Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເມືອງລາວຊິຈະເລີນຮຸ່ງເຮືອງຄັນມີລົດໄຟທີ່ສາມາດເຊື່ອມໂຍງລະຫວ່າງເມືອງໃຫຍ່ໆ ເຊັ່ນ ຫຼວງພະບາງ ກ
Anonymous

Date:
ເມືອງລາວຊິຈະເລີນຮຸ່ງເຮືອງຄັນມີລົດໄຟທີ່ສາມາດເຊື່ອມໂຍງລະຫວ່າງເມືອງໃຫຍ່ໆ ເຊັ່ນ ຫຼວງພະບາງ ກ


ລົດໄຟຊິເປັນສິ່ງທີ່ຈະເຮັດໃຫ້ຄົນເດີນທາງໄປຫາກັນໄດ້ງ່ານຫຼາຍຫຼວງຂຶ້ນ. ນັກທ່ອງທ່ຽວສ່ວນຫຼາຍຢາກໃຫ້ມີເສັ້ນທາງໄປຫຼວງພະບາງຈາກວຽງຈັນໄດ້ງ່າຍຂຶ້ນ. ຄັນມີລົດໄຟແລ່ນມາຈາກຈີນ ກະຊິເຮັດໃຫ້ການຄ້າຂາຍດີຂຶ້ນ. ນອກຈາກນັ້ນ ລົດໄຟຈະເປີດໂອກາດໃຫ້ຜູ້ທີ່ຢູ່ໃກ້ທາງຜ່ານໄດ້ມີໂອກາດອອກໄປເຮັດວຽກນອກບ້ານໄດ້ນຳ ເມື່ອຂະເຈົ້າໄດ້ອອກໄປເຮັດວຽກທີ່ດີກວ່າວຽກຊົນນະບົດແລ້ວຢູ່ນອກບ້ານ ກະຈະມີສິດນຳລາຍໄດ້ມາພັດທະນາຊົນນະບົດຂອງໂຕເອງ. ທ່ານຄຶດແນງກັບການທີ່ລາວຄວນມີລົດໄຟແດ່

 

ອ່ານຕໍ່ http://www.aseannews.net/unlocking-laos-3/



__________________
Anonymous

Date:
RE: ເມືອງລາວຊິຈະເລີນຮຸ່ງເຮືອງຄັນມີລົດໄຟທີ່ສາມາດເຊື່ອມໂຍງລະຫວ່າງເມືອງໃຫຍ່ໆ ເຊັ່ນ ຫຼວງພະບາງ


Anonymous wrote:

ລົດໄຟຊິເປັນສິ່ງທີ່ຈະເຮັດໃຫ້ຄົນເດີນທາງໄປຫາກັນໄດ້ງ່າຫຼາຍຫຼວງຂຶ້ນ. ນັກທ່ອງທ່ຽວສ່ວນຫຼາຍຢາກໃຫ້ມີເສັ້ນທາງໄປຫຼວງພະບາງຈາກວຽງຈັນໄດ້ງ່າຍຂຶ້ນ. ຄັນມີລົດໄຟແລ່ນມາຈາກຈີນ ກະຊິເຮັດໃຫ້ການຄ້າຂາຍດີຂຶ້ນ. ນອກຈາກນັ້ນ ລົດໄຟຈະເປີດໂອກາດໃຫ້ຜູ້ທີ່ຢູ່ໃກ້ທາງຜ່ານໄດ້ມີໂອກາດອອກໄປເຮັດວຽກນອກບ້ານໄດ້ນຳ ເມື່ອຂະເຈົ້າໄດ້ອອກໄປເຮັດວຽກທີ່ດີກວ່າວຽກຊົນນະບົດແລ້ວຢູ່ນອກບ້ານ ກະຈະມີສິດນຳລາຍໄດ້ມາພັດທະນາຊົນນະບົດຂອງໂຕເອງ. ທ່ານຄຶດແນວໃດກັບການທີ່ລາວຄວນມີລົດໄຟແດ່

 

ອ່ານຕໍ່ http://www.aseannews.net/unlocking-laos-3/


 ຂໍໂທດທີ່ພິມຜິດ.



__________________
Anonymous

Date:

ຖ້າໂຄງການນີ້ເປັນຮູບປະທໍາ ຊາວໂລກກໍ່ຈະພາກັນຍ້ອງຍໍຊົມເຊີຍພັກແລະລັດຖະບານລາວວ່າ

ເປັນພັກແລະລັດຖະບານທີ່ສະຫລາດສ່ອງໃສທີ່ສາມາດເຮັດໃຫ້ປະເທດລາວກາຍເປັນປະເທດ

ທໍາອິດໃນອາຊຽນທີ່ມີຣົຖໄຟຄວາມໄວສູງແລ່ນບໍຣິການນັກທ່ອງທ່ຽວແລະນັກທຸຣະກິດຈີນ.

ຣົຖໄຟຄວາມໄວສູງບໍ່ພຽງແຕ່ຈະເຮັດໃຫ້ພວກທີ່ມີທຸຣະກິດເລາະລຽບຕາມເສັ້ນທາງເລກທີ 13

ເໜືອຂາດລາຍຮັບ ປ້າສີລຸງສົມທີ່ເຂົ້າປ່າຫາໄຂ່ມົດແດງມາຂາຍໃຫ້ຮ້ານອາຫານເອື້ອຍແສງເພື່ອ

ສົ່ງເງິນໄປໃຫ້ລູກສາວທີ່ກໍາລັງຮຽນຢູ່ ມຊ ກໍ່ຈະຂາຍລາຍຮັບເຊັ່ນກັນ ແລະເມື່ອເປັນເຊັ່ນນັ້ນລູກ

ສາວຂອງປ້າສີລຸງສົມອາດຈະຕ້ອງໄດ້ໄປເຮັດວຽກນອກເວລານໍາຮ້ານເບັຽເຖົ້າແກ່ໂລ້ກໍ່ເປັນໄດ້.

 



__________________
Anonymous

Date:

ຂ້າພະເຈົ້ານີ້ເຫັນວ່າ ໂຄງການນີ້ ມັນເກີດເປັນຮູບແລ້ວ (ແຕ່ຍັງບໍ່ປະທໍາ ຊື່ໆ). ເຄືຍເຫັນເພິ່ນເອົາຮູບວີດີໂອໂຄງການ

ລົດໄຟນີ້ ມາອອກໂທລະພາບໃຫ້ເບິ່ງແລ້ວ. ຕໍ່ມາວ່າງບໍ່ດົນມານີ້ ກໍຮູບ (ທີ່ຍັງບໍ່ທັນປະທໍາ) ໂຄງການເຂດເຂດຖະກິດພິເສດບຶງທາດຫຼວງ

ແລະ ໜອງປິງ ມາໃຫ້ເິ່ງອີກ.

ຂ້າພະເຈົ້າເຫັນບົດວິພາກເສດຖະກິດກ່ຽວກັບໂຄງການຕ່າງໆນີ້ເດເນາະ. ຢາກຮູ້ວ່ານັດຄິດນັກຝັນດັ່ງກ່າວນີ້ ເພິ່ນມອງເຫັນໄດ້ໜ້ອຍ ຫຼາຍປານໃດ, ເບິ່ງເຫັນໃກ້ໄກສໍ່າໃດ.

ພໍສໍ່າເຫດຜົນ ທີ່ຜູ້ຕັ້ງກະທູ້ຍົດຂຶ້ນມາໃນເບື້ອງຕົ້ນ ມັນບໍ່ຄວນເອົາມາຄິດເປັນຜົນປະໂຫຍດທີ່ຈະໄດ້ຮັບຈາກໂຄງການຂະໜາດຍັກນີ້ດອກ.

ເພາະມັນຍ່ອຍໆຈິບຈ໊ອຍເກີນໄປ ທີ່ຈະອ່ານວ່າຈະໄດ້ເງິນນັກທ່ອງທ່ຽວ, ຄົນຈະອອກຈາກຕົວເມືອງ, ຈາກບ້ານໄປເຮັດວຽກໄກອອກໄປ ກໍໄດ້ນັ້ນ, ເມື່ອທຽບໃສ່

ເງິນໜີ້ກ້ອນຍັກ (ມະຫຶມາ) ນັ້ນ, ຊຶ່ງເປັນໜີ້ໄລຍະຍາວ ໃຊ້ແທນໃນໄລຍະ ອາດຈະເປັນ 2-3 ເຊັ່ນຄົນ. ມີອາແປະ ເລັ່ງສະຫວັດ ຫັ້ນແຫຼະເວົ້າວ່າ ມັນເປັນ ໂຊກດີແທ້ດີວ່າ ທີ່ຈະມີຜູ້ໃຫ້ເປັນຫຼາຍໆຕື້ ດອກເບ້ຍຕໍ່າ ໄລຍະຍາວອີກດ້ວຍ, ແລະເວ້າວ່າມັນເປັນໂອກາດທີ່ຫາໄດ້ຍາກ (ພັນປີມີເທື່ອນຶ່ງ ຄື ລູງໄກສອນເວົ້າຕອນປະກາດສ້າງຕັ້ງປະເທດເປັນສາລະນະລັດ ພຸ້ນແລ້ວ).

 

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard