Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໜ້ອຍໂພດບໍ່...ລັດຖະບານປະກາດເອົາແຮງງານຕ່າງດ້າວເຂົ້າມາ 20,000 ຄົນ
Anonymous

Date:
ໜ້ອຍໂພດບໍ່...ລັດຖະບານປະກາດເອົາແຮງງານຕ່າງດ້າວເຂົ້າມາ 20,000 ຄົນ


ປີນີ້ກະຊວງແຮງງານອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ລາວຫລາຍກວ່າ 20 ພັນຄົນ

 


 
Construction_Workers_c714c.jpg
           ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ເປີດ​ເຜີຍ ​ວ່າ: ປັດຈຸບັນຢູ່ ສປປ ລາວ ມີ​ແຮງ​ງານ​ຕ່າງ​ປະເທດທີ່​ເຂົ້າ ມາ​ທຳ​ມາ​ຫາ​ກິນ ແລະ ປະກອບ​ທຸລະ​ກິດ​ຕ່າງໆ​ເປັນ​ຈຳນວນ​ຫລາຍມີ​ທັງ​ແຮງ​ງານ​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ​ແລະ ລັກ ລອບ​ເຂົ້າມາ​ເຮັດ​ວຽກ​ໂດຍ​ບໍ່​ຖືກຕ້ອງຄື​ສົກ​ປີ 2012- 2013 ລາວ​ໄດ້​ອະນຸຍາດ​ນຳ​ເຂົ້າ​ແຮງ​ງານ​ຕ່າງປະ​ເທດ ຈຳນວນ 1.779 ຄົນ, ​ໃນ​ນັ້ນມີ​​ແຮງ​ງານ​ເພດ​ຍິງ 211 ຄົນ ​ແລະ ມາ​ຮອດ​ດຽວນີ້ສາມາດ​ຂຶ້ນທະບຽນ​ໄດ້​ແລ້ວ 1.500 ກວ່າ​ຄົນ, ຍິງ 26 ຄົນ ​ແລະ ​ໄດ້​ຕໍ່​ບັດ​ອະນຸຍາດ​ໃຫ້​ແຮງ​ງານ​ຕ່າງປະ​ເທດ 1.358 ຄົນ​ແລະ ​ໄດ້​ອະນຸມັດ​ໂກ​ຕ້າ​ນຳ​ເຂົ້າ​ແຮງ​ງານ​ຕ່າງປະ​ເທດ​ຕື່ມ​ອີກ 20.000 ຄົນ ​ເພື່ອ​ຈັດຕັ້ງປະຕິບັດ​ໂຄງການ​ລົງທຶນ​ຕ່າງໆ​ໃຫ້​ສຳ​ເລັດ​ຜົນ​ໂດຍ​ໄວ.
       ກະຊວງ​ແຮງ​ງານ ​ແຈ້ງວ່າ: ປັດຈຸບັນ ສະ​ເພາະ​ຢູ່​ນະຄອນ ຫລວງ​ວຽງ​ຈັນ​ໄດ້​ມີ​ແຮງ​ງານ​ຕ່າງ​ປະເທດ​ດຳລົງ​ຊີວິດ​ຢູ່​ເປັນ​ຈຳນວນ​ບໍ່​ໜ້ອຍ​ເພື່ອ​ປະກອບ​ອາຊີບ​ຕ່າງໆນັບ​ແຕ່​ຂາຍ​ເຄື່ອງ​ຕາມ​ບ້ານ​ຕ່າງໆ. ການ​ນຳ​ເຂົ້າ​ແຮງ​ງານ​ດັ່ງກ່າວ​ກໍ​ມີ​ທັງ​ອັນ ຕັ້ງ ໜ້າ ​
ແລະ ສິ່ງ​ຫຍໍ້​ທໍ້​ຂອງ​ມັນອັນ ຕັ້ງໜ້າ​ກໍ​ຄື​ການ​ເປີດ​ກວ້າງ​ການ​ລົງທຶນ​ຂອງ​ຕ່າງປະ​ເທດຊ່ວຍ​ການ​ຂາດ​ເຂີນ​ແຮງ​ງານ​ທີ່​ມີ​ສີມື ​ແລະ ອື່ນໆ, ສ່ວນ​ຜົນ​ເສຍ​ກໍ​ອາດ​ຈະ​ເກີດ​ມີ​ບັນຫາ​ຍາດ​ແຍ່ງ​ອາຊີບ​ຂອງ​ແຮງ​ງານ​ພາຍ​ໃນ​ປະ​ເທດ. ພ້ອມ​ຍັງ​ເກີດ​ມີ​ປາ ກົດການ​ສ້າງ​ຄອບຄົວ​ກັບ​ຄົນ​ລາວ​ແບບ​ບໍ່​ຖືກຕ້ອງ​ຕາມ​ກົດ ໝາຍ ​ເຊິ່ງຈະ​ເຮັດ​ໃຫ້​ເກີດ​ບັນຫາ​ສັງຄົມ​ຕາມ​ມາ ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໃຫ້​ມີ​ປະສິດທິ​ຜົນ, ຜູ້​ເຮັດ​ວຽກ​ຄຸ້ມ​ຄອງ​ການ​ເຂົ້າ-ອອກປະ​ເທດ​ຈະ​ຕ້ອງ​ໄດ້​ອອກ​ແຮງ​ເພີ່ມ​ຄວາມ​ເຂັ້ມງວດ​ທາງ​ດ້ານ​ກົດ ໝາຍ​ໃຫ້​ຫລາຍ​ຂຶ້ນ ​ໂດຍ​ສະ​ເພາະ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ແຮງ​ງານ ​ແລະ ສະ ຫວັດດີ​ການ​ສັງຄົມ ​ແລະ ກະຊວງ​ກະ ຊວງ​ແຜນການ ​ແລະ ການ​ລົງທຶນພ້ອມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ​ໃນ​ໄລຍະ​ຜ່ານ​ມາ​ກໍ​ໄດ້​ມີ​ການ​ກວດກາ ​ແລະ ​ແກ້​ໄຂ​ຢ່າງ​ຈິງ​ຈັງ​ຈາກ​ຫລາຍ​ພາກສ່ວນ, ​ແຕ່​ສະພາບ​ດັ່ງກ່າວ​ຍັງ​ເປັນ​ບັນຫາ​ທີ່​ຫລໍ່​ແຫລມ ​ແລະ ລະອຽດ​ອ່ອນ​ໃນ​ການ​ແກ້​ໄຂ.


__________________
Anonymous

Date:
RE: ໜ້ອຍໂພດບໍ່...ລັດຖະບານປະກາດເອົາແຮງງານຕ່າງດ້າວເຂົ້າມາ 20,000 ຄົນ


ແຮງງານລາວຂີ້ຄ້ານ ເລີກວຽກ 5 ໂມງກະຊວນກິນແຕ່ເຫລົ້າ ເສບຢາ

ມາການກະສວຍ 8:30 .

ບໍ່ຄືຫວຽດ ມັນນອນຍາມແຄັມເລີຍ ຂ້ອຍຕື່ນ 6 ໂມງເຊົ້າເຫັນມັນເລີ່ມວຽກລະ

ບາງມື້ມັນກະເລີກ 8 ໂມງກາງຄືນ

 

 



__________________
Anonymous

Date:

Most of the big constructions going on in Vientiane and other big cities are carried out by Vietnamese workers. Without the Vietnamese workers the constructions cannot be finished on schedule. Before 1975, the workers were from Isan.



__________________
Anonymous

Date:

should limit to foreign worker to ZERO bcuz ,  Govt should pass the Law for private and govt contractor company

give opportunity hiring those student whom graduate from university , vocational school and technical school ,  instead

bring the foreign worker



__________________
Anonymous

Date:

Anonymous wrote:

Most of the big constructions going on in Vientiane and other big cities are carried out by Vietnamese workers. Without the Vietnamese workers the constructions cannot be finished on schedule. Before 1975, the workers were from Isan.


Before 75 the most workers were from Isan Thailand was true but, the Engineers and lead

construction workers and Inspectors were the Govt. employees who were finished or graduated

University from France, Australia, England, Canada and West Germany.

Nam Dong Electricity Dam in Luang Prabang was designed and leaded of construction by Lao's

Govt. Engineering Team with Japanese, that's first big project of Royal of Laos Engineering Team

ever.



__________________
Anonymous

Date:

Anonymous wrote:

ປີນີ້ກະຊວງແຮງງານອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ລາວຫລາຍກວ່າ 20 ພັນຄົນ

 


 
Construction_Workers_c714c.jpg
          

 Why show a pic of White workers? That's not in Laos, or is it?



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard