ຂ້າພະເຈົ້າສັງເກດເຫັນເນື້ອເລື່ອງຂອງຮູບເງົາລາຍທີ່ອອກສາຍສູ່ສາຍຕາສັງຄົມທຸກຄັ້ງເນື້ອ
ເລື່ອງບໍ່ເຄີຍມີການປັບປຸງ ແລະ ປ່ຽນແປງຍາມໃດກໍ່ແມ່ນແບບເດີມເຊັ່ນວ່າ: ຮູບເງົາສະທ້ອນສັງຄົມພະເອກ,ນາງເອກມີຖານະຮັ່ງມີ, ພະເອກທຸກ, ຫລື່ບໍ່ກໍ່ແມ່ນ
ຫລອກຄົນໄປຂາຍຕົວຢູ່ຕ່າງປະເທດ, ສະຫລຸບແລ້ວມັນບໍ່ມີຫຍັງປ່ຽນແປງ, ແຕ່ມີບາງເລື່ອງກໍ່ໄຄຂື້ນແດ່ແລ້ວ ແລະ ສາມາດຕີຕະຫລາດທາງພາຍໃນ ແລະ ຕ່າງປະເທດ, ຂ້າພະເຈົ້າກໍ່ຫວັງວ່າຮູບເງົາລາວຈະສາມາດພັດທະນາທຽບທັນສາກົນ
ສ່ວນຫລາຍ ຢາກເປັນລັກຊະນະແບບ ເລື່ອງສາລະຄະດີຫລາຍກ່ວາ
ການສະແດງຍັງບໍ່ເປັນທໍາມະຊາດ ການເວົ້າຄ້ານຄືເລົ່າບົດຮຽນ
ໄທເວົ້າທຸກຄັ້ງ ລາວເວົ້າທຸກເທື່ອ!ເວົ້າພາສາລາວໃຫ້ຖືກຕ້ອງແດ່!
ລັກສະນະ…..ບໍ່ແມ່ນລັກຊະນະ
ສຸພາບ……...ບໍ່ແມ່ນຊູພາບ
ກອງປະຊຸມເທື່ອທຳອິດ….ບໍ່ແມ່ນຄັ້ງແລກ
ແຮກໝານ….ບໍ່ແມ່ນແລກໝານ
ພະເອກ, ນາງເອກ…ໄທຍພາເວົ້າ
ຄວາມລາວຕ້ອງເອີ້ນວ່າ
ໂຕເອກໃນເລື້ອງ
ໂຕເອກຂີ້ຮັ່ງ…ໂຕເອກຂີ້ທຸກ
ສະແດງໃຫ້ຮູ້ວ່າ…ໃນສັງຄົມມີຊົນຊັ້ນ
ຜູ້ຮັ່ງ….ເປັນຊົນຊັ້ນຂູດຮີດ-ລອກໜັງ-ປອກລອກປະຊາຊົນ
ຜູ້ທຸກ…ເປັນຊົນຊັ້ນກຳມະຊີບ-ຮັບຈ້າງຂຸດນ້ຳສ້າງ-ແລ່ນຈ້ຳໂບ້…ຕຸ໋ກໆ
ເຮັດຮູບເງົາດີໆ ມັນຍາກເດພໍ່ອາວ ຊິເອົາຫຍັງໄປທຽບນຳປະເທດອື່ນເຂົາເຮັດ ແນວວ່າທຶນຮອນມັນຕ່າງກັນຈັກຊິສິບເທົ່າຮ້ອຍເທົ່າ ເຮັດແນວໃດຊິໄປທຽບກັນໄດ້