Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Homestay
Anonymous

Date:
Homestay


ທ່ານເຫັນດີ ບໍ່ ຖ້າ ແຕ່ລະບ້ານ ຕາມຊົນນະບົດ ມີ ບອ່ນຮັບແຂກ ແບບ Homestay

ເພື່ອດຶງດູດນັກທອ່ງທ່ຽວ ແລະຊາວບ້ານກໍຈະມີລາຍຮັບໂດຍກົງຈາກການທອ່ງທ່ຽວ ນຳອີກ 

 

 Home+Stay.JPG



__________________
Anonymous

Date:

Anonymous wrote:

ທ່ານເຫັນດີ ບໍ່ ຖ້າ ແຕ່ລະບ້ານ ຕາມຊົນນະບົດ ມີ ບອ່ນຮັບແຂກ ແບບ Homestay

ເພື່ອດຶງດູດນັກທອ່ງທ່ຽວ ແລະຊາວບ້ານກໍຈະມີລາຍຮັບໂດຍກົງຈາກການທອ່ງທ່ຽວ ນຳອີກ 

 

 Home+Stay.JPG


 WE LOVE LAO HOMESTAY STYE... JUST SIMPLY BEAUTIFUL!!!



__________________
Anonymous

Date:

ແນ່ນອນ  ເຫັນດີຢ່າງທີ່ສຸດ

ດີ  ສຳລັບເຈົ້າຂອງເຮືອນ  ທີ່ຈະມີລາຍໄດ້ຕື່ມ ໄດ້ໄກ້ຊິດແລະຮຽນຮູ້ຈາກຄົນຕ່າງຖິ່ນ  

ເຮັດໃຫ້ຫູຕາກ້ວາງໄກຂື້ນ  ແນວໃດເຂົາບໍ່ຮູ້ບໍ່ເຄີຍ  ເຂົາກໍ່ຈະພັດທະນາໂຕເອງຂື້ນ

ດີ  ສຳລັບນັກທ່ອງທ່ຽວທີ່ມີທຶນຮອນໜ້ອຍ ຈະໄດ້ມີທີ່ພັກອາໄສ  

ແລະສຳຜັດຊີວິດການເປັນຢູ່ຂອງຊາວບ້ານຢ່າງແທ້ຈິງ  

ເຊິ່ງແມ່ນຄວາມຕ້ອງການຂອງນັກທ່ອງທ່ຽວອີກຫຼວງຫຼາຍທົ່ວໂລກ

 

ດີ ສຳລັບປະເທດຊາດ  ເງິນຈະເຂົ້າປະເທດອີກຈຳນວນມະຫາສານ  

ເຖິງນັກທ່ອງທ່ຽວກຸ່ມນີ້ຈະມີເງິນມາໃຊ້ຈ່າຍບໍ່ຫຼາຍ  ແຕ່ຈຳນວນນັກທ່ອງທ່ຽວທີ່ມີຫຼາຍ

ອາດຈະຫຼາຍກວ່ານັກທ່ອງທ່ຽວມີເງິນເສັຽອີກ  ກໍ່ຈະເຮັດໃຫ້ມີລາຍໄດ້ມະຫາສານຄືກັນ

ນອກຈາກນັ້ນ  ໃນທາງອ້ອມຍັງເຮັດໃຫ້ຄຸນນະພາບຂອງປະຊາຊົນດີຂື້ນ

ປະຊາຊົນທີ່ຂາດຄວາມຮູ້  ເຂົາກໍ່ຈະຂວານຂວາຍ  ກະຕືລືລົ້ນຫາຄວາມຄວາມຮູ້ມາໃສ່ໂຕເອງແບບອໍໂຕໂນມັດ

ບ້ານເມືອງຈະສະອາດງາມຕາ  ຍ້ອນເຈົ້າຂອງເຮືອນຈະຊ່ອຍດູແລຄົນລະໄມ້ຄົນລະມື

 

ທັງນີ້ແລະທັງນັ້ນ  ຣັຖຕ້ອງເອົາໃຈໃສສົ່ງເສີມຊຸກຍູ້  ໃຫ້ຄວາມຮ່ວມມືແລະແນະນຳແກ່ຊາວບ້ານ

ຣັຖຕ້ອງເປັນອີກແຮງທີ່ຊ່ອຍຫາລູກຄ້າໃຫ້ຊາວບ້ານ  ຊ່ອຍໂຄສະນາຕາມສື່ຕ່າງ ໆ ໃຫ້ຊາວຕ່າງຊາດໄດ້ຮູ້

ສຸດທ້າຍ  ຣັຖບານຕ້ອງເບິ່ງແຍງ  

ຄວບຄຸມຄຸນນະພາບຂອງໂຮມສະເຕໃຫ້ໄດ້ມາດຕະຖານຕາມທີ່ຄວນເປັນ  ທັງລາຄາແລະຄວາມພ້ອມ

ຍັງມີຫຍັງອີກບໍ່   ຄຶດກ່ອນເດີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard