Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອັດຕາເງີນ USD ຫຼຸດລົງ, ເງີນກີບລາວເລີ້ມເຟີ້, ຂໍຄວາມເຫັນແດ່?
Anonymous

Date:
ອັດຕາເງີນ USD ຫຼຸດລົງ, ເງີນກີບລາວເລີ້ມເຟີ້, ຂໍຄວາມເຫັນແດ່?


ສະບາຍດີ ບັນດາທ່ານ ທີ່ຮັກແພງ

ດຽວນີ້ ພວກເຮົາຄົນລາວ ທີ່ເຮັດວຽກນຳ ອົງການສາກົນ (UN) ແມ່ນ ຮູ້ສຶກເສຍປຽບ ເພາະເງີນເດືອນເລີ້ມຫຼຸດລົງເລື້ອຍໆ, ຍ້ອນອັດຕາແລກປ່ຽນເງີນຫຼຽນ ຫຼຸດລົງ, ລະກະ ຫຼຸດລົງ,

ເງີນເດືອນໃນສັນຍາຂອງພວກເຮົາທີ່ໃດ້ຮັບແມ່ນເປັນເງີນຫຼຽນ, ເຖິງແມ່ນອົງການສາກົນໄດ້ຈ່າຍໃຫ້ພວກເຮົາເປັນເງີນກີບ ຕາມກົດລະບຽບຂອງກະຊວງການເງີນກໍ່ຕາມ, ແຕ່ວ່າ ຈ່າຍຕາມອັດຕາແລກປ່ຽນ ໃນປະຈຸບັນ ຂອງເງີນຫຼຽນທີ່ລະບຸຢູ່ໃນໃບສັນຍາ,

 

ດຽວນີ້ອັດຕາແລກປ່ຽນຫຼຸດລົງເລື້ອຍໆ ແລະ ເງີນເດືອນອຂອງເຮົາກໍ່ຫຼຸດລົງເຊັ່ນກັນ.

 

ທ່ານຄິດວ່າ ພວກເຮົາຄວນມີທາງແກ້ໄຂແນວໃດ!

ຖ້າວ່າ: ເຮົາຈະຂໍສະເໜີໃຫ້ລະບຸໃນສັນຍາເປັນເງີນກີບຊິໄດ້ບໍ! ແຕ່ມີຫຼາຍຄົນເວົ້າວ່າ ມັນເປັນກົດລະບຽບຂອງ ອົງການສາກົນ ທີ່ຈະຕ້ອງໄດ້ລະບຸເງີນເດືອນ ໃນໃບສັນຍາຂອງ ພະນັກງານ ຢູ່ໃນແຕ່ລະປະເທດເປັນເງີນຫຼຽນ,

 

ດຽວນີ້ ອີ່ຫຍັງກະແພງ, ເງີນກໍ່ເລີ້ມເຟຶ້ແລ້ວ, ແລະ ອັດຕາແລກປ່ຽນເງີນຫຼຽນ ກໍ່ຫຼຸດລົງ,

ຂໍທາງອອກດີໆ ຈາກທ່ານແດ່ວ່າ ເຮົາ ຄວນທີ່ຈະສະເໜີຕໍ່ອົງການສາກົນແນວໃດ! ເພື່ອໃຫ້ເງີນເດືອນເຮົາມີຄວາມໝັ້ນຄົງ ຫຼື ວ່າບໍ່ໃຫ້ພວກເຮົາເສຍປຽບໃນເລື່ອງນີ້

 

ຂໍຂອບໃຈລວ່ງໜ້າ



__________________
Anonymous

Date:
RE: ອັດຕາເງີນ USD ຫຼຸດລົງ, ເງີນກີບລາວເລີ້ມເຟີ້, ຂໍຄວາມເຫັນແດ່?


ພວກເຮັດການຢູ່ NGO ກັບທະນາຄານ ມີແຕ່ພວກເຮັດວຽກເພື່ອເງິນ ບໍ່ໄດ້ເຮັດດ້ວຍຄວາມຈິງໃຈ



__________________
Anonymous

Date:

ເງີນເດືອນຈາກລັດ ເພີ່ມຂື້ນ, ເງີນເດືອນຈາກສາກົນ ຫຼຸດລົງ



__________________
Anonymous

Date:

ແຕ່ກໍ່ພູມໃຈ, ທີ່ໄດ້ເປັນສວ່ນໜືງໃນການຊ່ວຍປະຊາຊົນລາວ ຜູ້ທີ່ທຸກຍາກ

ຊິບໍ່ໄຄກວ່າ ຫຼາຍໆ ຄົນທີ່ເຮັດແບບ ສໍ້ໂກງປະຊາຊົນບໍ

 



__________________
Anonymous

Date:

Anonymous wrote:

ພວກເຮັດການຢູ່ NGO ກັບທະນາຄານ ມີແຕ່ພວກເຮັດວຽກເພື່ອເງິນ ບໍ່ໄດ້ເຮັດດ້ວຍຄວາມຈິງໃຈ


 ເຈົ້າຄືສິຈິງໃສຫຼາຍເນາະ ຂ້ອຍໄປມາແລ້ວທົ່ວປະເທດ ພະນັກງານລັດເຂົ້າການເກົ້າໂມງ ບໍ່ມີວຽກພາກັນລົງມາຕີໝາກບຸນ ກິນເຂົ້າທຽງແລ້ວນອນພັກຜ່ອນເຂົ້າການສອງໂມແລ້ວເລີກສີ່ໂມງ ຖ້າຄິດວ່າຂ້ອຍເວົ້າເກີນຄວາມຈິງຕິດຕາມເບິ່ງກະໄດ້ ຖ້າເປັນຕ່າງແຂວງແຫ່ງຮ້າຍເອົາເວລາລັດຖະການໄປຫາເງິນເຮັດວຽກຢ່າງອື່ນເສີຍ ແຕ່ພວກນີ້ກະຍັງດີຢູ່ ແຕ່ມີອີກພວກໜຶ່ງເຮັດວຽກຫຼາຍຈົນເດິກດື່ນເພາະວ່າຂຽນບິນປອມເພື່ອເອົາເງິນໂຄງການ ແຕ່ພວກນີ້ກະຍັງມີດີຢູ່ເພາະຄວາມເສຍຫາຍຍັງມີໜ້ອຍ ອັນໂຕມັນໂພດຫັນແມ່ນເຖົ້າເຮັດວຽກແບບບໍ່ຫຼັບບໍ່ນອນຄິດຫາທາງກິນແບບນຽນໆ ກິນແບບບໍເກງໃຈໃຜ ເຖົ້ານີ້ອັນຕະລາຍກວ່າໝູ່  



__________________
Anonymous

Date:

ຂ້າພະເຈົ້າ ເຮັດວຽກນຳອົງການ ສາກົນ

ທຳອິດກໍ່ຄິດຢາກໄດ້ເງີນເດືອນຫຼາຍໆ ຄືເພີ່ນ ເພາະຕົນບໍ່ມີເສັ້ນສາຍຫຼາຍ ຄັນຊິເຮັດວຽກນຳລັດ, ສະນັນ ຈິ່ງພໍແຕ່ອາໃສຄວາມຮູ້ນ້ອຍໆ ນີ້ ຊອກຫາທາງຢູ່ລອດ ແລະ ສາມາດມີໂອກາດທີ່ຈະໄດ້ຊ່ວຍເຫຼືອຜູ້ອື່ນໆ

ເມື່ອໄດ້ມີໂອກາດລົງໄປພົບປະກັບຜູ້ຄົນເຂດນອກທີ່ທຸກຍາກ, ໃຫ້ພົບເຫັນ ຜູ້ຄົນທີ່ທຸກຍາກ ຫຼາຍໆ ຊົນເຜົ່າຫຼາຍໆ ກໍ່ຮູ້ສຶກ ເສົ້າໃຈຫຼາຍ,​ ບໍ່ຄິດວ່າ ປະເທດລາວເຮົາຈະຍັງມີຜູ້ຄົນທີ່ທຸກຍາກແນວນີ້, ບາງບ້ານ ຮອດຍາມຝົນ, ກໍ່ອອກຈາກບ້ານບໍ່ໄດ້ ເພາະບໍ່ມີຫົນທາງ, ແລະ ບໍ່ມີຮອດເຂົ້າກິນ, ເຫັນແລ້ວ ເປັນຕາອີ່ໂຕນ,

ດຽວນີ້ ຂ້າພະເຈົ້າ ແມ່ນມີຄວາມພາກພູມໃຈຫຼາຍ ທີ່ເປັນສ່ວນໜື່ງໃນການຊ່ວຍເຫຼືອ ປະຊາຊົນລາວທີ່ທຸກຍາກ, ຍ້ອນໄດ້ເຮັດວຽກນຳອົງການ ຊ່ວຍເຫຼືອລ້າ

 

ແລະ ຢາກໃຫ້ ຜູ້ຄົນ ຫັນມາໃຫ້ຄວາມຊວ່ຍເຫຼືອຜູ້ທີ່ດ້ອຍໂອກາດແດ່, ພ້ອມນັ້ນ ກໍ່ຢາກຂໍໃຫ້ ເຫັນຄວາມສຳຄັນຂອງຜູ້ເຮັດວຽກ ນຳອົງການຊ່ວຍເຫຼືອລ້າແດ່, ເພາະຖ້າບໍ່ມີພວກນີ້, ຜູ້ຄົນທີ່ທຸກຍາກນັ້ນ ຊິເພີ່ມຂື້ນຫຼາຍ!

 

ມື້ນີທ່ານມີເຂົ້າກີນ, ແຕ່ທ່ານຮູ້ບໍ່ວ່າ ດຽວນີ້ ປະຊາຊົນ ບາງເຂດທີ່ທຸກຍາກນັ້ນ ເຂົາບໍ່ມີເຂົ້າຊິກິນ, ລູກນ້ອຍ ກໍ່ກິນແຕ່ນຳ້ ກັບຜັກ, ສ່ວນ ຫົວເຝືອກ, ແລະ ຫົວມັນ ຖ້າຫາໄດ້ ກໍ່ໄດ້ກີນ, ຖ້າຫາບໍ່ໄດ້ ກະອົດ



__________________
Anonymous

Date:

ເງີນຫຼຽນ ????

ອັດຕາເງີນ USD ຫຼຸດລົງ, ເງີນກີບລາວເລີ້ມເຟີ້, ຂໍຄວາມເຫັນແດ່?????



__________________
Anonymous

Date:

ມັນກໍ່ຈຳເປັນຕ້ອງໄດ້ຍອມຮັບສະຖານະການລະ ສຫ ເອີ່ຍ, ສາກົນເຂົາເຄົາລົບລະບຽບ ເຄົາລົບສັນຍາ

ຂຽນໄວ້ແນວໃດ ກໍ່ຕ້ອງ ປບ ແນວນັ້ນ. ພວກເຮັດການນຳອົງການສາກົນ ຫຼື ບັນດາບໍລິສັດເອກະຊົນ

ທີ່ມີສັນຍາເງີນເດືອນເປັນເງີນ ໂດລາ ສະຫະລັດແມ່ນເສຍປຽບກັນທັ້ງນັ້ນ, ແມ່ນແຕ່ສັນຍາໂຄງການກໍ່

ເສຍປຽບເຊັ່ນກັນ. ອັດຕາແລກປ່ຽນຂອງ USD ຕ່ຳລົງທຸກມື້ ຍ້ອນຄ່າເງີນ USD ມັນຕົກໃນຕົວມັນເອງ,

ບໍ່ແມ່ນຄ່າເງີນກີບແຂງຍ້ອນປັດໃຈເສດຖະກິດເຂັ້ມແຂງ, ສະນັ້ນມັນຈື່ງສວານທາງກັນກັບລາຄາສີນຄ້າ

ໃນທ້ອງຕະລາດ ກໍ່ຄືຄ່າຄອງຊີບສູງຂື້ນທຸກມື້. ຂພຈ ກໍ່ມີຄຳເຫັນແຕ່ວ່າ ເວລາຕໍ່ສັນຍາຄັ້ງຕໍ່ໄປເຮັດເປັນ

ເງີນກີບເທົ່ານັ້ນລະ, ເພາະເຫັນພວກນັກທຸລະກິດເຂົາເຮັດສັນຍາໂຄງການ ຫຼື ຊື້ຂາຍຫຍັງມັກເຮັດເປັນ

ເງີນກີບກັນແລ້ວ.

 



__________________
Anonymous

Date:

ເປັນຈັ່ງໃດ ກໍຕ້ອງໄດ້ອົດທົນເອົາເດີ ສະຫາຍເອີຍ ຍັງດີຢູ່ດອກທີ່ມີວຽກເຮັດ. ຄວາມຜິດມັນຢູ່ກັບທ່ານຜູ່ເພິ່ນສລາດ

ສ່ອງໄສພຸ້ນ ເພາະເພິ່ນເປັນຜູ່ເຊັນສັນຍາກັບເຂົາ.



__________________
Anonymous

Date:

ເວົ້າເລື່ອງສະຫລາດສ່ອງໃສ ບາງຄົນຫົວຍູ້ມໃນກົກແຂ້ວ ຄົນສລາດແທ້ໆ ເບີ່ງການເຮັດວຽກການແກ້ປັນຫາ ການວາງແຜນເພື່ອອານາຄົດ ກະຮູ້ວ່າ ເກັ່ງສ່ຳໄດ ມີວິໃສທັດແທ້ໆບໍ?



__________________
Anonymous

Date:

ສະເໜີຂຶ້ນໄປຫາສະຫະພັນແຮງງານ.



__________________
Anonymous

Date:

Anonymous wrote:

ພວກເຮັດການຢູ່ NGO ກັບທະນາຄານ ມີແຕ່ພວກເຮັດວຽກເພື່ອເງິນ ບໍ່ໄດ້ເຮັດດ້ວຍຄວາມຈິງໃຈ


 ເຮັດວຽກກັບອົງການສາກົນໄດ້ຊ່ວຍເຫຼືອປະຊາຊົນ ໄດ້ບຸນໄດ້ກສົນ, ດີກ່ອນເຮັດວຽກນຳລັດແລ້ວມາສໍ້ລາດບັງຫຼວງອັນນີ້້ແມ່ນ ບາບໜາ ທ່ານເອີ່ຍ



__________________
Anonymous

Date:

ພວກເຈົ້າຕ້ອງສະເຫນີກັບອົງການທີ່ ພວກເຈົ້າເຮັດວຽກນຳນັ້ນ ເພີ່ມຄ່າຄອງຊີບສູງໃຫ້ເດີມ ນີ້ແມ່ນທາງອອກ ຄື: ອາດຈະເພີ່ມ 5% ຫຼື 7%ມ ຕາມການແຂງຕົວຂອງເງີນກີບ ແລະການເຫນັງຕີງຂອງເສດຖະກິດການຕະຫລຼາດ



__________________
Anonymous

Date:

ພວກເຮັດວຽກນຳສາກົນ ກະດຽວວ່າມີແຕ່ຄົນມີຄວາມຮູ້ສູງ ຜ່ານມາດູຖູກຄົນເຮັດວຽກນຳລັດ ອວດອ້າງວ່າເງີນເດືອນສູງ ບາດນີ້ເປັນແນວໃດ ພວກຫຼົງໄຫລນຳເງີນໂດລາ ລືມເງີນກີບຕົນເອງ ທີ່ຈິງສາກົນກໍ່ຢາກເຮັດສັນຍາເປັນເງີນກີບຫັ້ນແລ້ວແຕ່ພວກເຈົ້າປະຕິເສດເອງ ບໍ່ຄິດວ່າເງີນກີບຊີ່ແຂງຄ່າປານນີ້ແມ່ນບໍ່ ສ່ວນທີ່ບໍ່ເຄີຍຄິດວ່າຄົນລາວຊີ່ທຸກປານນີ້ ຄັນຊັ້ນເຈົ້າແມ່ນລາວມາແຕ່ໃສ ຢ່າມາດັດຈະລິດ ມາແຕ່ບ້ານນອກຄືກັນຫັ້ນແລ້ວ ແລະເປັນຫັຍງຈຶ່ງບໍ່ຮູ້ວ່າລາວທຸກ

__________________
Anonymous

Date:

ພວກເຮັດວຽກນຳສາກົນ ກະດຽວວ່າມີແຕ່ຄົນມີຄວາມຮູ້ສູງ ຜ່ານມາດູຖູກຄົນເຮັດວຽກນຳລັດ ອວດອ້າງວ່າເງີນເດືອນສູງ ບາດນີ້ເປັນແນວໃດ ພວກຫຼົງໄຫລນຳເງີນໂດລາ ລືມເງີນກີບຕົນເອງ ທີ່ຈິງສາກົນກໍ່ຢາກເຮັດສັນຍາເປັນເງີນກີບຫັ້ນແລ້ວແຕ່ພວກເຈົ້າປະຕິເສດເອງ ບໍ່ຄິດວ່າເງີນກີບຊີ່ແຂງຄ່າປານນີ້ແມ່ນບໍ່ ສ່ວນທີ່ບໍ່ເຄີຍຄິດວ່າຄົນລາວຊີ່ທຸກປານນີ້ ຄັນຊັ້ນເຈົ້າແມ່ນລາວມາແຕ່ໃສ ຢ່າມາດັດຈະລິດ ມາແຕ່ບ້ານນອກຄືກັນຫັ້ນແລ້ວ ແລະເປັນຫັຍງຈຶ່ງບໍ່ຮູ້ວ່າລາວທຸກ

                                                                                                                                                                                                                                                                          

ທ່ານຜູ້ກ່າວຂ້າງເທິງນີ້ ຄືຊິຮັກເງີນກີບ ແລະ ປະເທດຊາດລາວຫຼາຍຂໍຊົມເຊີຍ

ແຕ່ກໍ່ຄືຊິບໍ່ຮູ້ຫຍັງຫຼາຍກ່ຽວກັບ ລະບົບຂອງອົງການສາກົນ, ເພາະກົດຂອງອົງການສາກົນ ຄືອອກສັນຍາເປັນພາສາ ສາກົນ ແລະ ເງີນເດືອນໃນໃບສັນຍ ກໍ່ແມ່ນອອກໃຫ້ເປັນເງີນຫຼຽນ, ສຳລັບພະນັກງານໃນ ທຸກໆ ປະເທດ,

 


ຂ້ອຍຄິດວ່າ ນັກເສດຕະສາດເກ່ງໆ ຂອງລາວ ຄືຊິຮູ້ທາງແກ້ໄຂບັນຫານີ້

 

 

 

 



__________________


Guru

Status: Offline
Posts: 695
Date:

ປຽ່ນແປງສັນຍາຂໍເປັນເງີນກີບຫລືເປັນເງີນຕ່າງປະເທດໂດຍກົງ
ເມືອໄດ້ເງີນດອນລາແລ້ວສາມາດແລກເງີນບາດ ມັນນ່າຈະດີກວ່າ
ຫລືຮຽກຮອ້ງໃຫ້ມີການຂື້ນເງີນຕາມການອອ່ນຕົວຂອງ ງ ດອນລາ

__________________

 187557797.jpg

Anonymous

Date:

ພວກເຈົ້າຕ້ອງສະເຫນີກັບອົງການທີ່ ພວກເຈົ້າເຮັດວຽກນຳນັ້ນ ເພີ່ມຄ່າຄອງຊີບສູງໃຫ້ເດີມ ນີ້ແມ່ນທາງອອກ ຄື: ອາດຈະເພີ່ມ 5% ຫຼື 7%ມ ຕາມການແຂງຕົວຂອງເງີນກີບ ແລະການເຫນັງຕີງຂອງເສດຖະກິດການຕະຫລຼາດ

                                                                                                                                                                                                        

ຂໍຊົມເຊີຍ ຫົວແນວທາງແກ້ໄຂ ຂ້າງເທິງ, ຫວັງວ່າ ຂໍ້ສະເໜີນີ້ຈະຜ່ານບໍ່!

 

 



__________________
Anonymous

Date:

ຄັນວ່າເຮັດນໍາ NGO ແລ້ວຊ່ວຍເຫລືອແທ໊ ຖາມດູວ່າຄັນເງິນເດືອນ ຫລາຍກ່ວາລັດ 50% ກະຍັງຊິເຮັດຢູ່ບໍ

ແນ່ນອນຂ້ອຍວ່າ ຕ້ອງແຕກຫນີໄປບ່ອນເງິນຫລາຍເໝືອນເດີມ

 



__________________
Anonymous

Date:

ຢ່າເວົ້າໃຫ້ພະນັກງານ ອົງການຊ່ວຍເຫຼືອລ້າ ຫຼາຍ ຢ່າງໜ້ອຍ ເຂົາກໍ່ມີສ່ວມຮ່ວມໃນການຊ່ວຍເຫຼືອປະຊາຊົນ

ສ່ວນພະນັກງານລັດນັ້ນ, ມີໃຜແດ່ ເອົາແຕ່ເງີນເດືອນ, ຕຳຫຼວດ ກະຍັງປ່ອຍໂຈນ, ເຫັນພະນັກງານລັດຫຼາຍໆ ຄົນ ຂີ່ແຕ່ລົດງາມໆ, ມີເຮືອນຫຼາຍໆ ແຕ່ເງີນເດືອນນ້ອຍໆ

ຖາມແດ່ວ່າ ມີບໍພະນັກງານລັດ ທີ່ມີໂອກາດໂກງ ແລ້ວບໍ່ໂກງ, ຫາຍາກ ຖ້າມີກະແມ່ນ ພະນັກງານລັດທຳມະດາ ທີ່ລໍວັນໂກງເທົ່ານັ້ນ

ຫຼາຍໆ ຄົນເຂົ້າມາເຮັດວຽກນຳລັດ ກໍ່ເພື່ອຢາກໂຊຕົນເອງ, ແລະ ຄາດຫວັງວ່າວັນໜຶ່ງຈະໄດ້ມີໂອກາດ ໂກງກິນບ້ານ ກິນເມືອງນຳເຂົາ,

ການເຮັດວຽກນຳລັດ, ກໍ່ບໍ່ຕ່າງຫຍັງກັບຂື້ນຫຼັງເສືອ, ຜູ້ໃຫ່ຍພາໂກງ, ລູກນ້ອງຊື່ສັດ ມີແຕ່ຈະຕາຍ,

ຄົນເຮັດວຽກນຳລັດນັ້ນ, ບໍ່ວ່າເຮັດວຽກຫຍັງ, ວາງແຜນໂຄງການໃດໆ ຂື້ນມາກໍ່ຕາມ, ແມ່ນຕ້ອງມີ ລາຍໄດ້ເຂົ້າຖົງຕົນເອງຫຼາຍຈິ່ງເຮັດ ຄັນຊັ້ນບໍ່ເຮັດ, ເຮັດຂື້ນມາເປັນໂຕບັງໜ້າຊື່ໆ ເປັນສ່ວນໃຫ່ຍ

 

ອັນນີ້ບໍ ຄົນຈິງໃຈ, ມີແຕ່ ຊຳ້ເຕີມປະຊາຊົນທີ່ທຸກຍາກ,

 

ດຽວນີ້, ປະຊາຊົນແຂວງ ບໍລິຄຳໄຊ ຖືກໄພພິບັດນຳ້ຖ້ວມຍ່າງໜັກ, ພັກ ແລະ ລັດຖະບານ ຊ່ວຍເງີນ ພຽງແຕ່ ຣ້ອຍປາຍລ້ານກີບ ບາດຮອດມືປະຊາຊົນແທ້ໆ ຊິເທົ່າໃດ

ກະບໍ່ມຸ້ມ ອົງການຊ່ວຍເຫຼືອລ້າຄືເກົ່າ ທີ່ຈະຕ້ອງໄດ້ຍື່ນມືເຂົ້າມາຊ່ວຍອີກ, ບາງຄົນກໍ່ເປັນອາສາສະໝັກ. ສ່ວນພະນັກງານລັດພວກຜູ້ໃຫຍ່ນັ້ນ, ຢາກລົງມາສຳຜັດຢູ່ບໍ, ມາເບິ່ງກໍ່ພໍຄືໆ ຊື່ໆ ມາວາງມາດຊື່ໆ ແລ້ວກໍ່ກັບ

 

ສະນັ້ນ ຈົ່ງໃຫ້ກຽດ ແລະ ນັບຖື ຜູ້ເຂົາໃຫ້ຄວາມຊ່ວຍເຫຼືອປະຊາຊົນລາວແດ່,

ຄັນເຈົ້າເກ່ງ ເຈົ້າລອງສ້າງ ອົງການສ່ວຍເຫຼືອລ້າຂື້ນມາດ້ວຍຕົນເອງເບິ່ງຕີ,

ຄັນເຈົ້າສ້າງຂື້ນມາອີກ, ຂ້ອຍຄິດວ່າ ຄົນລາວຈະຫຼຸດຜ່ອນຄວາມທຸກລົງໄດ້ອີກຈຳນວນໜຶ່ງ

 

ຂອບໃຈ



__________________
Anonymous

Date:

ພະນັກງານບາງຄົນ ບໍແມ່ນຂັນອາສາມາຮັບໃຊ້ປະຊາຊົນ ດອກ ຂັນອາສາມາເບັ່ງອຳນາດ ຂັນອາສາມາສວຍໃຊ້ ໄດ້ຫນ້າທີ່ສ້າງຮັ່ງຄູນມີ ສ້າງຖານະດີ ເຄີຍເຫັນກັບຕາການກວດເສັ້ນທາງ ແດງແຖວບ້ານ ສ້າງບໍ່ໄດ້ມາດຕະຖານກະຍັງເຊັນໃຫ້ຜ່ານ ທັງບໍໄດ້ມາດຕະຖາມທັງຂີ້ຮ້າຍ ບ່ອນໄກ້ໆທາງຢາງ ເຮັດຄືໆບາດ ເລິກໆເຂົ້າໄປ ປູທັງແປ ທັງແຄບ ຍາມຝົນລະ ຜູ້ທຸກທົນລະແມ່ນປະຊາຊົນ ເວົ້າເລື່ອງໄປແລ່ນວຽກຄັນບໍມີເງິນໃຫ້ເພິ່ນກະ ກັກເອກະສານໄວ້ ເຄິຍພົບມາແລ້ວ ແລ່ນຫນັງ ໄປປ່ຽນ ຕົວຫນັງສືທີ່ພະນັກງານຫ້ານລະ ເຮັດຜິດ ບາດເຮົາໄປປ່ຽນບໍມີຄວາມຮັບຜິດຊອບເອົາ ສາເລີຍ. ລໍຖ້າເບິ່ງການກຽມເສັງເຂົ້າລັດຖະກອນ ແບບໃຫມ່ນີ້ເດີ ຕ້ອງມີການວິ່ງເຕັ້ນ ຈ່າຍກັນຢ່າງຖະຫລົ່ມ ທະລາຍແນ່ນອນ . 



__________________
Anonymous

Date:

Why dollar is weakness and Kip is inflation? This my openion, don't worry about the dollar is weakeness and Laos needs more dollars then Thai Baht because the whole world recognized that dollar is international currency and you can buy anything in the world with US. currency. Not Thai Baht. If Laos Central Bank can control inflation in KIP with DOLLAR, this idea make $KIP weaker than $Dollars is very good idea because Laos needs dollars to inject or flow into Lao economic and keep Laos $KIP stronger again Thai baht and back up by gold. So that Laos $KIP will not inflation and keeps value the same each year. What do think?



__________________
Anonymous

Date:

ຕອນເງິນກີບ 12000 ກີບຕໍ່ 1 ໂດລາ ນ້າສາວຂ້ອຍຂາຍເຂົ້າປຽກເສັ້ນມື້ນຶ່ງ 2 ໝໍ້

ເພາະມີນັກທ່ອງທ່ຽວເຂົ້າມາທ່ຽວຫລາຍ, ພໍເງິນກີບແຂງຄ່າ 7500 ກີບຕໍ່ 1 ໂດລາ

ຂາຍມື້ລະໝໍ້ກໍ່ຍັງຍາກ. ພວກສົ່ງອອກໝາກສະເວີກໍ່ມີບັນຫາຄືກັນ, ພວກເຮັດໂຮງ

ງານຕັດຫຍິບເສື້ອຜ້າສົ່ງອອກກໍ່ໜ້າຫຍຸ້ງໄປຕາມໆກັນ ຍັງແຕ່ບໍລິສັດຕັດຫຍິບ 

Trio Lao Export ຫັ້ນຍັງດໍາເນີນຢືນຢູ່ໄດ້.



__________________
Anonymous

Date:

ເຮີ້ຍ ຫມໍນີ້ມາແຕ່ໃສ ຄືຊ່າງເວົ້າແທ້.... ທ່ານໄດ້ເຄີຍລົງໄປເບີ່ງພະນັກງານສຳຫລວດຄວາມເປັນຢູ່ປະຊາຊົນ, ປ່າໄມ້, ສັດປ່າເພື່ອການອະນຸລັກ

ຢູ່ແຂວງຕ່າງໆບໍ ວ່າເຂົາລໍາບາກສໍ່າໃດເພື່ອໃຫ້ຂໍມູນມາວາງແຜນເພື່ອເປັນຊ່ອງທາງຊ່ວຍພັກລັດ ອີກທາງຫນື່ງ ຖ້າທ່ານຢາກລອງໄປສຳຜັດລົງ

ມາທາງໃຕ້ຕິດຕໍ່ຫາຂ້າພະເຈົ້າໄດ້... ແລ້ວຊິພາໄປເບິ່ງ  ແລ້ວ ຈະຮູ້ວ່າໃຜມີຄວາມຈິງໃຈກັບວຽກງານພັດທະນາ ແລະ ອະນຸລັກຫລາຍກວ່າກັນ



__________________
Anonymous

Date:

Anonymous

Date: 5 days ago
RE: ອັດຕາເງີນ USD ຫຼຸດລົງ, ເງີນກີບລາວເລີ້ມເຟີ້, ຂໍຄວາມເຫັນແດ່?
Reply Quote 
 


ພວກເຮັດການຢູ່ NGO ກັບທະນາຄານ ມີແຕ່ພວກເຮັດວຽກເພື່ອເງິນ ບໍ່ໄດ້ເຮັດດ້ວຍຄວາມຈິງໃຈ

 

Anonymous wrote:

ເຮີ້ຍ ຫມໍນີ້ມາແຕ່ໃສ ຄືຊ່າງເວົ້າແທ້.... ທ່ານໄດ້ເຄີຍລົງໄປເບີ່ງພະນັກງານສຳຫລວດຄວາມເປັນຢູ່ປະຊາຊົນ, ປ່າໄມ້, ສັດປ່າເພື່ອການອະນຸລັກ

ຢູ່ແຂວງຕ່າງໆບໍ ວ່າເຂົາລໍາບາກສໍ່າໃດເພື່ອໃຫ້ຂໍມູນມາວາງແຜນເພື່ອເປັນຊ່ອງທາງຊ່ວຍພັກລັດ ອີກທາງຫນື່ງ ຖ້າທ່ານຢາກລອງໄປສຳຜັດລົງ

ມາທາງໃຕ້ຕິດຕໍ່ຫາຂ້າພະເຈົ້າໄດ້... ແລ້ວຊິພາໄປເບິ່ງ  ແລ້ວ ຈະຮູ້ວ່າໃຜມີຄວາມຈິງໃຈກັບວຽກງານພັດທະນາ ແລະ ອະນຸລັກຫລາຍກວ່າກັນ


 

ຂ້າພະເຈົ້າຫມາຍເຖິງຜູ້ນີເດີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard