ປະຈຸບັນ ກິລາຕີກ໊ອບ ໄດ້ກາຍເປັນກິລາຄ່ານິຍົມສູງ ເປັນແຟຊັ່ນ ໄຮໂຊສຳລັບ
ບັນດາເຈົານາຍທັງຫຼາຍໃນລາວ, ການຕີນັ້ນກໍ່ແມ່ນແຂ່ງກັນໄປຕີຢູ່ນອກປະເທດ
ໂດຍສະເພາະແມ່ນປະເທດໃກ້ຄຽງ, ບໍ່ສະເພາະແຕ່ຢູ່ນະຄອນຫຼວງ ແມ່ນແຕ່ບັນດາ
ແຂວງທີ່ຢູ່ລຽບຊາຍແດນ ແມ່ນເປັນຄືກັນໝົດ. ທີ່ຂ້າພະເຈົ້າເວົ້ານີ້ ບາງທ່ານກໍ່ອາດ
ຈະຕຳນິວ່າ: ເລື່ອງຂອງເພີ່ນ ສິດຂອງເພີ່ນ ຊິເອົາມາເວົ້າເຮັດຫຍັງ, ຖ້າຫາກການໄປ
ຫຼີ້ນນັ້ນບໍ່ແຕະຕ້ອງວັດຖຸສີ່ງຂອງສ່ວນລວມ ກໍ່ຖືກດັ່ງທີ່ວ່ານັ້ນ, ແຕ່ອັນນີ້ແມ່ນແຕະຕ້ອງ
ຂອງສ່ວນລວມ ຢ່າງໜ້ອຍກໍ່ແມ່ນລົດລັດ ນ້ຳມັນລັດ ຍັງບໍ່ທັນເວົ້າເຖີງສີ່ງອື່ນໆທີ່ບໍ່ເຫັນ
ປະຈັກຕາ. ບັນດາທ່ານກໍ່ຄວນເຫັນໃຈ ປຊຊ ທີ່ຫາເລາະຕີກົບ ຢູ່ທົ່ງນາ ເສຍພາສີແດ່
ເທືອ່ໜ້າໄຜມັນຂີ່ລົດລັດ ໄປໃນວຽກສ່ວນຕົວນັ້ນ ໃຫ້ພາກັນລັດຍິງມັນໂລດ( ເອົາໝາກກະຖຸນເດີ)
ຄັນແມ່ນເຈົ້າເປັນເຂົາ ເຈົ້າກະຊິເຮັດຄືກັນຫັ້ນລະ ສະພາບແວດລ້ອມມັນມີຄວາມດຶງດູດ
ບໍ່ວ່າເບິ່ງແຕ່ຜູ້ນໍາດອກ ເອົາແຕ່ພະນັກງານເອກະຊົນ ຂັ້ນຕໍ່າຂຶ້ນໄປມັນກະຍັງເຮັດ
ຂ້ອຍວ່າບາງທີ່ເຈົ້າອາດຈະອິດສາເຂົາ
Anonymous wrote:ເທືອ່ໜ້າໄຜ=ບໍ່ມີສັບນີ້ໃນພາສາລາວ, ໃຜ=ມີຄວາມໝາຍແມ່ນຄົນໃດ? ແມ່ນຜູ້ໃດ? ມັນຂີ່ລົດລັດ ໄປໃນວຽກສ່ວນຕົວນັ້ນ ໃຫ້ພາກັນລັດຍິງມັນໂລດ( ເອົາໝາກກະຖຸນເດີ)
ເທືອ່ໜ້າໄຜ=ບໍ່ມີສັບນີ້ໃນພາສາລາວ, ໃຜ=ມີຄວາມໝາຍແມ່ນຄົນໃດ? ແມ່ນຜູ້ໃດ? ມັນຂີ່ລົດລັດ ໄປໃນວຽກສ່ວນຕົວນັ້ນ ໃຫ້ພາກັນລັດຍິງມັນໂລດ( ເອົາໝາກກະຖຸນເດີ)
ພາສາຂຽນເປັນພາສາທີ່ຄວນຂຽນໃຫ້ຖືກຕ້ອງເພື່ອຢັ້ງຢືນເຖິງຄວາມໝາຍຂອງສັບນັ້ນໆ ເພາະພາສາລາວ
ເຮົາມີຫລາຍໆສັບທີ່ຜັນສຽງອອກເໝືອນກັນ ແຕ່ຂຽນຕ່າງກັນແລະມີຄວາມໝາຍຕ່າງກັນ. ຖ້າພວກເຮົາ
ບໍ່ລະມັດລະວັງໃນການຂຽນ ( ຫລືທີ່ຮູ້ກັນວ່າ ພາສາຂຽນ ) ນັ້ນ ຈະເຮັດໃຫ້ພາສາຊາດຂອງເຮົາຂາດຄຸນນະ
ພາບ ແລະຊຸດໂຊມລົງ. ຈົ່ງເຂົ້າໃຈແລະຮູ້ໄຈ້ແຍກລະຫວ່າງ ພາສາຂຽນ ແລະ ພາສາເວົ້າ ອອກຈາກກັນ.
Anonymous wrote:ເທືອ່ໜ້າໄຜມັນຂີ່ລົດລັດ ໄປໃນວຽກສ່ວນຕົວນັ້ນ ໃຫ້ພາກັນລັດຍິງມັນໂລດ( ເອົາໝາກກະຖຸນເດີ)
ຄວນໄຊ້ ເບ 40.ກະຖຸນແກ້ວ ຫຼື ສີລົດບໍ່ເຫຼີ້ນຍ້ອນດອກ.
ເພິ່ນໄປໃນນາມລັດຖະບານຈຶ່ງຕ້ອງໃຊ້ງົບຂອງລັດ.
Anonymous wrote:ຄັນແມ່ນເຈົ້າເປັນເຂົາ ເຈົ້າກະຊິເຮັດຄືກັນຫັ້ນລະ ສະພາບແວດລ້ອມມັນມີຄວາມດຶງດູດບໍ່ວ່າເບິ່ງແຕ່ຜູ້ນໍາດອກ ເອົາແຕ່ພະນັກງານເອກະຊົນ ຂັ້ນຕໍ່າຂຶ້ນໄປມັນກະຍັງເຮັດຂ້ອຍວ່າບາງທີ່ເຈົ້າອາດຈະອິດສາເຂົາ
ກໍ່ສຸດແລ້ວແຕ່ທ່ານຈະມີທັດສະນະ ຕີລາຄາຄືແນວໃດນໍ່, ມັນຂື້ນກັບວ່າການເບີ່ງ
ບັນຫາຂອງທ່ານນັ້ນ ແມ່ນຢືນຢູ່ຈຸດໃດເບີ່ງ. ສຳລັບຂ້າພະເຈົ້າແລ້ວແມ່ນຮູ້ຕົວເອງ
ດີວ່າເປັນຄົນດ້ອຍໂອກາດ ທຳໃຈມາແຕ່ໄວເດັກແລ້ວ ອິດສາຄົນອື່ນໄປກໍ່ບໍ່ມີປະໂຢດ.
ຕໍ່ກັບບັນຫານີ້ ຂ້າພະເຈົ້າຍັງທ່ອງຂື້ນໃຈໄວ້ຕັງແຕ່ເປັນນັກຮຽນ ຈົນເຖີງເປັນພະນັກງານ
ເພີ່ນສອນກ່ຽວກັບນະໂຍບາຍຂອງພັກ-ລັດ ວ່າ: ໃຫ້ປະຢັດ ມັດທະຍັດ ດຽວນີ້ກໍ່ຍັງວ່າກັນຢູ່.
ບັນດາທ່ານທີ່ໄປຕີກ໊ອບຢູ່ຕ່າງປະເທດທຸກທ້າຍອາທິດນີ້ ບໍ່ແມ່ນແຕ່ຫລຸ່ຍຫ້ຽນພາຫະນະ ແລະ
ສີ້ນເປືອງນ້ຳມັນເທົ່ານັ້ນ, ລາຄາໄມ້ຕີກ໊ອບ ຊຸດໜື່ງເທົ່າໃດ?, ຄ່າສະໜາມຄັ້ງໜື່ງເທົ່າໃດ?,
ເງີນເດືອນພະນັກງານໃນລະດັບຫົວໜ້າກອງ ຫຼື ພະແນກການເທົ່າໃດ?, ເວົ້າໄປຫຼາຍກໍ່ຍີ່ງ
ກວ້າງທ່ານເອີຍ ເຊົາເວົ້າຈະດີກວ່ານໍ່