Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານຜູ້ອ່ານຊ່ວຍກັນພິຈາລະນາ
Anonymous

Date:
ທ່ານຜູ້ອ່ານຊ່ວຍກັນພິຈາລະນາ

ເວັບໄຊ້ນີ້ຜິດພາດຕະຫລອດສະແດງເຖິງຄຸນນະພາບຂອງບຸກຄະລາກອນ

http://www.ecom.org.la/teen/khao/1/6621

ຈົ່ງຈີຮົງຊິງ ບໍ່ແຮ່ລາວເລ່ງພັດທະນາພື້ນຖານ ສ້າງໂຮງຫລອມເຫລັກ ຢູ່ເມືອງບົວລະພາ

  ວັນທີ 14/02/2012 - ເວລາ 08:42:12 

ຂ່າວ: ພູ​ຂອງ

   ເມືອງ​ແມດ​ເປັນ​ເມືອງ ຫນຶ່ງ​ໃນ 13 ເມືອງ​ຂອງ​ແຂວງ ວຽງ​ຈັນ​ທີ່​ຍັງ​ບໍ່​ທັນ​ມີ​ຕະ­ຫລາດຖາ­ວອນ, ແຕ່​ໃນ​ວັນ​ທີ 16 ກັນຍາ 2011 ຜ່ານ​ມາ ພະ​ແນກ​ອຸດສາ​ຫະ​ກຳ-ການ​ຄ້າ​ແຂວງ​ວຽງ ຈັນ​ໄດ້​ມີ​ການ​ເຊັນ​ສັນ­ຍາ​ລະຫວ່າງ​ທ່ານ ຄຳ​ສົດ ເພັດ​ລາ​ວັນ ເຈົ້າ­ເມືອງໆ​ແມດເຈົ້າ​ຂອງ​ໂຄງ­ການ ແລະ ທ່ານ ສົມ​ເພັດ ດວງ​ວິນ​ຍານ ອຳ­ນວຍການ​ວິ​ສາ​ຫະ​ກິດ​ຂົນ­ສົ່ງ​ສ່ວນ​ບຸກຄົນ​ຜູ້​ລົງ­ ທຶນ ເພື່ອ​ລົງ­ມື​ກໍ່­ສ້າງ ແລະ ສຳ​ປະ­ທານ​ຕະ­ຫລາດ​ເມືອງແມດ​ເປັນ​ເວ­ລາ 30 ປີ ແລະ ມີກຳ­ນົດ​ລົງ­ມື​ຕົວ​ຈິງ​ໃນ​ເດືອນມັງ­ກອນ 2012 ແຕ່​ມາ​ຮອດ​ປະຈຸ​ບັນ​ໂຄງ­ການ​ດັ່ງ­ກ່າວ​ຍັງ​ບໍ່​ມີ ຄວາມ​ຄືບ​ຫນ້າ​ແຕ່​ຢ່າງ­ໃດ.

   ທ່ານ ລຳ​ໄມ ກູດ​ລາ​ວົງ ຮອງເຈົ້າ­ເມືອງໆ​ແມດ ແຂວງ​ວຽງ ຈັນ​ທັງ​ເປັນ​ຜູ້​ຊີ້​ນຳ​ວຽກ​ເສດ​ຖະກິດ​ໄດ້​ກ່າວ​ຕໍ່​ຜູ້​ສື່​ຂ່າວ​ວ່າ: ສາເຫດ​ທີ່​ພາ​ໃຫ້­ການ​ກໍ່­ສ້າງ​ຕະຫລາດ​ມີ​ຄວາມ​ຊັກ​ຊ້າ​ຍ້ອນ​ວ່າ ຍັງ​ຄາ​ຢູ່​ຂອດ​ປະ­ສານ​ງານ​ລະຫວ່າງ​ເຈົ້າ​ຂອງ​ໂຄງ­ການ ແລະ ຜູ້​ລົງ­ທຶນ ເຊິ່ງ​ນັບ​ແຕ່​ມື້​ລົງ​ລາຍເຊັນ​ສັນ­ຍາ​ອະ­ນຸ­ຍາດ​ເປັນ­ຕົ້ນ​ມາ ຜູ້​ລົງ­ທຶນ​ຍັງ​ບໍ່​ທັນ​ເຂົ້າ​ໄປ​ພົວ­ພັນກັບ​ເຈົ້າ​ຂອງ​ໂຄງ­ການ​ເພື່ອ​ ລົງມື​ຈັດ​ຕັ້ງ​ປະ­ຕິ­ບັດ​ແຕ່​ຢ່າງ­ໃດ ດັ່ງນັ້ນ ອຳ­ນາດ​ການ​ປົກ­ຄອງ​ເມືອງແມດ​ຈະ​ໄດ້​ພົວ­ພັນ​ກັບ​ຜູ້​ລົງ­ທຶນກ່ຽວ​ກັບ​ ສາ­ເຫດ ແລະ ບັນ­ຫາ​ຕົວຈິງ​ທີ່​ພາ​ໃຫ້­ການ​ລົງ­ມື​ກໍ່­ສ້າງ​ຕະຫລາດ​ມີ​ຄວາມ​ຊັກ​ຊ້າ ເພື່ອ​ຊອກຫາ​ທາງ​ອອກ​ຮ່ວມ​ກັນ​ຢ່າງເຫມາະ​ສົມ.

   ໃນ​ສັນ­ຍາ​ທີ່​ໄດ້​ເຊັນ​ກັນ​ຄັ້ງນັ້ນ ໄດ້​ລະ­ບຸ​ວ່າ: ຜູ້​ລົງ­ທຶນ​ຕ້ອງນຳ​ໃຊ້​ທຶນ​ຕົນ​ເອງ 100% ປຸກສ້າງ​ຕະ­ຫລາດ​ໃນ​ເນື້ອ­ທີ່ 19.600 ຕາ​ແມັດ ແລະສຳ​ປະທານ​ເປັນ​ເວ­ລາ 30 ປີ, ຕະຫລາດ ​ດັ່ງ­ກ່າວ ​ຈະ​ມີ​ສິ່ງ​ປຸກ​ສ້າງຕ່າງໆ​ຄື: ຕະ­ຫລາດ​ສົດ 1 ຫລັງ,ຮ້ານ​ຂາຍ­ເຄື່ອງ​ແຫ້ງ 2 ຫລັງ, ຮ້ານ​ອາ­ຫານ 1 ຫລັງ, ຫ້ອງ​ນ້ຳສອງ​ຫລັງ, ບ່ອນ​ຖິ້ມ​ຂີ້​ເຫຍື້ອລວມ​ທັງ​ທໍ່​ລະ­ບາຍ​ນ້ຳ​ເສຍ​ມີ​ມູນຄ່າ​ການ​ກໍ່­ສ້າງ​ ທັງ​ຫມົດ 5.513 ລ້ານ​ກີບ.

__________________
Anonymous

Date:

ເມືອງບົວລະຢູ່ແຂວງຄໍາມ່ວນ. ແມ່ນບໍ່?

__________________
Anonymous

Date:

Anonymous wrote:

ເມືອງບົວລະຢູ່ແຂວງຄໍາມ່ວນ. ແມ່ນບໍ່?

 ແມ່ນແລ້ວ ນັກຂ່າວເວັບນີ້ມົ້ວສຸດๆ

__________________

Veteran Member

Status: Offline
Posts: 91
Date:

ຫົວຂໍ້ຂ່າວກັບເນື້ອໃນຂ່າວມັນບໍ່ກົງກັນ ເພິ່ນອາດຈະຫຼົງເອົາຫົວຂໍ້ຂ່າວອື່ນມາສົນກັນ
ສົງໄສຄົນກວດສອບເພິ່ນຂາດວຽກ ເຮັດຂ່າວອອກມາຜິດແບບນີ້

__________________
Anonymous

Date:

loukkhonlao wrote:

ຫົວຂໍ້ຂ່າວກັບເນື້ອໃນຂ່າວມັນບໍ່ກົງກັນ ເພິ່ນອາດຈະຫຼົງເອົາຫົວຂໍ້ຂ່າວອື່ນມາສົນກັນ
ສົງໄສຄົນກວດສອບເພິ່ນຂາດວຽກ ເຮັດຂ່າວອອກມາຜິດແບບນີ້

 ໂທດເດີ້ປັດແຕ່ນ້ອຍທ້າວເຖົ້າຂ້ອຍຄືບໍ່ເຄີຍໃດ້ຍິນຄຳນີ້ຈັກເທື່ອ " ກົງກັນ"

ສົ່ງໃສຄຳອັນນີ້ຄືຊິແມ່ນຄຳເວົ້າຂອງອ້າຍນ້ອງແນວລາວທີ່ແຕ່ງຂຶ້ນໃຫມ່ແລະບໍ່
ເຫັນວ່າມີຄວາມໝາຍກຽ່ວຂ້ອງກັນຈັ່ງໃດກັບຄວາມເວົ້າ????
ເຫັນແຕ່ມັນມີຄວາມກຽ່ວຂ້ອງກັບ"ກົງລົດ"ເທົ່ານັ້ນ!biggrin

ຂ້ອຍໃດ້ຍິນແຕ່ "ຕົງກັນ" ຫຼື "ຕົງກັນຂ້າມ" ທີ່ມີຄວາມໝາຍຂັດຄ້ານກັນ

_________________________________________________________

ເຈົ້າເປັນນັກພາສາສາດຕິ? ຄົນລາວເຂົາເວົ້າ ກົງກັນ ທັງນັ້ນລະເຈົ້າຄົນທ້ອງຖິ່ນໃດນີ້?

ຄັນເຈົ້າບໍແນ່ໃຈ ຫລື ບໍຮູ້ພາສາທີ່ແຈ່ມແຈ້ງຢ່າໄປສອນຄົນອື່ນປ່ອຍເຂົາເວົ້າໄປຜູ້ເພິ່ນຮູ້ຫາກຊິທ້ວງຕິງດອກ

ຂ້ອຍເບີ່ງເຈົ້ານີ້ຢາກລ່ວງເກິນໄປແລ້ວ, ຈັກໜ້ອຍເຍົາວະຊົນມາອ່ານເຫັນເຂົາກະຊິວ່າຕົງຫັ້ນຖືກເປັນຄວາມ

ລາວແລ້ວ. ຄົນໄທຈະເວົ້າ ຕຣົງ=ກົງ ພາສາລາວ (ຖ້າເປັນພາສາເວົ້າຫັ້ນຊິເວົ້າແນວໃດກະຖືກ ກົງຫລືຕົງ)
ອັນນີ້ມັນເປັນພາສາຂຽນຢ່ານອກເລື່ອງຫລາຍຫັດອ່ານແດ່ໜັງສືຫັ້ນນາ

 ຂ້ອຍໃຫຽ່ຢູ່ກາງເມືອງວຽງຈັນ!

ລາວລຸ້ນກ່ອນ 1975 = ຕົງກັນ
ໄທຍ໌ = ຕຣົງກັນ

ໃຫ້ຮູ້ເອົາໄວ້ແດ່ວ່າລາວລຸ້ນໃດຈະເວົ້າພາສາລາວຕາມຖືກຕ້ອງແທ້?
ລຸ້ນທີ່ມີການສຶກສາມາແຕ່ຕັ້ງເດີມຫຼືລຸ້ນຫາກໍອອກຈາກຖໍ່າແລະຫາກໍຮູ້ຈັກເປີດປື້ມອ່ານພາສາລາວ

ຍ້ອນຫາກໍ່ຮູ້ເໝື່ອໃນຄວາມສຳຄັນຂອງປື້ມໃນລະວ່າງຕອນປີ2000ຫັ້ນຕີ້?!

ເພາະວ່າເຫັນບ້ານເມືອງຂອງຜູ້ອື່ນເຂົາພາກັນໃດ້ຂຶ້ນດືນຂຶ້ນດາວໄປແລ້ວຍ້ອນຂະເຈົ້າສົ່ງເສີມໃຫ້ປະ

ຊາຊົນເຂົາໃຫ້ມີຄວາມຮູ້ຫຼາຍຂຶ້ນນຳແຕ່ລະມື້ບັດອ້າຍຈ່າລາວເຮົາຊະພັດ
ຂົນເອົາຜູ້ມີຄວາມຮູ້ສູງໄປຂ້າຖິ້ມແລ້ວເອົານາຍຄູຜູ້ບໍ່ຮູ້ຈັກຂີ້ໝາຕາແມວຫຍັງມາສອນພາສາລາວ

ໄມ່ໃຫ້ເຍົາວະຊົນຜູ້ຫາກໍເກີດແລ້ວພາກັນເວົ້າພາສາລາວທີ່ບໍ່ຖືກຕ້ອງຢ່າງບໍ່ຮູ້ເໝື່ອລວມທັງລາວ

ນອກທີ່ໃຫຽ່ຫຼືເກີດຕ່າມຫຼັງເພາະຄວາມຈິງຂອງພາສາຖືກປົກປິດແລະບັງໄວ້ຍ້ອນການລົບລ້າງຂອງ

ຜູ້ຄອງຂອງປະເທດໃນລຸ້ນເກົ່າເລີຍນຳພາສາລາວມີຄວາມຕົກຕໍ່າຫຼາຍຊໍ່າກັນກັບພາສາລາວທີ່ໃຊ້ຕາມທ້ອງຖິ່ນຂອງຊົນນະ
ບົດ!!!!!

__________________
Anonymous

Date:

ເອົາອີກລະ ຖຽງກັນເລື້ອງພາສາອີກລະ nonono

__________________

Veteran Member

Status: Offline
Posts: 91
Date:

ມັນແມ່ນຄວາມເຈົ້າ ພາສາລາວກ່ອນປີ 75 ແມ່ນໃຊ້ຄືທີ່ເຈົາຂຽນແທ້
ແຕ່ປັດຈຸບັນແມ່ນເພິ່ນໃຊ້ຄືແນວນີ້ "ກົງກັນ" ຕາມອ່ານໜັງສືພິມ
ຖ້າໄປເວົ້າ "ຕົງກັນ" ມັນຈະກາຍເປັນຄຳຂອງໄທເຂົາເວົ້າກໍ່ຄື "ຕົຣງກັນ" ຕ່າງແຕ່ບໍ່ໄດ້ອອກສຽງໂຕ "ຣ"

 ເອີຄັນວ່າປຽ່ນຄຳວ່າຕົງກັນມາເປັນກົງກັນຍ້ອນມັນຄືພາ

ສາໄທຍ໌ນີ້ກໍສະແດງວ່າເປັນເຫ້ດຜົນທີ່ດ້ອຍປັນຍາແລະໜ້າກຽ່ດທີ່ສຸດເພາະພາສາລາວມີຄຳ

ຄ້າຍໆກັນກັບພາສາໄທຍ໌ເກືອບເຖຶງ90%ແລ້ວເປັນຫຍັງຄືບໍ່ປຽ່ນຫຼາຍຄວາມກ່ວານີ້

ແລະກ່ອນຈະປຽ່ນແຕ່ລະຄວາມຂໍໃຫ້ເພິ່ນສຶກສາວ່າຄຳທີ່ເພິ່ນປຽ່ນມັນຈະມີຄວາມໝາຍທີ່ເຂົ້າກັນ

ກັບຫຼັກສະຫນະຂອງຄວາມເວົ້ານັ້ນບໍ?

ຄືເພິ່ນປຽ່ນຈາກຕົງກັນມາເປັນກົງກັນນີ້ຫລະ!

ຂ້ອຍຄືບໍ່ເຫັນວ່າ "ກົງ" ມັນຈະມີຄວາມໝາຍທີ່ຊີ້ບອກວ່າເປັນການຄັດຄ້ານກັນ

ບ່ອນໃດຫວ່າ?ຂ້ອຍເຫັນແຕ່ມັນໝາຍເຖິງລັກສະນະຄວາມມົນຂອງກົງລົດເທົ່າ

ນັ້ນ!ຍ້ອນເຫ້ດນີ້ເພິ່ນຈຶ່ງຄ່ອຍເອີ່ນກັນວ່າກົງລົດຄ້າຍກັນກັບພາສາໄທຍ໌

ກົງຣົດຕ່າງແຕ່ເຮົາບໍ່ມີໂຕ"ຣ"ຊືໆ

ເປັນຫຍັງພວກເພຶ່ນຄືບໍ່ປຽ່ນຄຳນີ້(ກົງລົດ)ແດ່ເພາະມັນຄ້າຍກັນກັບພາສາໄທຍ໌ແລະຄຳໃດໆອີກ

ທີ່ຄ້າຍກັນກັບພາສາໄທ?!

ເຫ້ດຜົນທີ່ພວກອ້າຍນ້ອງໃຊ້ໃນການປຽ່ນພາສາລາວນີ້ແມ່ນເງີກງາກທີ່ສຸດ!!!!!

ບໍ່ເຫັນວ່ຊິມົ້ມເຂົາປານໃດເອົາໄປເອົາມາແຮງໄປນຳເອົາແບບການຂຽນຂອງໄທຍ໌ທີ່ເຂົາບໍ່ສູ້ໃຊ້ໄມ້

ກັນ"ັ"ໃນໜັງສືຂອງເຂົາ...ຕົວຢ່າງ:
ກ່ອນ1975ເບັຽແລະເມັຽຂຽນແບບນີ້ປັດຈຸບັນນີ້ຊະພັດບໍ່ມີໄມ້ກັນ

ພວກແນວລາວນິຕັ້ງຫຼາຍເລື້ອງອີ່ຫຼີນໍ້!!!ເລື້ອງຕໍ່ແຫຼຂີ້ຕົ໋ວແບບໜ້າຕາເສີຍໆມັນກໍສຸດຮັ້ນຫຼະຄືຈະເປັນ

ທີນຶ່ງຂອງໂລກເລີຍ!!!!!!!

__________________
Anonymous

Date:

Anonymous wrote:

ເອົາອີກລະ ຖຽງກັນເລື້ອງພາສາອີກລະ nonono

 ເລືອກປຽ່ນຄວາມຄິດຄວາມເຫັນຂອງພາສາຊືຊື່
ຢ່າຟ້າວເຂົ້າໃຈຜິດເດີ້

__________________

Veteran Member

Status: Offline
Posts: 91
Date:

ພາສາໄທ ກົງລົດ ເຂົາບໍ່ເອີນແບບນີ້ເດີ້ ເຂົ້າເອີ້ນວ່າ ລໍ້ລົດ ຫຼື ຢາງລົດ

ຂ້ອຍເຂົ້າໃຈຈຸດປະສົງເຈົ້າ ທ່ານລາວນອກ ຂ້ອຍຄົນໜຶ່ງກະຢາກໃຊ້ພາສາທີ່ມັນຄົບຖ້ວນຄືກັນ

ສະໄໝກ່ອນພາສາລາວແມ່ນຄົບຖ້ວນກະແມ່ນແຕ່ຍ້ອນສົງຄາມເດທ່ານ ມັນທຳລາຍທຸກຢ່າງແມ່ນແຕ່ພາສາທີ່ໃຊ້ໃນຊາດ

ພາສາລາວທີ່ໃຊ້ໃນປັດຈຸບັດກະຖືວ່າຄົບຖ້ວນ ແຕ່ກໍ່ບໍ່ສາມາດເວົ້າວ່າຄົບຖ້ວນຮອດຮ້ອຍເປີເຊັນ 

ຫຼາຍພາກສ່ວນເພິ່ນກະໃຫ້ຄວາມສຳຄັນຢູ່ ຄິດວ່າບໍ່ດົນພາສາລາວສິໄດ້ຮັບການແກ້ໄຂໃຫ້ເປັນເອກະພາບ ແລະ ກໍ່ສົມບູນຮ້ອຍເປີເຊັນແນ່ນອນທ່ານ

 ລົດພາສາໄທບໍ່ແມ່ນຈັກກະຢານຫວາ? biggrin

__________________
Anonymous

Date:

ບມວຈັ່ງໃດ ແນວພວກຂະເຈາບໄດ້ຢູ່ໃນປະເທດລາວ ຊິຮູ້ໃຕ້ຮູ້ເໜືອຫຍັງ ! ເວາ ທົ່ວທີບທົ່ວແດນ ແບບຄົນຕາບອດ ໄປຈັ່ງຊນແລ້ວ ! ຢ່າຊາຫລາຍ biggrin

__________________
Anonymous

Date:

ຢາງລົດ (Tire) ກົງລົດ (Rim) ຢາງລົດ + ກົງລົດ = ຕີນລົດ ລົດຈັກກະຍານ

__________________
Anonymous

Date:

Anonymous wrote:

ຢາງລົດ (Tire) ກົງລົດ (Rim) ຢາງລົດ + ກົງລົດ = ຕີນລົດ ລົດຈັກກະຍານ

 ຍາງໃນລົດ ຄົນວັງວຽງເຂົາເອີ້ນວ່າ " ກົງເບັງ " ສູບລົມເຂົ້າໃຫ້ເບັງແລ້ວເອົາໄປໃຫ້ຟະລັ່ງຂີ້ລອຍຢູ່ແມ່ນ້ຳຊອງ

ໄດ້ເງິນໄປຫລາຍຮ້ອຍຫລຽນ

__________________
ລູກສາວກົກ

Date:

ບໍ່ກ່ຽວກັນເລີຍເນາະ ເພາະວ່າ ເມືອງແມດ ເປັນເມືອງ ທີ່ ຕັ້ງຂຶ້ນເປັນເມືອງທີ່12 ຂອງແຂວງວຽງຈັນ ກ່ອນໜ້ານັ້ນເມືອງແມດຂຶ້ນກັບເມືອງກາສີ ແຍກອອກຈາກເມືອງກາສີປະມານກ່ອງປີ 2000 ປະມານ 200-2012 ນີ້ລະ ບໍ່ຈື່ງຄັກປານໃດ

__________________
ລູກສາວກົກ

Date:

ກ່ອນປີ 2005-2000 (ຂໍແກ້ຄຳຜິດເດີ)

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard