Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮົ່ວມາແຕ່ແປ
Anonymous

Date:
ຮົ່ວມາແຕ່ແປ

ຮົ່ວປາແຕ່ແປ ມີຄວາມໝາຍແນວໃດ

ເວົ້າສູ່ຟັງແດ່ ສົມທຽບ ແລະຍົກຕົວຢ່າງພ້ອມຍິ່ງເປັນການດີ!

ຂໍຂອບໃຈ!

__________________
Anonymous

Date:

Anonymous wrote:

 ຜູ້ເປັນຫົວໜ້າມັກຈະຕັກເຕືອນແລະຫ້າມບໍ່ໃຫ້ລູກນ້ອງຫຼິ້ນ ''ເຟສບຸກ'' ໃນໂມງເຮັດການ    ແຕ່ວ່າຫົວໜ້າເອງກໍ່ລັກຫຼິ້ນແລະແຊັດຫາຜູ້ສາວຢູ່ເລື້ອຍໆ ນີ້ລະຄວາມໝາຍທີ່ວ່າ: ມັນຮົ່ວມາແຕ່ແປ!

ຍັງມີແນວສົມທຽບຫຼາຍທີ່ສຸດທ່ານເຮີຍ!!!

 ແປ = ໝາຍ​ເຖິງ​ແປ​ຫລັງ​ຄາ​ເຮືອນ. ແປ​ຫລັງ​ຄານັ້ນ​ຢູ່​ເທິງ​ສຸດ​ຫລື​ຈະ​ເອີ້ນ​ໄດ້​ວ່າ ຈອມ​ກໍ​ວ່າ​ໄດ້.

ຮົ່ວ​ມາ​ແຕ່​ແປ ມີ​ຄວາມ​ໝາຍ​ວ່າ ເຈົ້າ​ໃຫ​ຍ່​ນາຍ​​ໂຕ​ພາເຮັດ​ພາ​ທຳ​ເປັນ​ໂຕ​ຢ່າງ​ໃນ​ແນວບໍ່​ດີ​ໃຫ້​ລູກ

ນ້ອງ​ຮຽນ​ແບບ​ນຳ​ດັ່ງ​ຕົງ​ຢ່າງ​ປະ​ທານ​ປະ​ເທດ​ຫລື​ວ່າ​ນາ​ຍົກ​ປະ​ກາດ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ

ແລະ​ຮັບ​ສີນ​ບົນ​ຫລື​ເສຍ​ຄ່າ​ທຳ​ນຽມ​ກ້ອງ​ໂຕະ ແຕ່​ຜູ້​ເພິ່ນ​ປະ​ກາດ​ອອກ​ມານັ້ນ​ແມ່ນ​ເປັນ​ຜູ້​ສໍ້​ລາດ

ບັງ​ຫລວງ​ແລະ​ຮັບ​ສິນ​ບົນ​ຫລື​ຄ່າ​ທຳ​ນຽມ​ກ້ອງ​ໂຕະ​ເສຍ​ເອງ ເມື່ອ​ລັດ​ຖະ​ການ​ຜູ້​ນ້ອຍ​ຮູ້​ແ​ລະ​ເຫັນ​ເຂົາ

ກໍ​ພາ​ກັນ​ເດີນ​ຕາມ​ຮອຍ​ຫາ​ສໍ້​ຫາ​ໂກງ​ກິນ​ແບບ​ເຈົ້າ​ແບບ​ນາຍ​ຜູ້​ໃຫ​ຍ່ນັ້ນ ຄຳ​ສັ່ງ​ທີ່​ປະ​ທານ​ປະ​ເທດຫຼື

ນາ​ຍົກ​ສັ່ງ​ລົງ​ມານັ້ນ​ກໍ​ບໍ່​ມີ​ຄວາມ​ສັກ​ສິດ ເພາະ​ບໍ່​ມີ​ໃຜ​ປະ​ຕິ​ບັດ​ຕາມ. ອັນ​ນີ້​ລະ​ທີ່​ວ່າ ຮົ່ວ​ມາ​ແຕ່​ແປ.

 ເປັນແນວນັ້ນແມ່ນຜູ້ໃຫຍ່ພາຊົ່ວ,ຈັ່ງແມ່ນເພິ່ນບໍ່ດີເນາະ.

 ເປັນການອະທິບາຍປຽບທຽບເທົ່ານັ້ນ ບໍ່ໄດ້ໝາຍຄວາມວ່າທ່ານຜູ່ນໍາເຮົາຜູ່ທີ່ຖືຈອມແຫເປັນແນວນັ້ນໃດ໋ເນີ

ຜູ່ນໍາເຮົາເປັນຜູ່ນໍາທີ່ມີສິນທໍາປະຕິວັດ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງຊາດຂອງປະຊາຊົນ

ຕ້ອງແມ່ນປະຊາຊົນໄດ້ຮັບຄວາມສຸກກ່ອນ ຜູ່ນໍາເຮົາຈຶ່ງຈະຊອກຫາສຸກຕາມຫລັງ.

 ຜູ້ຂ້າປຽບທຽບຊື່ໆເດີ້ ປະທານປະເທດແລະນາຍົກຂອງພວກເຮົາເປັນຄົນຈິງໃຈຕໍ່ຊາດແລະປະຊາຊົນມາຕະຫລອດ

ຄຶດເບີ່ງສະໄໝສົງຄາມເພິ່ນເອົາຊີວິດແລະເລືອດເນື້ອເພິ່ນໄປຕໍ່ສູ້ໃຫ້ພວກເຮົາຊາວລາວຫລຸດພົ້ນອອກຈາກການ

ເປັນແອກຂອງຈັກກະພັດຕ່າງດ້າວ, ເພິ່ນທົນທຸກທໍລະມານຂະໜາດໃດກ່ວາຈະໄດ້ຮັບໄຊຊະນະ. ບຸນພວກເຮົາມີ

ແລະບຸນເພິ່ນມີພວກເຮົາຈຶ່ງໄດ້ຢູ່ຮ່ວມທຸກສຸກກັບເພິ່ນມາເທົ້າທຸກບັນນີ້, ເບິ່ງຜູ້ບຸນບໍ່ມີກໍເສຍຊີວິດໄປໃນສົງຄາມ

ແຕ່ກໍເປັນຜົນງານອັນລ້ຳຄ່າມະຫາສານ ທີ່ພວກເຮົາລູກລາວຫລານລາວຄວນຈາລຶກຜົນງານຂອງນັກຮົບວິລະຊົນ

ລາວຜູ້ສະຫລະຊີບເຜື່ອຊາດແລະເພື່ອພວກເຮົາຄົນລາວທຸກຄົນ. ດັ່ງນັ້ນຜູ້ນຳຂອງພວກເຮົາທຸກຄົນລ້ວນແລ້ວແຕ່

ມີບຸນຄຸນອັນມະຫາສານຕໍ່ຊາດແລະພວກເຮົາຊາວລາວທຸກຄົນ.

__________________
Anonymous

Date:

ເວົ້າອອກມາໄດ້ແນວໃດວ່າອ້າຍນ້ອງນັກຮົບທີ່ເສຍຊີວິດໃນສະໜາມຮົບເປັນຄົນບໍ່ມີບຸນວາດສະໜາ

ສ່ວນພວກທີ່ມີໂອກາດໄດ້ສໍ້ໂກງກິນບ້ານກິນເມືອງໃນປັດຈຸບັນພັດແມ່ນຄົນມີບຸນບາລະມີ.

__________________
Anonymous

Date:

Anonymous wrote:

 ເປັນແນວນັ້ນແມ່ນຜູ້ໃຫຍ່ພາຊົ່ວ,ຈັ່ງແມ່ນເພິ່ນບໍ່ດີເນາະ.

 ເປັນການອະທິບາຍປຽບທຽບເທົ່ານັ້ນ ບໍ່ໄດ້ໝາຍຄວາມວ່າທ່ານຜູ່ນໍາເຮົາຜູ່ທີ່ຖືຈອມແຫເປັນແນວນັ້ນໃດ໋ເນີ

ຜູ່ນໍາເຮົາເປັນຜູ່ນໍາທີ່ມີສິນທໍາປະຕິວັດ ເຮັດທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດຂອງຊາດຂອງປະຊາຊົນ

ຕ້ອງແມ່ນປະຊາຊົນໄດ້ຮັບຄວາມສຸກກ່ອນ ຜູ່ນໍາເຮົາຈຶ່ງຈະຊອກຫາສຸກຕາມຫລັງ.

 " ຕ້ອງແມ່ນປະຊາຊົນໄດ້ຮັບຄວາມສຸກກ່ອນ ຜູ່ນໍາເຮົາຈຶ່ງຈະຊອກຫາສຸກຕາມຫລັງ."

ປະໂຍກນີ້ຂອງເຈົ້າເອົາຫຽັງມາອ້າງອີງວ່າປະຊາຊົນລາວບໍ່ມີໃຜຢູ່ຕູບ,ທັງທີ່ປ່າຕຶບດົງໜາຂອງລາວກ້ຽງປານທະເລຊາຍ ແລະ

ຜູ້ນຳແຕ່ລະຄົນ ພ້ອມທັງຕະກຸນຂອງເພີ່ນມີເຮືອນຫຼາຍຫຼັງທີ່ໃຫຍ່ກວ່າວັງເຈົ້າບຸນອູ້ມຫຼາຍເທົາ.

ແຕ່ເຈົ້າບຸນອູ້ມມີຫຼັງດຽວເພິ່ນຍັງບໍ່ໄດ້ຢູ່ຊໍ້າ.

__________________
Anonymous

Date:

Anonymous wrote:

ຮົ່ວປາແຕ່ແປ ມີຄວາມໝາຍແນວໃດ

ເວົ້າສູ່ຟັງແດ່ ສົມທຽບ ແລະຍົກຕົວຢ່າງພ້ອມຍິ່ງເປັນການດີ!

ຂໍຂອບໃຈ!

 ສະຫາຍນີ້ຢາກສົມທຽບການປົກຄອງຂອງລັດທະບານຂອງ ສປປ ລາວ

ໃນປະຈຸບັນ ມີການສໍ້ຫລວງບັງຣາຊ ມາຕັ້ງແຕ່ຂັ້ນລະດັບຜູ່ນຳປະເທດຈົນ

ເຖີງຂັ້ນບ້ານ ຕົວຢ່າງ ພໍ່ບ້ານແຕ່ລະບ້ານແຕ່ລະເດີອນເພີ່ນຈະເລາະຫາເກັບ

ເງີນນຳລູກບ້ານວ່າເງີນຄ່າບຳລຸງ ຜູ່ເປັນລູກບ້ານກໍຂີນບໍ່ໄດ້ກໍຕ້ອງໄດ້ຈ່າຍໄປ

ບໍ່ຮູ້ຈະໄປຟ້ອງຮ້ອງຢູ່ໃສ ? ຂັ້ນເທີງແຮງມີລາຍສໍ້ໂກງຫລາຍກ່ວາຂັ້ນບ້ານ

(ເວົ້າສະເພາະບ້ານທີ່ຢູ່ໃນຕົວເມືອງ)

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard