ເຂົ້າໄປສະເໜີບັດປະກັນສັງຄົມກັບພະນັກງານຕ້ອນຮັບ ແລ້ວລົງທະບຽນ ຈາກນັ້ນໃຫ້ລໍຖ້າດົນເຕີບ ແລະທ່ານໝໍກໍຮ້ອງຊື່ ເຂົ້າໄປອະທິບາຍອາການເຈັບ ແລະໝໍກໍ່ກວດສອບເພື່ອຊອກຫາສາເຫດຂອງອາການເຈັບ,
ຫຼັງຈາກນັ້ນໝໍກໍ່ຂຽນໃບສັ່ງຢາໃຫ້ ແລ້ວໄປຮັບຢາຢຸ່ຫ້ອງຈ່າຍຢາ, ຈູດເປັນທີ່ໜ້າຂີ້ດຽດມັນຢູ່ບ່ອນນີ້ທ່ານຜຸ້ອ່ານເອີນ, ຫຼັງຈາກທີ່ຂ້າພະເຈົ້າຮັບບິນຢາມາແລ້ວ ທ່ານໝໍຈ່າຍຢາບອກວ່າ ຢາບໍ່ມີເດີ ແລ້ວຂ້າພະເຈົ້າກໍ່ຖາມວ່າ
ຢານີ້ຈະສາມາດຊື້ໃດ້ຢູ່ໃສ່ເພື່ອຂໍຄຳແນະນຳ ແລະ ຄວາມປອດໄພໃນການບໍລິໂພກຢາ, ລາວຊີ້ໄສ່ຄຣີນິກ ຢູ່ດ້ານໜ້າໂຮງມໍນີ້ແລະ ແລ້ວຂ້າພະເຈົ້າກໍ່ອອກໄປຊຶ້ຢາຕາມຄຳແນະນຳ ເມື່ອໃດ້ຢາມາແລ້ວ ຂ້າພະເຈົ້າກໍ່ເລີຍອ່ານເບິ່ງ
ເຫັນວ່າຢານີ້ເປັນຢາທີ່ຫາງ່າຍ ບັດຢູ່ໂຮງມໍບັກໄຫ່ຍພັດບໍ່ມີ, ຂ້າພະເຈົ້າເລີຍລຽວໄປອ່ານຊື່ຮ້ານຂາຍຢາທີ່ຢູ່ໃນບິນຢາ ແລ້ວ ເຫັນວ່າເປັນຊື່ດຽວກັບທ່ານໝໍທີ່ແນະນ້ຳມາ ກໍ່ເລີຍຮູ້ທັນທີ່ວ່າ
All every thing are business
ຕາມທີ່ເຫັນຢູ່ປະເທດອື່ນ ຄລີນິກເປັນບ່ອນກວດອາການຂັ້ນພື້ນຖານ ບໍ່ມີອຸບປະກອບການປິ່ນປົວ
ບໍ່ມີຢາກິນຢາສັກ, ຖ້າອາການເຈັບເປັນບໍ່ຮ້າຍແຮງ ທ່ານໝໍຈະຂຽນໃບສັ່ງຢາໃຫ້ໄປຊື້ຢູ່ຮ້ານ
ຂາຍຢາ, ແຕ່ຖ້າອາການຮ້າຍແຮງ ທ່ານໝໍຈະສົ່ງໄປພຍາບາລຕົວຢູ່ໂຮງພຍາບາລເພາະຢູ່ໂຮງ
ພຍາບາລມີນາຍແພດ ມີອຸບປະກອນການປິ່ນປົວແລະມີຢາປົວພະຍາດຫລາຍກ່ວາ.
ປ.ລ. ຂ້ອຍຝຶກຊ້ອມການໃຊ້ສັບພາສາທີ່ເຄີຍໃຊ້ກ່ອນປີ 1975 ເພາະບໍ່ໄດ້ໃຊ້ຫລາຍທົດສະວັດ
ແລ້ວ ຢ້ານລືມ.
ຫ້ອງການຂ້ອຍເຂົາເຮັດປະກັນສັງຄົມໝົດ
ແຕ່ຂ້ອຍຄິດວ່າ
1.ເຮົາບໍ່ຈໍາເປັນຕ້ອງໄປຂໍເງິນຜູ້ອື່ນເພື່ອມາປົວໂຕເອງດອກ
2.ສຸຂະພາບເຮົາເຮົາກະຕ້ອງຮັກສາໃຫ້ມັນດີ