Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເບື່ອສະຖານີ TVLao ຂີ້ອວດ ຫລອກລວງຜູ້ຊົມ
Anonymous

Date:
ເບື່ອສະຖານີ TVLao ຂີ້ອວດ ຫລອກລວງຜູ້ຊົມ

TV Lao ໂຄສະນາເອົາແທ້ເອົາວ່າ ອ້າງວ່າຕົນແຜ່ພາບດ້ວຍລະບົບ HD ເປັນເຈົ້າທຳອິດໃນອາຊຽນ ທັ້ງໆທີ່ປະເທດອື່ນເຂົາແຜ່ພາບກັນເຕັມໂດຍສະເພາະTV ຜ່ານດາວທຽມ, ສ່ວນ SMS ລາຍການຂ່າວ ເບີ 9898 ຂ້ອຍສົ່ງໄປຫຼາຍເທື່ອບໍ່ເຫັນເພິ່ນເອົາອອກ ກົງກັນຂ້າມທີມງານເພິ່ນພີມແລ້ວອອກເອງຍ້ອງກັນເອງຂໍ້ຄວາມເກົ່າອອກກັບໄປກັບມາເປັນເດືອນແລ້ວ ເຮັດແນວນີ້ແມ່ນຫລອກລວງຜູ້ຊົມ ພິທີກອນຄວາມຮູ້ທໍ່ຫາງເຕົ່າພັດຢາກຂະຫຍາຍຂ່າວເວົ້າຜິດ ຈັກສັບລາວ ສັບໄທ ເວົ້າຄວາມລາວກໍ່ຖືກ ພິທີກອນຍິງເຮັດໜ້າເຊີເວີຄືເໝັນຕົດ ບໍ່ຍີ້ມບໍ່ຫົວ ເອົາແລັບທັອບມາຕັ້ງໂຊອີກ ບໍ່ເຫັນຫຼຽວເບິ່ງຈັກເທື່ອ ເອົາໄວ້ເບິ່ງໜັງໂປ້ຕິເບາະ

__________________
Anonymous

Date:

ຂ້ອຍກໍ່ເບິ່ງຂ່າງ ຊ່ອງນີ້ ຄືກັນ 

ຮູ້ສຶກວ່າ ເຂົາເຈົ້າເວົ້າ ວົກໄປວຽນມາ

ໂດຍສະເພາະຂ່າວ ຕອບສະໜອງກະແສໄຟຟ້າ ຂອງໄຟຟ້າລາວ ພິທີກອນຊາຍເວົ້າແລ້ວ ພິທີກອນຍິງ ມາເວົ້າອັນເກົ່າ ຊໍ້າອີກ ແລະ ພິທີກອນຊາຍ ກໍ່ເວົ້າອັນເກົ່າຊໍ້າອີກ

ສະຫຼຸບ ຂ່າວອັນດຽວ ເວົ້າ ວົນໄປວຽນມາ ໄດ້ປະມານ ສາມຮອບ ຫຼືເພິ່ນຢາກເວົ້າ ຈົນກ່ວາ ຮູບພາບໃນຂ່າວໜົດ. ຄວນໃຫ້ມັນກະທັດຮັດ ກ່ວານີ້ 

__________________
Anonymous

Date:

ສະຫຼຸບແລ້ວຂ່າວຊ່ອງຕຳລວດດີກ່ອນໝູ່ແຕ່ວ່າເພິ່ນອອກຂ່າວພາຍໃນເພິ່ນຫລາຍໂພດ ສັງເກດບໍ່ນັກຂ່າວຍິງຊ່ອງທີວີລາວຕາຢືດ ນັ່ງຕົວກົງຄືຫຸ່ນຍົນ ຂໍ້ຄວາມ SMS ແມ່ນອັນເກົ່າອອກກັບໄປກັບມາແທ້ ທີມງານພີມຍ້ອງກັນເອງ

__________________
Anonymous

Date:

ຊ່ອງ NLTV ກາທາດຫລວງກໍ່ຄືກັນຫັນລະ ທ້າວ ຫຸມພັນ ກັບ ນາງ ອາໂນມາ

ເພີ່ນຫັ້ນ, ບາງຄັງກໍ່ເວົ້າເກີນໜ້າທີ່ຂອງໂຕເອງ, ບາງຄັງກໍ່ຍາດກັນເວົ້າ

__________________
Anonymous

Date:

ຂ້ອຍຢູ່ວຽງຈັນແທ້ໆຂ້ອຍຍັງບໍ່ເບິ່ງທີວິລາວຈັກຊ່ອງເລີຍເພາະວ່າ

ບໍ່ມັກລາຍການແລະທັງຜູ່ຈັດລາຍການ. ມີຕາຍແຕ່ເພງກັບລຳ

24-7 ເອົາໂລດຈົນເບື່ອ, ເວົ້າເລື່ອງຂ່າວປະຈຳວັນວ່າເປັນຂ່າວສົດໆ

ຂອງແຕ່ລະສະຖານນີນັ້ນແມ່ນມີເຫດການເກີດຂຶ້ນຜ່ານມາໄດ້ເປັນ

2-3 ອາທິດແລ້ວຈັ່ງເອົາມາອອກອາກາດ. ເບິ່ງທີວີໄທດີກ່ວາ.

__________________

Guru

Status: Offline
Posts: 695
Date:

ດີບ່ດີມັນຕັດສີນຢູ່ສ້າງລາຍການທີ່ມີປະໂຫຍດແລະໜ້າສົນໃຈ ບໍແມ່ນລະບົບHD

__________________

 187557797.jpg

ປຊຊ ຖີ່ນຕົມ

Date:

ທໍລະທັດລາວ ບໍ່ວ່າ ສະຖານີໃດ ກະຄືກັນໝົດ ໂດຍສະເພາະໂຄສົກ ສະຖານີ ຕຳຫລວດ ຫັ້ນເວົ້າອະລຳພະບົດຈັບໃຈຄວາມໄດ້ ຍາກເວົ້າໄປແບບຄືວ່າເພີ່ນເກ່ງໝົດ, ຮູ້ໝົດ ແລະ ອັນເປັນຕາໜ່າຍ ກວ່າໝູ່ ແມ່ນທຸກເຫດການປະກົດການຫຍໍ້ທໍ້ໃນສັງຄົມ ບັນຍາຍໄປນຳ ແລະ ສຸດທ້າຍ ກໍ່ສັ່ງສອນຜູ້ຊົມເກືອບ ທຸກໆເລື້ອງ, ຈົບຂ່າວໜື່ງ ກີນເວລາເກືອບ ສີ່ ຫາ ຫ້າ ນາທີ...

ເບີ່ງກັນຄືນໃໝ່ໄດ້ແລ້ວ ທ່ານເຈົ້ານາຍເອີຍ ບ້ານໄກ້ເຮືອນຄຽງ ເພີ່ນໄປໄກຫລາຍແລ້ວ....

__________________
Anonymous

Date:

ຢ່າໄປທຽບຂ່າວລາວ ໃສ່ ຂ່າວໄທ ຫຼາຍ ເຂົາເຈົ້າມີພະນັກງານເປັນພັນ ເຮັດວຽກ ຢູ່ສະຖານີໜຶ່ງ

ໄປທຽບໃສ່ຄົນເກ່ງແລ້ວ ຂອງເຮົາ ມັນກໍ່ບໍ່ດີໄປໜົດແລ້ວ

ຄວນທຽບສະຖານີລາວ ໃສ່ສະຖານີ ຂອງກໍາປູເຈຍ ຫຼື ປະເທດ ດ້ອຍພັດທະນາ ອື່ນໆ ແລ້ວ ເຮົາ ຈະຍ້ອນ ສະຖານີຂອງເຮົາເອັງ ວ່າ ພັດທະນາຫຼາຍ

__________________
Anonymous

Date:

Anonymous wrote:

TV Lao ໂຄສະນາເອົາແທ້ເອົາວ່າ ອ້າງວ່າຕົນແຜ່ພາບດ້ວຍລະບົບ HD ເປັນເຈົ້າທຳອິດໃນອາຊຽນ ທັ້ງໆທີ່ປະເທດອື່ນເຂົາແຜ່ພາບກັນເຕັມໂດຍສະເພາະTV ຜ່ານດາວທຽມ, ສ່ວນ SMS ລາຍການຂ່າວ ເບີ 9898 ຂ້ອຍສົ່ງໄປຫຼາຍເທື່ອບໍ່ເຫັນເພິ່ນເອົາອອກ ກົງກັນຂ້າມທີມງານເພິ່ນພີມແລ້ວອອກເອງຍ້ອງກັນເອງຂໍ້ຄວາມເກົ່າອອກກັບໄປກັບມາເປັນເດືອນແລ້ວ ເຮັດແນວນີ້ແມ່ນຫລອກລວງຜູ້ຊົມ ພິທີກອນຄວາມຮູ້ທໍ່ຫາງເຕົ່າພັດຢາກຂະຫຍາຍຂ່າວເວົ້າຜິດ ຈັກສັບລາວ ສັບໄທ ເວົ້າຄວາມລາວກໍ່ຖືກ ພິທີກອນຍິງເຮັດໜ້າເຊີເວີຄືເໝັນຕົດ ບໍ່ຍີ້ມບໍ່ຫົວ ເອົາແລັບທັອບມາຕັ້ງໂຊອີກ ບໍ່ເຫັນຫຼຽວເບິ່ງຈັກເທື່ອ ເອົາໄວ້ເບິ່ງໜັງໂປ້ຕິເບາະ

 ເບີ່ງຄືຊິແມ່ນເຈົ້າໄປສະໝັກເຮັດວຽກນຳເຂົາ ແລ້ວເຂົາບໍ່ຮັບຕິ ເຈົ້າຈື່ງມີອະຄະຕິນຳເຂົາເອົາແທ້ເອົາວ່າ

__________________
Anonymous

Date:

ຂ້ອຍບໍ່ຈຳເປັນໄປສະມັກວຽກເພີ້ມເຕີມດອກ ຂ້ອຍມີວຽກເຮັດງານທຳທີ່ຫມັ້ນຄົງ ເງີນຂ້ອຍຕັ້ງສະຖານີແຂ່ງທີວີລາວກໍ່ຄືຊີ່ໄດ້ແບບສະບາຍໆຖ້າຂ້ອຍຢາກເຮັດ ເພາະຂ້ອຍລວຍ ທີ່ຂ້ອຍອອກມາເວົ້າເພາະຢາກເຕືອນສະຕິພວກເຈົ້າວ່າ ຢ່າດູຖູກຄົນລາວ ຢ່າຄິດວ່າຄົນລາວໂງ່ ການກະທຳຂອງພວກເຈົ້າໃຜໆກໍ່ເບິ່ງອອກ ຂຽນ SMS ຍ້ອງຕົນເອງ ອອກຊ້ຳໄປຊຳມາ (ພິທີກອນຄືເກັ່ງແທ້, ລາວນຳໜ້າໃນອາຊຽນ, ຂ່າວທັນເຫດການ, ລາຍການອັບເດດຕະລອດ ແລະອື່ນໆ) ບາດຕົວຈິງໄປເອົາລາຍການເກົ່າໂທລະພາບແຫ່ງຊາດມາອອກລົບໄປລົບມາ, ພິທີກອນວາງມາດເອົາແທ້ເອົາວ່າ ນາງຜູ້ຍີງເຮັດຕາຢືດ ໜ້າຍາວປານຢາປວດຫາຍ ຍອມຮັບຄວາມຈີງແລ້ວນຳໄປປັບປຸງຄືນ SMS ຂີ້ຕົວະເຊົາອອກສາ ມັນຊີ່ເສຍຊື່ປະເທດລາວ

__________________
Anonymous

Date:

ເຈົ້ານັ້ນໂງ່ທີ່ ສຸດ ຄົນລວຍເຂົາບໍ່ອອກ ມາອ້າງໂຕເອງວ່າລວຍດອກ 

__________________
Anonymous

Date:

Anonymous wrote:

ເຈົ້ານັ້ນໂງ່ທີ່ ສຸດ ຄົນລວຍເຂົາບໍ່ອອກ ມາອ້າງໂຕເອງວ່າລວຍດອກ 

ອອກຊີ່ຜິດໃຜແນວບໍ່ໄດ້ເອົາຮູບມາລົງ ເອົາຊື່ມາບອກ ແຕ່ວ່າທີ່ແນ່ໆ ເຈົ້າແມ່ນເຈົ້າຂອງທີວີຫລອກລວງນີ້ແມ່ນບໍ່ ຄັນບໍ່ແມ່ນກໍ່ຄືຊີ່ແມ່ນຂີ້ຂ້າເຂົາເນາະ ເພິ່ນເຕືອນດີໆພັດປະຕິເສດ ເຈົ້ານັ້ນລະໂງ່ ສຸພາສິດເວົ້າວ່າ ຈົ່ງເຕືອນຄົນທີ່ເຕືອນໄດ້ ຂ້ອຍຊີ່ເຊົາຕອບໂຕ້ເຈົ້າແລ້ວເດີ ເວົ້າໄປເອງໂລດ

__________________
Anonymous

Date:

ຊ້ອງລາວສະຕາກະຄືກັນຫັ້ນລະ ພີທີກ່ອນຊາຍ3ບັກຫັ້ນແຫ່ງຄັກ (ບັກກິນ້ອຍ, ບັກປ້ອມ, ບັກຈອ່ຍ)

ຍາດກັນເວົ້າ, ເຮັດຄືຕົນເອງຮູ້ດີກວ່າຜູ້ຊົມ, ຢາກເຫັນລະເບີ່ງລາຍການສະໂມສອນຊາວບ້ານ ວັນເສົາວັນທິດເດີ້

__________________
Anonymous

Date:

hahahahahaha!!!! self-overestimated people, it doesn't existe anywhere in this world but in our country : Lao PDR

__________________
Anonymous

Date:

ສະຖານີເອກະຊົນກະເປັນແແບນີ້ລະ, ເຂົາກະເອົາລາຍການເກົ່າມາສາຍກັບໄປກັບມາຫັ້ນລະ.

ລາຍການທີວີກະມີແຕ່: ເພງ, ອາຫານ, ທ່ອງທ່ຽວ ກັບໄປກັບມາຢູ່ຫັ້ນລະ. ຖ້າທຽບໃສ່ຊ້ອງລາວແຫ່ງຊາດຫັ້ນອາດດີກວ່າ ເພາະ-ໍມັກມີລາຍການຊ້ຳເກົ່າປານໃດ.

ມີຂໍ້ຫນື່ງທີ່ເຫັນດ້ວຍນຳຄືພີທີກ່ອນຍີງຊ້ອງທີວີລາວຫັ້ນ ຕາຢາກເທີບໆນໍ້ ເບີ່ງຄືຄົນຫີວນອນນີ້ລະ

ແຕ່ກະດີກວ່າບໍ່ມີພີ່ນ້ອງ

__________________
Anonymous

Date:

ຂາກຖຸ່ຍ...!

ໂອ...!ຂໍໂທດຖືກສາຍTV

__________________
Anonymous

Date:

Anonymous wrote:

ຊ່ອງ NLTV ກາທາດຫລວງກໍ່ຄືກັນຫັນລະ ທ້າວ ຫຸມພັນ ກັບ ນາງ ອາໂນມາ

ເພີ່ນຫັ້ນ, ບາງຄັງກໍ່ເວົ້າເກີນໜ້າທີ່ຂອງໂຕເອງ, ບາງຄັງກໍ່ຍາດກັນເວົ້າ

 ຢາກຂໍສອ່ງແສງທ່ານໂຄສົກ ນຳແດ່

1. ການເວົ້າຕອ້ງມີຫົວຂໍ້ທີ່ຫນ້າຈັບໃຈ ແລະອະທິບາບວ່າເລື້ອງນັ້ນແມ່ນເລື່ອງອັນໃດ

2. ເວົ້າຊ້າໆ ບໍ່ກະຕູກກະຕັກ ບໍ່ສັບປົນຄົນເລ 

3. ເວົ້າໃຫ້ຖືກພາສາລາວ ແລະໃຫ້ເປັນຕາຟັງ

4. ໃຫ້ຮຽນນຳປະຊາຊົນນຳແນ່ ຫລືຮຽນນຳແມ່ຄ້າຕະຫລາດ ເຂົາເວົ້າກັນແນວໃດ ເປັນຕົ້ນແມ່ນເບິ່ງເຂົາລົມກັນແນວໃດ

5. ຖອດຖອນບົດຮຽນ ຈາກໂຄສົກດີໆຫລາຍຄົນ ຫລືຈາກລາຍການເລື່ອງເລົ່າເຊົ້ານີ້ຂອງຊອ່ງສາມຫັ້ນເດ 

__________________
Anonymous

Date:

Anonymous wrote:

ຊ້ອງລາວສະຕາກະຄືກັນຫັ້ນລະ ພີທີກ່ອນຊາຍ3ບັກຫັ້ນແຫ່ງຄັກ (ບັກກິນ້ອຍ, ບັກປ້ອມ, ບັກຈອ່ຍ)

ຍາດກັນເວົ້າ, ເຮັດຄືຕົນເອງຮູ້ດີກວ່າຜູ້ຊົມ, ຢາກເຫັນລະເບີ່ງລາຍການສະໂມສອນຊາວບ້ານ ວັນເສົາວັນທິດເດີ້

 ຫະຫະຫະຫະ ບັກມືດກວ່າໝູ່ຫັ້ນແຮ່ງເຕັກ

__________________
Anonymous

Date:

ຂໍສອດນໍາແດ່

ເຂົ້າເອີ່ນວ່າດ້ອຍພັດທະນາ ໝາຍຄວາມວ່າການສ້າງລາຍການບໍ່ມີກອບຄິດ ແລະຄິດແບບຮອບຄອບ 

ແນວຄິດຫຼື concept ເປັນສິ່ງທີ່ສໍາຄັນກວ່າໝູ່ ສິ່ງທີ່ເຈົ້າຕ້ອງການນໍາສະເໜີຫັນແມ່ນຫຍັງ ວິທີທີ່ຈະນໍາສະເໜີເຮັດແນວໃດ ໃຜຄວນທີ່ຈະນໍາສະເໜີມີຄວາມຮູ້ຄວາມສາມາດໃນເລື່ອງນັ້ນແລະເປັນຜູ້ຊ່ຽວຊານພ້ອມທັ້ງມີສິນລະປະໃນການນໍາສະເໜີ ແຕ່ວ່າລາຍການຂອງລາວເປັນລັກສະນະຂອງການຈັບຈູດບໍ່ມີຄວາມເປັນມືອາຊີບ ສ່ວນຫຼາຍເປັນພວກມວຍວັດ ຂາດຂໍ້ມູນ ການນໍາສະເໜີລາຍການແບບນີ້ເປັນການດູຖູກຜູ້ຊົມ ເພາະຜູ້ຊົມເປັນຄົນຈໍານວນຫຼາຍຂອງສັງຄົມແລະມີທຸກຄວາມຊ່ຽວຊານແລະສາຂາອາຊີບ ຖ້າເຈົ້າເປັນຜູ້ສື່ຂ່າວຫຼືຜູ້ຈັດລາຍການທີ່ບໍ່ເປັນມືອາຊີບຢ່າເຮັດດີກວ່າເພາະມັນເປັນການທໍາລາຍຕົນເອງ ຖ້າຈະເຮັດຕ້ອງລົງທຶນສູງແດ່ສັນຫາຜູ້ທີ່ຊ່ຽວຊານມາເຮັດ ຖ້າເຮັດຄືປະຈຸບັນກະຫັນໄປເປັນທໍລະທັດດາວທຽມຂາຍຢາ ຂາຍສິນຄ້າດີກວ່າ ແລະບໍ່ຕ້ອງເປັນທໍລະທັດສາທາລະນະ ເພາະມັນບໍ່ຕ້ອງການຄວາມເປັນມືອາຊີບສູງ. 

__________________
Anonymous

Date:

ລາຍການຂອງ ບັກໂຈ້ ດອນແດງຫລື ໂຈ້ແອດເວັນເຈີ້ກະຄືກັນ.

ທີເຮັດລາຍການ ສາລະຄະດີກ່ຽວກັບລາວຫັ້ນ, ອ້າຍນີ້ກະເຮັດຄືຮູ້ດີກວ່າຫມູ່ຫມົດ, ລາຍການສ່ວນຫລາຍກະເນັ້ນແຕ່ຂັບລົດລຸຍຂີ້ຕົ້ມຂັບຂື້ນມາໃດ້ລະກະວ່າໂຕເກັ່ງ

ຢາກສະແດງວ່າອັນໃດໂຕກະຮູ້ຫມົດ

__________________
Anonymous

Date:

Anonymous wrote:

ຊ້ອງລາວສະຕາກະຄືກັນຫັ້ນລະ ພີທີກ່ອນຊາຍ3ບັກຫັ້ນແຫ່ງຄັກ (ບັກກິນ້ອຍ, ບັກປ້ອມ, ບັກຈອ່ຍ)

ຍາດກັນເວົ້າ, ເຮັດຄືຕົນເອງຮູ້ດີກວ່າຜູ້ຊົມ, ຢາກເຫັນລະເບີ່ງລາຍການສະໂມສອນຊາວບ້ານ ວັນເສົາວັນທິດເດີ້

 ອັນ ທ້າວ ກິນ້ອຍເພີ່ນຫັ້ນນ່າ Action ຂອງເພີ່ນ ເຮັດກະລັອກ ກະແລັກ ເພີ່ນກໍ່ຄິດວ່າເຮັດຕະລົກ

ໃຫ້ຜູ້ຊົມຫົວຊັ້ນຕີ້ເບາະ. ແຕ່ມັນກໍ່ເກີນໄປໂພດກໍ່ເລີຍຄືຄົນເປັນບ້າ ຜູ້ຊົມກໍ່ໜ້າລຳຄານນຳແທນທີ່ຈະ

ເປັນຕາຢາກຫົວ, ຂ້ອຍເປີດມາພົບເທື່ອໃດກໍ່ຍ້າຍໜີໄປຊ່ອງອື່ນ, ຜູ້ຊົມຫລາຍຄົນຕ່າງກໍ່ໃຫ້ຄຳເຫັນຄືກັນນີ້ລະ

ແຕ່ເພີ່ນກໍ່ຍັງຂື້ນໝື້ ຂື້ນມາດ ກະລັອກ ກະແລັກໜັກຂື້ນກວ່າເກົ່າ

__________________
Anonymous

Date:

Anonymous wrote:

ຂໍສອດນໍາແດ່

ເຂົ້າເອີ່ນວ່າດ້ອຍພັດທະນາ ໝາຍຄວາມວ່າການສ້າງລາຍການບໍ່ມີກອບຄິດ ແລະຄິດແບບຮອບຄອບ 

ແນວຄິດຫຼື concept ເປັນສິ່ງທີ່ສໍາຄັນກວ່າໝູ່ ສິ່ງທີ່ເຈົ້າຕ້ອງການນໍາສະເໜີຫັນແມ່ນຫຍັງ ວິທີທີ່ຈະນໍາສະເໜີເຮັດແນວໃດ ໃຜຄວນທີ່ຈະນໍາສະເໜີມີຄວາມຮູ້ຄວາມສາມາດໃນເລື່ອງນັ້ນແລະເປັນຜູ້ຊ່ຽວຊານພ້ອມທັ້ງມີສິນລະປະໃນການນໍາສະເໜີ ແຕ່ວ່າລາຍການຂອງລາວເປັນລັກສະນະຂອງການຈັບຈູດບໍ່ມີຄວາມເປັນມືອາຊີບ ສ່ວນຫຼາຍເປັນພວກມວຍວັດ ຂາດຂໍ້ມູນ ການນໍາສະເໜີລາຍການແບບນີ້ເປັນການດູຖູກຜູ້ຊົມ ເພາະຜູ້ຊົມເປັນຄົນຈໍານວນຫຼາຍຂອງສັງຄົມແລະມີທຸກຄວາມຊ່ຽວຊານແລະສາຂາອາຊີບ ຖ້າເຈົ້າເປັນຜູ້ສື່ຂ່າວຫຼືຜູ້ຈັດລາຍການທີ່ບໍ່ເປັນມືອາຊີບຢ່າເຮັດດີກວ່າເພາະມັນເປັນການທໍາລາຍຕົນເອງ ຖ້າຈະເຮັດຕ້ອງລົງທຶນສູງແດ່ສັນຫາຜູ້ທີ່ຊ່ຽວຊານມາເຮັດ ຖ້າເຮັດຄືປະຈຸບັນກະຫັນໄປເປັນທໍລະທັດດາວທຽມຂາຍຢາ ຂາຍສິນຄ້າດີກວ່າ ແລະບໍ່ຕ້ອງເປັນທໍລະທັດສາທາລະນະ ເພາະມັນບໍ່ຕ້ອງການຄວາມເປັນມືອາຊີບສູງ. 

 ຂ້ອຍຄິດວ່າບຸກຄະລາກອນຂອງເຂົ້າເຈົ້າຄືຊິຄັດເອົາຄົນທີ່ມີຄວາມກ້າສະແດງອອກ ເວົ້າຈາລຽນໄຫລໄວປານຟ້າແມບມາອັນດັບຕົ້ນ

ສ່ວນວ່າຊິມີຄວາມຮູ້ ມີວິຊາການ ລະດັບມືອາຊີບຄົງຈະມາທີຫລັງ ເອີ່ ແຕ່ລະຄົນຈື່ງອອກມາແນວນັ້ນ/ ແຕ່ເລີ້ມເຫັນຜູ້ອ່ານຂ່າວຊ່ອງ ໂທລະທັດລາວແຫ່ງຊາດ

ເລີ້ມມີການປັບປຸງພັດທະນາ ທັ້ງທາງດ້ານ ເສື້ອຜ້າຫນ້າຜົມ ການເວົ້າວ່າ ກິລິຍາມາລະຍາດ ເລີ້ມດີຂື້ນແລ້ວ ອັນນີ້ກະຊົມເຊີຍເຂົາເຈົ້າທີ່ຕື່ນຕົວເນາະ

__________________
Anonymous

Date:

ສົນໃຈຫລາຍເປັນຫຍັງໂຄສົກ ຊ່ອງຕຳຫລວດກ່າວແຕ່ຄຳວ່າສະບາຍດີ ເປັນຫຍັງບໍ່ຍົກມືຂື້ນນົບນຳ ສູງມາແຕ່ໃສ

__________________
Anonymous

Date:

ປຊຊ ຖີ່ນຕົມ wrote:

ທໍລະທັດລາວ ບໍ່ວ່າ ສະຖານີໃດ ກະຄືກັນໝົດ ໂດຍສະເພາະໂຄສົກ ສະຖານີ ຕຳຫລວດ ຫັ້ນເວົ້າອະລຳພະບົດຈັບໃຈຄວາມໄດ້ ຍາກເວົ້າໄປແບບຄືວ່າເພີ່ນເກ່ງໝົດ, ຮູ້ໝົດ ແລະ ອັນເປັນຕາໜ່າຍ ກວ່າໝູ່ ແມ່ນທຸກເຫດການປະກົດການຫຍໍ້ທໍ້ໃນສັງຄົມ ບັນຍາຍໄປນຳ ແລະ ສຸດທ້າຍ ກໍ່ສັ່ງສອນຜູ້ຊົມເກືອບ ທຸກໆເລື້ອງ, ຈົບຂ່າວໜື່ງ ກີນເວລາເກືອບ ສີ່ ຫາ ຫ້າ ນາທີ...

ເບີ່ງກັນຄືນໃໝ່ໄດ້ແລ້ວ ທ່ານເຈົ້ານາຍເອີຍ ບ້ານໄກ້ເຮືອນຄຽງ ເພີ່ນໄປໄກຫລາຍແລ້ວ....

 ຂ້ອງໃຈຫລາຍໆ ເປັນຫຍັງໂຄສົກ ຊ່ອງຕຳຫລວດ ມາຈັດການກ່າວແຕ່ສະບາຍ ແຕ່ບໍ່ຍົກມືໄຫວ້ ເຫດຜົນຫຍັງຈຶ່ງເປັນແບບນັ້ນ

__________________
Anonymous

Date:

ເຂົາກະຮູ້ຢູ່ບໍ່ວ່າຜູ້ຊົມຕຳນິ...ຢາກກອບເອົາຄຳຕິນີ້ໄປໃຫ້ເຂົາອ່ານເບີ່ງ ໂດຍສະເພາະ ທ້າວກິນ້ອຍ ກັບທ້າວ ຈ່ອຍ ຫັ້ນນາ

__________________
Anonymous

Date:

ເບື່ອຫລາຍແມ່ນລາຍການສະໂມສອນຊາວບ້ານອອກອາກາດວັນເສົາແລະວັນອາທິດ ປະມານ 8 ໂມງນີ້ລະ.

ມີ4 ພີທີກອນຊາຍ: ຫນຸ່ມປ້ອມ, ຫນຸ່ມກິນ້ອຍ, ບັກລີງກິນ້ອຍ, ບັກຈ່ອຍດຳ.

ເບີ່ງມັນດຳເນີນລາຍການແລ້ວຄືມັນບໍ່ເຮັດການບ້ານມານີ້ລະ,ມານັ່ງອ່ານຫນັງສືພີມໃຫ້ຜູ້ຊົມຟັງ, ອ່ານກະຕຸກກະຕັກ, ລະກະເວົ້າເລື້ອງນັ້ນເລື້ອງນີ້ ຄືເພີ່ນເປັນຄົນດີມີລະບຽບກວ່າຫມູ່ໃນສັງຄົມນີ້ລະ,

ບາງເທື່ອກະມີສາຍໂທເຂົ້າມາໃນເວລາອອກອາກາດ ເພີ່ນກະຮັບສາຍເສີຍນີ້ລະ. ບາງຄັ້ງກະເອົາໂທລະສັບມາໂຊວ່າເພີ່ນມີໄອໂຟນ ໄອແພດໃຊ້. ບັກກິນ້ອຍແຮ່ງຄັກຕັ້ງແຕ່ມາແຕ່ອາເມລີກາແຮ່ງໂມ້ໃຫ່ຍ.

ບາງຄັ້ງກະຍາດກັນເວົ້າໂດຍບໍ່ເປີດໂອກາດໃຫ້ຄົນອື່ນເວົ້າແດ່...

__________________
Anonymous

Date:

Anonymous wrote:

ຂ້ອຍຢູ່ວຽງຈັນແທ້ໆຂ້ອຍຍັງບໍ່ເບິ່ງທີວິລາວຈັກຊ່ອງເລີຍເພາະວ່າ

ບໍ່ມັກລາຍການແລະທັງຜູ່ຈັດລາຍການ. ມີຕາຍແຕ່ເພງກັບລຳ

24-7 ເອົາໂລດຈົນເບື່ອ, ເວົ້າເລື່ອງຂ່າວປະຈຳວັນວ່າເປັນຂ່າວສົດໆ

ຂອງແຕ່ລະສະຖານນີນັ້ນແມ່ນມີເຫດການເກີດຂຶ້ນຜ່ານມາໄດ້ເປັນ

2-3 ອາທິດແລ້ວຈັ່ງເອົາມາອອກອາກາດ. ເບິ່ງທີວີໄທດີກ່ວາ.

 ຂ່າວຊ່ອງລາວມີແຕ່ຂ່າວ ແຊ່ເຢັນ ຂ່າວແຮມຄືນເກືອບທັງຫມົດເລີຍ

ຖ້າເປັນຂ່າວແຮມຄືນກໍຍັງໄຄຕົ້ວ ແຕ່ຂ່າວທຸກຂ່າວແມ່ນຂ່າວແຮມທິດແຮມເດືອນນັ້ນຕິ.

ຂ່າວຄົນຂີ້ລັກລົດ ດຶງສ້ອຍຄໍແລະມືຖື ງັດແງະຂຶ້ນເຮືອນໄທບ້ານ ແບບນີ້ແຮງມິດໄປເລີຍຢ່າງ

ບໍ່ເອົາອອກມາເປັນຂ່າວ ຫລືຂ່າວເຫດຮ້າຍປະຈຳວັນເລີຍ ເພາະທາງ ກຊ ປ້ອງກັນຄວາມສະ

ຫງົບຢ້ານເສຍໜ້າວ່າຮັກສາຄວາມປອດໄພໃຫ້ປະຊາຊົນບໍ່ໄດ້ ແລະສຳຄັນທີ່ສຸດພວກທີ່ເປັນ

ຄົນຮ້າຍແລະຖືກຈັບໄດ້ນັ້ນລ້ວນແລ້ວແຕ່ເປັນຄົນວຽດຄົນແກວເຂົ້າເມືອງຜິດກົດໝາຍທັງ

ນັ້ນ ກໍເລີຍຖືກໄມ້ສີ່ແປດອົງເດືອກອັນປາກໄວ້ບໍ່ໃຫ້ນຳເອົາຂ່າວມາອອກເພື່ອປິດຫູບັງຕາຄົນ

ລາວເຈົ້າຂອງບ້ານເພື່ອບໍ່ໃຫ້ມີອັກຄະຕິກັບອ້າຍນ້ອງຄົນແກວ.

ອັນອອກຂ່າວໄວແລະທັນໃຈທີ່ສຸດນັ້ນແມ່ນຂ່າວລະຫວ່າງຜູ້ນຳລາວແລະແກວຜ່ຽນຝຽນກັນ

ໄປມາຫາສູ່ກັນ ບໍ່ວ່າໃນກໍລະນີໃດກໍຕາມ ຫລືມີເລື່ອງໃດກໍຕາມ ແມ່ນຂ່າວອອກມາຕົງເປະກັບ

ວັນເວລານັ້ນໆໂລດ ອັນ Live News ປະເພດນີ້ນັ້ນ ຊາໃຈທາງກົມຂ່າວສານປະເທດລາວຢາກ

ເອົາຂ່າວມາອອກກ່ອນວັນເວລາພຸ້ນສາລະລາ.

ເວົ້າພື້ນລາຍການບັນເທີງເພິ່ນຫັ້ນ ບໍ່ວ່າຊອ່ງໃດກໍຄືກັນແມ່ນເປີດເພງແລະລຳກ້ຽວໄປວຽນມາ

ຢູ່ຫັ້ນແລ້ວໝົດມື້ໝົດຄືນເອົາໂລດ, ທາງລາຍການໜັງຫລືຮູບເງົາກໍເອົາແຕ່ໜັງສາກົນຝຣັ່ງ

ອັງກິດມາສາຍ ໜັງລາວໜັງໄທອັນຄົນລາວນິຍົມເບິ່ງຫລືມັກນັ້ນແມ່ນເກືອບບໍ່ມີເລີຍ. ຍັງໄກ

ກັບຄວາມຈະເລີນຫລາຍຖ້າທຽບໃສ່ປະເທດເພື່ອນບ້ານແລ້ວ. ເບື່ອໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

__________________
Anonymous

Date:

ບາງລາຍການເອົາມາອອກວົນໄປວົນມາຍູ່ຮັ້ນລະ ຫຼາຍຮອບໂພ້ດ ບໍ່ໄດ້ມີຫຍັງແປກໃໝ່ເລີຍ

__________________
Anonymous

Date:

ຢູ່ປະເທດຍີ່ປຸ່ນ ເຂົາເປີດກວ້າງສຸດໆ ເຊີນຄົນຕ່າງປະເທດແຕ່ລະປະເທດມາອອກ ລາຍການ ໃຜເວົ້າຫຼາຍໄດ້ເງິນຫຼາຍ ໃຜບໍ່ເວົ້າໄດ້ໜ້ອຍດຽວ

ເຮັດແນວນີ້ ກໍ່ເປັນສ່ວນໜຶ່ງເຮັດໃຫ້ສັງຄົມເຂົາເຂັ້ມແຂງ ຍ້ອນຄົນຕ່າງປະເທດວິຈານໃຫ້ຟັງແບບ ກົງໄປກົງມາ ບໍ່ຕ້ອງເກງໃຈ,..........

__________________
Anonymous

Date:

ຊັ່ງຫລາຍແມ່ນບັກກິນ້ອຍ ກະຫລອກກະແລກຄືລີງນີ້ລະ...ແຮງເພີ່ນໃດ້ໄປອາເມລີກາກັບມາແຮງເວົ້າຄຸຍແຕ່ເລື້ອງເມືອງນອກ..

ບັກຈ່ອຍຂ່າວກິລາກະຄືກັນ....ເວົ້າກວນຕີນຜູ້ຍີງຕະຫລອດ

__________________
Anonymous

Date:

ໃຜກະໃດ້ຊ່ວຍເອົາໄປໂຟດສໃຫ້ມັນຮູ້ແດ່ວ່າມີຄົນວີຈານມັນຢູ່ນີ້

__________________
Anonymous

Date:

Anonymous wrote:

ຊັ່ງຫລາຍແມ່ນບັກກິນ້ອຍ ກະຫລອກກະແລກຄືລີງນີ້ລະ...ແຮງເພີ່ນໃດ້ໄປອາເມລີກາກັບມາແຮງເວົ້າຄຸຍແຕ່ເລື້ອງເມືອງນອກ..

ບັກຈ່ອຍຂ່າວກິລາກະຄືກັນ....ເວົ້າກວນຕີນຜູ້ຍີງຕະຫລອດ

 ກະແນວວ່າມັນບໍ່ເຄີຍອອກນອກປະເທດໄປໃສຈັກເທື່ອ

ໄດ້ໄປທໍ່ນັ້ນກໍ່ຍັງມາໂມ້ອອກອາກາດ ອວດບ້ານອວດເມືອງນໍ

ຊ່າງບໍ່ໜ້າອາຍເພີ່ນແດ່ ບັກຫຶກເອີ້ຍ

__________________
Anonymous

Date:

ບາງເທື່ອເຫັນທ້າວກິນ້ອຍແລ້ວເຮົາລະຍ້າຍສະຖານີເລີຍ, ທ້າວອັນນີ້ບໍ່ຄ່ອຍມີໝາລະຍາດປານໃດ ລາວສະແດງໂຕແບບບໍ່ແຄຜູ້ຊົມເລີຍ ແລະບໍ່ສົນວ່າຜູ້ຊົມນັ້ນອາດແມ່ນພະສົງ ອົງຄະເຈົ້າ, ບັນດາລັດຖະມົນຕີ ຫົວໜ້າກົມ, ພະນັກງານ, ຜູ້ຊົງຄຸນວຸທິ ສະນັ້ນລາວຄວນປ່ຽນວິທີໃນການສະແດງອອກຂອງລາວໃຫ້ເໝາະສົມກວ່ານັ້ນ.

__________________
Anonymous

Date:

ບັກກິນ້ອຍຄັນເປັນໂຄໂຊກອີເລັກໂທນຫັ້ນຄືຢູ່ດອກ...

ເຫັນມາດເພີ່ນໃນໂທລະພາບລະ...ປານລີງ...

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard