ຊີວະສຶກສາບໍ່ເຖິງ 10.000 ຄົນ, ໃນຂະນະທີ່ຜູ້ສະໝັກເຂົ້າມະຫາວິ ທະຍາໄລສູງເຖິງ 20-30.000 ຄົນ ໂດຍຕີລາຄາແລ້ວໃນປັດຈຸບັນອັດ ຕາສ່ວນນັກສຶກສາຊັ້ນສູງ ແລະ ມະຫາວິທະຍາໄລມີເກືອບ 2.000 ຄົນຕໍ່ປະຊາກອນ1 ແສນຄົນ,ສ່ວນ ອາຊີວະສຶກສາມີພຽງປະມານ 300 ຄົນຕໍ່ປະຊາກອນ 1 ແສນຄົນ.
ໃນສະພາບດັ່ງກ່າວຈຶ່ງເຮັດໃຫ້ ການປະກອບອາຊີບຢູ່ລາວມີລັກ ສະນະເຫລືອບໍ່ພໍ. ຕາມການວິໄຈຂອງຊ່ຽວຊານຕ່າງປະເທດຊີ້ໃຫ້ເຫັນວ່າ: ໂຄງປະກອບຂອງກຳ ລັງແຮງງານຂອງປະເທດເຮົາແມ່ນນັກວິຊາການຊັ້ນສູງ 8 ຄົນຕໍ່ຊັ້ນກາງ 1 ຄົນ ແລະຊັ້ນຕົ້ນ 2 ຄົນ ເຊິ່ງກົງກັນຂ້າມກັບໂຄງປະກອບກຳລັງແຮງງານຂອງປະເທດພັດ ທະນາ ຄືນັກວິຊາການລະດັບຊັ້ນ ສູງ 1 ຄົນຕໍ່ຊັ້ນກາງ 3 ຄົນ ແລະ ຊັ້ນຕົ້ນ 10 ຄົນ. ສິ່ງນີ້ແມ່ນກະແສແນວຄິດ ແລະ ຄ່ານິຍົມທີ່ແທດ ເໝາະແລ່ນນຳແຕ່ໃບປະກາສະນີ ຍະບັດປອມແປງຄວາມຮູ້ຢາກຮຽນແຕ່ວິຊາທີ່ຕົນຄິດວ່າມີຜົນປະໂຫຍດໃຫ້ຕົນເອງ ແລະ ຄອບ ຄົວເທົ່ານັ້ນ ໂດຍບໍ່ຄຳນຶງເຖິງລະ ດັບຄວາມສາມາດການຮຽນ ຂອງຕົນເອງ ແລະບໍ່ຄິດເຖິງການ ປະກອບວຽກງານຕົວຈິງ ແລະ ມີຄວາມໝັ້ນຄົງ.ດ້ວຍເຫດນີ້ຢູ່ລາວ ເຮົາໃນປັດຈຸບັນຈຶ່ງມີສະພາບຂາດເຂີນກຳລັງແຮງງານທີ່ມີສີມືດີ ແລະ ວິຊາການທີ່ມີຄວາມສາ ມາດຢູ່ແຕ່ລະຂະແໜງການ ແລະ ແຕ່ລະຂັ້ນ, ຂາດພະນັກງານມີຄວາມສາມາດໃນການນຳພາເຮັດນຳພາສ້າງ ແລະ ປະຕິບັດຕົວຈິງ ແລະ ກົງກັນຂ້າມ ບາງຄົນຮຽນຈົບປະລິນຍາຕີບາງວິຊາພັດບໍ່ມີວຽກເຮັດງານທຳ, ຖ້າກະແສແນວຄິດຍັງຢູ່ໃນລັກສະນະແນວນີ້ຈະບໍ່ເປັນຜົນດີໃຫ້ແກ່ການພັດທະນາປະເທດຊາດໄດ້.
Anonymous wrote:ຂະແໜງການສຶກສາໄດ້ ຕີລາຄາວ່າ: ໄປພ້ອມໆກັບຜົນ ສຳເລັດຂອງການພັດທະນາລະ ບົບການສຶກສາຂອງປະເທດ ກໍຍັງມີບາງບັນຫາເປັນສິ່ງກົດໜ່ວງຕໍ່ການພັດທະນາຊັບພະ ຍາກອນມະນຸດ ແລະ ປະເທດຊາດ ນັ້ນແມ່ນກະແສແນວຄິດຂອງນັກຮຽນ-ນັກສຶກສາຈຳ ນວນຫລາຍບໍ່ມັກຮຽນວິຊາຊີບຊັ້ນຕົ້ນ, ຊັ້ນກາງ ຫລື ຊັ້ນສູງ ມັກແລ່ນນຳຄ່ານິຍົມຢາກຮຽນແຕ່ລະ ດັບປະລິນຍາຕີຢູ່ມະຫາ ວິທະຍາໄລ ແລະ ຢາກຮຽນແຕ່ຂະແໜງວິຊາທີ່ຕິດພັນກັບເສດ ຖະກິດ ໂດຍບໍ່ຄຳນຶງເຖິງຄວາມສາມາດ ແລະ ຜົນການຮຽນຂອງຕົນເຊັ່ນ: ຢາກຮຽນແຕ່ວິຊາເສດຖະສາດ, ບໍລິຫານທຸລະກິດ, ບັນຊີ, ການເງິນ, ທະນາຄານ ເຫລົ່ານີ້ເປັນຕົ້ນ. ໃນຂະນະທີ່ກະຊວງສຶກສາທິການ ແລະ ກິລາໄດ້ມີຄວາມພະຍາຍາມ ກໍ່ສ້າງ, ປັບປຸງ ແລະ ຂະຫຍາຍໂຮງ ຮຽນວິຊາຊີບ, ວິທະຍາໄລເຕັກນິກຢູ່ແຂວງຕ່າງໆເປັນຈຳນວນບໍ່ໜ້ອຍ ແຕ່ລະປີສາມາດຮັບເອົານັກຮຽນຜູ້ຮຽນຈົບສາຍສາມັນສຶກສາເຂົ້າຮຽນຕໍ່ວິຊາຊີບຊັ້ນຕົ້ນ, ຊັ້ນກາງ ແລະ ຊັ້ນສູງແຕ່ 16-17 ພັນຄົນ, ແຕ່ໃນພາກປະ ຕິບັດຕົວຈິງ ນັກຮຽນເຫລົ່າ ນັ້ນ ຊ້ຳພັດບໍ່ສົນໃຈ ແລະ ຮ້າຍແຮງໄປກວ່ານັ້ນ, ພໍ່ແມ່ຜູ້ປົກຄອງເອງກໍບໍ່ສົ່ງເສີມໃຫ້ລູກຫລານຂອງຕົນໄປຮຽນວິຊາຊີບດັ່ງ ກ່າວ, ສ່ວນໃຫຍ່ແມ່ນມີແນວຄິດວ່າຮຽນຈົບອອກມາແລ້ວຈະບໍ່ໄດ້ເປັນເຈົ້າເປັນນາຍນຳໝູ່ ຫລື ຖ້າບໍ່ແມ່ນວິຊາທີ່ຕິດພັນກັບເສດ ຖະກິດກໍຈະບໍ່ມີລາຍຮັບພຽງພໍ ແລະ ອື່ນໆ ເຊິ່ງສິ່ງນີ້ສະແດງອອກໃຫ້ເຫັນໃນແຕ່ລະສົກຮຽນມີຜູ້ສະໝັກເຂົ້າຮຽນຢູ່ສະຖາບັນອາຊີວະສຶກສາບໍ່ເຖິງ 10.000 ຄົນ, ໃນຂະນະທີ່ຜູ້ສະໝັກເຂົ້າມະຫາວິ ທະຍາໄລສູງເຖິງ 20-30.000 ຄົນ ໂດຍຕີລາຄາແລ້ວໃນປັດຈຸບັນອັດ ຕາສ່ວນນັກສຶກສາຊັ້ນສູງ ແລະ ມະຫາວິທະຍາໄລມີເກືອບ 2.000 ຄົນຕໍ່ປະຊາກອນ1 ແສນຄົນ,ສ່ວນ ອາຊີວະສຶກສາມີພຽງປະມານ 300 ຄົນຕໍ່ປະຊາກອນ 1 ແສນຄົນ. ໃນສະພາບດັ່ງກ່າວຈຶ່ງເຮັດໃຫ້ ການປະກອບອາຊີບຢູ່ລາວມີລັກ ສະນະເຫລືອບໍ່ພໍ. ຕາມການວິໄຈຂອງຊ່ຽວຊານຕ່າງປະເທດຊີ້ໃຫ້ເຫັນວ່າ: ໂຄງປະກອບຂອງກຳ ລັງແຮງງານຂອງປະເທດເຮົາແມ່ນນັກວິຊາການຊັ້ນສູງ 8 ຄົນຕໍ່ຊັ້ນກາງ 1 ຄົນ ແລະຊັ້ນຕົ້ນ 2 ຄົນ ເຊິ່ງກົງກັນຂ້າມກັບໂຄງປະກອບກຳລັງແຮງງານຂອງປະເທດພັດ ທະນາ ຄືນັກວິຊາການລະດັບຊັ້ນ ສູງ 1 ຄົນຕໍ່ຊັ້ນກາງ 3 ຄົນ ແລະ ຊັ້ນຕົ້ນ 10 ຄົນ. ສິ່ງນີ້ແມ່ນກະແສແນວຄິດ ແລະ ຄ່ານິຍົມທີ່ແທດ ເໝາະແລ່ນນຳແຕ່ໃບປະກາສະນີ ຍະບັດປອມແປງຄວາມຮູ້ຢາກຮຽນແຕ່ວິຊາທີ່ຕົນຄິດວ່າມີຜົນປະໂຫຍດໃຫ້ຕົນເອງ ແລະ ຄອບ ຄົວເທົ່ານັ້ນ ໂດຍບໍ່ຄຳນຶງເຖິງລະ ດັບຄວາມສາມາດການຮຽນ ຂອງຕົນເອງ ແລະບໍ່ຄິດເຖິງການ ປະກອບວຽກງານຕົວຈິງ ແລະ ມີຄວາມໝັ້ນຄົງ.ດ້ວຍເຫດນີ້ຢູ່ລາວ ເຮົາໃນປັດຈຸບັນຈຶ່ງມີສະພາບຂາດເຂີນກຳລັງແຮງງານທີ່ມີສີມືດີ ແລະ ວິຊາການທີ່ມີຄວາມສາ ມາດຢູ່ແຕ່ລະຂະແໜງການ ແລະ ແຕ່ລະຂັ້ນ, ຂາດພະນັກງານມີຄວາມສາມາດໃນການນຳພາເຮັດນຳພາສ້າງ ແລະ ປະຕິບັດຕົວຈິງ ແລະ ກົງກັນຂ້າມ ບາງຄົນຮຽນຈົບປະລິນຍາຕີບາງວິຊາພັດບໍ່ມີວຽກເຮັດງານທຳ, ຖ້າກະແສແນວຄິດຍັງຢູ່ໃນລັກສະນະແນວນີ້ຈະບໍ່ເປັນຜົນດີໃຫ້ແກ່ການພັດທະນາປະເທດຊາດໄດ້. ແຕ່ສິ່ງນີ້ຈະແກ້ໄຂແນວໃດ ? ມັນເປັນຄຳຖາມທີ່ຈະຕອບໄດ້ຍາກ ເຊິ່ງກ່ອນອື່ນເຮົາຈະຕ້ອງໄດ້ເຮັດວຽກງານແນວຄິດ ເພື່ອປູກຈິດສຳນຶກໃນການສ້າງພະ ນັກງານວິຊາຊີບລະດັບຕ່າງໆໃຫ້ມີຄວາມຮັບຜິດຊອບຢ່າງແທ້ຈິງ ແລະ ສ້າງໃຫ້ເຂົາເຈົ້າມີລະດັບຄວາມຮູ້-ຄວາມສາມາດ, ມີຄຸນ ສົມບັດທີ່ດີ. ພ້ອມນັ້ນ ກໍຕ້ອງໄດ້ປ່ຽນວິທີການຊັບຊ້ອນນັກຮຽນເຂົ້າຮຽນໃນສະຖາບັນອາຊີວະສຶກສາລະດັບຕ່າງໆຢ່າງມີແຜນ ການ, ປ່ຽນແນວຄິດໃຝ່ຝັນຢາກຮຽນແຕ່ລະດັບປະລິນຍາຕີ, ຍາໂທ, ໃຫ້ຫັນມາສ້າງກຳມະກອນວິຊາຊີບ,ນາຍຊ່າງ,ນັກວິຊາການ, ວິສະວະກອນ, ນັກວິທະຍາສາດ, ນັກຄົ້ນຄວ້າວິໄຈ, ຜູ້ຄຸ້ມຄອງບໍລິ ຫານ ແລະ ຜູ້ຈັດການອື່ນໆໃຫ້ມີຄຸນນະພາບສາມາດຕອບສະ ໜອງພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດແຮງງານ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ໂດຍຕິດພັນຢ່າງສະໜິດແໜ້ນຂອງແຜນພັດທະນາເສດຖະກິດ-ສັງ ຄົມທ້ອງຖິ່ນ ໝາຍວ່າທ້ອງຖິ່ນໃດຕ້ອງການພະນັກງານວິຊາການດ້ານໃດກໍຕ້ອງສ້າງພະນັກງານວິຊາການດ້ານນັ້ນໃຫ້ພຽງ ພໍໂດຍ ເລືອກເອົາຄົນທ້ອງຖິ່ນຂອງຕົນ ເພື່ອຮຽນຈົບແລ້ວກໍກັບຄືນທ້ອງຖິ່ນເດີມ ເພື່ອປະກອບອາຊີບຕາມທີ່ຮຽນມາ ແລະ ນຳພາສ້າງສາທ້ອງຖິ່ນໃຫ້ຈະເລີນກ້າວໜ້າ. ລາວພັດທະນາ
ຂໍອອກຄຳເຫັນ
ສິ່ງທີ່ທ່ານກ່າວມາແມ່ນຖືກຕ້ອງທຸກຢ່າງ ຂ້າພະເຈົ້າກະຈົບຊັ້ນກາງນະ ແຕ່ມີຂໍ້ສັງເກດຢູ່ຢ່າງຫນື່ງຄື ນັກຮຽນທີ່ຈົບຊັ້ນຕົ້ນ ຊັ້ນກາງ 1 ຫາວຽກຍາກ 2 ຄ່າແຮງຖືກ 3 ງານຫນັກ 4 ຖືກຈັດວ່າເປັນພະນັກງານທີ່ມີລະດັບຕ່ຳ
ແລະສະພາບຄວາມເປັນຈິງທຸກມື້ນີ້ ຫລາຍບໍລິສັດຫລືສະຖານປະກອບການຕ່າງໆທີ່ປະກາດຮັບສະຫມັກພະນັກງານ ສ່ວນຫລາຍແມ່ນປະກາດເອົາພະນັກງານທີ່ຈົບການສຶກສາລະດັບປະລິນຍາຕຣີຂຶ້ນໄປ ຖ້າບໍ່ເຊື່ອລອງເປີດອ່ານ ເວປ 108 ອາຊີບຂອງລາວເບິ່ງ
ແລະປະກົດການຫຍໍ້ທໍ້ອີກຢ່າຄື ຄ່າເທີມຮຽນໃນ ລະດັບຊັ້ນກາງ ສູງ ປ.ຕຮີ ແມ່ນໃກ້ຄຽງກັນ
ແລະອີກຢ່າງ ພະນັກງານທີ່ຈົບຊັ້ນກາງ ກວ່າໄດ້ເລື່ອນຂັ້ນເປັນລະດັບຫົວຫນ້າງານ ເງິນເດືອນເທົ່າ ປ.ຕຮີ ຕ້ອງໃຊ້ເວລາ 5-8 ປີ ທັງໆທີ່ຜູ້ຈົບ ປ.ຕຮີ ບໍ່ມີປະສົບການຈັກຫນ່ອຍ ຈົບຈາກໂຮງຮຽນຈ້າງເລີຍ ຫລືບາງຄົນໄປຈອງໂຕແຕ່ຕອນຍັງບໍ່ຈົບຊ້ຳ
ສ່ວນຜູ້ຈົບກາງ ສູງ ມາຂໍສະຫມັກຍັງຮັບຍາກ ແລະຄ່າແຮງທຽບເທົ່າກັບຜູ້ທີ່ຈົບ ມ 6 ຫລື ບໍ່ຈົບຫຍັງເລີຍ
ນີ້ແມ່ນເວົ້າມາຈາກປະສົບການຈິງເລີຍ ແລະອີກຢ່າງບໍມີພໍ່ແມ່ຄົນໃດຢາກໃຫ້ລູກຮຽນຕ່ຳກວ່າ ທີ່ຕົນເອງເປັນຢູ່
ອີກຢ່າງ ເລື່ອງສີມືແຮງງານ ບໍ່ເຄີຍເຫັນລັດມີການເປີດສອບທຽບສີມືແຮງງານ ແລະ ຈັດລຳດັບ ຄ່າຈ້າງ ຕາມລຳດັບສີມືແຮງງານ ແຕ່ລະຂະແຫນງຈັກເທືອ