Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທະນາຄານ​ໂລກ​ເປີດ​ເຜີຍອັດຕາ​ເງິນ​ເຟີ້​ຫລຸດ​ລົງ 5.3% ຍ້ອນ​ນະ​ໂຍບາຍ​ຄຸມ​ຄອງ​ລັດ​ຮັດກຸມ
ຊະນະໄພ

Date:
ທະນາຄານ​ໂລກ​ເປີດ​ເຜີຍອັດຕາ​ເງິນ​ເຟີ້​ຫລຸດ​ລົງ 5.3% ຍ້ອນ​ນະ​ໂຍບາຍ​ຄຸມ​ຄອງ​ລັດ​ຮັດກຸມ


ທະນາຄານ​ໂລກ​ລາຍ​ງານ​ທ່າ​ອ່ຽງ​ເສດຖະກິດ​ຂອງ ສປປ ລາວ​ ຕໍ່​ສື່​ມວນ​ຊົນ​ໃນ​ກອງ​ປະຊຸມຖະ​ແຫລ​ງຂ່າວ​​ໃນວັນ​ທີ 23 ພຶດສະພາ​ທີ່​ຜ່ານ​ມານີ້​ວ່າ: ອັດຕາ​​ເງິນ ​ເຟີ້​​ໂດຍ​ລວມຂອງ ສປປ ລາວ​ມີ​ທ່າ​ອ່ຽງຫລຸ​ດລົງ​ນັບ​ແຕ່​ເດືອນ​ພະຈິກ 2011 ຜ່ານ​ມາ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ອັດຕາ​ເງິນ​ເຟີ້​ໃນ​ສ່ວນ​ສະບຽງ​ອາຫານ ​ແລະ ນ້ຳມັນ​ ເຊື້ອ​ໄຟ​ມີ​ອັດຕາ​ຕ່ຳລົງ ​ໃນ​ນັ້ນ ອັດຕາ​​ເງິນ​ເຟີ້​ທົ່ວ​ໄປ​ຫລຸດລົງ​ຈາກ 7.9% ຕໍ່​ປີ ​ໃນ​ເດືອນ​ພະຈິກ 2011 ມາ​ເປັນ 5.3% ​ໃນ​ເດືອນ​ມີນາ 2012 ຕົວຢ່າງ​ອັດຕາ ​ເງິນ​ເຟີ້​ສະບຽງ​ອາຫານ​ໄດ້​ຫລຸດ​ລົງ​ຈາກ 10.7% ມາ​ເປັນ 8.2% ​ໃນ​ໄລຍະ​ດຽວ​ກັນ ​ເຊິ່ງຜົນ​ຈາກ​ລາຄາ​ເຂົ້າ​ກິນ​ຫລຸດລົງ ​ເຖິງ​ແມ່ນ​ວ່າ​ລາຄາ​ຊີ້ນ​ໂດຍ​ທຽບ ຖານ​ຍັງ​ຄົງ​ສູງ​ກໍ​ຕາມ, ພ້ອມ​ດຽວ​ກັນ​ນັ້ນ​ກໍ​ຍ້ອນ​ລັດຖະບານ​ລາວ ​ໄດ້​ມີ​ມາດ​ຕະການ​ຄວບ​ຄຸມ​ການ​ສົ່ງ​ນຳ​ເຂົ້າ-ສົ່ງ​ອອກ​ ໄດ້​ຢ່າງ​ມີ​ປະສິດທິ​ຜົນ​. ​ແນວ​ໃດ​ກໍ​ດີ ລາຄາ​ພະລັງງານ​ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ຂຶ້ນ ​ແຕ່​ໃນ​ຈັງຫວະ​ຊ້າ​ລົງ​ເມື່ອ​ທຽບ​ໃສ່​ປີ 2011.

ທະນາຄານ​ໂລກ​ຍັງ​ຊີ້​ແຈງ​ວ່າ: ລັດຖະບານ ​ແຫ່ງ ສປປ ລາວ​ຍັງ​ສືບ​ຕໍ່ ປະຕິບັດ​ນະ​ໂຍບາຍ​ສ້າງ​ສະ​ຖຽນລະ​ພາບ​ອັດຕາ​ແລກປ່ຽນ​ຕໍ່​ສະກຸນ​ເງິນ​ຫລັກ. ​ໃນ​ໄລຍະ 6 ​ເດືອນຜ່ານ​ມາ ( ຕຸລາ 2011-ມີນາ 2012) ​ເງິນ​ກີບ​ລາວ​ໄດ້​ແຂງ​ຄ່າ​ຂຶ້ນ 0.3% ທຽບ​ໃສ່​ໂດ​ລາ​ສະຫະລັດ ຍ້ອນ​ຄວາມ​ຕ້ອງການ​ເງິນ​ກີບ​ລາວ​ທີ່ມີ​ສູງ ​ແລະ ການ​ໄຫລ​ເຂົ້າຂອງ​ເງິນຕາ​ຕ່າງປະ​ເທດ​ທີ່​ຕິດ​ພັນ​ກັບ​ການ​ລົງທຶນ ​ແລະ ການ​ສົ່ງ​ອອກ. ພອ້ມດຽວ​ກັນ​ນັ້ນ ​ເງິນ​ກີບ​ລາວ​ຍັງ​ແຂງ​ຄ່າ​ຂຶ້ນ​ທຽບ​ໃສ່​ເງິນ​ບາດ​ໄທ 1% ​ໃນ​ໄລຍະ​ດຽວ​ກັນ, ສ່ວນ​ໃຫຍ່​ແມ່ນ​ເປັນ​ຍ້ອນ​ການ​ອອ່ນຄ່າ​ຂອງ​ເງິນ​ບາດ​​ໄທ​ທຽບ​ໃສ່​ເງິນ​ໂດ​ລາ.

Source: KPL



__________________
Anonymous

Date:
RE: ທະນາຄານ​ໂລກ​ເປີດ​ເຜີຍອັດຕາ​ເງິນ​ເຟີ້​ຫລຸດ​ລົງ 5.3% ຍ້ອນ​ນະ​ໂຍບາຍ​ຄຸມ​ຄອງ​ລັດ​ຮັດກຸມ


ຂອບໃຈຫລາຍໆເດີທ່ານຊະນະໄພທີ່ນໍາເອົາຂ່າວດີນີ້ມາໃຫ້ອ່ານ. ຖ້າທ່ານມີເວລາ ບໍ່ໄດ້ອອກໄປຕີ golf ກະຣຸນາຊ່ອຍອະທິບາຍໃຫ້ຟັງແດ່ວ່າການທີ່ເງິນກີບແຂງຕົວມີຜົນດີແນວໃດຕໍ່ການສົ່ງອອກສິນຄ້າແລະອຸດສະຫະກໍາການທ່ອງທ່ຽວ? ຂອບໃຈ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard