Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ຈະເຊົ່າຍົນ A320 ຈໍານວນສອງລໍາ ຈາກຈີນ !
Anonymous

Date:
ລາວ ຈະເຊົ່າຍົນ A320 ຈໍານວນສອງລໍາ ຈາກຈີນ !


ເມື່ອ​ວັນ​ທີ 5 ພະ­ຈິກ​ຜ່ານ​ມາ​ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ນະ­ຄອນ­ຫລວງ​ວຽງ​ຈັນ ເນື່ອງ​ໃນ​ໂອ­ກາດ​ພິ­ທີ​ລົງ​ນາມ​ລະ­ຫວ່າງ​ລັດ­ຖະ­ບານ​ແຫ່ງ ສປປ ລາວ ແລະ ສປ ຈີນ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພະ­ຍານ​ຂອງ ພະ­ນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ແລະ ພະ­ນະ​ທ່ານ ເວິນ​ເຈຍ​ປາວ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປ ຈີນ ກ່ຽວ​ກັບ​ເອກ​ກະ​ສານ​ການ​ຮ່ວມ ມື 10 ກວ່າ​ສະ­ບັບ ແລະ ຫນຶ່ງ ໃນ​ນັ້ນ 1 ສະ­ບັບ​ແມ່ນ​ການ​ເຊັນ​ສັນ­ຍາ​ເຊົ່າ​ເຮືອ­ບິນ​ຊະ­ນິດ A 320 ລະ­ຫວ່າງ​ລັດ​ວິ​ສະ­ຫະ​ກິດ​ການ­ບິນ​ລາວ​ກັບ​ບໍ­ລິ­ສັດ​ໃຫ້​ເຊົ່າ​ເຮືອ­ບິນ​ໃນ​ກຸ່ມ​ເຄືອ​ຂ່າຍ​ຂອງ​ທະ­ນາ­ຄານ​ອຸດ​ສະ­ຫະ​ກຳ ແລະ ການ​ຄ້າ​ຂອງ​ຈີນ (ICBC) ເຊິ່ງ​ລົງ​ນາມ​ໂດຍ ທ່ານ ດຣ. ສົມ​ພອນ ດວງ​ດາ­ລາ ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສະ­ຫະ​ກິດ​ການ­ບິນ​ລາວ ແລະ ທ່ານ ກົງ​ລິນ ປະ­ທານ​ບໍ­ລິ­ສັດ ICBC.

    ຫລັງ​ສຳ­ເລັດ​ພິ­ທີ​ພະ­ນັກ­ງານ​ຂອງ​ລັດ​ວິ​ຫະ​ກິດ​ການ­ບິນ​ລາວ​ເປີດ­ເຜີຍ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ​ວ່າ: ເມື່ອ​ທ້າຍ​ປີ 2011 ລັດ​ວິ​ສະ­ຫະ​ກິດ​ການ­ບິນ​ລາວ​ໄດ້​ນຳ​ເຂົ້າ​ເຮືອ­ບິນ​ໃຫມ່​ຊະ­ນິດ ອາຍ​ພົ່ນ A320 ຈຳ­ນວນ 2 ລຳ ອັນ​ໄດ້​ສ້າງ​ຄວາມ​ພາກ­ພູມ​ໃຈ ແລະ ປຶ້ມ​ປິ​ຕິ​ຊົມ­ຊື່ນ​ໃຫ້​ແກ່​ຄົນ​ລາວ ພ້ອມ​ສ້າງ​ພາບ​ພົດ​ທີ່​ດີ ແລະ ຄວາມ​ເຊື່ອ​ຫມັ້ນ​ໃຫ້​ແກ່​ບັນ­ດາ​ລູກ​ຄ້າ​ຂອງ​ສາຍ​ການ­ບິນ​ແຫ່ງ​ຊາດ ເຊິ່ງ​ໄດ້​ຮັບ​ກຽດ​ປະ­ຕິ­ບັດ​ຖ້ຽວ​ບິນ​ພິ­ເສດ​ນຳ​ສົ່ງ​ການ​ນຳ​ຂັ້ນ​ສູງ​ຂອງ ສປປ ລາວ ໄປ​ຢ້ຽມ­ຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຕ່າງໆ​ໃນ​ປະ­ເທດ​ຂົງ­ເຂດ​ພາກ​ພື້ນ​ອາ­ຊີ ແລະ ປະ­ເທດ​ອ້ອມ​ຂ້າງ ໂດຍ​ສະ­ເພາະ​ແມ່ນ​ໄດ້​ຮັບ​ກຽດ​ຮັບ​ໃຊ້​ບັນ­ດາ​ປະ­ມຸກ​ລັດ ແລະ ຜູ້​ແທນ​ຂັ້ນ​ສູງ​ຂອງ​ບັນ­ດາ​ປະ­ເທດ​ອາ­ຊີ ແລະ ເອີ​ຣົບ​ຈຳ­ນວນ​ຫລາຍ​ກວ່າ 12 ປະ­ເທດ​ທີ່​ເດີນ­ທາງ​ມາ​ຮ່ວມ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ເຊັມ​ຄັ້ງ​ທີ 9 ດ້ວຍ​ຜົນ­ສຳ­ເລັດ​ອັນ​ຈົບ­ງາມ.

      ຢ່າງ­ໃດ​ກໍ່​ຕາມ ພະ­ນັກ­ງານ​ການ­ບິນ​ລາວ​ກ່າວ​ຕື່ມ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ-ນຳ­ພາ​ຂອງ​ພັກ ແລະ ສະ­ຫນັບ­ສະ­ຫນູນ​ຈາກ​ລັດ­ຖະ­ບານ​ແຫ່ງ ສປປ ລາວ ເຫັນ​ວ່າ​ຈຳ­ນວນ​ເຄື່ອງ​ບິນ​ຍັງ​ບໍ່​ທັນ​ຕອບ​ສະ­ຫນອງ​ໄດ້​ກັບ​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫລາດ ສະ­ນັ້ນ ເພື່ອ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ການ​ຫັນ​ເປັນ​ທັນ​ສະ­ໄຫມ​ກ້າວ​ສູ່​ມາດ­ຖານ​ສາ­ກົນ ແລະ ແຜນ​ພັດ­ທະ­ນາ​ຂອງ​ລັດ​ວິ​ສະ­ຫະ​ກິດ​ການ­ບິນ​ລວມ​ເຖິງ​ຕອບ​ສະ­ຫນອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂະ­ຫຍາຍ­ຕົວ​ຂອງ​ຂະ­ແຫນງ​ຄົມ­ມະ­ນາ­ຄົມ​ທາງ​ອາ­ກາດ, ອຸດ​ສາ​ຫະ​ການ​ກຳ​ການ​ທ່ຽວ ໂດຍ​ສະ​ເພະ​ແມ່ນ​ການ​ຕອບ​ສະ­ຫນອງ​ເຮືອ­ບິນ​ໃຫ້​ພຽງ­ພໍ​ສຳ­ລັບ​ການ​ເປີດ​ຖ້ຽວ​ບິນ​ໄປ​ຍັງ​ກວາງ​ໂຈ (ສປ ຈີນ), ປູ​ຊານ  (ສ.ເກົາ­ຫລີ) ແລະ ປະ­ເທດ​ມຽນ​ມາ ພ້ອມ​ທັງ​ກະ­ກຽມ​ໃສ່ ການ​ເປີດ​ນ່ານ​ຟ້າ​ເສລີ​ໃນ​ປີ 2015.

     ລັດ​ວິ​ສະ­ຫະ​ກິດ​ການ­ບິນ​ລາວ​ຈິ່ງ​ໄດ້​ພິ­ຈາ­ລະ­ນາ​ຄົ້ນ­ຄວ້າ​ການ​ເຊົ່າ-ຊື້​ເຮືອ­ບິນ A320 ເພີ່ມ​ຂຶ້ນ​ອີກ 2 ລຳ ເຊິ່ງ​ເປັນ​ເຮືອ­ບິນ​ໃຫມ່​ອອກ​ຈາກ​ໂຮງ­ງານ​ຜະ­ລິດ​ຂອງ​ແອບ​ັສ໌ ໂດຍ​ຄາດ​ວ່າ​ຈະ​ນຳ​ເຂົ້າ​ລຳ​ທີ 3 ໃນ​ທ້າຍ​ປີ 2012 ແລະ ຕົ້ນ​ປີ 2013 ຈະ​ນຳ​ເຂົ້າ​ລຳ​ທີ 4 ໃນ​ລາ­ຄາ​ທັງ​ຫມົດ​ປະ­ມານ 40 ລ້ານ​ໂດ​ລາ​ສະ­ຫະ­ລັດ ເຊິ່ງ​ຫລັງ​ຈາກ​ສຳ­ເລັດ​ການ​ນຳ ເຂົ້າ​ເຮືອ­ບິນ​ທັງ​ສອງ​ລຳ​ຈະ​ເຮັດ​ໃຫ້­ການ​ບິນ​ລາວ​ມີ​ເຮືອ­ບິນ​ປະ­ຈຳ­ການ​ທັງ​ຫມົດ 13 ລຳ ຂະ­ນະ​ທີ່​ປະ­ຈຸ​ບັນ​ມີ​ແລ້ວ 11 ລຳ ໃນ​ນີ້ A 320 ມີ 2 ລຳ, ATR 5 ລຳ ແລະ MA 4 ລຳ.



__________________
Anonymous

Date:

ເຮັດຫຍັງໃດໝົດ ເພາະບໍແມ່ນເງີນຂອງປະເທດ ຊີຊື້ແອບັດຂະໜາດໃຫ່ຍສຸດກໍໃດ້ໃປຢືມເງີນຕ່າງປະເທດ

ຄົນທີ່ຮູ້ຈັກປະເທດຊາດມີແຕ່ເປັນໜີ້ ບໍມີຄວາມພາກພູມໃຈເຄີຍ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard