Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວ່າ Wine ແດງບໍ່ມີເຊື້ອເຫລົ້າ ເປັນຫບັງດື່ມແລວ້ຈຶ່ງເມົາ
Anonymous

Date:
ວ່າ Wine ແດງບໍ່ມີເຊື້ອເຫລົ້າ ເປັນຫບັງດື່ມແລວ້ຈຶ່ງເມົາ


ຈາກການວິໄຈ ຄົ້ນພົບວ່າ ສານຕ້ານອະນຸມູນອິດສະຫລະ (antioxidant) ໃນ ແວັງແດງ (Vin Rouge) ສາມາດຢັບຢັ້ງການຂະຫຍາຍໂຕຂອງມະເຮັງ
ບາງຊະນິດໄດ້ ສານ Resveratrol ສາມາດຫລຸດການກໍ່ໂຕຂອງມະເຮັງ ໃນສັດທົດລອງໄດ້ ໂດຍຢັບຢັ້ງກະບວນການກາຍເປັນມະເຮັງຂອງເນື້ອເຍື່ອ
ນອກຈາກນີ້ ຍັງພົບວ່າ ສານດັ່ງກ່າວຢັບຢັ້ງການຂະຫຍາຍໂຕຂອງເຊລມະເຮັງ ໃນພາຖາດເພາະເຊື້ອໄດ້ ແວັງແດງ ເປັນເຄື່ອງດື່ມຊຶ່ງອຸດົມດ້ວຍສານຊີວະພາບ
ຈາກພືດ ໄດ້ແກ່ສານ Polyphenol ຊຶ່ງມີຄຸນສົມບັດໃນການຕ້ານອະນຸມູນອິດສະຫລະ.

ສຳລັບໃຜທີ່ມີຄວາມເຊື່ອວ່າ ການດື່ມ ແວັງແດງ ມື້ລະຈອກ ຊ່ອຍຫລຸດ ຄວາມດັນເລືອດ ຄົງຕ້ອງປັບປ່ຽນຄວາມຄຶດໃໝ່ແລ້ວລະ ເພາະມີການວິໄຈໃໝ່ຈາກມະຫາວິທະຍາໄລ ບາຣເຊໂລນາ ລະບຸວ່າ ແວັງແດງ ທີ່ຊ່ອຍຫລຸດຄວາມດັນໄດ້ດີຕ້ອງເປັນຊະນິດບໍ່ມີ ເຊື້ອເຫລົ້າ (Alcool) ເທົ່ານັ້ນເນື່ອງຈາກບໍ່ມີເຊື້ອເຫລົ້າໄປທຳລາຍການອອກລິດຂອງສານ Polyphenol ໃນເຫລົ້າແວັງ ຊຶ່ງເປັນສານຕ້ານອະນຸມູນອິດສະຫລະທີ່ມີຄຸນສົມບັດຫລຸດຄວາມດັນເລືອດໄດ້ນັ້ນເອງ

ຊຶ່ງດຽວນີ້ ແວັງແດງບໍ່ມີເຊື້ອອານໂກລ ຫຼື ສະກັດເຊື້ອເຫລົ້າມີຈຳໜ່າຍທົ່ວໄປ ແຕ່ຢ່າລືມວ່າ ການກິນອາຫານທີ່ມີປະໂຫຍດ ແລະອອກກໍາລັງກາຍເປັນປະຈໍາ ກໍຈະຊ່ວຍໃຫ້ຫລຸດ ຄວາມດັນ (Tension)ໄດ້ຢ່າງຍືນຍົງ.

ຈະຂໍນໍາສະເໜີຄຸນປະໂຫຍດ 3 ປະການ ຈາກ ແວັງ:

1. ຫລຸດຄວາມສ່ຽງຂອງພະຍາດຫົວໃຈ

2. ຄຸນສົມບັດປ້ອງກັນມະເຮັງ

3. ຊ່ອຍໃນການຈັດການກັບຄວາມຕຶງຄຽດ

 



__________________
Anonymous

Date:
RE: ວ່າ Wine ແດງບໍ່ມີເຊື້ອເຫລົ້າ ເປັນຫຍັງດື່ມແລວ້ຈຶ່ງເມົາ


 

 

ວ່າ Wine ແດງບໍ່ມີເຊື້ອເຫລົ້າ ເປັນຫຍັງດື່ມແລວ້ຈຶ່ງເມົາ



__________________
Anonymous

Date:
RE: ວ່າ Wine ແດງບໍ່ມີເຊື້ອເຫລົ້າ ເປັນຫບັງດື່ມແລວ້ຈຶ່ງເມົາ


ບັກຕັ້ງກະທູ້ມຶງໂງ່ແທ້ຫຼືວ່າມຶງບໍ່ຮູ້ອີຫຼີ

ແວງບໍ່ມີແອລກໍຮໍ ຊິແຕກຮ້ອຍລິດກະບໍ່ເມົາເດີ

ເບັຽບໍ່ມີແອລກໍຮໍກະຄືກັນ

ເຂົາສະກັດແອລກໍຮໍອອກ  ສຳລັບຄົນມັກກິນເຄື່ອງດື່ມພວກນີ້ແຕ່ບໍ່ຢາກເມົາ

 

ມຶງຕັ້ງກະທູ້  ເບິ່ງຄືຄົນສະຫຼາດ  

ແຕ່ຄຳຖາມຫົວກະທູ້  ອ່ານແລ້ວຄືຄົນປັນຍາອ່ອນນີ້ແຫຼະ



__________________


Senior Member

Status: Offline
Posts: 482
Date:

gape mun nao leo mun kai pen pit leo mun ka mao tua,

__________________
Zack¹

Date:

zack wrote:

gape mun nao leo mun kai pen pit leo mun ka mao tua,


 ຖ້າອາຍຸຮອດ 21 ປີ ລອງໄປຊື້ມາດື່ມເດີ ຈະເມົາຫລືບໍ່?



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard