ເທົ່າທີ່ຂ້າພະເຈົ້າສັງເກດເບີ່ງນັບແຕ່ໄລຍະເລີ່ມຕົ້ນຈົນມາຮອດປະຈຸບັນກໍ່ໄດ້ຫຼາຍປີແລ້ວ ບໍ່ເຄີຍເຫັນວ່າປະຊາຊົນ
ໃນເຂດທ້ອງຖີ່ນຈະໄດ້ຜົນປະໂຫຍດ ຫຼື ວ່າມີສ່ວນຮ່ວມນຳໂຄງການນີ້ເລີຍ, ມີແຕ່ຖືກເອົາລັດເອົາປຽບ ຍົກຕົ່ວຢ່າງ
ງ່າຍໆ ທາງລັດຖະບານລາວຮ່ວມກັບນາຍທຶນຈີນບີບຮັດໃຫ້ອອກຈາກພື້ນທີ່ໆພໍ່ຍ່າຕາຍາຍເຄີຍສ້າງສາໄວ້ໃຫ້ລູກ
ຫຼານທຳມາຫາກິນ. ຈົນເທົ່າທຸກມື້ນີ້ທາງຊິທຽວເຂົ້າຕົວເມືອງກໍ່ເກືອບຈະໃຊ້ການບໍ່ໄດ້ແລ້ວ ບໍ່ຮູ້ວ່າລັດຖະບານເມົາ
ແຕ່ຫຼັບຫູຫຼັບຕາກອດກອງເງິນກອງຄຳທີ່ນາຍທຶນຈີນຊື້ຕົວຢູ່ກໍ່ບໍ່ຈັກ!!!
ຂໍຖາມແດ່ ຊື່ຂອງທ່ານອ່ານວ່າແນວໃດເພາະຂ້ານ້ອຍມີບັນຫາການອ່ານພາສາຄາຣະໂອເກະ?
Kunepenlao ອ່ານວ່າກູນີ້ເປັນລາວ ຫຼືອ່ານວ່າຄຸນເປັນລາວ? ຂອບໃຈທີ່ບອກ.
25 ປີກ່ອນ ເມືອງທີ່ຂ້ອຍອາໃສຢູ່ນີ້ເປັນທະເລຊາຍ ຜີບໍ່ທ່ອງຄົນບໍ່ທຽວ, ດົນໆພວກດາຣາ
ຮອນລິວູດຈຶ່ງອອກມາຖ່າຍໜັງເທື່ອນຶ່ງ.
ຫຼັງຈາກຕູ້ສະຕິບມາສ້າງກາຊິໂນໃສ່ ຜູ່ຄົນກໍ່ຫຼັ່ງໄຫຼເຂົ້າມາປຸກບ້ານປຸກເຮືອ ເປີດຮ້ານຄ້າ
ຮ້ານຂາຍ ຈົນຣັຖບານບໍ່ໄດ້ຈົກເງິນໃນຖົງອອກມາລ້ຽງຄົນອິນເດັຽແດງຊຶ່ງເປັນເຈົ້າຖິ່ນເຈົ້າຖານ
ເພາະເຈົ້າຂອງກາຊາໂນເທັກແຄໝົດ. ບໍ່ພຽງແຕ່ເມືອງນີ້ເດີຮຸ່ງເຮືອງເຫຼືອງເຫຼື້ອມ ເມືອງຂ້າງໆ
ກໍ່ຮັ່ງມີໄປນໍາກັນເພາະໄພ້ໃບນຶ່ງ ຈິບອັນນຶ່ງ ຈັກໜ່ວຍນຶ່ງກໍ່ແມ່ນຊື້ມາແຕ່ເມືອງນັ້ນ ແລະພວກ
ປູກຜັກປູກມີ່ຢູ່ເມືອງແຟຣສໂນກໍ່ໄດ້ເງິນນໍາອີກ.
ສະນັ້ນ ຂ້ອຍຄິດວ່າໃນອະນາຄົດປະຊາຊົນໃນເຂດນີ້ຈະມີຊີວິດການເປັນຢູ່ທີ່ດີຖ້າເພິ່ນບໍຣິຫານ
ຖືກຕ້ອງຕາມຫຼັກ.
Kunepenlao, are you ok ?
ວິທີໂປສຮູບ ມີຜູ້ເອົາມາລົງຫຼາຍເທື່ອແລ້ວ
ປານນີ້ຍັງໂປສບໍ່ເປັນ ?
ໂຫຼດເຂົ້າໄປໄວ້ facebook ແລ້ວກອບເອົາລິ້ງມາໄວ້ເວັບນີ້. ມັນຂ້ອງຄາຢູ່ບ່ອນໃດ
ເວົ້າສູ່ຟັງເບິ່ງ ບາງທີຊ່ອຍໄດ້.
ຄລິກອ່ານຢູ່ບ່ອນນີ້
ການທີ່ເຮົາຈະມາເບິ່ງຜົນກະທົບພຽງໄລຍະເວລາອັນສັ້ນໆນີ້ມັນກໍ່ບໍ່ສົມເຫດສົມຜົນປານໃດ ຄວນເບິ່ງກັນໃນໄລຍະຍາວ ແນ່ນອນແລ້ວການພັດທະນາເພື່ອປ່ຽນແປງໄປສູ່ສິ່ງໃໝ່ມັນກໍ່ຕ້ອງມີຜົນກະທົບຕໍ່ຄົນທ້ອງຖິ່ນ ແຕ່ວ່າເພື່ອຄວາມຈະເລີນທີ່ຢັ້ງຢືນພວກເຮົາກໍ່ຄວນເສຍສະລະ ມັນບໍ່ແມ່ນແຕ່ເຂດນີ້ດອກ ເຂດໃດກໍ່ຄືກັນ ແລະປະເທດໃດກໍ່ຄືກັນ. ຈະພາກັນໄປຖີ້ມຄວາມຜິດໃສ່ແຕ່ລັດຖະບານກໍ່ບໍ່ໄດ້ດອກ ສ່ວນການຊົດເຊີຍແນ່ນອນລັດຖະບານກໍ່ຕ້ອງຈ່າຍຕາມຄວາມເໝາະສົມບໍ່ແມ່ນຊີ່ຈ່າຍຕາມລາຄາທ້ອງຕະລາດ ໂດຍສະເພາະດີນຢູ່ແຂວງບໍ່ແກ້ວປະຈຸບັນແພງເທົ່າກັບດີນຢູ່ວຽງຈັນ 1 ຮຕ=200,000 ຫາ 500,000$ ແລ້ວແຕ່ຊີ່ຮ້ອງກັນ ເປັນຫັຍງດີນຄືແພງແທ້ ຍ້ອນວ່າລັດຖະບານໃຫ້ມີເຂດພິເສດຢູ່ສາມຫຼ່ຽມຄຳ ແລະສົ້ນຂົວຂ້າມນ້ຳຂອງນີ້ແຫຼະເປັນປັດໃຈຫຼັກໃນການເພີ້ມມູນຄ່າຂອງດີນ ຊຶ່ງນອນຢູ່ໃນນະໂຍບາຍຂອງລັດ ທີ່ຫັນຊັບສີນໃຫ້ເປັນທຶນ ແຕ່ວ່າປະຊາຊົນພັດບໍ່ເຂົ້າໃຈ.
ຂ້ອຍເປັນຄົນທ້ອງຖິ່ນບ້ານຕົ້ນເຜິ້ງ, ເມືອງຕົ້ນເຜິ້ງ ມາແຕ່ອາຍຸ 2ປີ ປະຈຸບັນກໍ່ເກືອບ 50ປີແລ້ວ, ເມືອງນີ້ເປັນເມືອງທຸກຍາກ ຂາດເຂີນທາງດ້ານສະບຽງອາຫານ ໄປຕະລາດຕ້ອງໄປແຕ່ 4ໂມງເຊົ້າ ປານນັ້ນກໍ່ບໍ່ມີຫັຍງ ສ່ວນຊີ້ນ, ປາ ຊິງກັນຊື້ປານໄປຂໍລ້ານຳເຂົາ, ເສັ້ນທາງຄົມມະນາຄົມບໍ່ມີ ຂ້ອຍເຄີຍຢ່າງໄປໂຮງຮຽນມື້ນຶ່ງ 7ກມ. ປະຊາຊົນທັງໝົດທຸກຍາກ ພາກັນເຮັດໄຮ່ ເຮັດນາພໍແຕ່ກຸ້ມກິນ ຫຼື ບໍ່ພໍກິນ ອາຊີບເສີມແມ່ໄປຊອກແລນ ຂຸດໄຂ່ແມງມັນ, ສ້ອນແມງດາ, ຕັດຫວາຍ ແລະຕົ້ມໜໍ່ໄມ້ ໄປຂາຍໃຫ້ໄທ.
Anonymous wrote:ການທີ່ເຮົາຈະມາເບິ່ງຜົນກະທົບພຽງໄລຍະເວລາອັນສັ້ນໆນີ້ມັນກໍ່ບໍ່ສົມເຫດສົມຜົນປານໃດ ຄວນເບິ່ງກັນໃນໄລຍະຍາວ ແນ່ນອນແລ້ວການພັດທະນາເພື່ອປ່ຽນແປງໄປສູ່ສິ່ງໃໝ່ມັນກໍ່ຕ້ອງມີຜົນກະທົບຕໍ່ຄົນທ້ອງຖິ່ນ ແຕ່ວ່າເພື່ອຄວາມຈະເລີນທີ່ຢັ້ງຢືນພວກເຮົາກໍ່ຄວນເສຍສະລະ ມັນບໍ່ແມ່ນແຕ່ເຂດນີ້ດອກ ເຂດໃດກໍ່ຄືກັນ ແລະປະເທດໃດກໍ່ຄືກັນ. ຈະພາກັນໄປຖີ້ມຄວາມຜິດໃສ່ແຕ່ລັດຖະບານກໍ່ບໍ່ໄດ້ດອກ ສ່ວນການຊົດເຊີຍແນ່ນອນລັດຖະບານກໍ່ຕ້ອງຈ່າຍຕາມຄວາມເໝາະສົມບໍ່ແມ່ນຊີ່ຈ່າຍຕາມລາຄາທ້ອງຕະລາດ ໂດຍສະເພາະດີນຢູ່ແຂວງບໍ່ແກ້ວປະຈຸບັນແພງເທົ່າກັບດີນຢູ່ວຽງຈັນ 1 ຮຕ=200,000 ຫາ 500,000$ ແລ້ວແຕ່ຊີ່ຮ້ອງກັນ ເປັນຫັຍງດີນຄືແພງແທ້ ຍ້ອນວ່າລັດຖະບານໃຫ້ມີເຂດພິເສດຢູ່ສາມຫຼ່ຽມຄຳ ແລະສົ້ນຂົວຂ້າມນ້ຳຂອງນີ້ແຫຼະເປັນປັດໃຈຫຼັກໃນການເພີ້ມມູນຄ່າຂອງດີນ ຊຶ່ງນອນຢູ່ໃນນະໂຍບາຍຂອງລັດ ທີ່ຫັນຊັບສີນໃຫ້ເປັນທຶນ ແຕ່ວ່າປະຊາຊົນພັດບໍ່ເຂົ້າໃຈ.ຂ້ອຍເປັນຄົນທ້ອງຖິ່ນບ້ານຕົ້ນເຜິ້ງ, ເມືອງຕົ້ນເຜິ້ງ ມາແຕ່ອາຍຸ 2ປີ ປະຈຸບັນກໍ່ເກືອບ 50ປີແລ້ວ, ເມືອງນີ້ເປັນເມືອງທຸກຍາກ ຂາດເຂີນທາງດ້ານສະບຽງອາຫານ ໄປຕະລາດຕ້ອງໄປແຕ່ 4ໂມງເຊົ້າ ປານນັ້ນກໍ່ບໍ່ມີຫັຍງ ສ່ວນຊີ້ນ, ປາ ຊິງກັນຊື້ປານໄປຂໍລ້ານຳເຂົາ, ເສັ້ນທາງຄົມມະນາຄົມບໍ່ມີ ຂ້ອຍເຄີຍຢ່າງໄປໂຮງຮຽນມື້ນຶ່ງ 7ກມ. ປະຊາຊົນທັງໝົດທຸກຍາກ ພາກັນເຮັດໄຮ່ ເຮັດນາພໍແຕ່ກຸ້ມກິນ ຫຼື ບໍ່ພໍກິນ ອາຊີບເສີມແມ່ໄປຊອກແລນ ຂຸດໄຂ່ແມງມັນ, ສ້ອນແມງດາ, ຕັດຫວາຍ ແລະຕົ້ມໜໍ່ໄມ້ ໄປຂາຍໃຫ້ໄທ.
ມາຊ່ວງປີ 2000 ເປັນຕົ້ນມາ ປະຊາຊົນເຄີ່ງນຶ່ງໄປພົວພັນກັບການຄ້າຂາຍຢາເສບຕິດ ຕົວຢ່າງ: ບ້ານມອມຄ້າກັນໝົດບ້ານ,ຮັ່ງມີໝົດບ້ານ ແຕ່ປະຈຸບັນຢູ່ບໍ່ໄດ້ພາກັນໜີໄປຢູ່ວຽງຈັນໝົດເກືອບເປັນບ້ານຮ້າງ ສ່ວນທີ່ເຫຼືອກໍ່ພາກັນຕິດຢາ ບ້ານຄ້ວານ ບຸນເຮືອງ ມ່ວງຄຳ ກໍ່ຄ້າຍໆກັນ.
ລັດຖະບານເຫັນຄວາມສຳຄັນນີ້ແລະຢາກແກ້ໄຂຈຶ່ງກຳນົດເອົາເຂດນີ້ເປັນເຂດເສດຖະກິດພິເສດ, ປະຈຸບັນມີທາງປູເບຕົງແຕ່ນ້ຳເກິ່ງຮອດບ້ານມອມ, ເຄື່ອງກິນຂອງໃຊ້ມີບໍ່ອຶດບໍ່ຢາກຂໍແຕ່ມີເງີນຊື້ ເພາະເຂດນີ້ສະໜອງໃຫ້, ແຕ່ໜ້າເສຍດາຍຄົນທ້ອງຖິ່ນພັດບໍ່ພາກັນເຮັດຫັຍງ ເຊັ່ນ: ປູກຝັງ ລ້ຽງສັດ ໄປສົ່ງເຂດນີ້ ມີແຕ່ອ້າງບໍ່ແພ້ເຂົາ ສະຫຼ໌ບແລ້ວແມ່ນພວກເຮົາຂີ້ຄ້ານ, ເຮັດຫັຍງກໍ່ເຮັດຂີ້ຫຼີ້ນ ບໍ່ເອົາໃຈໃສ່ ບໍ່ຮຽນຮູ້ ແລະບໍ່ຍອມຮັບກັບການປ່ຽນແປງ. ຖ້າຈະຮັກສາໄວ້ຮູບແບບການດຳລົງຊີວິດແບບເກົ່າກໍ່ຈະທຸກແບບນີ້ຕະລອດໄປ ຂ້ອຍຄິດວ່າລັດຖະບານມາຖືກທາງແລ້ວ ສ່ວນກາສິໂນ ກໍ່ຢ່າພາກັນໄປເຂົ້າຕີ ໄປເບິ່ງລ້າໆແລ້ວກໍ່ກັບ ຫຼິ້ນແນວໃດກໍ່ບໍ່ແພ້ດອກ ຕາຍຍ້ອນໂລບມາກ. ຄັນຖ້າໃຫ້ລັດຖະບານລາວພັດຖະນາເອງອີກ 100 ປີກໍ່ບໍ່ໄດ້ດອກ.