(ຂປລ): ຈຳນວນປະຊາກອນປາຂ່າທີ່ເຫລືອງພຽງ 6 ໂຕ ທີ່ອາໄສຢູ່ວັງປາຂ່າແມ່ນ້ຳຂອງ ຕາມຊາຍແດນ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ກຳລັງສ່ຽງຕໍ່ການສູນພັນ ຖ້າວ່າລັດຖະ ບານລາວບໍ່ອອກມາດຕະການຄຸ້ມຄອງ ການໃຊ້ເຄື່ອງມືຫາປາປະເພດມອງໃນບໍລິເວນດັ່ງກ່າວ. ອີງຕາມບົດລາຍງານຂອງ ກອງທຶນອະນຸລັກທຳມະຊາດໂລກປີ 2012 ໃນຫົວຂໍ້ “ໂອກາດສຸດທ້າຍທີ່ປາຂ່າໃນລາວຈະຢູ່ລອດ” ເຜີຍໃຫ້ເຫັນວ່າຕັ້ງແຕ່ປີ 1991 ປະຊາກອນປາຂ່າຫລາຍກວ່າ 30 ໂຕ ໄດ້ຕາຍຢູ່ໃນບໍລິເວນວັງປາຂ່ານັ້ນ, ສາຍເຫດຫລັກ ແມ່ນຍ້ອນຖືກມອງຫາປາຂອງຊາວບ້ານ.
ຈາກການເກັບກຳຂໍ້ມູນແຕ່ເດືອນມັງກອນ ຫາ ເດືອນເມສາ ຂອງປີນີ້ພົບວ່າ ເປັນໄລຍະ ທີ່ຊາວບ້ານໄດ້ໃສ່ມອງຫາປາໃນບໍລິເວນວັງປາຂ່າ ແລະ ພື້ນທີ່ໃກ້ຄຽງ ເຊິ່ງມີປະລິມານສູງ ເຖິງ 100-188 ຕອນ. ປະຈຸບັນລັດຖະບານກຳປູເຈຍ ໄດ້ອອກມາດຕະການຫ້າມການຫາປາດ້ວຍມອງ ໃນບໍລິເວນວັງປາຂ່າ ແລະ ພື້ນທີ່ໃກ້ຄຽງໃນເຂດຊາຍແດນກຳປູເຈຍ. ໃນ ສປປ ລາວ ການຫາປາ ດ້ວຍມອງ ຖືກສັ່ງຫ້າມຢູ່ພຽງແຕ່ໃນບໍລິເວນວັງປາຂ່າເທົ່ານັ້ນ. ຊຶ່ງປາຂ່າຈະມີອານາເຂດຫາກິນ ເປັນບໍລິເວນກວ້າງປະມານ 1 ກິໂລຕາແມັດ, ໃນລະດູແລ້ງ ແລະ ໃນລະດູຝົນ ປາຂ່າຈະອອກຫາ ກິນໃນບໍລິເວນກວ້າງຂຶ້ນເຖິງ 5 ກິໂລຕາແມັດ. ທ່ານ ແກຣີ ໄຣອັນ, ນັກວິຊາການ ກອງທຶນອະນຸ ລັກທຳມະຊາດໂລກ ປະຈຳກຳປູເຈຍ ແລະ ເປັນຜູ້ຂຽນບົດລາຍງານສະບັບນີ້ກ່າວວ່າ: ປາຂ່າ ຈຳນວນ 6 ໂຕນີ້ ຈະອອກຫາກິນອາຫານເປັນຝູງໄປພ້ອມໆກັນ ເຊິ່ງມີຄວາມສ່ຽງທີ່ຈະຖືກມອງ ຂອງຊາວບ້ານທີ່ໃຊ້ຫາປາ ແລະ ອາດເຮັດໃຫ້ພວກມັນຕາຍໄປໃນທີ່ສຸດ, ດັ່ງນັ້ນ, ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງຊັບພະຍາກອນສັດນ້ຳ ຕ້ອງໄດ້ອອກມາດຕະການຢ່າງຮີບດ່ວນ ໃນການຫ້າມນຳໃຊ້ ມອງຫາປາໃນບໍລິເວນວັງປາຂ່າ ແລະ ພື້ນທີ່ໃກ້ຄຽງຕະຫລອດປີ, ບໍ່ດັ່ງນັ້ນ ຈຳນວນປາຂ່າທີ່ຍັງເຫລືອຢູ່ກໍອາດສູນພັນໄປຈາກຕຳນານ ທີ່ຊ່າລືໄດ້. ປະຊາກອນປາຂ່າຈຳນວນ 85 ໂຕໃນແມ່ນ້ຳຂອງດຳລົງຊີວິດຢູ່ພື້ນທີ່ຈຳກັດພຽງ 190 ກິໂລແມັດ ໃນບໍລິເວນແມ່ນ້ຳຂອງ ພາກໃຕ້ຂອງ ສປປ ລາວ ຈົນເຖິງພາກຕາເວັນອອກສ່ຽງເໜືອ ຂອງກຳປູເຈຍ ກຳລັງ ສ່ຽງຕໍ່ການສູນພັນ. ເຊື່ອກັນວ່າເຄີຍມີປະຊາກອນປາຂ່າຈຳນວນ 40-50 ໂຕ ໃນເບື້ອງ ສປປ ລາວ ອາໄສຢູ່ໃນ ວັງປາຂ່າດັ່ງກ່າວ ແລະ ເຫລືອພຽງ 25 ໂຕ ໃນຊຸມປີ 1990. ຈຳນວນປາຂ່າທີ່ເຫລືອພຽງ 6 ໂຕນີ້ ແມ່ນເປັນຝູງຍ່ອຍ ທີ່ຖືກຕັດຂາດຈາກຝູງອື່ນ ແລະ ບໍ່ສາມາດ ເຄື່ອນຍ້າຍຂຶ້ນ-ລົງຕາມແມ່ນ້ຳຂອງໄດ້ອີກ.