Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄຂ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 5 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VII ຢ່າງ​ເປັນ​ທາງ​ການ
Anonymous

Date:
ໄຂ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 5 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VII ຢ່າງ​ເປັນ​ທາງ​ການ


 

ກອງ​ປະ­ຊຸມ​ແມ່ນ​ຈະ​ໄດ້​ສຸມ​ໃສ່​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ​ບັນ­ຫາ​ສຳ­ຄັນ​ຂອງ​ຊາດ​ຈຳ­ນວນ​ໜຶ່ງ ເຊັ່ນ:

1.ຮັບ​ຟັງ​ການ​ລາຍ​ງານ​ຂອງ​ລັດ­ຖະ­ບານ ກ່ຽວ​ກັບ​ການ​ສະ­ຫຼຸບ​ກາງ​ສະ­ໄໝ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VII (2011-2015)

2. ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 6 ເດືອນ​ຕົ້ນ​ສົກ​ປີ ແລະ ແຜນ​ວຽກ​ຈຸດ​ສຸມ 6 ເດືອນ​ທ້າຍ ປີ 2012-2013 ແລະ ຮ່າງ​ແຜນ­ການ​ສົກ​ປີ 2013-2014 ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ 6 ເດືອນ​ຕົ້ນ​ສົກ​ປີ ສະ­ເໜີ​ດັດ­ແກ້​ແຜນ​ງົບ­ປະ­ມານ​ແຫ່ງ​ລັດ 6 ເດືອນ​ທ້າຍ​ສົກ​ປີ 2012-2013 ແລະ ຄາດ​ຄະ­ເນ​ແຜນ​ງົບ­ປະ­ມານ​ສົກ​ປີ 2013-2014

3. ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ພ້ອມ​ຂອງ ສປປ ລາວ ໃນ​ການ​ກະ­ກຽມ​ເຂົ້າ​ເປັນ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ ໃນ​ປີ 2015

4. ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ການ­ເຄື່ອນ­ໄຫວ​ວຽກ​ງານ​ກວດ​ສອບ​ປະ­ຈຳ​ສົກ​ປີ 2011-2012 ແລະ ທິດ​ທາງ​ການ­ເຄື່ອນ­ໄຫວ​ວຽກ​ງານ​ປະ­ຈຳ​ສົກ​ປີ 2012-2013 ຜົນ​ການ​ກວດ​ສອບ​ບົດ​ສະ­ຫຼຸບ​ຂາດ​ຕົວ​ງົບ­ປະ­ມານ​ແຫ່ງ​ລັດ ສົກ​ປີ 2010-2011 ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ບົດ​ລາຍ​ງານ​ການ­ເຄື່ອນ­ໄຫວ​ວຽກ​ງານ​ສົກ​ປີ 2012-2013 ແລະ ທິດ​ທາງ​ວຽກ​ງານ​ສົກ​ປີ 2013-2014 ຂອງ​ສານ​ປະ­ຊາ­ຊົນ​ສູງ​ສຸດ ແລະ ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ສູງ​ສຸດ

5. ຮັບ​ຟັງ-ພິ­ຈາ­ລະ­ນາ​ໃນ​ບົດ​ລາຍ​ງານ​ການ­ເຄື່ອນ­ໄຫວ​ວຽກ​ງານ​ກາງ​ສະ­ໄໝ​ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VII ການ­ເຄື່ອນ­ໄຫວ​ວຽກ​ງານ​ສົກ​ປີ 2012-2013 ແລະ ທິດ​ທາງ​ວຽກ​ງານ​ສົກ​ປີ 2013-2014

6. ຮັບ​ຟັງ-ການ​ປະ­ກອບ​ຄຳ​ເຫັນ​ຂອງ​ອົງ­ການ​ແນວ​ລາວ​ສ້າງ​ຊາດ ແລະ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ​ຂັ້ນ​ສູນ​ກາງ ຕໍ່​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ສະ­ພາ​ແຫ່ງ​ຊາດ

7. ພ້ອມ​ນັ້ນ​ຍັງ​ຈະ​ໄດ້​ພິ­ຈາ­ລະ­ນາ ແລະ ຮັບ­ຮອງ​ເອົາ​ກົດ­ໝາຍ ຈຳ­ນວນ 5 ສະ­ບັບ ໃນ​ນັ້ນ​ກົດ­ໝາຍ​ທີ່​ສ້າງ​ຂຶ້ນ​ໃໝ່ 3 ສະ­ບັບ ເຊັ່ນ: ກົດ­ໝາຍ​ວ່າ​ດ້ວຍ​ວິ­ທະ­ຍາ­ສາດ-ເຕັກ​ໂນ​ໂລ​ຊີ ກົດ­ໝາຍ​ວ່າ​ດ້ວຍ​ການ​ປະ­ກັນ​ສັງ­ຄົມ ກົດ­ໝາຍ​ວ່າ​ດ້ວຍ​ສະ­ຫະ­ພັນ​ແມ່­ຍິງ ສ່ວນ​ກົດ­ໝາຍ​ສະ­ບັບ​ປັບ­ປຸງ​ປະ­ກອບ​ມີ ກົດ­ໝາຍ​ວ່າ​ດ້ວຍ​ອາ­ຫານ ແລະ ກົດ­ໝາຍ​ວ່າ​ດ້ວຍ​ການ­ທ່ອງ­ທ່ຽວ ແລະ ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຮ່າງ​ນະ­ໂຍ­ບາຍ​ທີ່​ດິນ​ແຫ່ງ​ຊາດ.

 

ໃນ​ໂອ­ກາດ​ດັ່ງ­ກ່າວ ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ຂອງ​ລັດ­ຖະ­ບານ ກ່ຽວ​ກັບ​ການ​ສະ­ຫຼຸບ​ກາງ​ສະ­ໄໝ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ VII ຊຶ່ງ​ເຫັນ​ໄດ້​ວ່າ​ມີ​ຫຼາຍໆ​ດ້ານ​ທີ່​ພົ້ນ​ເດັ່ນ ເຊັ່ນ:

  •      ດ້ານ​ເສດ­ຖະ­ກິດ ໄດ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ແລະ ໝັ້ນ​ທ່ຽງ​ໂດຍ​ພື້ນ­ຖານ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ (GDP) ເພີ່ມ​ຂຶ້ນ​ສະ­ເລ່ຍ 3 ປີ 8,2% ສະ­ເລ່ຍ​ລາຍ​ໄດ້​ຕໍ່​ຫົວ​ຄົນ​ປະ­ມານ 1.500 ໂດ​ລາ (ສົກ​ປີ 2012-2013)
  • ອັດ­ຕາ​ເງິນ​ເຟີ້​ເໜັງ​ຕີງ​ໃນ​ລະ­ດັບ​ທີ່​ຄຸ້ມ​ຄອງ​ໄດ້ ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ສາ­ມາດ​ກຸ້ມ​ການ​ນຳ​ເຂົ້າ​ໄດ້​ບໍ່​ຫຼຸດ 5 ເດືອນ ການ​ລົງ­ທຶນ​ບັນ­ລຸ 85.147 ຕື້​ກີບ ເທົ່າ​ກັບ 67,05% ຂອງ​ແຜນ­ການ 5 ປີ
  • ລາຍ​ຮັບ​ງົບ­ປະ­ມານ​ບັນ­ລຸ​ໄດ້ 41.832 ຕື້​ກີບ ເທົ່າ​ກັບ 19,6% ຂອງ GDP ສ່ວນ​ລາຍ​ຈ່າຍ​ງົບ­ປະ­ມານ​ປະ­ຕິ­ບັດ​ໄດ້ 47.302 ຕື້​ກີບ ກວມ 22,2% ຂອງ GDP ແລະ ການ​ຂາດ­ດູນ​ງົບ­ປະ­ມານ​ປະ­ມານ 2,50% ຂອງ GDP ຂະ­ແໜງ­ການ​ກະ­ສິ­ກຳ-ປ່າ­ໄມ້ ເພີ່ມ​ຂຶ້ນ 2,9% ຕໍ່​ປີ ກວມ​ເອົາ 25,5% ດ້ານ​ອຸດ­ສາ­ຫະ­ກຳ ມີ​ການ​ຂະ­ຫຍາຍ­ຕົວ​ສົມ­ຄວນ ສະ­ເລ່ຍ 13,7% ຕໍ່​ປີ ກວມ​ເອົາ 30,3% ການ​ບໍ­ລິ­ການ ຢູ່​ປະ­ມານ 8,6% ຕໍ່​ປີ ກວມ​ເອົາ 44,2% ຂອງ​ໂຄງ​ປະ­ກອບ​ເສດ­ຖະ­ກິດ​ແຫ່ງ​ຊາດ ນອກ​ນັ້ນ ຍັງ​ໄດ້​ເອົາ­ໃຈ­ໃສ່​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ ການ­ຈັດ­ຕັ້ງ​ປະ­ຕິ­ບັດ 9 ເປົ້າ​ໝາຍ​ສະ­ຫັດ​ສະ​ວັດ​ດ້ານ​ການ​ພັດ­ທະ­ນາ ແລະ ອື່ນໆ.


__________________
Anonymous

Date:
RE: ໄຂ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 5 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VII ຢ່າງ​ເປັນ​ທາງ​ການ


ຖ້າເພິ່ນຍົກເອົາກົດໝາຍວ່າດ້ວຍອາຫານຂຶ້ນມາເວົ້າ ກະລຸນາເອົາຄລິປມາລົງໃຫ້ເບິ່ງໃຫ້ຟັງແດ່ເດີ

ຂອບໃຈລ່ວງໜ້າ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard