Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ຈະສືບຕໍ່ ແຜນການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ທັງ 7 ໂຄງການ
Anonymous

Date:
ລາວ ຈະສືບຕໍ່ ແຜນການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ທັງ 7 ໂຄງການ


ຄອນພະເພັງ ທີ່ຢູ່ໃກ້ສະຖານທີ່ຈະສ້າງ ເຂື່ອນໄຟຟ້າທ່າຄໍ້ ທາງການລາວຈະສືບຕໍ່ແຜນການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງ ທັງ 7 ໂຄງການຕໍ່ ໄປ ໂດຍຢືນຢັນວ່າ ທຸກໂຄງການຈະມີການ ສຶກສາເພື່ອປ້ອງກັນຜົນກະທົບໃນທຸກໆ ດ້ານ ຢ່າງໄດ້ມາດຕະ ຖານສາກົນ. ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້ ໃຫ້ການຢືນຢັນວ່າ ທາງການລາວ ຍັງຈະສືບຕໍ່ແຜນການກໍ່ສ້າງ ເຂື່ອນເທິງແມ່ນໍ້າຂອງໃນເຂດປະເທດລາວຕໍ່ໄປ ໂດຍເຖິງແມ່ນ ວ່າ ໃນໄລຍະທີ່ຜ່ານມາຈະຖືກຄັດຄ້ານຈາກບັນດາອົງ ການອະນຸລັກສິ່ງແວດລ້ອມທໍາມະຊາດທັງໃນອາຊ່ຽນ ແລະໃນລະດັບສາ ກົນກໍຕາມ ຫາກແຕ່ດ້ວຍການສຶກສາສໍາຫຼວດຢ່າງໄດ້ມາດຕະ ຖານສາກົນນັ້ນ ກໍເຮັດໃຫ້ເຊື່ອໝັ້ນວ່າຈະສາມາດປ້ອງກັນບັນຫາຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດໄດ້ຢ່າງຄັກແນ່. ​

ທີ່ຜ່ານມາ ທາງການກະຊວງພະລັງງານແລະບໍ່ແຮ່ຂອງລາວກໍໄດ້ອະນຸຍາດໃຫ້ບໍລິສັດຈາກ ຕ່າງປະເທດທໍາການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງເຂື່ອນເທິງແມ່ນໍ້າຂອງສະເພາະໃນເຂດປະເທດລາວໄປແລ້ວຈໍານວນເຖິງ7ໂຄງການດ້ວຍກັນຊຶ່ງບໍ່ລວມເຖິງໂຄງການເຂື່ອນໄຊຍະບູລີແຕ່ຢ່າງໃດ. ກໍຄືໂຄງການເຂື່ອນທ່າຄໍ້ໃນແຂວງຈໍາປາສັກ ໂຄງການເຂື່ອນປາກແບ່ງ ໃນແຂວງອຸດົມໄຊ ໂຄງການເຂື່ອນຫຼວງພະບາງທີ່ແຂວງຫຼວງພະບາງ ໂຄງການເຂື່ອນປາກລາຍ ທີ່ແຂວງ ໄຊຍະບູລີ ໂຄງການເຂື່ອນສານະຄາມໃນແຂວງວຽງຈັນໂຄງການເຂື່ອນແກ່ງຫຼວງແລະໂຄງການເຂື່ອນດອນສະຫົງໃນແຂວງຈໍາປາສັກ ໂດຍທີ່ 5 ໂຄງການມີເປົ້າໝາຍທີ່ຈະສົ່ງ ກະແສໄຟຟ້າຂາຍໃຫ້ກັບໄທ ສ່ວນອີກ 2 ໂຄງການ ທີ່ເຫຼືອນັ້ນ ຈະສົ່ງກະແສໄຟຟ້າໄປຂາຍ ໃຫ້ຫວຽດນາມ 1 ໂຄງການ ແລະຕອບ ສະໜອງການຊົມໃຊ້ໄຟຟ້າພາຍໃນປະເທດອີກ 1 ໂຄງການ. ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍໄດ້ເນັ້ນຢໍ້າວ່າ ການສຶກສາຄວາມ ເປັນໄປໄດ້ດັ່ງກ່າວ ບໍ່ໄດ້ໝາຍເຖິງການອະ ນຸຍາດ ໃຫ້ບໍລິສັດຕ່າງຊາດທໍາການ ກໍ່ສ້າງເຂື່ອນແຕ່ຢ່າງໃດ ເພາະວ່າການ ທີ່ຈະອະນຸມັດ ໃຫ້ບໍລິສັດຕ່າງຊາດສາມາດ ລົງມື ດໍາເນີນການກໍ່ສ້າງເຂື່ອນໄດ້ນັ້ນ ກໍຈະຂຶ້ນຢູ່ກັບຜົນທີ່ໄດ້ຮັບ ຈາກການສຶກສາ ສະຖານີໄຟຟ້າແຫ່ງນຶ່ງຢູ່ລາວທີ່ແຈກຈ່າຍໄຟຟ້າໃຊ້ຢູ່ພາຍໃນ ຄວາມເປັນໄປໄດ້ຂອງແຕ່ລະໂຄງການເປັນສໍາຄັນ.ຍິ່ງໄປກວ່ານັ້ນສໍາລັບໂຄງການທີ່ໄດ້ທໍາການສຶກສາສໍາຫຼວດ ແລ້ວພົບວ່າ ມີຄວາມເປັນໄປໄດ້ແລະຄຸ້ມຄ່າທີ່ຈະລົງທຶນກໍ່ສ້າງຕໍ່ໄປນັ້ນ ທາງການລາວ ກໍ ຍັງຈະຕ້ອງນໍາສະເໜີແຜນການຕໍ່ຄະນະກໍາມາທິການແມ່ນໍ້າຂອງ ຫຼື MRC ແລະປະເທດ ສະມາຊິກໃນ MRC ດ້ວຍກັນເພື່ອໃຫ້ການຮັບຮອງແຜນການທີ່ຈະມີການດໍາເນີນການ ກໍ່ສ້າງເຂື່ອນດັ່ງກ່າວຕໍ່ໄປ.

ທັງນີ້ໂດຍຫລ້າສຸດ ກໍມີລາຍງານວ່າທາງການລາວໄດ້ໃຫ້ບຸລິມະ ສິດກັບໂຄງການກໍ່ສ້າງເຂື່ອນທ່າ ຄໍ້ຢູ່ເຂດເມືອງໂຂງໃນແຂວງ ຈໍາປາສັກ ໂດຍຈາກການສຶກສາສໍາ ຫຼວດກ່ຽວກັບຄວາມເປັນໄປ ໄດ້ຂອງໂຄງການໃນໄລຍະທີ່ຜ່ານມານັ້ນ ກໍພົບວ່າຈະບໍ່ສົ່ງຜົນ ກະທົບຕໍ່ສະພາບ ພາບຈໍາລອງຂອງສະຖານທີ່ທ່ອງທ່ຽວໃກ້ເຂື່ອນທ່າຄໍ້ ແຂວງຈໍາປາສັກ ແວດລ້ອມທໍາມະຊາດໃນລໍາແມ່ນໍ້າຂອງຢ່າງ ແນ່ນອນກັບທັງຍັງຈະບໍ່ສົ່ງຜົນກະທົບຕໍ່ເຂດການທ່ອງທ່ຽວ ຢູ່ເມືອງໂຂງອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການ ຊີ້ແຈງວ່າ: “ທີ່ຕັ້ງຂອງໂຄງການໄຟຟ້ານໍ້າຕົກທ່າຄໍ້ຕັ້ງຢູ່ນອກເຂດຂອງການພັດທະນາ ການ ທ່ອງທ່ຽວ ຈຶ່ງບໍ່ໄປແຕະຕ້ອງເລື້ອງສິ່ງແວດລ້ອມຢູ່ໃນ ແຕ່ວ່າໂຄງການ ນີ້ເປັນ ໂຄງການທີ່ບໍ່ມີເຂື່ອນ ໂດຍຕົ່ງເອົານໍ້າຢູ່ແຄມທ່ານັ້ນ ແລ້ວກະເຮັດ ຄອງຊົນລະປະທານເຂົ້າໄປໂດຍປະມານ 1,700 ແມັດ ແລະໂຄງການນີ້ກໍບໍ່ ມີອ່າງເກັບນໍ້າ ແຕ່ຕົ່ງເອົານໍ້າໂດຍກົງແລ້ວ ກະຜ່ານເຄຶ່ອງຈັກລໍຢູ່ລຸ່ມຄອນ ພະເພັງໄປອີກ.” ໂຄງການເຂື່ອນທ່າຄໍ້ດັ່ງກ່າວນີ້ຈະມີກໍາລັງຜະລິດພະລັງງານໄຟຟ້າລວມ 308 ເມັກກາ ວັດ ຊຶ່ງຈະມີການກໍ່ສ້າງເປັນແບບຂັ້ນຄັນໄດທີ່ແບ່ງອອກເປັນ 3 ຂັ້ນ ຕອນດ້ວຍກັນ ກໍຄື ຂັ້ນຕອນທີ່ 1 ຈະມີກໍາລັງຜະລິດພະລັງງານໄຟຟ້າ 52 ເມັກກະວັດ ຂັ້ນທີ່ 2 ຈະມີກໍາລັງ ຜະລິດພະລັງງານໄຟຟ້າ 86 ເມັກກະວັດ ແລະ ຂັ້ນທີ 3 ທີ່ຢູ່ຕໍ່າສຸດນັ້ນ ຈະມີກໍາລັງຜະ ລິດພະລັງງານໄຟຟ້າ 170 ເມັກກາວັດ ໂດຍມີເປົ້າໝາຍທີ່ຈະສົ່ງກະແສໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ໄປຂາຍໃຫ້ກັບໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ເປັນດ້ານຫຼັກ.

ຂ່າວຈາກ Voice of America



__________________
Anonymous

Date:
RE: ລາວ ຈະສືບຕໍ່ ແຜນການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ທັງ 7 ໂຄງການ


ເຫັນດີນຳແຜນງານການສ້າງເຂື່ອນຂອງລັດຖະບານ, ຖ້າເປັນໄປໃດ້ຢາກໃຫ້ລັດຖະບານລົງທຶນເອງ100% ບໍ່ຄວນໃຫ້ຊາດອື່ນເຂົາສຳປະທານນຳເພາະວ່າ ເຂື່ອນໄຟ້າສາມາດຄືນກຳໄລໃດ້ໄວ ແຫລ່ງເງິນນັ້ນ ສປ ຈີນໃຫ້ຢືມຢູ່ແລ້ວ ດີກວ່າຈະຢຶມໄປສ້າງທາງລົດໄຟ 7ພັນລ້ານໂດລາ 40ປີຈິງຈະເຫັນມີກຳໄລຕາມທິດສະດີຄິດໄລ່ ແຕ່ພຶດຕິກຳຕົວຈິງ ອາດ100ປີຈື່ງຈະຄືນທຶນເຂົາໄດ້

__________________
ພູໝາກຈອງ

Date:

ມີແຕ່ເຂື່ອນແຕ່ບໍ່ມີເສັ້ນທາງລົດໄຟຄວາມໄວສູງກໍ່ບໍ່ຕ່າງຫຍັງກັບເສືອຕິດປີກແຕ່ໄຮ້ເລັບ.




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard