Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນກອງຜະຊຸມລັດຖະບານປະຈຳເດືອນກຸມພາ 2013
Anonymous

Date:
ຜົນກອງຜະຊຸມລັດຖະບານປະຈຳເດືອນກຸມພາ 2013


ກ່ອນອື່ນຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຄະນະລັເຖະບານ ທີ່ໄດ້ມີຄວາມຕັດໃຈສູງໃນການພັດທະນາປະເທດຊາດ ເຊີ່ງມັນສະແດງໃຫ້ເຫັນວ່າແຕ່ລະເດືອນ ທາງຄະນະລັດຖະບານໃດ້ມີການປະຊຸມປຶກສາຫາລືຢ່າງເປັນປະຈຳເພື່ອສະຫລຸບສັງເກດຕີລາຄາຜົນການຈັດຕັ້ງປະຕິບັດ ແລະ ພ້ອມກັນກຳນົດທິດທາງໃນຕໍ່ຫນ້າ.
ເຖີງແມ່ນວ່າລັດຖະບານໃດ້ມີຄວາມພະຍາຍາມກຳນົດແຜນວຽກເປັນແຕ່ລະເດືອນນັ້ນຖືວ່າເປັນການດີ ແລ້ວແຕ່ໃນທີ່ນີ້ຂ້າພະເຈົ້າເຫັນວ່າ ລັດຖະບານຍັງບໍ່ໃດ້ກວດກາຢ່າງເຂັ້ມງວດບັນດາແຜນວຽກທີ່ໄດ້ກຳນົດໃນເດືອນຜ່ານມາ ເຮັດໄດ້ຫຍັງແດ່?ບໍ່ໃດ້ຫຍັງແດ່, ເຮັດໃດ້ຍ້ອນຫຍັງ,ບໍ່ໃດ້ຍ້ອນຫຍັງ ? ເຊັ່ນວ່າໃນເດືອນມັງກອນຜ່ານມາໃດ້ກຳນົດວຽກ ກ່ຽວກັບການຮ່າງດຳລັດວ່າດ້ວຍການແຈ້ງຊັບສິນຫນີ້ສິນຕໍ່ກັບບັນຫານີ້ເຫັນວ່າເປັນບັນຫາສຳຄັນ,ແຕ່ ໃນເດືອນກຸມພານີ້ບັນຫານີ້ບໍ່ເຫັນເວົ້າເຖີງ ວ່າເຮັດໄດ້ສຳໃດແລ້ວ ແລະ ເວລາໃດຈະໃດ້ປະກາດໃຊ້ເປັນຕົ້ນ.


__________________


Member

Status: Offline
Posts: 23
Date:

ເວ​ລາ​ປະ​ຊູມ​ປືກ​ສາ​ຫາ​ລື​ກັນ​ນັ້ນ​ຖ້າ​ລັດ​ຖະ​ບານ​ບໍ່​ໄດ້​ຕັ້ງ​ບັນ​ຫາ​ຂື້​ນ​ມາ​ເວົ້າ​ນັ້ນ​ສະ​ແດງ​ວ່າ:

ບໍ່​ມີ​ບັນ​ຫາ​-----=-=--=-=----:------ໂຮມ​ກັນ​ໄວ້ແລ້​ວ​ເຮັດ​​ບັດ​ດຽວ(ມີ​ເຫດ​ແລ​ະຜົນ​ຂ​ອງ​ມັນ​ເອງ)

ຫຼື​ມີ​ບັນ​ຫາໂຮມ​ກັນ​ໄວ້ແລ້​ວແກ້​ບັດ​ດຽວ(ມີ​ເຫດ​ແລ​ະຜົນ​ຂ​ອງ​ມັນ​ເອງ)

__________________
kkpls
Anonymous

Date:

ຂະໜາດຢາກສເໜີຄໍາດຄໍາເຫັນຍັງມາສະເໜີຜ່ານເວັບສະມາຄົມ ຄືບໍ່ສະແດງຄວາມເຫັນກັນຕົງໆໃນທີ່ປະຊຸມໂລດ ບໍ່ກ້າບໍ ບໍ່ກ້າຍ້ອນຫຍັງ ຖ້າມັນດີກໍ່ຄວນສິມີຄວາມກ້າຫານທີ່ຈະອອກຄໍາຄິດຄໍາເຫັນ ແລະຜຸ້ມີອໍານາດຫັນກະຟັງແດ່ ຢ່າຝ້າວຕັດຄວາມຫຼາຍ ແລະຢ່າສະແດງວ່າຕົນເອງເປັນຜູ້ຮູ້ພຽງຄົນດຽວ

ເອົາຄັນໃຊ້ເວັບນີ້ເປັນເວທີສະແດງຄວາມຄິດເຫັນ ຂອ້ຍກໍ່ຢາກສະແດງຄວາມຄິດເຫັນໃຫ້ທົບທວນແລະພິຈາລະນາໃໝ່ເບິ່ງໃນປະເດັນເຫຼົ່ານີ້

1. ປະເດັນສ້າງຊົນນະບົດໃຫ້ເປັນເມືອງ: ຢູ່ແຕ່ລະແຂວງພວກການນໍາຕັ້ງແຕ່ຂັ້ນບ້ານ, ເມືອງ, ແຂວງ ພາກັນແບ່ງດິນແບ່ງດອນເອົາໝົດແລ້ວ. ຢູ່ຊຽງຂວາງ ເມືອງຄູນ ເຂດແກ້ວແສດສວນກາເຟຂອງຊາວບ້ານຖືກດຸດຖິມໝົດແລ້ວຍ້ອນໂຄງການສ້າງຊົນນະບົດໃຫ້ເປັນເມືອງ ມີແຜນຍ້າຍບ້ານເຮືອນປະຊາຊົນ ແລ້ວຈະສ້າງຕະຫຼາດໃສ່ ມັນສິມີໃຜມາຄ້າຂາຍຢູ່ຫັນເອົາຫົວເທິງຄິດແດ່ຢ່າເອົາແຕ່ຫົວລຸ່ມຄິດຫຼາຍ. ຕະຫຼາດສ້າງຂຶ້ນມາບັກຫຼາຍໆແຕ່ກາຍເປັນບ່ອນແບ້ນອນ ໝານອນໝົດ ຕົວຢ່າງຢູ່ນໍ້າຈັດທາງຂຶ້ນໄປຊຽງຂວາງຕະຫຼາດຮ້າງອ່າງຍ່າງ. ເຂດລາດບວດ ເຂດໂພນສູງ ເປັນຄອກແບ້ໝົດ ບໍ່ໄດ້ໃຊ້ປະໂຫຍດ ປານນັ້ນພາກັນສ້າງຕິກໆ ສົງໃສພວກເຈົ້າແຂວງບໍ່ມີເງິນໃຫ້ລູກຊຶ້ລົດ ປຣາໂດ ກະເລີຍຕ້ອງ ຄິດແຜນໃຊ້ເງິນງົບປະມານເພື່ອສໍ້ໂກງ. ທ່ານຜູ້ໃຫຍ່ຢູ່ວຽງຈັນລົງໄປເບິ່ງຕົວຈິງເບິງຖ້າບໍ່ເຊື່ອ ແຕ່ລະວັງພວກຢູ່ແຂວງຈັດສາກໃດ ຖ້ານາຍຍົກໄປພວກນີ້ຕ້ອງຈັດສາກວ່າມີການຄ້າຂາຍຢ່າງແນ່ນອນແຕ່ເມືອໃດທ່ານນາຍຍົກຫຼືທ່ານປະທ່ານປະເທດຢ່າງພົ້ນເຂດທໍ່ນັ້ນແຫຼະຊາວບ້ານແຕກພາກັນກັບເຮືອນໝົດ.

ຕະຫຼາດທີ່ໝາຍເຖິງບ່ອນຊື້ຂາຍນັ້ນມັນຕ້ອງເກີດດ້ວຍປັດໃຈທີ່ພ້ອມຂອງມັນເອງຢ່າໄປບັງຄັບໃຫ່ມັນເກີດ ຖ້າປັດໃຈບໍ່ພ້ອມຢ່າໄປບັງຄັບມັນເລີຍ ເສບແຮງເສຍງົບປະມານລ້າໆ

ຢູ່ເມືອງຄູນເຂດແກ້ວແສດເປັນຕາອິຕົນປະຊາຊົນອິຫຼີເດີ ເຂົ້າຄືສິນອນບໍ່ຫຼັບເພາະທາງການມີແຜນຍ້າຍບ້ານເຮືອນຂອງເຂົາເຈົ້າແລ້ວຈະໃຊ້ພື້ນທີ່ບ້ານເຮືອນຂອງປະຊົນສ້າງເປັນຕະຫຼາດ ແລະຊາວບ້ານບອກວ່າຈະບໍ່ມີຄ່າຕອບແທນໃດໆທ່ານນາຍຍົກໄປເບິ່ງແດ່ ອິດູເຂົາເຈົ້າແດ່



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard