Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Lao E-corner ຊີ້ແຈງສາເຫດທີ່ສຳພາດເປັນພາສາ ໄທ
Anonymous

Date:
RE: Lao E-corner ຊີ້ແຈງສາເຫດທີ່ສຳພາດເປັນພາສາ ໄທ


ຄົນໄທຍທີ່ມາຖຽງຢູ່ໃນນີ້ ກ່ອນຈະດ່າຄົນລາວວ່າຫຍັງກະດີ ເບີ່ງຄືນໂຕເອງກ່ອນຕັ້ງແຕ່ສະໃໝດຶກດຳບັນຈົນຮອດປະຈຸບັນແລ້ວຈື່ງເວົ້າໃຫ້ລາວ

1.​ຜູ້ໃດທີ່ມັນມາເຜົາວັດວາເຜົາວຽງຈັນຈົນໃໝ້7ມື້7ຄືນ---------ສະຫຍາມ

2. ຜູ້ໃດທີ່ໃຫ້ທະຫານອາເມລິກາມາຕັ້ງຖານທັບຂ້າຄົນລາວ,ຫວຽດ,ກຳປູເຈ້ຍ--------ສະຫຍາມ

3. ຜູ້ໃດທີ່ມັນດູຖູກເຊື້ອຊາດ ວັດທະນາທຳຂອງລາວ,ແທນຄຳວ່າລາວວ່າ ຂີ້ຮ້າຍແລະຕໍ່າຕ້ອຍ -------ໄທຍ

4. ຜູ້ໃດມັນໄປລັກຈົດລິຂະສິດລາບ,ຕຳໝາກຫຸ່ງ,ແກງນໍ່ໄມ້,ແຄນແລະອື່ນ-----ໄທຍ

5. ຜູ້ໃດມັນລັກ ພຣະສຸກ,ພຣະໄສ,ພຣະເສີມແລະອື່ນໆ ------ໄທຍ

ອັນທີ່ລາວໃຊ້ເງີນໄທຍ,ເບີ່ງທໍລະທັດໄທຍ ຍ້ອນພວກເຈົ້າຕີເອົາລາວເປັນຫົວເມືອງຂື້ນມາເປັນຮ້ອຍໆປີ

ແຕ່ມັນບໍ່ໄດ້ໝາຍຄວາມວ່າລາວມີຕົ້ນກຳເນີດມາຈາກໄທຍ ການທີ່ຈະລົບລ້າງວັດທະນາທຳນີ້ໄດ້ຕ້ອງໃຊ້

ເວລາ ແລະນີ້ແຫລະ ເປັນເຫດຜົນທີ່ພວກຂ້ອຍບໍ່ສົ່ງເສີມ ໃຫ້ຄົນທີ່ຕາງຫນ້າປະເທດລາວ ເວົ້າພາສາໄທຍ

ອອກທໍລະທັດ ເພາະມັນຈະເປັນການກືນກິນວັດທະນາທຳ.

ແລ້ວເຈົ້າລອງກັບໄປຄິດດູວ່າ ຖ້າພວກເຈົ້າເປັນຄົນລາວ ພວກເຈົ້າຈະຍັງອະນຸຍາດໃຫ້ລູກຫຼານ ເຈົ້າເວົ້າພາສາໄທຍອີກຫຼືບໍ່ ຖ້າລູກຫຼານລາວເວົ້າພາສາຫວຽດ ຈີນຫຼືອື່ນ ຄືຊິດີກ່ອນ ເພາະເຂົາບໍ່ໄດ້ເຮັດຫຍັງໃຫ້ພວກຂ້ອຍຄືເຈົ້າເຮັດ. ເອົາໃຈຄົນລາວໃສ່ໃຈເຈົ້າເບີ່ງວ່າຊໍ່ານີ້ມັນໜັກໜາສາກັນຫຼຶືບໍ່.

ແລ້ວເຊີນພວກທີມງານອີຄອນເນີ້ ພ້ອມດ້ວຍທີມງານລາວສະຕ້າ ຄິດໜັກໆເບີ່ງວ່າ ສີ່ງທີ່ພວກເຈົ້າເຮັດມັນ

ມີຄວາມໝາຍແນວໃດ.



__________________
Anonymous

Date:

ຂ້ອຍຍ້ອງວາລະສານມະຫາສານເດີ້ ວ່າ ເປັນວາລະສານທີ່ດີ ອ່ານໄດ້ແບບບໍ່ເບື່ອ

ຂະໜາດວ່າຂາຍດີຂະໜາດນີ້ (ອາດຈະຂາຍດີສຸດຂອງປະເທດລາວກະໄດ້ເພາະໄປບ່ອນໄດກະເຫັນ)

ຍັງຮູ້ຖ່ອມໂຕ ບໍ່ອວດເກັ່ງ ຈັ່ງແມ່ນມັນຕ່າງກັນປານຟ້າກັບດີນ. 

ຂະໜາດວ່າໄດ້ແຕ່ຊໍ່ານີ້​ຍັງຂະໜາດນີ້ ຄວາມຈອງຫອງ ອວດເກັ່ງ ດູຖູກຄົນນີ້ ຈົນດັງ

ຊົ່ວວ່າພວກອີຄອນເນີ້ ຂາຍດີຄືກັນກັບມະຫາສານ ຄືຊິຈອງຫອງກ່ອນນີ້ອີກພັນເທົ້າບໍ່ຈັກ

ຂ້ອຍລະເສຍດາຍເງີນທີ່ຊື້ວາລະສານຂອງອີຄອນເນີ້ ຕັ້ງວ່າສອງສະບັບ(ໝົດປີ)ເດ້ .

ພໍກັນທີ ແຕ່ນີ້ຕໍ່ໄປ ບໍ່ຂໍສະໜັບສະໜູນອີກ.



__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ບັກຄວາຍ ພາສາຝັ່ລງ, ອັງກິດ, ຍີ່ປຸ່ນ, ຈີນ ມັນຕ່າງກັນກັບພາສາລາວ, ພາສາໄທ ແຕ່ພາສາລາວກັບພາສາໄທມັນເວົ້າເຂົ້າໃຈກັນ

ບັກໄທມັນຖືກຽດມັນທຳທ່າບໍ່ຮູ້ພາສາລາວ ນີ້ລະກູຮັບບໍ່ໄດ້, ຍີ່ປຸ່ນມາສຳພາດກໍ່ສຳພາດເປັນພາສາຍີ່ປຸ່ນ, ຈີນສຳພາດກໍ່ສຳພາດເປັນພາສາຈີນ ຄັນແບບນີ້ກູຍ້ອງ. ອັນນີ້ມັນທຳທ່າບໍ່ຮູ້ພາສາລາວນີ້ຕິ ບໍ່ແມ່ນແມ່ມັນກີນເຂົ້າ ຈີກປາແດກຢູ່ອີ່ສານນີ້ບໍ?


ໄດ້ຍິນແຕ່ຈິກໝາກກອກເຂກກະບານແລະກິນຂົ້າຈໍ້າປາແດກເທົ່ານັ້ນໃນພາສາລາວຫັ້ນນະໃຫ້
ໄຊ້ຄຳເວົ້າຖືກຕ້ອງແດ່ຖ້າເປັນລາວຮັກຊາດແທ້ຈິງຫັ້ນນະ!!!!


 ຈີກປາແດກ ແມ່ນ ພາສາ ຊົນນະບົດ ເວົ້າແບບຊາວບ້ານທັມມະດາ

ຊີກປາແດກ ແມ່ນ ພາສາຄົນວຽງຈັນ ເວົ້າ

ເຂົ້າໃຈແລ້ວບໍ່ ? ທ້າວ ຄົນເກີດໃນໄຫ?!

ໂຕເອງເປັນລາວຍັງອອ່ນນ້ອຍ ພາສາລາວຍັງ ອ່ອນຫຼາຍ ຍັງແຄບຫຼາຍ

ຫາຊອກຮຽນຕື່ມແດ່ ຢ່າຫຼັບຕາງົມກະທົງຢູ່ແຕ່ວຽງຈັນຫຼາຍ

ສະຫຼາດໜ້ອຍ ຢ່າບັງອາດເວົ້າທ້ວງຄົນອື່ນເນີ !!!!


 ບັກຮຶກ!ມີແຕ່ພາສາອີ່ພໍ່ພູມີວົງວິຈິດມຶງຫັ້ນຕີ້ເວົ້າວ່າຈິກປາແດກເພາະພວກສູຮຽນເວົ້າພາ
ສາລາວນຳແກວແດງໃຫ້ຮູ້ເອົາໄວ້ແດ່ຄົນລາວແທ້ຈະເວົ້າວ່າຈໍ້າຫຼືຈິປາແດກເທົ່ານັ້ນ!!!ບັກຮຶກປ່າຖຶບມຶງເອີ້ຍ!!!!!! biggrinbiggrin



__________________
Anonymous

Date:

ดูไปดูมา เหมือนมีปมด้อยเลยเนอะ คงมีประเทศเดียวในโลกล่ะมั่ง ที่หยิบเอาเรื่องแบบนี้ขึ้นมาเป็นปัญหา

 

 



__________________
Anonymous

Date:

ເທົ່າທີ່ອ່ານຄອມເມັນໃນຫົວຂໍ້ນີ້  ມີຄອມເມັນພາສາໄທນຳ ຄິດວ່ານ່າຈະເປັນຄົນໄທແທ້ໆທີ່ເຂົ້າມາຄອມເມັນ

ນັ້ນມັນກໍສະແດງວ່າ ພາສາລາວກັບພາສາໄທ ສື່ສານເຂົ້າໃຈກັນໄດ້ ແມ້ຈະໃຊ້ຄົນລະພາສາສົນທະນາກັນ

ຂ້ອຍເຄີຍເຫັນ ລະດັບດ໊ອກເຕີ້ທ່ານຫນື່ງໄປກ່າວເປີດງານ ງານຫນື່ງຢູ່ໃນໂຕກຸງເທບເລີຍເພີ່ນກະຍັງເວົ້າເປັນ

ພາສາລາວ(ສຳນຽງໄທທົ່ງ ແຂວງວຽງຈັນ ) ໄດ້ຮັບການຕອບຮັບຈາກຜູ້ມາຮ່ວມງານເປັນຢ່າງດີ

ຕອນນັ້ນຂ້ອຍຍັງຮູ້ສືກພູມໃຈຫລາຍໆ



__________________
Anonymous

Date:

ຄົນໄທທີເຂົ້າມາ Comment ນັ້ນແມ່ນພວກມັນຄືຊິຟັງພາສລາວບໍ່ເຂົ້າໃຈ ແຕ່ພັດອ່ານພາສາລາວເຂົ້າໃຈ



__________________
Anonymous

Date:

555 buk khee id-saa ery!!!!!



__________________
Anonymous

Date:

Anonymous wrote:

ເບື່ອຜູ້ນີ້ເດ້ ປານວ່າວາລະສານເພິ່ນຄັກຫລາຍໆນິ ມະຫາຊົນຍັງເປັນຕົວຢ່າງທີ່ດີຂອງເຍົາວະຊົນ ດີກ່ວາວາລະສານບາງອັນຫັ້ນແຫລະ ເຮັດເປັນອວດເກ່ງງ no

aaaa.jpg


 Buk khee id-saa ery!!!



__________________
Anonymous

Date:

ໄດ້ຍິນແຕ່ຈິກໝາກກອກເຂກກະບານແລະກິນຂົ້າຈໍ້າປາແດກເທົ່ານັ້ນໃນພາສາລາວຫັ້ນນະໃຫ້
ໄຊ້ຄຳເວົ້າຖືກຕ້ອງແດ່ຖ້າເປັນລາວຮັກຊາດແທ້ຈິງຫັ້ນນະ!!!!


 ຈີກປາແດກ ແມ່ນ ພາສາ ຊົນນະບົດ ເວົ້າແບບຊາວບ້ານທັມມະດາ

ຊີກປາແດກ ແມ່ນ ພາສາຄົນວຽງຈັນ ເວົ້າ

ເຂົ້າໃຈແລ້ວບໍ່ ? ທ້າວ ຄົນເກີດໃນໄຫ?!

ໂຕເອງເປັນລາວຍັງອອ່ນນ້ອຍ ພາສາລາວຍັງ ອ່ອນຫຼາຍ ຍັງແຄບຫຼາຍ

ຫາຊອກຮຽນຕື່ມແດ່ ຢ່າຫຼັບຕາງົມກະທົງຢູ່ແຕ່ວຽງຈັນຫຼາຍ

ສະຫຼາດໜ້ອຍ ຢ່າບັງອາດເວົ້າທ້ວງຄົນອື່ນເນີ !!!!


 ບັກຮຶກ!ມີແຕ່ພາສາອີ່ພໍ່ພູມີວົງວິຈິດມຶງຫັ້ນຕີ້ເວົ້າວ່າຈິກປາແດກເພາະພວກສູຮຽນເວົ້າພາ
ສາລາວນຳແກວແດງໃຫ້ຮູ້ເອົາໄວ້ແດ່ຄົນລາວແທ້ຈະເວົ້າວ່າຈໍ້າຫຼືຈິປາແດກເທົ່ານັ້ນ!!!ບັກຮຶກປ່າຖຶບມຶງເອີ້ຍ!!!!!! biggrinbiggrin

***************************************

 

 

ຈີກ  = ຊີກ


ຈີກ ຫຼື ຊີກ ຄວາມໝາຍດຽວກັນ ຄົນລະທ້ອງຖິ່ນ

( ຊົນເຜົ່າລື້ກໍເວົ້າ "ຈີກ " )

 -ຈີກເຈັ້ຽ

-ຈີກໜ້າ

-ບຸນປີໃໝ່ເມືອງຫຼວງເຂົາຈີກເສື້ອຈີກຜ້າກັນ

-ໄທວຽງຈັນຊີກຈົດໝາຍແຟນ



__________________
Lao student oversea

Date:

Anonymous wrote:

ຊີ້ແຈງເລື່ອງລາຍການ e-Corner ສຳພາດເປັນພາສາໄທອອກລາຍການແບໄຕ

ໃນເດືອນຕຸລາຂອງປີ 2011 ທີ່ຜ່ານມາ ທາງລາຍການແບ໋ໄຕໄຮເທັກ ເຊິ່ງເປັນລາຍການໄອທີຊື່ດັງຂອງປະເທດໄທ ທີ່ອອກອາກາດສົດຜ່ານຊ່ອງ Cable TV ຢູ່ໄທ ໄດ້ຕິດຕໍ່ມາຫາທີມງານ e-Corner ເພື່ອຂໍສຳພາດ ກ່ຽວກັບລະບົບ 4G ໃນລາວ ທີ່ຫາກໍເປີດໂຕໃນໄລຍະນັ້ນ ໂດຍຈຸດປະສົງແມ່ນຢາກໄດ້ຂໍ້ມູນຈາກ ສື່ມວນຊົນດ້ານໄອທີຂອງລາວ ບໍ່ແມ່ນຈາກບໍລິສັດເຊິ່ງອາດເຮັດໃຫ້ໄດ້ຂໍ້ມູນທີ່ມີລັກສະນະໂຄສະນາສິນຄ້າໂພດ ແລະທາງລາຍການແບໄຕ ກໍຢາກສຳພາດກ່ຽວກັບສື່ໄອທີໃນລາວ ວ່າມີໃຜແນ່ເປັນແນວໃດ ເຮັດແນວໃດ ມີຄວາມຄືບຫນ້າຫລາຍປານໃດ ນັ້ນຄືຈຸດປະສົງຂອງການສຳພາດ.

ຫລັງຈາກມີການຕິດຕໍ່ເຂົ້າມາ ທາງທີມງານ e-Corner ກໍໄດ້ຕົກລົງເຫັນດີໃນການໃຫ້ສຳພາດ ເພື່ອຈະໄດ້ເຮັດໃຫ້ທາງປະເທດໃກ້ຄຽງຮູ້ຄວາມຄືບຫນ້າດ້ານໄອທີໃນປະເທດລາວເຮົາຫລາຍຂຶ້ນເພື່ອສະແດງໃຫ້ເຫັນວ່າລາວເຮົາໄດ້ມີການພັດທະນາໄປຮອດໃສແລ້ວ ແລະຫລຸດຜ່ອນການອອກຂ່າວໂດຍບໍ່ຮູ້ຂໍ້ມູນແທ້ຈິງ ເຊິ່ງຈາກການຕິດຕໍ່ລາຍລະອຽດຂອງການສຳພາດນັ້ນ ທາງລາຍການແບ໋ໄຕເພິ່ນເປັນລາຍການສົດ ແລະພິທີກອນທີ່ສຳພາດກໍເປັນຄົນໄທ ເຊິ່ງຈະມີບັນຫາກັບການຟັງພາສາລາວ ແລະລາຍການເປັນລາຍການອອກອາກາດສົດ ຈຶ່ງບໍ່ສາມາດໄປຕັດຕໍ່ຫລືໄປແປພາສາ ຫລືໄປເຮັດຄຳບັນຍາຍໄດ້ ແລະທີ່ສຳຄັນເວລາມີຈຳກັດ ແຕ່ຫົວຂໍ້ໃນການສຳພາດຜັດມີຫລາຍ ຈຶ່ງເຮັດໃຫ້ຖ້າຈະສຳພາດເປັນພາສາລາວມັນຈະບໍ່ສະດວກ ດັ່ງນັ້ນຈຶ່ງໄດ້ມີການຕົກລົງກັນວ່າຈະເວົ້າພາສາໄທໃນການສຳພາດ.

ເຊິ່ງໃນການສຳພາດກໍທາງທີມງານ e-Corner ກໍໄດ້ເວົ້າພາສາໄທອອກອາກາດໄປ ເຊິ່ງຂະຫນາດເວົ້າພາສາໄທກໍຍັງສົນທະນາສິ່ງທີ່ຈະເວົ້າກັນໄດ້ບໍ່ຫມົດ ແຕ່ຫລັງຈາກອອກອາກາດໄປ ກໍປະກົດວ່າມີຫາງສຽງຫລາຍຮູບແບບ ໂດຍແບ່ງເປັນສອງດ້ານຄື:

- ການທີ່ຄົນລາວໄປເວົ້າພາສາໄທສຳພາດແບບນັ້ນແມ່ນບໍ່ເຫມາະສົມ ບໍ່ຮັກສາກຽດຂອງຊາດ ບໍ່ຮັກພາສາຕົນເອງແລະອື່ນໆ
- ບໍ່ເປັນຫຍັງ ເພາະຖືວ່າເປັນການໄດ້ເຜີຍແຜ່ຂໍ້ມູນຂອງປະເທດໃຫ້ປະເທດໃກ້ຄຽງໄດ້ຮັບຮູ້ ແລະເວົ້າພາສາໄທກໍຍ້ອນອອກອາກາດໃຫ້ຄົນໄທເບິ່ງບໍ່ແມ່ນໃຫ້ຄົນລາວເບິ່ງ

ເຊິ່ງຈາກກໍລະນີດັ່ງກ່າວ ຈົນມາຮອດປັດຈຸບັນກໍຍັງມີຫາງສຽງລັກສະນະທັງສອງ ສົນທະນາກັນໂດຍສະເພາະທາງ Social Network ເຖິງຄວາມບໍ່ເຫມາະສົມ ດັ່ງນັ້ນທີມງານ e-Corner ຈຶ່ງຢາກຂໍ້ຊີ້ແຈງທີ່ໄປທີ່ມາໃຫ້ຊາບດັ່ງທີ່ຂຽນໄວ້ທາງເທີງນັ້ນ ເຖິງເຫດຜົນແລະຄວາມຈຳເປັນໃນການນຳໃຊ້ພາສາໄທໃຫ້ການສຳພາດ.

ຖ້າຫາກວ່າທ່ານໃດທີ່ເຄີຍໄດ້ຕິດຕາມ ອ່ານວາລະສານ ອີຄອນເນີ ຫລື ຕິດຕາມການເຄື່ອນໄຫວຂອງທີມງານພວກເຮົາມາຕະຫລອດ ຈະຮູ້ດີວ່າພວກເຮົາເປັນທີມງານໄອທີ ທີ່ໃຫ້ຄວາມສຳຄັນຕໍ່ການນຳໃຊ້ພາສາລາວ ບໍ່ວ່າເຮັດເວັບໄຊພາສາລາວ, ສົ່ງເສີມການຕິດຕັ້ງພາສາລາວໃນຄອມພິວເຕີ ຮວມທັງໃນໂທລະສັບມືຖືຮຸ່ນໃຫມ່ໆ ຮ່ວມທັງເຮັດວາລະສານໄອທີເປັນພາສາລາວໃຫ້ຄົນລາວໄດ້ອ່ານ ແລະລາຍການໂທລະພາບ ທີ່ໄດ້ພະຍາຍາມເວົ້າລາວໃຫ້ຖືກຕ້ອງມາຕະຫລອດ. ສາເຫດກໍເນື່ອງຈາກວ່າທີມງານພວກເຮົາທຸກຄົນຮັກພາສາລາວ ຢາກສົ່ງເສີມການນຳໃຊ້ພາສາລາວໃນໂລກອອນໄລທີ່ຍັງເປັນເລື່ອງໃຫມ່ ທີ່ຍັງມີຈຸດອ່ອນ ທີ່ຍັງມີຄົນນຳໃຊ້ບໍ່ຫລາຍ ແຕ່ການສຳພາດອອກເປັນພາສາໄທນັ້ນ ກໍເນື່ອງຈາກມີຄວາມຈຳເປັນຫລາຍຢ່າງດັ່ງທີ່ກ່າວມາ.

ເພາະວ່າກ່ອນການສຳພາດນັ້ນ ພວກເຮົາກໍໄດ້ພິຈາລະນາຫລາຍໆເຫດຜົນ ຈຶ່ງສະຫລຸບອອກມາໃຫ້ເປັນແນວນັ້ນ

- ຖ້າບໍ່ສຳພາດ ກໍເທົ່າກັບວ່າຕັດໂອກາດໃນການເຜີຍແຜ່ຂໍ້ມູນຂ່າວສານຂອງປະເທດ
- ຖ້າເວົ້າລາວ ກໍກາຍເປັນສຳພາດບໍ່ສຸດ (ລາຍການອອກອາກາດສົດ ເວລາເພິ່ນຈຳກັດ)
- ຖ້າເວົ້າລາວປົນໄທ ໃນບາງຄຳເພື່ອໃຫ້ທາງໄທເຂົ້າໃຈ ກໍກາຍເປັນການເວົ້າພາສາຊອດກະຈາ ເຊິ່ງຂໍ້ນີ້ພວກເຮົາຍອມຮັບບໍ່ໄດ້ທີ່ຈະໄປເວົ້າພາສາຊອດກະຈາ ເຊິ່ງເປັນການທຳລາຍພາສາໂຕເອງໂດຍກົງເລີຍ

ໃນສະພາບການແບບນັ້ນທາງທີມງານກໍເຫັນວ່າທາງເລືອກທີ່ເຫມາະທີ່ສຸດຄືເວົ້າພາສາເຈົ້າບ້ານ ກໍເປັນການເຫມາະສົມທີ່ສຸດເພາະລາຍການແມ່ນອອກອາກາດໃຫ້ຄົນໄທເບິ່ງ

ດັ່ງນັ້ນຈຶ່ງຢາກຮຽນແຈ້ງໃຫ້ທຸກທ່ານເຂົ້າໃຈເຖິງສາເຫດດັ່ງນີ້ ໃນໂຕຈິງຕ່າງຝ່າຍຕ່າງກໍມີຄຳເຫັນໃນລັກສະນະສ້າງສັນ ລັກສະນະທີ່ເປັນຫ່ວງ ເຊິ່ງພວກເຮົາຂໍນ້ອມຮັບທຸກຄຳຕຳຫນິ ທາງທີມງານຕ້ອງກ່າວຂໍໂທດຂໍອາໄພນຳພີ່ນ້ອງຄົນລາວກັບເຫດການດັ່ງກ່າວ ແລະຈະນຳມາປັບປຸງເພື່ອໃຫ້ໃນຕໍ່ຫນ້າບໍ່ມີບັນຫາເກີດຂຶ້ນອີກ.
ດ້ວຍຄວາມຮັກແພງ ທີມງານ e-Corner.


 All Bull**** Excuse!!!You like to show off that you are better than other lao people. face mirror see yourself and reflect what you had done.



__________________
Anonymous

Date:

Anonymous wrote:
Anonymous wrote:

 ຂໍຖາມແດ່ ເຈົ້າເປັນຄົນລາວຢູ່ບໍ່? ຈິດສຳນືກຮັກຊາດ ຮັກພາສາ ຮັກວັດທະນະທຳມັນຫາຍໄປໃສຫມົດ ເປັນຫຍັງໄປເຫັນດີເຫັນພ້ອມກັບເຂົາໂດຍບໍ່ແຍກແຍະ ຄວາມຜຶດຖືກຄວາມເຫມາະສົມ ຄວາມແຕກຕ່າງ ທີ່ເຂົາເວົ້າມັນຄົນລະປະເດັນກັນ ໄທກັບຍີ່ປຸ່ນຢູ່ຄົນລະທີບກັນພາສາວັດທະນະທຳກໍ່ບໍ່ມີສ່ວນ

ໃດຄືກັນເລີຍຈັກຫນ໋ອຍ ແຕກຕ່າງກັບ ລາວ-ໄທ ພາສາແລະວັດທະນະທຳ

ເກືອບຈະເປັນອັນດຽວກັນຢູ່ແລ້ວ ດັ່ງນັ້ນບໍ່ຈຳເປັນທີ່ຄົນລາວຈະໄປເວົ້າໄທ ໃຫ້ຄົນໄທຟັງ

ຄົນລາວເວົ້າລາວ ຄົນໄທຟັງກໍ່ເຂົ້າໃຈ ,ຄົນໄທເວົ້າໄທ ຄົນລາວຟັງກໍ່ເຂົ້າໃຈ

 

ຖ້າຄົນລາວຄິດແບບນີ້ຫມົດ ພາສາລາວ ວັດທະນະທຳລາວ ຄົງຖືກໄທກືນກິນຫົມດ

 

ກາຮູ້ຢູ່ວ່າຄົນໄທມັນດູຖູກຄົນລາວຊິຕາຍລາສິໄປເວົ້ານໍາ

ໂຄດແມ່ມັນເຮັດຫຍັງບໍ່ເຂົ້າໄຈກາຢ່າພໍ່ມັນຖະແມະ ຊັງມັນນະ

ພວກໄທຕໍແຫລນິ


 ໂອຍຂ້ອຍເປັນລາວຄືເຈົ້າຫັ້ນແລ້ວແຕ່ຂອ້ຍເປັນຄົນທີ່ມັກໃຫ້ໂອກາດຄົນເພື່ອຄວາມເປັນ
ມະນຸດກາຍຍະທຳຂອງໂລກຢູ່ໃນໂລກມະນຸດເຮົາພໍ່ອາວ...


 99999999999999999



__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

 ຂໍຖາມແດ່ ເຈົ້າເປັນຄົນລາວຢູ່ບໍ່? ຈິດສຳນືກຮັກຊາດ ຮັກພາສາ ຮັກວັດທະນະທຳມັນຫາຍໄປໃສຫມົດ ເປັນຫຍັງໄປເຫັນດີເຫັນພ້ອມກັບເຂົາໂດຍບໍ່ແຍກແຍະ ຄວາມຜຶດຖືກຄວາມເຫມາະສົມ ຄວາມແຕກຕ່າງ ທີ່ເຂົາເວົ້າມັນຄົນລະປະເດັນກັນ ໄທກັບຍີ່ປຸ່ນຢູ່ຄົນລະທີບກັນພາສາວັດທະນະທຳກໍ່ບໍ່ມີສ່ວນ

ໃດຄືກັນເລີຍຈັກຫນ໋ອຍ ແຕກຕ່າງກັບ ລາວ-ໄທ ພາສາແລະວັດທະນະທຳ

ເກືອບຈະເປັນອັນດຽວກັນຢູ່ແລ້ວ ດັ່ງນັ້ນບໍ່ຈຳເປັນທີ່ຄົນລາວຈະໄປເວົ້າໄທ ໃຫ້ຄົນໄທຟັງ

ຄົນລາວເວົ້າລາວ ຄົນໄທຟັງກໍ່ເຂົ້າໃຈ ,ຄົນໄທເວົ້າໄທ ຄົນລາວຟັງກໍ່ເຂົ້າໃຈ

 

ຖ້າຄົນລາວຄິດແບບນີ້ຫມົດ ພາສາລາວ ວັດທະນະທຳລາວ ຄົງຖືກໄທກືນກິນຫົມດ

 

ກາຮູ້ຢູ່ວ່າຄົນໄທມັນດູຖູກຄົນລາວຊິຕາຍລາສິໄປເວົ້ານໍາ

ໂຄດແມ່ມັນເຮັດຫຍັງບໍ່ເຂົ້າໄຈກາຢ່າພໍ່ມັນຖະແມະ ຊັງມັນນະ

ພວກໄທຕໍແຫລນິ


 ໂອຍຂ້ອຍເປັນລາວຄືເຈົ້າຫັ້ນແລ້ວແຕ່ຂອ້ຍເປັນຄົນທີ່ມັກໃຫ້ໂອກາດຄົນເພື່ອຄວາມເປັນ
ມະນຸດກາຍຍະທຳຂອງໂລກຢູ່ໃນໂລກມະນຸດເຮົາພໍ່ອາວ...


 99999999999999999


999999999ໝາຍຄວາມວ່າອິຫຍັງເດນໍຂ້ອຍຄືບໍ່ເຂົ້າໃຈນຳເພິ່ນ????????



__________________
Anonymous

Date:

ເຂົ້າມາອ່ານແລ້ວຮູ້ສຶກເຫັນໃຈ ທີມງານ ອີຄອນເນີ. ແຕ່ກະເຊັງນຳພວກບ້າລັກສະນະຊາດ ມັນຊິບ້າໄປຮອດໃສ ເປັນຫຍັງບໍ່ບອກລັດຖະບານຫັ້ນເຊົາຂໍການຊ່ວຍເຫຼືອ່ຈາກສາກົນສາ ອັນໃດກະລັກສະນະຊາດຫຼາຍ ອັນນີ້ແຫ່ງເປັນຕາອາຍຕົວະຂໍນໍາແຕ່ໝູ່ ບາດເຮືອນຜູ້ນຳຫັ້ນໃຜກະພໍໂຕ...................



__________________


Veteran Member

Status: Offline
Posts: 42
Date:

ພວກເຈົ້າບໍ່ມັກມັນເຮັດແບບບໍ່ເຄົາລົບຄົນລາວດ້ວຍກັນ, ພວກເຈົ້າຈະພາກັນຖ່ຽງກັນເຮັດຫຍັງ ພວກນີ້ເຂົາທຸລະກິດຂ່າວສານ ແລະ ເລື່ອງໄອທີ ປື້ມວາລະສານ. ພວກເຈົ້າກໍ່ບໍ່ຕ້ອງຊື້ຂອງມັນປະໃຫ້ລົມລະລາຍໄປໂລດ ມັນຍັງມີຫຼາຍຄົນທີ່ເຮັດທຸລະກິດແບບນີ້; ພາກັນໄປສະໜັບສະໜູນວາລະສານທີ່ເປັນແບບຢ່າງທີ່ດີຫັ້ນເອີຍ ບໍ່ເຫັນວ່າມັນຈະແຕກຕ່າງຫຍັງກັນຫຼາຍ. ພວກເຈົ້າບໍ່ພາກັນຊື້ສິ້ນຄ້າມັນຈັກສາມເດືອນນື່ງ ມັນກໍ່ຫາຍສາບສູນໄປຈາກວົງການບັນເທີງລາວແລ້ວ ຈະເມົາໄປຖ່ຽງກັນເຮັດຫຍັງ

__________________
«First  <  1 2 3 4 | Page of 4  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard