Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂຽນ ແຟຣງ ຫລື ຟແຣງ (Frank)?


Senior Member

Status: Offline
Posts: 271
Date:
ຂຽນ ແຟຣງ ຫລື ຟແຣງ (Frank)?


ຄຳວ່າ Frank ນີ້ ຊິໃຊ້ໂຕໜັງສືລາວຂຽນຈັ່ງໃດດີ?

ແຟຣງ ຫລື ຟແຣງ?

___________________________

ຂໍໂທສຫລາຍໆ ທຳອິດຂ້ອຍໄດ້ຕັ້ງຄຳຖາມ ທາງເທິງນີ້ ບໍ່ແຈ້ງ ບໍ່ຖືກປານໃດ.

ຂ້ອຍຂໍແປງໃໝ່ ຖາມໃໝ່ຈັ່ງຊີ້ສາ:

ມີຄົນ 2 ຄົນຂຽນ ຊື່ທ້າວ Frank ເຊິ່່ງແມ່ນຄົນສັນຊາຕ ສະຫະຣັຖອາເມຣິກາ.

ປ້າ ກ ຂຽນວ່າ ແຟຣງຄ໌

ພໍ່ຕູ້ ຂ ຂຽນວ່າ ຟແຣງຄ໌

ທັງສອງຄົນນີ້ ຮຽນຈົບຈາກ Lycee ວຽງຈັນທນ໌

ແມ່ນໃຜຂຽນຖືກ?

 

 

 

 



-- Edited by PeaceBeWithUs on Sunday 1st of September 2013 01:48:35 AM



-- Edited by PeaceBeWithUs on Sunday 1st of September 2013 01:53:28 AM

__________________


Senior Member

Status: Offline
Posts: 271
Date:

ຂອບໃຈທັງສອງທ່ານ

ຂໍຄວາມກະຣຸນາທຸກທ່ານ ທີ່ຊິມາຕອບຕໍ່ໄປ ອະທິບາຍ ການຂຽນສອງຄຳ ຕາມແຕ່ຫລັກໄວຍາກຣນ໌ ຊິໄດ້ບໍ່?

ເຊັ່ນວ່າ ເປັນຫຍັງຈັ່ງຂຽນ ແຟຣງ (ຫລື ແຟຣງຄ໌)
ຫລືວ່າ ເປັນຫຍັງຈັ່ງຂຽນ ຟແຣງ (ຫລື ຟແຣງຄ໌)

ຂໍນຳວ່າ ລອງພຍາຍາມອອກຄຳເຫັນ ຈຳກັດໃນຫລັກວິຊາກາຣ ຊິໄດ້ບໍ?
ຫລືວ່າ ຕອບງ່າຍໆໂລດ ໂດຍພຽງແຕ່ເລືອກເອົາ ຄຳວ່າ 
 ແຟຣງ (ຫລື ແຟຣງຄ໌)
 ຟແຣງ (ຫລື ຟແຣງຄ໌)



-- Edited by PeaceBeWithUs on Saturday 31st of August 2013 10:20:06 PM

__________________
Anonymous

Date:

PeaceBeWithUs wrote:

ຄຳວ່າ Frank ນີ້ ຊິໃຊ້ໂຕໜັງສືລາວຂຽນຈັ່ງໃດດີ?

ແຟຣງ ຫລື ຟແຣງ?


 ຫາເລື່ອງໃຫ້ລາວນອກລາວໃນຝັດກັນອີກແລ້ວ!

ພາສາລາວໃນ ນີ້ບໍ່ສາມາດຂຽນພາສາສາກົນແບບຄົບຖ້ວນໄດ້ດອກ

ເພາະເປັນພາສາທີ່ບໍ່ມີກົດເກນ, ບໍ່ມີກົດລະບຽບວິໄນ ແລະບໍ່ມີໄວຍະ

ກອນມາຕັ້ງເປັນຫລັກ ໂດຍສະເພາະຄົນຜູ່ທີ່ສອນແລະຜູ່ທີ່ຮຽນແມ່ນ

ພາກັນບໍ່ຢູ່ໃນຫລັກການທີ່ທາງ ກຊ ສືກສາບົ່ງອອກມາ. ແມ້ແຕ່ໂຕ ຣ

ທີ່ທາງ ກຊ ສຶກສາປະກາດເອົາຄືນມາໃຊ້ເມື່ອ 5 ປີຜ່ານມາ ກໍບໍ່ເຫັນໃຜ

ໃຊ້ມັນເລີຍ ເພາະນັກຮຽນນັກສຶກສາລາວໃນເປັນຄົນບໍ່ມັກຢູ່ໃນກອບຢູ່ແລ້ວ.

 

Frank ລາວໃນຈະຂຽນ ແຟງ ແບບບໍ່ມີ ໂຕ ຟັນໂຟທງໂລດ. ຄັນໄປ

ບັນລະຍາຍຫລືອະທິບາຍໃຫ້ໃຊ້ໂຕ ຣ ແລະແນະນຳວິທີຂຽນໃຫ້ຖືກຕ້ອງ

ກັນຄົນ ສປປລ ລະວັງຈະຖືກດ່າກັບ ເພາະຖືກມາແລ້ວ.

 

Frank = ແຟຣງຄ໌ ( ຂຽນແບບ ເຄົ້າພາສາລາວກ່ອນ 75 )



__________________
Anonymous

Date:

PeaceBeWithUs wrote:

ຄຳວ່າ Frank ນີ້ ຊິໃຊ້ໂຕໜັງສືລາວຂຽນຈັ່ງໃດດີ?

ແຟຣງ ຫລື ຟແຣງ?


 ໂຕທຳອິດ(ແຟຣງ)



__________________
Anonymous

Date:

ຖ້າຈະຂຽນໃຫ້ຖືກຕ້ອງຕາມພາສາອັງກິດ Frank ຂ້ອຍວ່າ ແຟຣງຄ໌ ແບບນີ້ຖືກຕ້ອງທີ່ສຸດ,

ເພາະວ່າເຮົາສະກົດອັກສອນລາວໄປແບບດຽວກັນການສະກົດຂອງສັບພາສາອັງກິດ ແລະຈະອ່ານ

ອອກສຽງ K ຫລື ຄ໌ ລົງທ້າຍຂອງການຜັນສຽງຂອງສັບ Frank ນີ້ = FRAN-KER ຫລື

ແຟຣງ-ເຄີ ເວລາເຮົາເວົ້າສັບນີ້ເພື່ອໃຫ້ມັນຖືກຕ້ອງຕາມສຳນຽງອັງກິດໂຕຈິງຂອງສັບນີ້.



__________________
Anonymous

Date:

Anonymous wrote:

ຖ້າຈະຂຽນໃຫ້ຖືກຕ້ອງຕາມພາສາອັງກິດ Frank ຂ້ອຍວ່າ ແຟຣງຄ໌ ແບບນີ້ຖືກຕ້ອງທີ່ສຸດ,

ເພາະວ່າເຮົາສະກົດອັກສອນລາວໄປແບບດຽວກັນການສະກົດຂອງສັບພາສາອັງກິດ ແລະຈະອ່ານ

ອອກສຽງ K ຫລື ຄ໌ ລົງທ້າຍຂອງການຜັນສຽງຂອງສັບ Frank ນີ້ = FRAN-KER ຫລື

ແຟຣງ-ເຄີ ເວລາເຮົາເວົ້າສັບນີ້ເພື່ອໃຫ້ມັນຖືກຕ້ອງຕາມສຳນຽງອັງກິດໂຕຈິງຂອງສັບນີ້.


ການອອກສຽງຢູ່ໃນໂລກນີ້ແຕກຕ່າງກັນເປັນສອງກຸ່ມໃຫຍ່ເຊັ່ນ:ອອກຕາມສຳນຽງຂອງອັງກິດແລະຝຣັ່ງ 

ອອກຕາມສຳນຽງອັງກິດຈະອ່ານເປັນ ຟແຣັງຄ໌ ຫຼື ແຟຣັງຄ໌( Frankfurt ຟແຣັງເຟີດທ໌)

ອອກຕາມສຳນຽງຂອງຝຣັ່ງແລະເຢັຽລະມັນຈະອ່ານອອກເປັນ:  ຟຣັອງຄ໌ ຫຼື ຟຣັງຄ໌ (Frankfurt ຟຣັງຟວດທ໌)



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard