Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຫດຜົນທີ່ ສປປ ລາວ ຮັບເປັນເຈົ້າພາບ ອາເຊັມ 9
Anonymous

Date:
ເຫດຜົນທີ່ ສປປ ລາວ ຮັບເປັນເຈົ້າພາບ ອາເຊັມ 9

ເຫດຜົນທີ່ ສປປ ລາວ ຮັບເປັນເຈົ້າພາບ ອາເຊັມ 9

(ຂປລ): ໃນໂອກາດການເຜີຍແຜ່ຂໍ້ມູນ ກ່ຽວກັບວຽກງານອາເຊັມ ແລະ ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ເມື່ອວັນທີ 27 ສິງຫາ 2012 ນີ້ ທີ່ແຂວງ ຈຳປາສັກ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ກ່າວບາງຕອນວ່າ: ອາເຊັມສ້າງຕັ້ງຂຶ້ນ ມາໄດ້ 16 ປີ ແລະ ມີ 8 ປະເທດ ທີ່ໄດ້ເປັນ ເຈົ້າພາບ ຊຶ່ງສ່ວນຫລາຍແມ່ນປະເທດທີ່ຈະເລີນ ທັງອາຊີ ແລະ ເອີຣົບ ແຕ່ເປັນຫຍັງປະເທດ ສປປ ລາວ ເປັນປະເທດນ້ອຍໆ ແລະ ກຳລັງພັດທະນາ ຈຶ່ງຮັບເປັນປະເທດ ເຈົ້າພາບ ຈັດກອງປະຊຸມໃຫຍ່ ລະດັບໂລກ?

ທ່ານ ບຸນເກີດ ສັງສົມສັກ ໃຫ້ທັດສະນະວ່າ: ການທີ່ລັດຖະບານ ສປປ ລາວ ຕັດສິນໃຈຮັບເປັນ ເຈົ້າພາບຈັດກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 9 ( ອາເຊັມ 9 ) ມີຢູ່ 5 ເຫດຜົນໃຫຍ່ ຄື:

1. ເປັນນການຈັດຕັ້ງປະຕິບັດ ແນວທາງຕ່າງປະເທດຂອງພັກ ຊຶ່ງພັກ ແລະ ລັດຖະບານ ໄດ້ມີແນວທາງເປີດກວ້າງ ການພົວພັນກັບຕ່າງປະເທດ ແມ່ນເປີດກວ້າງການຮ່ວມມືກັບ ຕ່າງປະເທດ, ແມ່ນເປີດກວ້າງການພົວພັນສາກົນ, ແມ່ນການທູດຫລາຍທິດ-ການທູດຫລາຍລະດັບ, ການທູດຫລາຍສີສັນ ພາໃຫ້ແນວທາງການຕ່າງປະເທດຂອງພັກ ທີ່ໄດ້ວາງ ອອກໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ. ສະນັ້ນ ການເປັນເຈົ້າພາບຈັດກອງປະຊຸມອາເຊັມ 9 ຄັ້ງນີ້ ກໍເພື່ອຈັດຕັ້ງຜັນຂະຫຍາຍແນວທາງຕ່າງປະເທດ ຂອງພັກເຮົາໃຫ້ປະ ກົດເປັນຈິງ. ຫລາຍລະດັບ ແມ່ນລະດັບສຸດຍອດແລ້ວ; ຫລາຍທິດ ແມ່ນຫລາຍພາກພື້ນ ທັງອາຊີ, ທັງເອີຣົບ; ຫລາຍສີສັນ ແມ່ນຮູບການພົບປະ 2 ຝ່າຍ ແລະ ຮູບການປະຊຸມສຸດຍອດ-ຮູບການພົບ ປະຫລາຍຝ່າຍ ຊຶ່ງແມ່ນເນື້ອແທ້ຂອງວຽກງານຕ່າງປະເທດ ທີ່ກອງປະຊຸມໃຫຍ່ຂອງພັກເຮົາ ໄດ້ວາງໄວ້.

2. ເພື່ອເຈືອຈານເຂົ້າກັບວົງຄະນາຍາດສາກົນ ຊຶ່ງມີຄວາມໝາຍວ່າ: ເຈືອຈານ ໝາຍເຖິງຮ່ວມກັນເຂົ້າ, ເຊື່ອມກັນເຂົ້າເພື່ອຍົກສູງຖານະບົດບາດຂອງ ສປປ ລາວ ຊຶ່ງເປັນສະ ມາຊິກໃນວົງຄະນາ ຍາດສາກົນ ກໍຕ້ອງໄດ້ເຮັດພັນທະສາກົນ .

3. ເພື່ອຊຸກຍູ້ການຮ່ວມມື ລະຫວ່າງ ອາຊີ ແລະ ເອີຣົບ ຊຶ່ງເຮົາເປັນປະເທດນ້ອຍ ກຳລັງພັດທະນາ, ເຮົາບໍ່ມີຂໍ້ຂັດແຍ່ງກັບປະເທດອື່ນ, ເຮົາມີຄວາມສະຫງົບ ແລະ ເປັນມິດ ກັບທຸກປະເທດ ດັ່ງນັ້ນ ເຮົາຈຶ່ງຢາກຊຸກຍູ້ໃຫ້ 2 ພາກພື້ນນີ້, 2 ທະວີບນີ້ ໃຫ້ມີຄວາມສະຫງົບ ແລະ ມີການຮ່ວມມືກັນຢ່າງສ້າງສັນ ແລະ ມີປະສິດທິຜົນ ເພື່ອມີຄວາມເຂົ້າ ໃຈກັນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ມີການຮ່ວມມືກັນ ທາງດ້ານເສດຖະກິດ ໃຫ້ເປັນຫລັກເປັນແຫລ່ງ.

4. ສະເພາະ ສປປ ລາວ ແມ່ນຍາດແຍ່ງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະ ພາບ ເອີຣົບ ຫລື ອີຢູ ຊຶ່ງມີການພົວພັນ ຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ 20 ປີມາແລ້ວ ການ ຮ່ວມມື ຊ່ວຍເຫລືອຂອງເອີຣົບ ແກ່ ສປປ ລາວ ສະເພາະແຕ່ປີ 2011-2013 ປະມານ 36 ລ້ານເອີໂຣ ຫລື ເກືອບ 50 ລ້ານໂດລາສະຫະລັດ.

5. ແມ່ນການຍົກຖານະບົດບາດຂອງ ສປປ ລາວ ຊຶ່ງເປັນກາລະໂອກາດອັນໜຶ່ງອັນດຽວ ທີ່ຈະເຮັດໃຫ້ໂລກ ຮູ້ຈັກ ສປປ ລາວ. ໄລຍະຜ່ານມາ ຍັງມີຫລາຍປະເທດໃນໂລກ ທີ່ບໍ່ທັນຮູ້ຈັກ ສປປ ລາວ. ໃນໄລຍະ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ 2004 ກໍໄດ້ເຮັດໃຫ້ຫລາຍປະເທດ ຮັບຮູ້ ສປປ ລາວ ຂຶ້ນຕື່ມ ແລະ ໃນຄັ້ງນີ້ ແມ່ນເປັນເຫດການປະຫວັດສາດ ແລະ ໃຫຍ່ກວ່າໄລຍະຜ່ານມາ ຕະຫລອດຫລາຍພັນປີ ທີ່ພວກເຮົາບໍ່ເຄີຍມີໂອກາດອັນຍິ່ງໃຫຍ່ຄືຂະນະນີ້ ດັ່ງນັ້ນ ເຫດການສຳຄັນດັ່ງ ກ່າວນີ້ ຈຶ່ງເປັນການຍົກຖານະບົດບາດຂອງຊາດເຮົາ, ຂອງປະເທດເຮົາ ແລະ ຂອງລະບອບໃໝ່ຂອງ ພວກເຮົາ ຕໍ່ເວທີສາກົນ ທັງເປັນການສ້າງປະຫວັດສາດອັນຍິ່ງໃຫຍ່ ຂອງວຽກງານ ຕ່າງປະເທດ ແລະ ການທູດຂອງປະເທດເຮົາ ແບບບໍ່ເຄີຍມີມາກ່ອນ. ສະນັ້ນ ພວກເຮົາທີ່ເປັນສະມາຊິກ, ເປັນພະນັກງານ, ເປັນນັກສຶກສາ ຕ້ອງມີຄວາມພາກພູມໃຈ, ມີຄວາມ ທະນົງອົງອາດ ຕໍ່ຄວາມສາມາດ, ຄວາມຕັດສິນໃຈສູງ ຂອງການນຳ ພັກ-ລັດ ຂອງພວກເຮົາ ທີ່ໄດ້ທຸ້ມເທເຫື່ອແຮງ ສະຕິປັນຍາ ໃນການສ້າງຕົນເອງໃຫ້ສົມກຽດ ໃນການເປັນ ເຈົ້າພາບກອງປະຊຸມທີ່ຍິ່ງໃຫຍ່ຄັ້ງນີ້./.

__________________
Anonymous

Date:

ອ່ານມາເຫັນຄໍາວ່າຍາດແຍ່ງແລ້ວ ຮູ້ສຶກຫິວເຂົ້າຂຶ້ນມາທັນທີ. ຖ້າຢູໂຣບຢາກໄປຮ່ວມມືກັບຊາດອື່ນກໍ່ປ່ອຍເຂົາໄປ ຊິໄປຍາດໄປແຍ່ງນໍາຄົນອື່ນມາເຮັດຫຍັງ

ຖ້າວ່າເຂົາບໍ່ພໍໃຈຮ່ວມມືກັບເຮົານະ? ຍາດແຍ່ງເປັນການກະທໍາທີ່ຜິດສິນທໍາ, ໂທດເດີຖ້າຂ້ອຍຕີຄວາມໝາຍຂອງຄໍານີ້ຜິດໄປ.

ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ກໍ່ໝາຍຄວາມວ່າສາກົນຈະໄປຊ່ວຍຄົນ ແຕ່ເຮົາໄປຍາດແຍ່ງຈາກຄົນອື່ນມາເປັນຂອງເຮົາ.

__________________
Anonymous

Date:

Anonymous wrote:

 ຂ້ອຍກະຫິວຄືກັນ ສິໄດ້ໄປຍາດເຈົ້າກິນລະເດິ .

..." ຕະຫລອດຫລາຍພັນປີ ( ? ) ທີ່ພວກເຮົາບໍ່ເຄີຍມີໂອກາດອັນຍິ່ງໃຫຍ່ຄືຂະນະນີ້ ດັ່ງນັ້ນ ເຫດການສຳຄັນດັ່ງ ກ່າວນີ້ ຈຶ່ງເປັນການຍົກຖານະບົດບາດຂອງຊາດເຮົາ, ຂອງປະເທດເຮົາ ແລະ ຂອງລະບອບໃໝ່ຂອງ ພວກເຮົາ ຕໍ່ເວທີສາກົນ "...

ພໍດີມາປະຈວບ ຖືກບໍລິສັດ Sanum Investments ຟ້ອງຮ້ອງວ່າຖືກລັດຖະບານລາວສໍ້ໂກງ ຈັ່ງແມ່ນງາມໜ້າ.

"..........ຄວາມຕັດສິນໃຈສູງ ຂອງການນຳ ພັກ-ລັດ ຂອງພວກເຮົາ ທີ່ໄດ້ທຸ້ມເທເຫື່ອແຮງ ສະຕິປັນຍາ ໃນການສ້າງຕົນເອງໃຫ້ສົມກຽດ ໃນການເປັນ ເຈົ້າພາບກອງປະຊຸມທີ່ຍິ່ງໃຫຍ່ຄັ້ງນີ້./...."

Seriously? China will be angry if Laos government don't give them any credit for making the meeting happen..

By the way, I don't see any significant contribution from Laos government... since ASEAN and Seagame...

__________________
ລຸງມາ wrote

Date:

ຄຳວ່າ   ຍາດແຍງ   ຫຼື   ຄຳວ່າ    ສໍ້ກົງ    ແມ່ນ   the same meaning

ຄຳວ່າ  ຂໍການ ຊ່ວຽເຫຼືອ  ຫຼື   ຄຳວ່າ  ຂໍທານ   ແມ່ນ ຄວາມ ໝາຍ ອັນດຽວກັນ

ເປັນຫຍັງ ພັກລັດ ບໍ່ເວົ້າວ່າ  ຂໍການ ຊ່ວຽ  ຈາກຕ່າງປະເທດ ເພາະຢ້ານ ປາຊົນເຂົ້າ

ໃຈ ງ່າຍ  ຖ້າປາຊົນເຂົ້າໃຈ ງ່າຍ  ພັກລັດ ຢ້ານເສັຽກຽດ ສັ້ນເບາະ  ຄຳສັບແນວນີ້

ມັນຕ້ອງ ໃຊ້ ກັບນັກ ເລງ ມັນຈີງເໝາະກ່ວາ

__________________
Anonymous

Date:

Anonymous wrote:

ອ່ານມາເຫັນຄໍາວ່າຍາດແຍ່ງແລ້ວ ຮູ້ສຶກຫິວເຂົ້າຂຶ້ນມາທັນທີ. ຖ້າຢູໂຣບຢາກໄປຮ່ວມມືກັບຊາດອື່ນກໍ່ປ່ອຍເຂົາໄປ ຊິໄປຍາດໄປແຍ່ງນໍາຄົນອື່ນມາເຮັດຫຍັງ

ຖ້າວ່າເຂົາບໍ່ພໍໃຈຮ່ວມມືກັບເຮົານະ? ຍາດແຍ່ງເປັນການກະທໍາທີ່ຜິດສິນທໍາ, ໂທດເດີຖ້າຂ້ອຍຕີຄວາມໝາຍຂອງຄໍານີ້ຜິດໄປ.

ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ກໍ່ໝາຍຄວາມວ່າສາກົນຈະໄປຊ່ວຍຄົນ ແຕ່ເຮົາໄປຍາດແຍ່ງຈາກຄົນອື່ນມາເປັນຂອງເຮົາ.

 yes

__________________
Anonymous

Date:

ລຸງມາ wrote wrote:

ຄຳວ່າ   ຍາດແຍງ   ຫຼື   ຄຳວ່າ    ສໍ້ກົງ    ແມ່ນ   the same meaning

ຄຳວ່າ  ຂໍການ ຊ່ວຽເຫຼືອ  ຫຼື   ຄຳວ່າ  ຂໍທານ   ແມ່ນ ຄວາມ ໝາຍ ອັນດຽວກັນ

ເປັນຫຍັງ ພັກລັດ ບໍ່ເວົ້າວ່າ  ຂໍການ ຊ່ວຽ  ຈາກຕ່າງປະເທດ ເພາະຢ້ານ ປາຊົນເຂົ້າ

ໃຈ ງ່າຍ  ຖ້າປາຊົນເຂົ້າໃຈ ງ່າຍ  ພັກລັດ ຢ້ານເສັຽກຽດ ສັ້ນເບາະ  ຄຳສັບແນວນີ້

ມັນຕ້ອງ ໃຊ້ ກັບນັກ ເລງ ມັນຈີງເໝາະກ່ວາ

 one of many idiot-brainless + stupid guy in our wonderful world!

__________________
Anonymous

Date:

ຢາກສະແດງແຜງລິດຕໍ່ເວທີສາກົນວ່າຕົນເອງເຖິງວ່າຍັງຢູ່ໃນລະດັບບັນຊີຂອງປະເທດທີ່ດ້ອຍພັດທະນາ ດ້ອຍການ

ສຶກສາ ແລະ ເປັນປະເທດທີ່ທຸກຍາກທີ່ສຸດໃນໂລກ ຍັງສາມາດຮັບເປັນເຈົ້າພາບກອງປະຊຸທນີ້ໄດ້. ກໍບໍ່ຕ່າງຫຍັງກັບ

ອື່ງເພົ້າເບັ່ງລົມຫັ້ນລະ ເບັ່ງເອົາຈົນສຸດຂີດ ບາດຫມົດກຳລັງເເລ້ວແຜ່ພະຄະວາສີ່ຕີນຊີ້ຟ້າຈ່າງຂ່າງຢູ່.

__________________
...

 ແຜ່ພະຄະວາ ຮາໆໆໆໆໆໆໆໆໆໆໆໆໆໆໆໆ ຊິໝົດເຫື່ອໝົດແຮງປານນັ້ນພຸ້ນເບາະພໍ່ອາວ? ຮາໆໆໆໆໆໆໆໆໆໆໆໆໆ

ຂ້ອຍຄິດວ່າເພິ່ນຢາກສະແດງຄວາມສະຫຼາດສ່ອງໃສຂອງເພິ່ນໃຫ້ປະຊາຊົນລາວຮູ້ວ່າເພິ່ນສາມາດຍົກລະດັບຂອງເພິ່ນໃຫ້ສູງໃນເວທີສາກົນ

ເພາະວ່າຜ່ານມາ ການຈັດງານມະຫາກໍາກິລາຊີເກມ2009 ກໍ່ເຮັດໃຫ້ປະຊາຊົນຍ້ອງຈົນເພິ່ນຂີ້ແຕກຂີ້ແຕນແລ້ວເດ.

__________________
Anonymous

Date:

... wrote:

ເວົ້າພື້ນເລື່ອງເພິ່ນຮັບເປັນເຈົ້າພາບ SEA GAMES ຜ່ານມາຫັ້ນ ເບີ່ງເພິ່ນຫລຸບທຶນຈົນມືນຫູລຶມຕາບໍ່ໄດ້. ຍອດລວມລາຍໄດ້ທັງໝົດ

ເອົາໄປໄຊ້ຫນີ້ຈີນກໍບໍ່ພໍ, ປານນັ້ນຍັງຫລັບຫູຫລັບຕາຕີຄ້ອງຮ້ອງປ່າວໃຫ້ປະຊາຊົນຊາບວ່າໄດ້ກພໄລຈາກງານນັ້ນ ສອງທົບສາມທົບ ແລະ

ກໍຫ້າມພາກສ່ວນທີ່ກ່ຽວຂ້ອງການຄັງຂອງລັດ ( National Financing Department ) ເອົາເລື່ອງຫລຸບທຶນແລະພ້ອມກັບການຍັງເປັນໜີ້

ຈີນນີ້ໃຫ້ຮົ່ວໄຫລອອກເຖິງຫູປະຊາຊົນເດັກຂາດ. ສະໄໝນີ້ເປັນສະໄໝທີ່ຄວາມຫລັບບໍ່ມີໃນໂລກ, ເປັນໜ້າສົງສານຈິງໆ ຫລຸບທຶນຍັງບໍແລ້ວ

ຍັງຕິດໜີ້ຈີນຢູ່ ຈັ່ງແມ່ນ ໝູເຮັດນາ ໝາກິນເຂົ້າ.

__________________
Anonymous

Date:

ພວກເຈົ້າເວົ້າທັງຫມົດແມ່ນຖືກຕອ້ງແລ້ວ ແລະຈະອວດອ້າງຕໍ່ໄປເຮັດຫຍັງ? ຕອ້ງເບິ່ງວ່າ ພວກເຮົາມີເງິນພຽງພໍບໍ່? ເພຶ່ອຈະບໍ່ໄຫ້ເປັນພາລະ ຫນີ້ສິນແກ່ອະນຸຊົນລຸນຫລັງຕໍ່ໄປ. ນິໄສຄົນເຮົາລາວແມ່ນເວົ້າໄຫຍ່, ເຫລົ້າເຂົ້າປາກ ຄວາມຍາກ ແມ່ນບໍ່ຊາ. ດຽວນີ້ທ່ານໄຫ້ ຕ່າງຊາຕ ສຳປະທານ ທີ່ດິນ ບອ່ນລະ 50 ປີ ແລະ 100 ປີ ຢາກຖາມທ່ານວ່າ ທ່ານແມ່ນຄົນ ສະຫລາດ ຫລືຄົນໂງ່ກັນແທະ?

39c33f0311b86ad44bab3bf.jpg

__________________
ໂຊກຊີຕີ

Date:

ນອກຈາກຈີນແລ້ວ, ວຽດນາມໄດ້ຜົນປະໂຫຍດຫຍັງແດ່ຈາກກອງປະຊຸມອາເຊັມ9?

__________________
Anonymous

Date:

ໂຊກຊີຕີ wrote:

ນອກຈາກຈີນແລ້ວ, ວຽດນາມໄດ້ຜົນປະໂຫຍດຫຍັງແດ່ຈາກກອງປະຊຸມອາເຊັມ9?

 ກໍໄດ້ການການກໍ່ສ້າງຫໍປະຊຸມ, ໂຮງແຮມ ແລະ ຖະນຫົນທາງ ຫັ້ນເດ ເພາະວຽດນາມມັນປະມູນໄດ້ໃນການກໍ່ສ້າງ

ຄັ້ງນີ້ຫລາຍກວ່າ 75% ຂອງການກໍ່ສ້າງສຳຫລັບກອງປະຊຸມອາເຊມຄັ້ວນີ້ທັງໝົດ.

ຫວັງວ່າຄົງຈະບໍ່ມີເຫດການຊຸດໂຊມຊອງການກໍ່ສ້າງໃນຄັ້ງນີ້ເໝືອນດັ່ງ SEA GAMES.kaq9j

 ບໍລິສັດກໍ່ສ້າງຂອງລາວປະມູນໄດ້ແຕ່ 25% ເທົ່ານັ້ນຫວາ? ຢ້າເອີຍ !

ຖ້າຈະຄິດເປັນເປີເຊັນແມ່ນບໍລິສັດກໍ່ສ້າງຂອງລາວບໍ່ໄດ້ຮອດ້ປີເຊັນໜຶ່ງຊ້ຳມ 25% ແມ່ນໄທຍ. ລາວແມ່ນຮັບວຽກຕໍ່ນຳວຽດ

ດ້ານໄຟຟ້າແລະນ້ຳ. ສ່ວນໄທຍແມ່ນຮັບພາລະ High tech. electronic and all security systems, ເສັຍແນວດຽວ ອ້າຍ

ວຽດບໍ່ຍອມໃຫ້ລາວ Hire the west Inspectors and even Thai Inspectors, ມັນໃຊ້ Inspectors ມັນເອງ. ບໍ່ໜ້າເຊື່ອ

ລາວຈະເກງໃຈວຽດນາມປານນັ້ນ.

__________________
Anonymous

Date:

I AM LAO NORK,  I THINK LAO GOVEMENT DO THE GOOD JOB, THEY DON'T HAVE TO INVESMENT. USING  A LOST MONEY. THEY JUST ACCEPT LAOS IS POOR COUTRY, ASK FOR MONEY TO HELP THE COUNTRY FROM ANOTHER COUNTRY. BETTER YOU MAKE THE BIG FACE, YOU HAVE TO ACCEPTABLE YOUR COUNTRY IS POOR.  THINK ABOUT THAT. HOW MANY BRIDGE IN PARKSE ? HOW MANY SCHOOL,AIRPORT,HOSPITAL ?. ALL FREE. YOU KNOW, MANY COUNTRY THEY HELP LAOS .IF YOU ASK FOR HELP. IF YOU DON'T ASK. YOU GET NOTHING. THANK YOU ! .

You are the worst Lao nork that sucks at English..

__________________
Anonymous

Date:

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard