Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເລີ່ມນຳໃຊ້ເວັບໄຊໂຄງການ Lao DECIDE info !
Anonymous

Date:
ເລີ່ມນຳໃຊ້ເວັບໄຊໂຄງການ Lao DECIDE info !


ເລີ່ມນຳໃຊ້ເວັບໄຊໂຄງການ Lao DECIDE info

 


 
lao+incide+info.jpg
      ໃນວັນທີ 13 ມິຖຸນານີ້, ຢູ່ໂຮງ ແຮມລາວພລາຊາ, ໄດ້ຈັດກອງ ປະຊຸມເປີດ ນຳໃຊ້ ເວັບໄຊ ລາວ ດິໄຊດ໌ ອິນໂຟ ( Lao DE CIDE info ) ສຳລັບການແລກປ່ຽນ ຂໍ້ມູນລະ ຫວ່າງຂະແໜງການໃນ ສປປ.ລາວ ໂດຍການເປັນປະ ທານຂອງທ່ານ ດຣ ພວງ ປາຣີ ສັກ ປຣະວົງວຽງຄຳ ລັດຖະມົນ ຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້, ທ່ານ ອາ ຄົມ ຕຸນາ ລົມ ລັດຖະມົນຕີຊ່ວຍວ່າການ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດ ລ້ອມ ແລະ ທ່ານ ນາງ ຣູທເທີຣ໌ ຮູເບີ້ ອຳ ນວຍການພາກພື້ນອົງການສະ ວິດຮ່ວມມື ແລະ ພັດທະນາ, ມີບັນດາພະນັກງານທີ່ມາຈາກ ແຕ່ລະຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
   ທ່ານ ດຣ ພວງປາຣິສັກ ປຣະວົງວຽງຄຳ ໄດ້ກ່າວໃນພິ ທີເປີດນຳໃຊ້ເວັບໄຊ ດັ່ງກ່າວ ວ່າ: ການເລີ່ມຕົ້ນຂອງເວັບ ໄຊ ລາວ ດິໄຊດ໌ ອິນໂຟ ແມ່ນມາ ຈາກຂ້ໍມູນຂ່າວສານດ້ານເສດຖະກິດ-ສັງຄົມຂອງສຳນັກງານສະຖິຕິຂອງລາວ, ໄດ້ ພັດທະນາກາຍເປັນຖານແລກ
ປ່ຽນຂໍ້ມູນ, ການ ນຳໃຊ້ ແລະ ວິເຄາະເພື່ອການຕັດ ສິນໃຈ ແລະ ການວາງແຜນທີ່ ທົ່ວເຖິງຂຶ້ນຂອງລັດຖະບານລາວຢ່າງໄວວາ, ເວັບໄຊ ລາວ ດິໄຊດ໌ ອິນໂຟ ສະໜັບສະໜູນການແລກປ່ຽນຂໍ້ມູນ ຂ່າວສານ ແລະ ຊຸກຍູ້ການພັດທະນາຄວາມສາມາດດ້ານຕ່າງໆ ທັງໃນສະຖາບັນຂອງ ລັດຖະບານ ແລະ ເປັນປະຕູ ສູ່ຄັງສົມບັດທີ່ເຕັມໄປ ດ້ວຍຂໍ້ມູນຂ່າວສານດ້ານເສດຖະກິດ-ສັງຄົມ, ກະສິກຳ, ສິ່ງແວດ ລ້ອມ ແລະ ຜູ້ລົງທຶນເອ ກະຊົນປະສານງານກັນໂດຍເຄື່ອງມືຕ່າງໆໃຫ້ຜູ້ໃຊ້ໄດ້ເຂົ້າເຖິງ ແລະ ກວດສອບຂໍ້ມູນໄດ້.
   ໂຄງການນີ້ ໄດ້ຮັບການສະໜັບສະໜູນທາງການເງິນຈາກລັດຖະບານສະວິດ, ການສະໜັບ ສະໜູນ ແລະ ອຸທິດ ຄວາມສາມາດ ຈາກກະຊວງຕ່າງໆທີ່ມີ ສ່ວນຮ່ວມ ແລະ ສະຖາບັນຂອງ ລັດລວມໄປເຖິງສູນພັດທະນາ ແລະ ສິ່ງ ແວດລ້ອມຈາກມະຫາວິທະ ຍາໄລເບິຣ໌ນ.


__________________
Anonymous

Date:

ແມ່ນຣັຖບານສະວິດຫລືອົງການໃດຊ່ອຍເຫລືອສ້າງເວັບນີ້ຂຶ້ນມາ?

http://www.lsb.gov.la/decide/index.php?lang=lo&page=index



__________________
Anonymous

Date:

http://www.lsb.gov.la

ບາງສ່ວນເນື້ອໃນຍັງເປັນພາສາຕ່າງປະເທດ

http://www.lsb.gov.la/index.php?option=com_weblinks&view=categories&Itemid=12&lang=lo

 



__________________
Anonymous

Date:

no



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard