Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຈຳໜ່າຍນ້ຳມັນໄດ້ 689 ລ້ານກວ່າລິດ
Anonymous

Date:
ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຈຳໜ່າຍນ້ຳມັນໄດ້ 689 ລ້ານກວ່າລິດ


ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ໜ່ວຍ​ພັກ ສຳນັກງານ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ພຶດສະພາ 2013 ທີ່​ສຳນັກງານ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ນາມ ວິ​ຍະ​ເກດ ກຳມະການ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໂດຍ​ມີ​ຄະນະ​ໜ່ວຍ​ພັກ ສະມາຊິກ​ພັກ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ໄພບູນ ພົມ​ພະ​ພິ​ທັກ ເລຂາ​ໜ່ວຍ​ພັກ ຮອງ​ຜູ້ອຳນວຍການ​ຝ່າຍ​ທຸລະ​ກິດ ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ວ່າ: ຜ່ານ​ການ​ຕີ​ລາຄາ​ຜົນ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ II ກໍ​ສາມາດ​ຍາດ​ໄດ້​ຫຼາຍ​ຜົນງານ ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ​ວຽກ​ງານ​ລັດ ກໍ​ຄື​ວິຊາ​ສະເພາະ ສາມາດ​ສະຫຼຸບ​ໄດ້​ຄື: ນຳ​ເຂົ້າ​ນ້ຳມັນ​ໄດ້​ທັງ​ໝົດ 687,17 ລ້ານ​ລິດ ເທົ່າ​ກັບ 94,17% ຂອງ​ແຜນການ ແລະ ຂາຍ​ນ້ຳມັນ​ໄດ້ 689,24 ລ້ານ​ລິດ ເທົ່າ​ກັບ 94,47% ຂອງ​ແຜນການ ແລະ ໃນ 3 ປີຜ່ານມາ ສາມາດ​ສ້າງ​ລາຍ​ຮັບ​ໄດ້ 4.898 ຕື້​ກວ່າ​ກີບ ສ້າງ​ກຳໄລ​ໄດ້ 47,82 ຕື້​ກີບ ແລະ ໄດ້​ປະຕິບັດ​ພັນທະ​ໃຫ້​ແກ່​ລັດ​ທັງ​ໝົດ 1.125 ຕື້​ກວ່າ​ກີບ ໄດ້​ນຳ​ເຂົ້າ​ແກັດ​ຫຸງ​ຕົ້ມ ແລະ ອຸປະກອນ​ແກັດ​ມາ​ບໍລິການ ເພື່ອ​ຫຼຸດຜ່ອນ​ການ​ຕັດ​ໄມ້​ເຮັດ​ຝືນ​ເຜົາ​ຖ່ານ​ໃນ 3 ປີ ໄດ້​ນຳ​ເຂົ້າ​ແກັດ​ໄດ້ 586 ໂຕນ​ກວ່າ ແລະ ຂາຍ​ອອກ​ໄດ້ 615 ໂຕນ​ກວ່າ.

ຜ່ານ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ໄດ້​ຈັດ​ແບ່ງ​ປະເພດ​ສະມາຊິກ​ຄື: ປະເພດ​ແຂງ​ຮອບດ້ານ 25 ສະຫາຍ ປະເພດ​ແຂງ​ໄດ້ 13 ສະຫາຍ.

ໃນ​ພິທີ​ດັ່ງກ່າວ ຍັງ​ໄດ້​ມີ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່ ໂດຍ​ມີ 9 ສະຫາຍ​ລົງ​ສະໝັກ ແລະ ເລືອກ​ເອົາ​ພຽງ 7 ສະຫາຍ ເປັນ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່.



__________________
Anonymous

Date:
RE: ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຈຳໜ່າຍນ້ຳມັນໄດ້ 689 ລ້ານກວ່າລິດ


i am not sure how long could we reform the state enterprise management style.

it should be business oriented. the state fuel company in our neighboring country has gained a lot of profit.

 

I think it is time for state enterprise companies to hire the professional management managers.

 



__________________
Anonymous

Date:

ຕົວເລກນຳເຂົ້າ 687,17ລ້ານລິດ ແຕ່ຕົວເລກຂາຍ 689,24ລ້ານລິດ, ຂາຍຫລາຍກ່ວານຳເຂົ້າ ຄິດວ່າຄືຊິມີນຳມັນຂ້າງສ້າງຢູ່ນຳ, ແຕ່ຈຸດທີ່ສົນໃຈຫລາຍກວ່າແມ່ນຢູ່ທີ່ຈຸດ ບລສ ສ້າງກຳໄລໃດ້ 47,82 ຕື້ກີບ ມອບພັນທະງົບປະມານ 1.125ຕື້ ເປັນໄປໃດ້ແນວໃດ ຄືວ່າມອບພັນທະຫລາຍກ່ວາກຳໄລ?



__________________
Anonymous

Date:

Anonymous wrote:

ຕົວເລກນຳເຂົ້າ 687,17ລ້ານລິດ ແຕ່ຕົວເລກຂາຍ 689,24ລ້ານລິດ, ຂາຍຫລາຍກ່ວານຳເຂົ້າ ຄິດວ່າຄືຊິມີນຳມັນຂ້າງສ້າງຢູ່ນຳ, ແຕ່ຈຸດທີ່ສົນໃຈຫລາຍກວ່າແມ່ນຢູ່ທີ່ຈຸດ ບລສ ສ້າງກຳໄລໃດ້ 47,82 ຕື້ກີບ ມອບພັນທະງົບປະມານ 1.125ຕື້ ເປັນໄປໃດ້ແນວໃດ ຄືວ່າມອບພັນທະຫລາຍກ່ວາກຳໄລ?


 Ha Ha- it is a systematic stupid. it can't be solved overnight. that's why i propose a more professional management team to manage such companies.



__________________
Anonymous

Date:

2,04 ລ້ານລິດ ແມ່ນນໍ້າມັນຊີວະພາບທີ່ຜະລິດຈາກໝາກເຍົາ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard