັງຄົມບໍ່ໃຫ້ຫຼຸດ 127 ພັນຕື້ກີບ, ສູ້ຊົນປະຕິບັດລາຍຮັບທັງໝົດໃຫ້ໄດ້ 19-21% ຂອງ GDP, ຮັບປະກັນການຂາດດຸນງົບປະມານຢູ່ໃນລະຫວ່າງ 3-5% ຂອງ GDP ຕໍ່ປີ, ສູ້ຊົນຫຼຸດຫຼຸດຜ່ອນໜີ້ສິນໃນທົ່ວລະບົບການເງິນຂອງລັດໃຫ້ຕ່ຳ ກວ່າ 45% ຂອງ GDP, ສູ້ຊົນຜະລິດເຂົ້າໃຫ້ໄດ້ 4,2 ລ້ານໂຕນໃນເນື້ອທີ່ 1,04 ລ້ານເຮັກຕາ ດ້ວຍສະມັດຕະພາບ 4 ໂຕນຕໍ່ເຮັກຕາ, ອັດຕາເພີ່ມການລ້ຽງສັດປະມານ 4-5% ຕໍ່ປີ, ສູ້ຊົນໃຫ້ຈຳນວນຄອບຄົວມີໄຟຟ້າໃຊ້ກວມ 80% ຂອງຈຳນວນຄອບຄົວທົ່ວປະເທດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ສຳຄັນໃຫ້ມີຈຳນວນເພີ່ມຂຶ້ນໃນແຕ່ລະປີ ດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນ 2,8 ລ້ານຄົນຕໍ່ປີ, ຫຼຸດຜ່ອນອັດຕາຄວາມທຸກຍາກໃຫ້ຕ່ຳກວ່າ 19% ຂອງຈຳນວນພົນລະເມືອງທັງໝົດ ແລະ ອັດຕາຄວາມທຸກຍາກໃຫ້ຕ່ຳກວ່າ 10% ຂອງຄອບຄົວທັງໝົດ, ອັດຕາສ່ວນປະຊາກອນຊົມໃຊ້ນ້ຳສະອາດໃຫ້ໄດ້ 80% ແລະ ວິດຖ່າຍ 60% ຂອງຈຳນວນປະຊາກອນທັງໝົດ, ຄວບຄຸມອັດຕາການວ່າງງານສະເລ່ຍໃຫ້ຢູ່ໃນລະດັບບໍ່ເກີນ 2%, ສູ້ຊົນໃຫ້ອັດຕາສ່ວນແຮງງານໃນຂະແໜງກະສິກຳ-ປ່າໄມ້ ຫຼຸດລົງເປັນ 70%, ອຸດສາຫະກຳ-ກໍ່ສ້າງ-ບໍ່ແຮ່ເພີ່ມຂຶ້ນ 7% ແລະ ຂະແໜງບໍລິການເພີ່ມຂຶ້ນ 23% ຂອງແຮງງານລວມ, ຮັບປະກັນອັດຕາການປົກຫຸ້ມຂອງເນື້ອທີ່ປ່າໄມ້ກວມປະມານ 70% ຂອງເນື້ອທີ່ທົ່ວປະເທດ.
ສ່ວນໄລຍະແຕ່ປີ 2016-2020 ນັ້ນ ແມ່ນສືບຕໍ່ຍົກລະດັບຄາດໝາຍທີ່ຕ້ອງບັນລຸໃນປີ 2015 ໃຫ້ສູງຂຶ້ນກວ່າເກົ່າ, ຮອດປີ 2020 ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.220 ໂດລາສະຫະລັດ, ອັດຕາສ່ວນຄອບຄົວທຸກຍາກຍັງເຫຼືອບໍ່ໃຫ້ເກີນ 5% ຂອງຈຳນວນຄອບຄົວໃນທົ່ວປະເທດ ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 5 ປີ ໃຫ້ຫຼຸດລົງສູ່ມາດຕະຖານຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ປະຊາກອນລາວມີອາຍຸຍືນສະເລ່ຍ 73 ປີ ແລະ ອື່ນໆ.
ເບິ່ງສະພາບຄວາມເປັນຈິງຄືທຸກມື້ນີ້ເອົາໂລ້ດ ບາງຄົນເງິນເດືອນແທ້ໆກໍ່ຍັງບໍ່ທັນອອກ ສິໄປຄຶດຫຍັງໄກ
ຄອບຄົວນອ້ງຂອ້ຍເປັນຊາວໄຮ່ນາຢູ່ຕີນພູຊ່າງແຮ
ຕັ້ງແຕ່ 20 ປີມານີ່ ບໍ່ມີຫຍັງປຽ່ນແປງຂຶ້ນ
ເຮັດນາ ກໍພຽງແຕ່ ພໍກຸ້ມກິນ
ຂາຍງົວຂາຍຄວາຍ ກໍໄດ້ ປີລະ ໂຕ ສອງໂຕ
ສຳຫລັບ ຄອບຄົວນອ້ງຂອຍ ລາຍຮັບຕໍ່ຄົນ ຄົງບໍ່ຮອດ 3 ລ້ານຕໍ່ປີ
ແຕ່ເປັນຫຍັງ ບາດເພິ່ນລົງໄປສຳພາດ ພັດລາຍງານຕົວເລກ ສູງຂຶ້ນຫລາຍເທົ້າ
ບໍ່ແມ່ນລາຍງານດອກໄມ້ ຫວາ
ຕ້ອງເບິ່ງ ແຜນປະຕິບັດ ການດຳເນີນງານ ແລະປະເມີນຜົນຢ່າງລະອຽດ(ຖ້າບໍ່ລະອຽດ ກໍ່ຄົງຈະບໍ່ບັນລຸ)
ຢ້ານແຕ່ ເພິ່ນ ເຮັດບໍ່ໄດ້ ແລ້ວ ຍ້າຍເປັນ 2025 ຖ້າຍັງບໍ່ໄດ້ 2030 ..2040
ເປັນແຜນຄາດຄະເນຂອງລັດຖະບານຊື່ໆ, ຂຽນອອກມາໃຫ້ມ່ວນໆ ເພື່ອໃຫ້ປະຊາຊົນດີໃຈວ່າ ລັດຖະບານລາວສະຫຼາດ,
ສາມາດເຮັດໄດ້ ແລະ ປະຕິບັດໄດ້ຕາມແຜນການ.... ຂໍເຊີນທ່ານໄປເບີ່ງເຂດຊົນນະບົດ, ຫ່າງໄກຊອກຫຼີກແດ່ວ່າ ຊີວິດການເປັນຢູ່ພວກເຂົ້າເຈົ້າແທ້ໆ ນະເປັນຈັ່ງໃດ...
ລູກເປັນໄຂ້ກະບໍ່ມີຮອດເງິນຊື້ຢາ, ເງິນ 10,000 ກີບ ຊິຊື້ຢາກະຍັງບໍ່ມີນະ, ລະຊິໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ແນວໃດເດ..................
ຝັນໄປເທິ
ຂ້າພະເຈົ້າເຄີຍເປັນຊາວນາ, ປີໃດຝົນດີຝຸ່ນມີກໍໄດ້ປະມານ 3,2 ໂຕນ ຕໍ່ 1 ເຮັກຕາຖືວ່າດີສຸດ ໆ ປີໃດຝົນບໍ່ດີກໍໄດ້ແຕ່ 2,6 ຫາ2,8 ໂຕນທໍ່ນັ້ນ, ທ່ານບໍ່ໄດ້ເຮັດນາ ແລ້ວມາຝັນຫວານເອົາຕົວເລກມາຕົວະກັນ ທ່ານຮູ້ບໍວ່າການເຮັດນາມັນຕ້ອງລົງທຶນສູງ ນອກນັ້ນກໍຍັງສ່ຽງຕໍ່ການຜັນແປຂອງສະພາບແວດລ້ອມ, ດິນຟ້າອາກາດ ສັດຕູພືດ ພໍ່ນາຫຼຸບທຶນໃນການເຮັດນາເກືອບທຸກປີ ບໍ່ດ່ັງນັ້ນຊາວນາລວຍກັນໝົດແລ້ວ ! !
Anonymous wrote:ຂ້າພະເຈົ້າເຄີຍເປັນຊາວນາ, ປີໃດຝົນດີຝຸ່ນມີກໍໄດ້ປະມານ 3,2 ໂຕນ ຕໍ່ 1 ເຮັກຕາຖືວ່າດີສຸດ ໆ ປີໃດຝົນບໍ່ດີກໍໄດ້ແຕ່ 2,6 ຫາ2,8 ໂຕນທໍ່ນັ້ນ, ທ່ານບໍ່ໄດ້ເຮັດນາ ແລ້ວມາຝັນຫວານເອົາຕົວເລກມາຕົວະກັນ ທ່ານຮູ້ບໍວ່າການເຮັດນາມັນຕ້ອງລົງທຶນສູງ ນອກນັ້ນກໍຍັງສ່ຽງຕໍ່ການຜັນແປຂອງສະພາບແວດລ້ອມ, ດິນຟ້າອາກາດ ສັດຕູພືດ ພໍ່ນາຫຼຸບທຶນໃນການເຮັດນາເກືອບທຸກປີ ບໍ່ດ່ັງນັ້ນຊາວນາລວຍກັນໝົດແລ້ວ ! !
ຄົງຍາກຢູ່ ທີ່ຮູ້ມາ NGO ເຮັດໂຄງການກໍ່ຫລາຍ ແລະມີຜູ້ຊ່ຽວຊານກໍ່ຫລາຍ ມີກ້ອນເງິນ ແລະ ແຜນກໍ່ລະອຽດ ມີການປະເມີນແຕ່ລະໄລຍະ ແຕ່ເວລາປະເມີນໂຄງການແລ້ວກໍ່ບໍ່ໄດ້ຕາມເປັ້າໝາຍ(ຜູ້ປະເມີນ ແມ່ນ ຜູ້ຊ່ຽວຊານທີ່ຈ້າງມາຕ່າງຫາກ)
ສັງເກດເພິ່ນໃຊ້ຄຳວ່າ ສູ້ຊົນ ຫັ້ນ
ມັນບົ່ງບອກຫຍັງໄດ້ຫຼາຍໆຢ່າງ
ສ່ວນຫຼາຍແມ່ນບໍ່ບັນລຸດອກ ມະຫຼ້ຳມະກອຍ ກະ ຈາວກັນປານຊຽງຍານ
ຄວນໃຊ້ຄຳວ່າ ມາດຕາການ
ວັດແທກໄດ
ມີໄລຍະເວລາທີ່ແນ່ນອນ
ກວດສອບໄດ້