Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວຽງຈັນ ຈະສ້າງລະບົບ ລົດເມດ່ວນ BRT !!!
Anonymous

Date:
ວຽງຈັນ ຈະສ້າງລະບົບ ລົດເມດ່ວນ BRT !!!


Express Bus Lane Trials in Vientiane

 

 

 

ຕົ້ນອາທິດໜ້າ ຈະທົດລອງແລ່ນລົດເມດ່ວນ ຢູ່ຖະໜົນທ່າເດື່ອ

 

ທ່ານ ຄຳ​ພູນ ເຕ​ເມ​ລາດ ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ລົດເມ ນະຄອນຫຼວງ​ວຽງ​ຈັນ ໄດ້​ໃຫ້​ຮູ້​ວ່າ: ໂດຍ​ອີງໃສ່​ກອງ​ປະຊຸມ​ຮ່ວມ​ປຶກສາ​ຫາລື​ຄົ້ນຄວ້າ​ລະຫວ່າງ​ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ແລະ ທ່ານ​ທູດ​ຍີ່ປຸ່ນ ປະຈຳ ​ສປປ ລາວ ກ່ຽວ​ກັບ​ການ​ແກ້​ໄຂ​ການ​ສັນຈອນ​ໃນ​ເວລາ​ເລັ່ງ​ດ່ວນ​ໃນ​ນະຄອນຫຼວງ​ວຽງ​ຈັນ ຄັ້ງ​ວັນ​ທີ 29 ເມສາ 2013 ແລະ ອີງໃສ່​ກອງ​ປະຊຸມ​ຊີ້​ນຳ​ຄັ້ງ​ວັນ​ທີ 7 ມິຖຸນາ 2013 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ປຶກສາ​ຫາລື​ຄົ້ນຄວ້າ​ວາງ​ແຜນການ​ທົດ​ລອງ​ແລ່ນ​ລົດເມ​ດ່ວນ (BRT) ແຕ່​ເສັ້ນທາງ​ຂົວ​ມິດຕະພາບ​ຫາ​ສະຖານີ​ລົດເມ​ຕະຫຼາດ​ຂົວ​ດິນ ເມືອງ​ສີ​ສັດຕະ​ນາກ.

 

ເພື່ອ​ເປັນ​ການ​ຈັດ​ສັນ​ການ​ຂົນສົ່ງ​ມວນ​ຊົນ​ຕົວ​ເມືອງ ດ້ວຍ​ລົດເມ​ສາທາລະນະ​ໃຫ້​ມີ​ຄວາມ​ສະດວກ ແລະ ວ່ອງໄວ​ຂຶ້ນ​ຕື່ມ ໃນ​ເວລາ​ເລັ່ງ​ດ່ວນ (ໂມງ​ເຂົ້າ​ການ) ຢູ່​ນະຄອນຫຼວງ​ວຽງ​ຈັນ​ນັ້ນ ທາງ​ອົງການ​ປົກຄອງ​ນະຄອນຫຼວງ ແລະ ລັດ​ວິ​ສາ​ຫະ​ກິດ​ລົດເມ​ນະຄອນຫຼວງ​ວຽງ​ຈັນ ຈະ​ໄດ້​ມີ​ການ​ທົດ​ລອງ​ແລ່ນ​ລົດເມ​ດ່ວນ​ຢູ່​ເລນ​ກາງຂອງ​ທາງ (ລ່ອງ) ເບື້ອງ​ອອກ​ໄປ​ຫາ​ທາງ​ທ່າ​ເດື່ອ ຊຶ່ງ​ເລີ່ມ​ແຕ່​ຈຸດ​ອູ່​ສ້ອມແປງ​ລົດເມ​ຫຼັກ 3 ຮອດ​ສີ່​ແຍກ​ໂຮງຮຽນ​ການ​ຊ່າງ​ລາວ-ເຢຍ​ລະ​ມັນ ໃນ​ໄລຍະ​ທາງ 300 ແມັດ ແລ້ວ​ລ້ຽວ​ຊ້າຍ​ໄປ​ຫາ​ທາງ​ແຄມ​ຂອງ (ທາງ​ຕັດ​ໃໝ່) ແລ້ວ​ຕໍ່​ໃສ່​ສີ່​ແຍກ​ທາດ​ຂາວ ຖະໜົນ​ສາມ​ແສນ​ໄທ​ຄືເກົ່າ ຊຶ່ງ​ການ​ທົດ​ລອງ​ຄັ້ງ​ນີ້ ຈະ​ໄດ້​ມີ​ຂຶ້ນ​ວັນ​ທີ 17-21 ມິຖຸນາ 2013 ແຕ່​ເວລາ 7:00 ຫາ 8:30 ໂມງ.

ສ່ວນ​ລົດເມ​ທີ່​ອອກ​ຈາກ​ສະຖານີ​ຂົວ​ດິນ​ໄປ​ຫາ​ດ່ານ​ສາກົນ​ຂົວ​ມິດຕະພາບ ແມ່ນ​ຈະ​ໄດ້​ນຳ​ໃຊ້​ເສັ້ນທາງ​ຄືເກົ່າ ແລະ ສະເພາະ​ໃນ​ເວລາ​ການຈັດຕັ້ງ​ການ​ທົດ​ລອງ ຈະ​ເຮັດ​ໃຫ້​ຜູ້ໂດຍສານ​ທີ່​ເດີນທາງ​ມາ​ແຕ່​ຂົວ​ມິດຕະພາບ​ຫາ​ສະຖານີ​ລົດເມ​ຂົວ​ດິນ ຈະ​ບໍ່​ໄດ້​ຜ່ານ​ສຳນັກງານ​ສານ ອົງການ ໄອ​ຍະ​ການ ແລະ ບ້ານ​ບຶງ​ຂະ​ຫຍອງ ສະເພາະ​ລົດເມ​ທີ່​ແລ່ນ​ໃນ​ໄລຍະ​ຊົ່ວໂມງ​ເຄິ່ງ ສ່ວນ​ເວລາ​ເຫຼືອ​ນັ້ນ​ແມ່ນ​ປົກກະຕິ.

ທ່ານ​ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ລົດເມ​ນະຄອນຫຼວງ ໄດ້​ກ່າວ​ຕື່ມ​ວ່າ: ການ​ທົດ​ລອງ​ແລ່ນ​ລົດເມ​ດ່ວນ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ປະ​ເມີນ​ຜົນ ເພື່ອ​ຂະຫຍາຍ​ເສັ້ນທາງ​ໃນ​ອະນາຄົດ ພ້ອມ​ນີ້​ກໍ​ເພື່ອ​ຊອກ​ຫາ​ວິທີ​ເພື່ອ​ດຶງ​ດູດ​ໃຫ້​ມວນ​ຊົນ ມາ​ຊົມໃຊ້​ບໍລິການ​ລົດເມ​ສາທາລະນະ​ຫຼາຍ​ຂຶ້ນ ຫຼຸດຜ່ອນ​ການ​ນຳ​ໃຊ້​ລົດ​ສ່ວນ​ຕົວ​ລົງ ແລະ ຖ້າ​ພວກ​ເຮົາ​ຫາກ​ມາ​ໃຊ້​ບໍ​ລິ​ການ​​ລົົດ​ເມ​ຫຼາ

New Buses for Vientiane

 

 

 

 

 

 

 

 

 

 

 

 

 

 

Trials of a new Rapid Transit Bus (BRT) service will begin next week running from KM3 on Thadeua Rd to the Friendship Bridge in a bid to reduce the traffic congestion of Vientiane Capital. “We will begin testing the service on June 17-21 from 7: 00 am to 8: 30 pm, to assess the future expansion of the road and to encourage the use of public buses instead of private vehicles,” Director General of Vientiane Bus State Enterprise Mr. Khamphoun Temelath said on Wednesday.

The decision was made on April 29 during a meeting on peak hour traffic solutions between the Mayor of Vientiane, the Minister of Public Works and Transport and the Japanese Ambassador to Laos. According to a statement by Vientiane Vice Mayor Mr. Keophivanh Aphailath, the Rapid Transit Bus will later set out from the Khuadin Market Bus Station to the Friendship Bridge in order to better service mass transit by public bus. Trips will now be much quicker and also more comfortable during peak hour. “If people use the public bus it will dramatically relieve the congestion of vehicles,” he said, “and if we introduce a BRT then it is important that we include a special lane for it.” In Vientiane Capital, the BRT will be follow three routes: Thadeua Road, Kaysone Phomvihane and Souphanouvong Road.

BRT route

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard