ແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງຫາກບໍ່ເວົ້າໃຫ້ຟັງຫລາຍຄົນກໍ່ຄົງອາດບໍ່ຮູ້ແລະກໍ່ບໍ່ໄດ້ໄປເຫັນຄວາມສວຍງາມຂອງບັນດາຖ້ຳຫລາຍໆແຫ່ງທີ່ລີ້ລັບຢູ່ກັບທຳມະຊາດ, ຢູ່ເຂດທີ່ຜູ້ຄົນໄດ້ກ່າວຂານແລະເລົ່າລືກັນໃນສະໄຫມກ່ອນວ່າເປັນເມືອງລັບແລ.
ແຂວງໄຊຍະບູລີເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນ້ຳມີແຫລ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດແລະວັດທະນະທຳທີ່ຫລາກຫລາຍ, ຫນຶ່ງໃນນັ້ນກໍ່ມີ ແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງມີທີ່ຕັ້ງຢູ່ໃນເຂດບ້ານແກ້ວເມືອງໄຊຍະບູລີ, ແຂວງໄຊຍະບູລີຫ່າງຈາກເທດສະບານແຂວງໄປທາງທິດໃຕ້ປະມານ 40 ກວ່າກິໂລແມັດ ເຊິ່ງມີຫມູ່ ຖ້ຳໂຮມຢູ່ເຂດດຽວກັນພາຍໃຕ້ທຳມະຊາດຂອງປ່າໄມ້ແລະສາຍນ້ຳອັນໃສເຢັນທີ່ຜູ້ໃດໄດ້ພົບເຫັນແລ້ວບໍ່ມີວັນທີ່ຈະລືມແລະເອີບອີ່ມໃຈກັບທຳມະຊາດທີ່ສ້າງໄວ້ໃຫ້ກັບພວກ ເຮົາເຊັ່ນ: ຖ້ຳຜີໂອຍ, ຖ້ຳເຈຍຂິວ, ຖ້ຳຫລຸບ, ຖ້ຳລ້ອງແມນ, ຖ້ຳຜາແກ້ວ, ຖ້ຳນ້ຳລອດ ແລະ ຖ້ຳອື່ນໆອີກຫລາຍໆແຫ່ງທີ່ມີຄວາມແຕກຕ່າງກັນໄປ. ຍ້ອນຄວາມອຸດົມສົມບູນ ຂອງບັນດາຖ້ຳເຫລົ່ານັ້ນຈິ່ງໄດ້ກາຍເປັນທີ່ມາຂອງຄຳວ່າ: ພັນຖ້ຳນ້ຳທັ່ງທີ່ຄອຍຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ຽວຊົມ. ດັ່ງນັ້ນເພື່ອເປັນການພັດທະນາການທ່ອງທ່ຽວແບບ ຍືນຍົງແລະສ້າງເປັນຈຸດທ່ອງທ່ຽວໃຫມ່, ພ້ອມທັງດຶງດູດ ເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມແລະສຳຜັດດ້ວຍຕົນເອງ. ແຂວງໄຊຍະບູລີແລະພະແນກທ່ອງທ່ຽວແຂວງຈິ່ງໄດ້ ກຳນົດເອົາບໍລິເວນດັ່ງກ່າວນີ້ເປັນເຂດທ່ອງທ່ຽວແບບອະນຸຮັກໃຫ້ປະຊາຊົນມີສ່ວນຮ່ວມໂດຍໄດ້ຈັດພິທີເປີດເປັນແຫລ່ງທ່ອງທ່ຽວເພື່ອຕ້ອນຮັບປີທ່ອງທ່ຽວລາວໃນວັນທີ 27 ມັງກອນ2012 ນີ້ເພື່ອກຽມພ້ອມແລະຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ.
ທ່ານສັງວຽນແສງກັນນາລີຫົວຫນ້າພະແນກທ່ອງທ່ຽວແຂວງໄຊຍະບູລີໄດ້ໃຫ້ຮູ້ວ່າ: ສຳລັບການສ້າງຄວາມພ້ອມໃຫ້ແກ່ການທ່ອງທ່ຽວທຳມະຊາດພັນຖ້ຳນ້ຳທັ່ງຢູ່ເຂດ ບ້ານແກ້ວ-ນາທັ່ງແມ່ນໄດ້ເລີ່ມມາແຕ່ປີ 2009 ມາຮອດປະຈຸບັນສາມາດຮອງຮັບນັກທ່ອງທ່ຽວໄດ້ໂດຍພື້ນຖານເປັນຕົ້ນແມ່ນໄດ້ຈັດຕັ້ງກຸ່ມບໍລິການຕ່າງໆຂຶ້ນເຊັ່ນ: ມີກຸ່ມນຳ ທ່ຽວ, ກຸ່ມພັກແຮມ, ປຸງແຕ່ງອາຫານ, ກຸ່ມຂົນສົ່ງນອກຈາກນັ້ນກໍ່ໄດ້ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວເປັນຕົ້ນແມ່ນ: ຫ້ອງນ້ຳ, ຂັ້ນໄດຂຶ້ນຖ້ຳ, ທາງເຂົ້າຫາ ແຕ່ລະຖ້ຳແລະທີ່ພັກຕ້ອນຮັບການພັກແຮມຂອງນັກທ່ອງທ່ຽວດັ່ງນັ້ນຫາກທ່ານໃດທີ່ມີໂອກາດໄປພັກຜ່ອນແລະທ່ຽວຊົມແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງບໍ່ພຽງແຕ່ຈະໄດ້ ເຫັນຄວາມສວຍງາມທີ່ເປັນສິ່ງລີ້ລັບຢູ່ພາຍໃນຂອງແຕ່ລະຖ້ຳເທົ່ານັ້ນ, ທ່ານຍັງຈະໄດ້ຮູ້ຈັກກັບປະຫວັດ, ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຢູ່ເຂດບ້ານແກ້ວນາທັ່ງ ທີ່ຖືກເລົ່າລືກັນວ່າເປັນບ້ານລັບແລຫລືຊາວບ້ານເອີ້ນກັນວ່າບ້ານຜີບັງບົດໃນເມື່ອກ່ອນ.
ສຳລັບການເດີນທາງເຂົ້າສູ່ແຫລ່ງທ່ອງທ່ຽວດັ່ງກ່າວນີ້ສາມາດເດີນທາງດ້ວຍ2 ເສັ້ນທາງຄື: ທາງລົດທ່ານຈະໄດ້ຊົມທຳມະຊາດອັນຊຸ່ມເຢັນ, ຜ່ານປ່າໃຫຍ່ດົງຫນາ, ສ່ວນທາງ ນ້ຳທ່ານຈະໄດ້ຂີ່ເຮືອຜ່ານແມ່ນ້ຳຮຸ່ງ, ນ້ຳຂອງແລະນ້ຳປຸຍກັບການຊົມທິວທັດທຳມະຊາດອັນອຸດົມສົມບູນຂອງພູຜາປ່າໄມ້ຢູ່ສອງຝັ່ງຂອງແມ່ນ້ຳຕື່ມອີກ.
ທ່ານຫົວຫນ້າພະແນກທ່ອງທ່ຽວແຂວງໄຊຍະບູລີຍັງໄດ້ໃຫ້ຮູ້ຕື່ມວ່າ: ປີທ່ອງທ່ຽວລາວ 2012 ຢູ່ແຂວງໄຊຍະບູລີຍັງມີອີກຫລາຍແຫລ່ງທ່ອງທ່ຽວທາງທຳມະຊາດ, ປະ ຫວັດສາດ, ວັດທະນະທຳພ້ອມກັບຫລາກຫລາຍກິດຈະກຳເຊັ່ນ: ການຈັດງານມະຫະກຳບຸນຊ້າງເຊິ່ງແມ່ນປາງບຸນໃຫຍ່ຂອງແຂວງໄຊຍະບູລີທີ່ໄດ້ຈັດຂຶ້ນພາຍໃນເດືອນກຸມ ພາ, ງານບຸນປະເພນີ, ວິຖີການດຳລົງຊີວິດຂອງເຜົ່າຢູ່ແຕ່ລະເມືອງ, ແຕ່ລະເຂດພາຍໃນແຂວງຕື່ມອີກເຊິ່ງຄາດວ່າຈະມີນັກທ່ອງທ່ຽວຊົມແຂວງໄຊຍະບູລີຫລາຍກວ່າ1 ແສນ5 ຫມື່ນຄົນ.
ເວົ້າໄດ້ວ່າການທ່ອງທ່ຽວບໍ່ວ່າຈະເປັນການທ່ອງທ່ຽວກັບທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳບໍ່ອາດທີ່ຈະເຮັດໃຫ້ທ່ານຜິດຫວັງ, ດັ່ງປີທ່ອງທ່ຽວລາວປີນີ້ກໍ່ມີ ແຫລ່ງທ່ອງທ່ຽວຢູ່ຫລາຍເຂດແຂວງທີ່ທ່ານສາມາດເລືອກໄປທ່ຽວຊົມໄດ້. ສຳລັບແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງຢູ່ແຂວງໄຊຍະບູລີທີ່ວ່ານີ້ກໍ່ຄື ຫນຶ່ງແຫລ່ງທ່ອງທ່ຽວທີ່ຄອຍ ໃຫ້ຄວາມສຸກໃຈແກ່ຜູ້ຈະໄປທ່ຽວຊົມຢ່າງຄຸ້ມຄ່າຫມາຍຄວາມວ່າໄປມື້ດຽວໄດ້ທ່ຽວຫລາຍຖ້ຳນຳຄວາມສຸກມອບໃຫ້ ທ່ານໄດ້ຢ່າງແນ່ນອນ.
Anonymous wrote:ແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງຫາກບໍ່ເວົ້າໃຫ້ຟັງຫລາຍຄົນກໍ່ຄົງອາດບໍ່ຮູ້ແລະກໍ່ບໍ່ໄດ້ໄປເຫັນຄວາມສວຍງາມຂອງບັນດາຖ້ຳຫລາຍໆແຫ່ງທີ່ລີ້ລັບຢູ່ກັບທຳມະຊາດ, ຢູ່ເຂດທີ່ຜູ້ຄົນໄດ້ກ່າວຂານແລະເລົ່າລືກັນໃນສະໄຫມກ່ອນວ່າເປັນເມືອງລັບແລ. ແຂວງໄຊຍະບູລີເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນ້ຳມີແຫລ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດແລະວັດທະນະທຳທີ່ຫລາກຫລາຍ, ຫນຶ່ງໃນນັ້ນກໍ່ມີ ແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງມີທີ່ຕັ້ງຢູ່ໃນເຂດບ້ານແກ້ວເມືອງໄຊຍະບູລີ, ແຂວງໄຊຍະບູລີຫ່າງຈາກເທດສະບານແຂວງໄປທາງທິດໃຕ້ປະມານ 40 ກວ່າກິໂລແມັດ ເຊິ່ງມີຫມູ່ ຖ້ຳໂຮມຢູ່ເຂດດຽວກັນພາຍໃຕ້ທຳມະຊາດຂອງປ່າໄມ້ແລະສາຍນ້ຳອັນໃສເຢັນທີ່ຜູ້ໃດໄດ້ພົບເຫັນແລ້ວບໍ່ມີວັນທີ່ຈະລືມແລະເອີບອີ່ມໃຈກັບທຳມະຊາດທີ່ສ້າງໄວ້ໃຫ້ກັບພວກ ເຮົາເຊັ່ນ: ຖ້ຳຜີໂອຍ, ຖ້ຳເຈຍຂິວ, ຖ້ຳຫລຸບ, ຖ້ຳລ້ອງແມນ, ຖ້ຳຜາແກ້ວ, ຖ້ຳນ້ຳລອດ ແລະ ຖ້ຳອື່ນໆອີກຫລາຍໆແຫ່ງທີ່ມີຄວາມແຕກຕ່າງກັນໄປ. ຍ້ອນຄວາມອຸດົມສົມບູນ ຂອງບັນດາຖ້ຳເຫລົ່ານັ້ນຈິ່ງໄດ້ກາຍເປັນທີ່ມາຂອງຄຳວ່າ: ພັນຖ້ຳນ້ຳທັ່ງທີ່ຄອຍຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ຽວຊົມ. ດັ່ງນັ້ນເພື່ອເປັນການພັດທະນາການທ່ອງທ່ຽວແບບ ຍືນຍົງແລະສ້າງເປັນຈຸດທ່ອງທ່ຽວໃຫມ່, ພ້ອມທັງດຶງດູດ ເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມແລະສຳຜັດດ້ວຍຕົນເອງ. ແຂວງໄຊຍະບູລີແລະພະແນກທ່ອງທ່ຽວແຂວງຈິ່ງໄດ້ ກຳນົດເອົາບໍລິເວນດັ່ງກ່າວນີ້ເປັນເຂດທ່ອງທ່ຽວແບບອະນຸຮັກໃຫ້ປະຊາຊົນມີສ່ວນຮ່ວມໂດຍໄດ້ຈັດພິທີເປີດເປັນແຫລ່ງທ່ອງທ່ຽວເພື່ອຕ້ອນຮັບປີທ່ອງທ່ຽວລາວໃນວັນທີ 27 ມັງກອນ2012 ນີ້ເພື່ອກຽມພ້ອມແລະຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ. ທ່ານສັງວຽນແສງກັນນາລີຫົວຫນ້າພະແນກທ່ອງທ່ຽວແຂວງໄຊຍະບູລີໄດ້ໃຫ້ຮູ້ວ່າ: ສຳລັບການສ້າງຄວາມພ້ອມໃຫ້ແກ່ການທ່ອງທ່ຽວທຳມະຊາດພັນຖ້ຳນ້ຳທັ່ງຢູ່ເຂດ ບ້ານແກ້ວ-ນາທັ່ງແມ່ນໄດ້ເລີ່ມມາແຕ່ປີ 2009 ມາຮອດປະຈຸບັນສາມາດຮອງຮັບນັກທ່ອງທ່ຽວໄດ້ໂດຍພື້ນຖານເປັນຕົ້ນແມ່ນໄດ້ຈັດຕັ້ງກຸ່ມບໍລິການຕ່າງໆຂຶ້ນເຊັ່ນ: ມີກຸ່ມນຳ ທ່ຽວ, ກຸ່ມພັກແຮມ, ປຸງແຕ່ງອາຫານ, ກຸ່ມຂົນສົ່ງນອກຈາກນັ້ນກໍ່ໄດ້ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວເປັນຕົ້ນແມ່ນ: ຫ້ອງນ້ຳ, ຂັ້ນໄດຂຶ້ນຖ້ຳ, ທາງເຂົ້າຫາ ແຕ່ລະຖ້ຳແລະທີ່ພັກຕ້ອນຮັບການພັກແຮມຂອງນັກທ່ອງທ່ຽວດັ່ງນັ້ນຫາກທ່ານໃດທີ່ມີໂອກາດໄປພັກຜ່ອນແລະທ່ຽວຊົມແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງບໍ່ພຽງແຕ່ຈະໄດ້ ເຫັນຄວາມສວຍງາມທີ່ເປັນສິ່ງລີ້ລັບຢູ່ພາຍໃນຂອງແຕ່ລະຖ້ຳເທົ່ານັ້ນ, ທ່ານຍັງຈະໄດ້ຮູ້ຈັກກັບປະຫວັດ, ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຢູ່ເຂດບ້ານແກ້ວນາທັ່ງ ທີ່ຖືກເລົ່າລືກັນວ່າເປັນບ້ານລັບແລຫລືຊາວບ້ານເອີ້ນກັນວ່າບ້ານຜີບັງບົດໃນເມື່ອກ່ອນ. ສຳລັບການເດີນທາງເຂົ້າສູ່ແຫລ່ງທ່ອງທ່ຽວດັ່ງກ່າວນີ້ສາມາດເດີນທາງດ້ວຍ2 ເສັ້ນທາງຄື: ທາງລົດທ່ານຈະໄດ້ຊົມທຳມະຊາດອັນຊຸ່ມເຢັນ, ຜ່ານປ່າໃຫຍ່ດົງຫນາ, ສ່ວນທາງ ນ້ຳທ່ານຈະໄດ້ຂີ່ເຮືອຜ່ານແມ່ນ້ຳຮຸ່ງ, ນ້ຳຂອງແລະນ້ຳປຸຍກັບການຊົມທິວທັດທຳມະຊາດອັນອຸດົມສົມບູນຂອງພູຜາປ່າໄມ້ຢູ່ສອງຝັ່ງຂອງແມ່ນ້ຳຕື່ມອີກ. ທ່ານຫົວຫນ້າພະແນກທ່ອງທ່ຽວແຂວງໄຊຍະບູລີຍັງໄດ້ໃຫ້ຮູ້ຕື່ມວ່າ: ປີທ່ອງທ່ຽວລາວ 2012 ຢູ່ແຂວງໄຊຍະບູລີຍັງມີອີກຫລາຍແຫລ່ງທ່ອງທ່ຽວທາງທຳມະຊາດ, ປະ ຫວັດສາດ, ວັດທະນະທຳພ້ອມກັບຫລາກຫລາຍກິດຈະກຳເຊັ່ນ: ການຈັດງານມະຫະກຳບຸນຊ້າງເຊິ່ງແມ່ນປາງບຸນໃຫຍ່ຂອງແຂວງໄຊຍະບູລີທີ່ໄດ້ຈັດຂຶ້ນພາຍໃນເດືອນກຸມ ພາ, ງານບຸນປະເພນີ, ວິຖີການດຳລົງຊີວິດຂອງເຜົ່າຢູ່ແຕ່ລະເມືອງ, ແຕ່ລະເຂດພາຍໃນແຂວງຕື່ມອີກເຊິ່ງຄາດວ່າຈະມີນັກທ່ອງທ່ຽວຊົມແຂວງໄຊຍະບູລີຫລາຍກວ່າ1 ແສນ5 ຫມື່ນຄົນ. ເວົ້າໄດ້ວ່າການທ່ອງທ່ຽວບໍ່ວ່າຈະເປັນການທ່ອງທ່ຽວກັບທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳບໍ່ອາດທີ່ຈະເຮັດໃຫ້ທ່ານຜິດຫວັງ, ດັ່ງປີທ່ອງທ່ຽວລາວປີນີ້ກໍ່ມີ ແຫລ່ງທ່ອງທ່ຽວຢູ່ຫລາຍເຂດແຂວງທີ່ທ່ານສາມາດເລືອກໄປທ່ຽວຊົມໄດ້. ສຳລັບແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງຢູ່ແຂວງໄຊຍະບູລີທີ່ວ່ານີ້ກໍ່ຄື ຫນຶ່ງແຫລ່ງທ່ອງທ່ຽວທີ່ຄອຍ ໃຫ້ຄວາມສຸກໃຈແກ່ຜູ້ຈະໄປທ່ຽວຊົມຢ່າງຄຸ້ມຄ່າຫມາຍຄວາມວ່າໄປມື້ດຽວໄດ້ທ່ຽວຫລາຍຖ້ຳນຳຄວາມສຸກມອບໃຫ້ ທ່ານໄດ້ຢ່າງແນ່ນອນ.
ເມືອງລັບແລ ແປວ່າ ເມືອງບັງບົດ
- ລັບ = ແປວ່າ ທີ່ລັບ, ທີ່ບັງ, ທີ່ປິດ, ອາດຈະແປວ່າຊອກຫຼີກຄົນທົ່ວໄປໄປບໍ່ເຖິງ ຫຼືໄປບໍ່ຮອດ
- ແລ = ແປວ່າ ເບິ່ງ, ມອງ, ຈ້ອງ, ສ່ອງ,
= ຈະແປວ່າ ເມືອງມອງບໍ່ເຫັນ.
ຄຳວ່າເມືອງລັບແລ ເປັນພາສາລາວເດີມໆໆໆ ແຕ່ປັດຈຸບັນ ກາຍເປັນສຳນວນພາສາທາງການ ໃນພາສາໄທຍ໌, ຫາກຈະເວົ້າຕາມສຳນວນພາສາ ທາງການລາວ ຫຼືພາສາວັດທະນະທຳລາວ ກໍຄື "ເມືອງບັງບົດ"
- ຄວາມໝາຍຂອງເມືອງລັບແລກໍດີ ເມືອງບັງບົດກໍດີ ນີ້, ເປັນທີ່ຢູ່ຂອງມະນຸດ ຜູ້ນັບຖືພຸດທະສາສນາ ແລະຖືສິນຫ້າບໍລິສຸດ ຕາມຄວາມເຊື່ອຂອງຄົນລາວ ບູຮານ ວ່າຄົນພວກນີ້ມີຊີວິດຄວາມເປັນຢູ່ແບບມະ ນຸດ ທີ່ມີການສ້າງສາພັດທະນາວັດທະນະທຳປະເພນີ ແບບມະນຸດ ແຕ່ວ່າມະນຸດສາມັນຢ່າງພວກເຮົາ ບໍ່ສາມາດເຫັນເຂົາ, ພວກທີ່ເຫັນເຂົາມີແຕ່ພຣະ ກັມມັດຖານເທົ່ານັ້ນ ຫາກບຸກຄົນທັມມະດາແລ້ວ ມີນ້ອຍຄົນຈະເຫັນເຂົາ ເວັ້ນແຕ່ຜູ້ມີວິໄສທີ່ຈະເຫັນ ຄືເປັນຜູ້ບໍລິສຸດມາໂດຍກຳເນີດ.
- ໃນຄວາມເຊື່ອແບບບູຮານນັ້ນ ນອກຈາກເຂົາ ເຊື່ອວ່າ ມະນຸດພວກນີ້ເປັນມະນຸດຜູ້ບໍລິສຸດແລ້ວ ຍັງມີການກ່າວເຖິງວ່າມະນຸດພວກນີ້ເປັນເທບ, ບາງຄັ້ງກໍເຊື່ອວ່າພວກນີ້ເປັນຜີ ຈຶ່ງມີການຮຽກຊື່ມະ ນຸດພວກນີ້ວ່າ "ຜີບັງບົດ".
- ຜີບັງບົດນັ້ນ ມີການກ່າວເຖິງວ່າພວກນີ້ ຈະມີວັດ ມີບ້ານ ມີເຮືອນ ມີຄອບຄົວ ມີສິ່ງປຸກສ້າງຕ່າງໆ ນານາເໝືອນຄົນທຳມະດາ ກ່ອນປົດປ່ອຍ ແລະຫຼັງປົດປ່ອຍ ມີການກ່າວວ່າ ມີຫຼາຍຄົນໄດ້ເຫັນປາກົດການນີ້ ເຊັ່ນທີ່ເມືອງບາຈຽງ ຈະເລີນສຸກ ມີລົດໂດຍສານຖືກຈ້າງໄປໃຫ້ຂົນເຄື່ອງ ກໍ່ສ້າງຈາກຕົວເມືອງປາກເຊໄປຍັງ ຈີນພູບາຈຽງ ບາດຂົນຂອງລົງ ແລະຈ່າຍເງິນແລ້ວ ຄົນນັ້ນກໍມະຫັບ ມະຫາຍໄປປັດຈຸບັນທັນດ່ວນ ເງິນຄ່າລົດ ທີ່ໄດ້ກັບກາຍເປັນແຜ່ນຄຳ.
- ທີ່ແຂວງຈຳປາສັກ ມີຫຼາຍແຫ່ງທີ່ກ່າວເຖິງຜີບັງບົດ ເທົ່າທີ່ມີການເລົ່າ ກໍພູປົ່ງ ແລະແຖວເມືອງປະທຸມ ພອນ ວ່າພົບເມືອງບັງບົດສະເໝີ, ທີ່ເມືອງໂຂງ ມີພານຊາວດອນ ໄປລ່າເນື້ອທີ່ພູສາລະແພ ຄອນແຮ່ (ປັດຈຸບັນທາງຂະເໝນ ໄດ້ພັດທະນາໃຫ້ເປັນທີ່ທ່ອງ ທ່ຽວ ໃນບາງເຂດ ແຕ່ຍັງບໍ່ກ້າເຂົ້າໄປພູນັ້ນ ເພາະຍັງ ມີຄວາມເກງກົວໃນດ້ານຄວາມເຊື່ອຢູ່ ສະນັ້ນປ່າໄມ້ໃນແຖບນີ້ ຈຶ່ງອຸດົມສົມບູນແລະຕືບໜາຢູ່ ຜູ້ຂຽນໄປເບິ່ງແລ້ວ ໃນປີ ໒໐໑໐ ທີ່ນີ້ມັກຈະເປັນທີ່ສະແຫວງຂອງພຣະນັກວິປັດສະນາ ກັມມັດຖານ ມີຄວາມຊ່າລື ເລື່ອງຖຳ້ແກ້ວມໍຣະກົດ ແລະອື່ນໆ ປີ ໒໐໑໒ ທີ່ຖ້ຳພູສາຣະແພຄອນແຮ່ ມີການລາຍງານຈາກຫົວໜ້າກອງບັນຊາການ ຕຳຫຼວດຊາຍແດນຂະເໝນ ວ່າມີພຣະລາວຈາກທາງເໜືອໄປຈຳພັນສາ ແລະປະຕິບັດທັມທີ່ນັ້ນ ຜູ້ຂຽນໄປໄດ້ແຕ່ທາງເຂົ້າ ເຊິ່ງຊາວບ້ານເອົາຜ້າສີເຫຼືອງໝາຍໄວ້ ເທົ່ານັ້ນ ເຂົ້າໄປເລິກປະມານ ໕ ກິໂລແມັດຈຶ່ງໄປບໍ່ເຖິງ ໄດ້ເອົາລົດໄປ ເບິ່ງແຕ່ລີ່ຜີ ຝັ່ງຂະເໝນເທົ່ານັ້ນ)
- ພູສາລະແພຄອນແຫ່ ຊາວລາວທາງສີພັນດອນວ່າ ເປັນທີ່ຢູ່ຂອງບັງບົດ "ພູສາລະແພຄອນແຫ່ຢູ່ ຈຸດໄດ້=ງ່າຍໆຫາກທ່ານ ໄປຮອດລີສອດຄອນພຣະ ເພງ ຈະຫຼຽວເຫັນພູ ຢູ່ຝັ່ງຂະເໝນ ຊ້າຍສວາຍໄປ ທາງໃຕ້ຈັກໜ່ອຍນັ້ນ ແລ້ວພູສາລະແພ, ຫຼືທ່ານໄປ ຮອດນາກະສັງ ກໍຈະຫຼຽວເຫັນ, ໄປຮອດຄອນ ພຣະເພງ ຫຼຽວເຫັນຈັກໜ່ອຍ ເພາະດອນພຣະ ເພງຈະບັງ, ຫາກໄປຮອດເວີນ ຄາມ ຫຼືລົງເຮືອໄປເບິ່ງປາຂ່າ ຫຼຽວເຫັນພູນັ້ນແລ້ວ ຄືພູສາລະແພ ປັດຈຸບັນທ່ານສາມາດໄປທີ່ນັ້ນໄດ້ ໔ ທາງ ຄື ໑. ລົງເຮືອນາກະສັງ ໄປດອນຄອນ ແລ້ວລຸຍນໍ້າຕາມໂຂດຫີນ ຂ້າມໄປຝັ່ງຂະເໝນ (ລາວບໍ່ໄປ ມີແຕ່ພວກຊາວຕ່າງປະເທດໄປ ເພາະເຂົາມັກຜະຈົນໄພ), ໒. ໄປທາງເວີນຄາມລົງ ເຮືອຂ້າມຂອງໄປຂຶ້ນທ່າປາເອີນ ຝັ່ງຂະເໝນ ຂີ່ລົດໄປຕາມສາຍທາງ, ໓. ເອົາລົດຂ້າມໄປເມືອງໂຂງ ຮອດເມືອງແສນ ແລ້ວກໍຂ້າມໄປຂະເໝົາ ທ່າເປືອຍແລ້ວ ຈຶ່ງຂີ່ລົດໄປ, ທີ່ນັ້ນ)
- ເວົ້າເລື່ອງບັງບົດນັ້ນ ມີພານຄົນໜຶ່ງໄດ້ເຄີຍຫຼົງທາງ ໄປຍັງເມືອງບັງບົດທີ່ນັ້ນ ກັບບໍ່ໄດ້ ກໍໄດ້ໄປຢູ່ນຳ ເຮືອນຄົນບັງບົດ ຢູ່ໄດ້ຫຼາຍປີຈົນໄດ້ລູກ ໑ ຄົນ, ວັນນັ້ນ ເມັຍບັງບົດໄປນາ ປະໃຫ້ຜົວເບິ່ງແຍງລູກ ບັງເອີນວັນນັ້ນລູກຮ້ອງໃຫ້ບໍ່ເຊົາ ພໍ່ກະອອຍໆຕ່າງໆ ນານາ ລູກກະບໍ່ເຊົາ ຄວາມອອຍລູກຂອງພໍ່ ຄື ເອີໆໆໆ ແມວຊິຂົບ, ເຊົາໆໆລູກເຊົາແມ່ຂອງລູກ ມາແລ້ວ ເລົ່ານີ້ເປັນຕົ້ນ, ຕົກຕອນແລງກັບມາ ເມັຍຂອງນາຍພານຄົນນັ້ນ ໄດ້ບອກຜົວວ່າ "ພໍ່ເອີຍ ເຮົາຢູ່ນຳກັນບໍໄດ້ແລ້ວ ເພາະເຈົ້າໄດ້ຜິດສິນ ຂໍ້ມຸສາແລ້ວ ມື້ອື່ນໃຫ້ພໍ່ກັບເມືອບ້ານ ເມືອເມືອງເຈົ້າ ສາ".
- ເວົ້າແລ້ວ ມື້ອື່ນເຊົ້າເມັຍກໍໄດ້ສົ່ງຜົວກັບກັບ ໂດຍ ສົ່ງຜົວໄປຕາມທາງ ເມື່ອຮອດເຄິ່ງໜຶ່ງຂອງທາງ ເມັຍກໍໄດ້ເອົາຫໍ່ອັນໜຶ່ງໃຫ້ຜົວ ຜົວເຫັນແລ້ວວ່າເປັນຄັ່ງ ເມັຍບອກວ່ານີ້ໃຫ້ເອົາເມືອ ສ່ວນຢູ່ໃນດິນນັ້ນ ເມັຍບອກວ່າໃຫ້ເອົາຂີ້ໝິ້ນເມືອນຳ ຜົວບໍ່ຊາຄວາມເມັຍກໍເອົາເມືອ ເມື່ອຢ່າງຫວິດເມັຍ ຄາວໜຶ່ງ ງວາກມາທາງຫຼັງບໍ່ເຫັນເມັຍແລ້ວ ກໍງວາກໄປທາງໜ້າ ຈຶ່ງເຫັນປາຊາດ ປ່າຕະແບງ ແລະເຫັນຫົນທາງທີ່ຕົນເຄີນມາລ່າເນື້ອ ກໍກັບບ້ານ ຕາມທາງທີ່ເຄີຍທຽວ ເມື່ອມາຮອດກາທາງສິ່ງທີ່ຖືມາ ນັ້ນແມ່ນຄັ່ງ ແລະຂີ້ໝິ້ນ ເພາະມັນໜັກ ແລະຂີ້ໝິ້ນ ຢູ່ບ້ານກະຫຼາຍແລ້ວ ຈຶ່ງໂຍນຖິ້ມລົງທາງ ສ່ວນຄັ່ງນັ້ນກໍເອົາຖິ້ມ ເອົາໄວ້ແຕ່ກ້ອນດຽວ ກັບຂີ້ໝິ້ນຫົວໜຶ່ງເອົາໄວ້ເຮັດແນວ ບາດເມືອຮອດ ບ້ານ ພີ່ນ້ອງຍາດມິດກໍມາຕ້ອນມາຮັບນຶກວ່າຕາຍ ແລ້ວ ເລົ່າເລື່ອງການຫາຍຕົວໄປໃຫ້ພີ່ນ້ອງຟັງ ບາງຄົນກໍບອກວ່າ ຈົນແຈກເຂົ້າຫາ ພານຄົນນັ້ນ ກໍນຶກຂຶ້ນໄດ້ວ່າ ຕອນເຂົາຢູ່ເມືອງບັງບົດ ມີຂອງເຕັມເຮືອນ ບອກວ່າຄົນຝາກມາໃຫ້ ກໍເກີດຄວາມສົງໄສ ວ່າອາດເປັນຜົນບຸນຂອງຍາດ ພີ່ນ້ອງແຈກທານໃຫ້, ເມື່ອເຂົາເປີດຖົງຂຶ້ນມາ ເຂົາກັບເຫັນຄັ່ງກາຍເປັນເພັດ ແລະເຫັນຂີ້ໝີ້ນກາຍເປັນຄຳ ເຂົານຶກເສັຍດາຍ ຈຶ່ງພາຍາດພີ່ນ້ອງກັບໄປນຳເອົາ ທີ່ບ່ອນເຂົາຖິ້ມຄັ່ງ ແລະຂີ້ໝິ້ນນັ້ນ ກັບເຫັນແຕ່ກ້ອນຂີ້ຖ່ານໄຟ"
- ທີ່ເລົ່າມານີ້ ທີ່ທ່ານຖາມເຖິງເລື່ອງ "ເມືອງບັງບົດ" ກໍຕອບໃຫ້ຟັງແລ້ວແລ.
ສາຍເຊລຳເພົາ wrote:Anonymous wrote:ແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງຫາກບໍ່ເວົ້າໃຫ້ຟັງຫລາຍຄົນກໍ່ຄົງອາດບໍ່ຮູ້ແລະກໍ່ບໍ່ໄດ້ໄປເຫັນຄວາມສວຍງາມຂອງບັນດາຖ້ຳຫລາຍໆແຫ່ງທີ່ລີ້ລັບຢູ່ກັບທຳມະຊາດ, ຢູ່ເຂດທີ່ຜູ້ຄົນໄດ້ກ່າວຂານແລະເລົ່າລືກັນໃນສະໄຫມກ່ອນວ່າເປັນເມືອງລັບແລ. ແຂວງໄຊຍະບູລີເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນ້ຳມີແຫລ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດແລະວັດທະນະທຳທີ່ຫລາກຫລາຍ, ຫນຶ່ງໃນນັ້ນກໍ່ມີ ແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງມີທີ່ຕັ້ງຢູ່ໃນເຂດບ້ານແກ້ວເມືອງໄຊຍະບູລີ, ແຂວງໄຊຍະບູລີຫ່າງຈາກເທດສະບານແຂວງໄປທາງທິດໃຕ້ປະມານ 40 ກວ່າກິໂລແມັດ ເຊິ່ງມີຫມູ່ ຖ້ຳໂຮມຢູ່ເຂດດຽວກັນພາຍໃຕ້ທຳມະຊາດຂອງປ່າໄມ້ແລະສາຍນ້ຳອັນໃສເຢັນທີ່ຜູ້ໃດໄດ້ພົບເຫັນແລ້ວບໍ່ມີວັນທີ່ຈະລືມແລະເອີບອີ່ມໃຈກັບທຳມະຊາດທີ່ສ້າງໄວ້ໃຫ້ກັບພວກ ເຮົາເຊັ່ນ: ຖ້ຳຜີໂອຍ, ຖ້ຳເຈຍຂິວ, ຖ້ຳຫລຸບ, ຖ້ຳລ້ອງແມນ, ຖ້ຳຜາແກ້ວ, ຖ້ຳນ້ຳລອດ ແລະ ຖ້ຳອື່ນໆອີກຫລາຍໆແຫ່ງທີ່ມີຄວາມແຕກຕ່າງກັນໄປ. ຍ້ອນຄວາມອຸດົມສົມບູນ ຂອງບັນດາຖ້ຳເຫລົ່ານັ້ນຈິ່ງໄດ້ກາຍເປັນທີ່ມາຂອງຄຳວ່າ: ພັນຖ້ຳນ້ຳທັ່ງທີ່ຄອຍຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ຽວຊົມ. ດັ່ງນັ້ນເພື່ອເປັນການພັດທະນາການທ່ອງທ່ຽວແບບ ຍືນຍົງແລະສ້າງເປັນຈຸດທ່ອງທ່ຽວໃຫມ່, ພ້ອມທັງດຶງດູດ ເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມແລະສຳຜັດດ້ວຍຕົນເອງ. ແຂວງໄຊຍະບູລີແລະພະແນກທ່ອງທ່ຽວແຂວງຈິ່ງໄດ້ ກຳນົດເອົາບໍລິເວນດັ່ງກ່າວນີ້ເປັນເຂດທ່ອງທ່ຽວແບບອະນຸຮັກໃຫ້ປະຊາຊົນມີສ່ວນຮ່ວມໂດຍໄດ້ຈັດພິທີເປີດເປັນແຫລ່ງທ່ອງທ່ຽວເພື່ອຕ້ອນຮັບປີທ່ອງທ່ຽວລາວໃນວັນທີ 27 ມັງກອນ2012 ນີ້ເພື່ອກຽມພ້ອມແລະຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ. ທ່ານສັງວຽນແສງກັນນາລີຫົວຫນ້າພະແນກທ່ອງທ່ຽວແຂວງໄຊຍະບູລີໄດ້ໃຫ້ຮູ້ວ່າ: ສຳລັບການສ້າງຄວາມພ້ອມໃຫ້ແກ່ການທ່ອງທ່ຽວທຳມະຊາດພັນຖ້ຳນ້ຳທັ່ງຢູ່ເຂດ ບ້ານແກ້ວ-ນາທັ່ງແມ່ນໄດ້ເລີ່ມມາແຕ່ປີ 2009 ມາຮອດປະຈຸບັນສາມາດຮອງຮັບນັກທ່ອງທ່ຽວໄດ້ໂດຍພື້ນຖານເປັນຕົ້ນແມ່ນໄດ້ຈັດຕັ້ງກຸ່ມບໍລິການຕ່າງໆຂຶ້ນເຊັ່ນ: ມີກຸ່ມນຳ ທ່ຽວ, ກຸ່ມພັກແຮມ, ປຸງແຕ່ງອາຫານ, ກຸ່ມຂົນສົ່ງນອກຈາກນັ້ນກໍ່ໄດ້ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວເປັນຕົ້ນແມ່ນ: ຫ້ອງນ້ຳ, ຂັ້ນໄດຂຶ້ນຖ້ຳ, ທາງເຂົ້າຫາ ແຕ່ລະຖ້ຳແລະທີ່ພັກຕ້ອນຮັບການພັກແຮມຂອງນັກທ່ອງທ່ຽວດັ່ງນັ້ນຫາກທ່ານໃດທີ່ມີໂອກາດໄປພັກຜ່ອນແລະທ່ຽວຊົມແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງບໍ່ພຽງແຕ່ຈະໄດ້ ເຫັນຄວາມສວຍງາມທີ່ເປັນສິ່ງລີ້ລັບຢູ່ພາຍໃນຂອງແຕ່ລະຖ້ຳເທົ່ານັ້ນ, ທ່ານຍັງຈະໄດ້ຮູ້ຈັກກັບປະຫວັດ, ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຢູ່ເຂດບ້ານແກ້ວນາທັ່ງ ທີ່ຖືກເລົ່າລືກັນວ່າເປັນບ້ານລັບແລຫລືຊາວບ້ານເອີ້ນກັນວ່າບ້ານຜີບັງບົດໃນເມື່ອກ່ອນ. ສຳລັບການເດີນທາງເຂົ້າສູ່ແຫລ່ງທ່ອງທ່ຽວດັ່ງກ່າວນີ້ສາມາດເດີນທາງດ້ວຍ2 ເສັ້ນທາງຄື: ທາງລົດທ່ານຈະໄດ້ຊົມທຳມະຊາດອັນຊຸ່ມເຢັນ, ຜ່ານປ່າໃຫຍ່ດົງຫນາ, ສ່ວນທາງ ນ້ຳທ່ານຈະໄດ້ຂີ່ເຮືອຜ່ານແມ່ນ້ຳຮຸ່ງ, ນ້ຳຂອງແລະນ້ຳປຸຍກັບການຊົມທິວທັດທຳມະຊາດອັນອຸດົມສົມບູນຂອງພູຜາປ່າໄມ້ຢູ່ສອງຝັ່ງຂອງແມ່ນ້ຳຕື່ມອີກ. ທ່ານຫົວຫນ້າພະແນກທ່ອງທ່ຽວແຂວງໄຊຍະບູລີຍັງໄດ້ໃຫ້ຮູ້ຕື່ມວ່າ: ປີທ່ອງທ່ຽວລາວ 2012 ຢູ່ແຂວງໄຊຍະບູລີຍັງມີອີກຫລາຍແຫລ່ງທ່ອງທ່ຽວທາງທຳມະຊາດ, ປະ ຫວັດສາດ, ວັດທະນະທຳພ້ອມກັບຫລາກຫລາຍກິດຈະກຳເຊັ່ນ: ການຈັດງານມະຫະກຳບຸນຊ້າງເຊິ່ງແມ່ນປາງບຸນໃຫຍ່ຂອງແຂວງໄຊຍະບູລີທີ່ໄດ້ຈັດຂຶ້ນພາຍໃນເດືອນກຸມ ພາ, ງານບຸນປະເພນີ, ວິຖີການດຳລົງຊີວິດຂອງເຜົ່າຢູ່ແຕ່ລະເມືອງ, ແຕ່ລະເຂດພາຍໃນແຂວງຕື່ມອີກເຊິ່ງຄາດວ່າຈະມີນັກທ່ອງທ່ຽວຊົມແຂວງໄຊຍະບູລີຫລາຍກວ່າ1 ແສນ5 ຫມື່ນຄົນ. ເວົ້າໄດ້ວ່າການທ່ອງທ່ຽວບໍ່ວ່າຈະເປັນການທ່ອງທ່ຽວກັບທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳບໍ່ອາດທີ່ຈະເຮັດໃຫ້ທ່ານຜິດຫວັງ, ດັ່ງປີທ່ອງທ່ຽວລາວປີນີ້ກໍ່ມີ ແຫລ່ງທ່ອງທ່ຽວຢູ່ຫລາຍເຂດແຂວງທີ່ທ່ານສາມາດເລືອກໄປທ່ຽວຊົມໄດ້. ສຳລັບແຫລ່ງທ່ອງທ່ຽວພັນຖ້ຳນ້ຳທັ່ງຢູ່ແຂວງໄຊຍະບູລີທີ່ວ່ານີ້ກໍ່ຄື ຫນຶ່ງແຫລ່ງທ່ອງທ່ຽວທີ່ຄອຍ ໃຫ້ຄວາມສຸກໃຈແກ່ຜູ້ຈະໄປທ່ຽວຊົມຢ່າງຄຸ້ມຄ່າຫມາຍຄວາມວ່າໄປມື້ດຽວໄດ້ທ່ຽວຫລາຍຖ້ຳນຳຄວາມສຸກມອບໃຫ້ ທ່ານໄດ້ຢ່າງແນ່ນອນ. ເມືອງລັບແລ ແປວ່າ ເມືອງບັງບົດ- ລັບ = ແປວ່າ ທີ່ລັບ, ທີ່ບັງ, ທີ່ປິດ, ອາດຈະແປວ່າຊອກຫຼີກຄົນທົ່ວໄປໄປບໍ່ເຖິງ ຫຼືໄປບໍ່ຮອດ- ແລ = ແປວ່າ ເບິ່ງ, ມອງ, ຈ້ອງ, ສ່ອງ, = ຈະແປວ່າ ເມືອງມອງບໍ່ເຫັນ.ຄຳວ່າເມືອງລັບແລ ເປັນພາສາລາວເດີມໆໆໆ ແຕ່ປັດຈຸບັນ ກາຍເປັນສຳນວນພາສາທາງການ ໃນພາສາໄທຍ໌, ຫາກຈະເວົ້າຕາມສຳນວນພາສາ ທາງການລາວ ຫຼືພາສາວັດທະນະທຳລາວ ກໍຄື "ເມືອງບັງບົດ" - ຄວາມໝາຍຂອງເມືອງລັບແລກໍດີ ເມືອງບັງບົດກໍດີ ນີ້, ເປັນທີ່ຢູ່ຂອງມະນຸດ ຜູ້ນັບຖືພຸດທະສາສນາ ແລະຖືສິນຫ້າບໍລິສຸດ ຕາມຄວາມເຊື່ອຂອງຄົນລາວ ບູຮານ ວ່າຄົນພວກນີ້ມີຊີວິດຄວາມເປັນຢູ່ແບບມະ ນຸດ ທີ່ມີການສ້າງສາພັດທະນາວັດທະນະທຳປະເພນີ ແບບມະນຸດ ແຕ່ວ່າມະນຸດສາມັນຢ່າງພວກເຮົາ ບໍ່ສາມາດເຫັນເຂົາ, ພວກທີ່ເຫັນເຂົາມີແຕ່ພຣະ ກັມມັດຖານເທົ່ານັ້ນ ຫາກບຸກຄົນທັມມະດາແລ້ວ ມີນ້ອຍຄົນຈະເຫັນເຂົາ ເວັ້ນແຕ່ຜູ້ມີວິໄສທີ່ຈະເຫັນ ຄືເປັນຜູ້ບໍລິສຸດມາໂດຍກຳເນີດ.- ໃນຄວາມເຊື່ອແບບບູຮານນັ້ນ ນອກຈາກເຂົາ ເຊື່ອວ່າ ມະນຸດພວກນີ້ເປັນມະນຸດຜູ້ບໍລິສຸດແລ້ວ ຍັງມີການກ່າວເຖິງວ່າມະນຸດພວກນີ້ເປັນເທບ, ບາງຄັ້ງກໍເຊື່ອວ່າພວກນີ້ເປັນຜີ ຈຶ່ງມີການຮຽກຊື່ມະ ນຸດພວກນີ້ວ່າ "ຜີບັງບົດ".- ຜີບັງບົດນັ້ນ ມີການກ່າວເຖິງວ່າພວກນີ້ ຈະມີວັດ ມີບ້ານ ມີເຮືອນ ມີຄອບຄົວ ມີສິ່ງປຸກສ້າງຕ່າງໆ ນານາເໝືອນຄົນທຳມະດາ ກ່ອນປົດປ່ອຍ ແລະຫຼັງປົດປ່ອຍ ມີການກ່າວວ່າ ມີຫຼາຍຄົນໄດ້ເຫັນປາກົດການນີ້ ເຊັ່ນທີ່ເມືອງບາຈຽງ ຈະເລີນສຸກ ມີລົດໂດຍສານຖືກຈ້າງໄປໃຫ້ຂົນເຄື່ອງ ກໍ່ສ້າງຈາກຕົວເມືອງປາກເຊໄປຍັງ ຈີນພູບາຈຽງ ບາດຂົນຂອງລົງ ແລະຈ່າຍເງິນແລ້ວ ຄົນນັ້ນກໍມະຫັບ ມະຫາຍໄປປັດຈຸບັນທັນດ່ວນ ເງິນຄ່າລົດ ທີ່ໄດ້ກັບກາຍເປັນແຜ່ນຄຳ.- ທີ່ແຂວງຈຳປາສັກ ມີຫຼາຍແຫ່ງທີ່ກ່າວເຖິງຜີບັງບົດ ເທົ່າທີ່ມີການເລົ່າ ກໍພູປົ່ງ ແລະແຖວເມືອງປະທຸມ ພອນ ວ່າພົບເມືອງບັງບົດສະເໝີ, ທີ່ເມືອງໂຂງ ມີພານຊາວດອນ ໄປລ່າເນື້ອທີ່ພູສາລະແພ ຄອນແຮ່ (ປັດຈຸບັນທາງຂະເໝນ ໄດ້ພັດທະນາໃຫ້ເປັນທີ່ທ່ອງ ທ່ຽວ ໃນບາງເຂດ ແຕ່ຍັງບໍ່ກ້າເຂົ້າໄປພູນັ້ນ ເພາະຍັງ ມີຄວາມເກງກົວໃນດ້ານຄວາມເຊື່ອຢູ່ ສະນັ້ນປ່າໄມ້ໃນແຖບນີ້ ຈຶ່ງອຸດົມສົມບູນແລະຕືບໜາຢູ່ ຜູ້ຂຽນໄປເບິ່ງແລ້ວ ໃນປີ ໒໐໑໐ ທີ່ນີ້ມັກຈະເປັນທີ່ສະແຫວງຂອງພຣະນັກວິປັດສະນາ ກັມມັດຖານ ມີຄວາມຊ່າລື ເລື່ອງຖຳ້ແກ້ວມໍຣະກົດ ແລະອື່ນໆ ປີ ໒໐໑໒ ທີ່ຖ້ຳພູສາຣະແພຄອນແຮ່ ມີການລາຍງານຈາກຫົວໜ້າກອງບັນຊາການ ຕຳຫຼວດຊາຍແດນຂະເໝນ ວ່າມີພຣະລາວຈາກທາງເໜືອໄປຈຳພັນສາ ແລະປະຕິບັດທັມທີ່ນັ້ນ ຜູ້ຂຽນໄປໄດ້ແຕ່ທາງເຂົ້າ ເຊິ່ງຊາວບ້ານເອົາຜ້າສີເຫຼືອງໝາຍໄວ້ ເທົ່ານັ້ນ ເຂົ້າໄປເລິກປະມານ ໕ ກິໂລແມັດຈຶ່ງໄປບໍ່ເຖິງ ໄດ້ເອົາລົດໄປ ເບິ່ງແຕ່ລີ່ຜີ ຝັ່ງຂະເໝນເທົ່ານັ້ນ)- ພູສາລະແພຄອນແຫ່ ຊາວລາວທາງສີພັນດອນວ່າ ເປັນທີ່ຢູ່ຂອງບັງບົດ "ພູສາລະແພຄອນແຫ່ຢູ່ ຈຸດໄດ້=ງ່າຍໆຫາກທ່ານ ໄປຮອດລີສອດຄອນພຣະ ເພງ ຈະຫຼຽວເຫັນພູ ຢູ່ຝັ່ງຂະເໝນ ຊ້າຍສວາຍໄປ ທາງໃຕ້ຈັກໜ່ອຍນັ້ນ ແລ້ວພູສາລະແພ, ຫຼືທ່ານໄປ ຮອດນາກະສັງ ກໍຈະຫຼຽວເຫັນ, ໄປຮອດຄອນ ພຣະເພງ ຫຼຽວເຫັນຈັກໜ່ອຍ ເພາະດອນພຣະ ເພງຈະບັງ, ຫາກໄປຮອດເວີນ ຄາມ ຫຼືລົງເຮືອໄປເບິ່ງປາຂ່າ ຫຼຽວເຫັນພູນັ້ນແລ້ວ ຄືພູສາລະແພ ປັດຈຸບັນທ່ານສາມາດໄປທີ່ນັ້ນໄດ້ ໔ ທາງ ຄື ໑. ລົງເຮືອນາກະສັງ ໄປດອນຄອນ ແລ້ວລຸຍນໍ້າຕາມໂຂດຫີນ ຂ້າມໄປຝັ່ງຂະເໝນ (ລາວບໍ່ໄປ ມີແຕ່ພວກຊາວຕ່າງປະເທດໄປ ເພາະເຂົາມັກຜະຈົນໄພ), ໒. ໄປທາງເວີນຄາມລົງ ເຮືອຂ້າມຂອງໄປຂຶ້ນທ່າປາເອີນ ຝັ່ງຂະເໝນ ຂີ່ລົດໄປຕາມສາຍທາງ, ໓. ເອົາລົດຂ້າມໄປເມືອງໂຂງ ຮອດເມືອງແສນ ແລ້ວກໍຂ້າມໄປຂະເໝົາ ທ່າເປືອຍແລ້ວ ຈຶ່ງຂີ່ລົດໄປ, ທີ່ນັ້ນ)- ເວົ້າເລື່ອງບັງບົດນັ້ນ ມີພານຄົນໜຶ່ງໄດ້ເຄີຍຫຼົງທາງ ໄປຍັງເມືອງບັງບົດທີ່ນັ້ນ ກັບບໍ່ໄດ້ ກໍໄດ້ໄປຢູ່ນຳ ເຮືອນຄົນບັງບົດ ຢູ່ໄດ້ຫຼາຍປີຈົນໄດ້ລູກ ໑ ຄົນ, ວັນນັ້ນ ເມັຍບັງບົດໄປນາ ປະໃຫ້ຜົວເບິ່ງແຍງລູກ ບັງເອີນວັນນັ້ນລູກຮ້ອງໃຫ້ບໍ່ເຊົາ ພໍ່ກະອອຍໆຕ່າງໆ ນານາ ລູກກະບໍ່ເຊົາ ຄວາມອອຍລູກຂອງພໍ່ ຄື ເອີໆໆໆ ແມວຊິຂົບ, ເຊົາໆໆລູກເຊົາແມ່ຂອງລູກ ມາແລ້ວ ເລົ່ານີ້ເປັນຕົ້ນ, ຕົກຕອນແລງກັບມາ ເມັຍຂອງນາຍພານຄົນນັ້ນ ໄດ້ບອກຜົວວ່າ "ພໍ່ເອີຍ ເຮົາຢູ່ນຳກັນບໍໄດ້ແລ້ວ ເພາະເຈົ້າໄດ້ຜິດສິນ ຂໍ້ມຸສາແລ້ວ ມື້ອື່ນໃຫ້ພໍ່ກັບເມືອບ້ານ ເມືອເມືອງເຈົ້າ ສາ".- ເວົ້າແລ້ວ ມື້ອື່ນເຊົ້າເມັຍກໍໄດ້ສົ່ງຜົວກັບກັບ ໂດຍ ສົ່ງຜົວໄປຕາມທາງ ເມື່ອຮອດເຄິ່ງໜຶ່ງຂອງທາງ ເມັຍກໍໄດ້ເອົາຫໍ່ອັນໜຶ່ງໃຫ້ຜົວ ຜົວເຫັນແລ້ວວ່າເປັນຄັ່ງ ເມັຍບອກວ່ານີ້ໃຫ້ເອົາເມືອ ສ່ວນຢູ່ໃນດິນນັ້ນ ເມັຍບອກວ່າໃຫ້ເອົາຂີ້ໝິ້ນເມືອນຳ ຜົວບໍ່ຊາຄວາມເມັຍກໍເອົາເມືອ ເມື່ອຢ່າງຫວິດເມັຍ ຄາວໜຶ່ງ ງວາກມາທາງຫຼັງບໍ່ເຫັນເມັຍແລ້ວ ກໍງວາກໄປທາງໜ້າ ຈຶ່ງເຫັນປາຊາດ ປ່າຕະແບງ ແລະເຫັນຫົນທາງທີ່ຕົນເຄີນມາລ່າເນື້ອ ກໍກັບບ້ານ ຕາມທາງທີ່ເຄີຍທຽວ ເມື່ອມາຮອດກາທາງສິ່ງທີ່ຖືມາ ນັ້ນແມ່ນຄັ່ງ ແລະຂີ້ໝິ້ນ ເພາະມັນໜັກ ແລະຂີ້ໝິ້ນ ຢູ່ບ້ານກະຫຼາຍແລ້ວ ຈຶ່ງໂຍນຖິ້ມລົງທາງ ສ່ວນຄັ່ງນັ້ນກໍເອົາຖິ້ມ ເອົາໄວ້ແຕ່ກ້ອນດຽວ ກັບຂີ້ໝິ້ນຫົວໜຶ່ງເອົາໄວ້ເຮັດແນວ ບາດເມືອຮອດ ບ້ານ ພີ່ນ້ອງຍາດມິດກໍມາຕ້ອນມາຮັບນຶກວ່າຕາຍ ແລ້ວ ເລົ່າເລື່ອງການຫາຍຕົວໄປໃຫ້ພີ່ນ້ອງຟັງ ບາງຄົນກໍບອກວ່າ ຈົນແຈກເຂົ້າຫາ ພານຄົນນັ້ນ ກໍນຶກຂຶ້ນໄດ້ວ່າ ຕອນເຂົາຢູ່ເມືອງບັງບົດ ມີຂອງເຕັມເຮືອນ ບອກວ່າຄົນຝາກມາໃຫ້ ກໍເກີດຄວາມສົງໄສ ວ່າອາດເປັນຜົນບຸນຂອງຍາດ ພີ່ນ້ອງແຈກທານໃຫ້, ເມື່ອເຂົາເປີດຖົງຂຶ້ນມາ ເຂົາກັບເຫັນຄັ່ງກາຍເປັນເພັດ ແລະເຫັນຂີ້ໝີ້ນກາຍເປັນຄຳ ເຂົານຶກເສັຍດາຍ ຈຶ່ງພາຍາດພີ່ນ້ອງກັບໄປນຳເອົາ ທີ່ບ່ອນເຂົາຖິ້ມຄັ່ງ ແລະຂີ້ໝິ້ນນັ້ນ ກັບເຫັນແຕ່ກ້ອນຂີ້ຖ່ານໄຟ"- ທີ່ເລົ່າມານີ້ ທີ່ທ່ານຖາມເຖິງເລື່ອງ "ເມືອງບັງບົດ" ກໍຕອບໃຫ້ຟັງແລ້ວແລ.
sooo wonderful stories.. thank you verymuch!