ບໍ່ດົນຜ່ານມານີ້ ທ່ານ ບຸນທະວີ ແກທະລົງ ຫົວຫນ້າສູນບໍລິການເກັບຊື້ຫນີ້ ແລະ ຮັບຝາກຫນີ້ທະນາຄານແຫ່ງ ສປປ ລາວ ອອກມາຊີ້ແຈງເຖິງກໍລະນີການເກັບຄ່າຜ່ານຂົວທ່າງ່ອນວ່າ: ຂົວທ່າງ່ອນກໍ່ເປັນໂຄງການຫນຶ່ງທີ່ສູນບໍລິການເກັບຊື້ຫນີ້ເປັນຜູ້ຮັບຜິດຊອບເກັບຄ່າຜ່ານຂົວ ແລະຜ່ານມາສັງຄົມກໍ່ອາດຈະມີຄວາມສົນໃຈຕັ້ງຫລາຍຄຳຖາມວ່າ ແຕ່ກ່ອນທົ່ວປະເທດ ລາວໄດ້ມີການເງິນຄ່າຜ່ານຂົວທັງຫມົດ 36 ແຫ່ງ ແຕ່ປະຈຸບັນນີ້ແມ່ນຍັງພຽງແຕ່ຂົວທ່າງ່ອນເທົ່ານັ້ນທີ່ເກັບຄ່າຂ້າມ, ເຫດຜົນທີ່ຍັງເກັບຍ້ອນວ່າການສ້າງຂົວແຫ່ງນີ້ໄດ້ໃຊ້ທຶນຢ່າງຫລວງຫລາຍ ແລະ ກໍ່ແມ່ນທະນາຄານເປັນຜູ້ລົງທຶນ ແຕ່ຜ່ານມາການຈັດຕັ້ງປະຕິບັດໃນໄລຍະຜ່ານມາຖືວ່າທະນາຄານທຸລະກິດບໍ່ສາມາດເກັບເງິນຄືນໄດ້ ສະນັ້ນສູນບໍລິການເກັບຊື້ຫນີ້ຈິ່ງມາເກັບໂດຍກົງ ແລະ ໃນເບື້ອງຕົ້ນຄາດຄະເນວ່າການເກັບຄ່າຜ່ານຂົວຈະໃຊ້ເວລາຍາວນານເຖິງ 18 ປີ ຈິ່ງຈະຄົບຖ້ວນ.
ເຖິງປະຈຸບັນນີ້ ພວກເຮົາໄດ້ຈັດຕັ້ງປະຕິບັດມາໄດ້ 3 ປີແລ້ວ ກໍ່ສັງເກດເຫັນວ່າສາມາດເກັບໄດ້ດີພໍສົມຄວນ ແລະ ຄາດວ່າ ຈະໃຊ້ເວລາອີກບໍ່ເກີນ 4 ປີ ກໍ່ຈະຄົບຖ້ວນຕາມຕົ້ນທຶນທີ່ທະນາຄານໄດ້ປ່ອຍໃຫ້ ແລະ ເມື່ອເກັບທຶນໄດ້ຫມົດແລ້ວທາງສູນເກັບຊື້ຫນີ້ກໍ່ຈະໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງເປັນຜູ້ຄຸ້ມຄອງເປັນຕົ້ນແມ່ນນະຄອນຫລວງວຽງຈັນ.
ທ່ານ ບຸນທະວີ ແກທະລົງ ຊີ້ແຈງຕື່ມອີກວ່າ: ກ່ຽວກັບການເກັບເງິນຄ່າຜ່ານຂົວແຫ່ງນີ້, ຈຸດປະສົງກໍ່ເພື່ອນຳເອົາເງິນຈຳນວນທີ່ເກັບໄດ້ໄປລົງທຶນໃນໂຄງການໃຫມ່ຕາມຄວາມຮຽກ ຮ້ອງຕ້ອງການຂອງສັງຄົມເປັນຕົ້ນແມ່ນຕາມມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍ່ໄດ້ກຳນົດແຈ້ງຕາມແຜນພັດທະນາເສດຖະກິດ-ສັງຄົມ ພ້ອມຝາກຄຳຄິດເຫັນເຖິງພໍ່ແມ່ປະຊາຊົນ ກໍ່ຄືຜູ້ໃຊ້ລົດໃຊ້ຖະຫນົນໃຫ້ເຂົ້າໃຈນຳສະພາບປະຈຸບັນນີ້ ໂດຍສະເພາະການເກັບເງິນຄ່າຜ່ານຂົວທ່າງ່ອນ ກໍ່ອາດຈະສ້າງຄວາມຫຍຸ້ງຍາກໃນການສັນຈອນໄປ-ມາ ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຂໍຮຽກຮ້ອງໃຫ້ຜູ້ທີ່ນຳໃຊ້ເສັ້ນທາງນີ້ເຂົ້າໃຈນຳກັນວ່າ ເງິນຄ່າຜ່ານຂົວນີ້ຈະໄດ້ເອົາໄປທົດແທນທຶນຄືນ.
Ecom
ຂ້າພະເຈົ້າຄິດວ່າ ໃນການສ້າງສາປະເທດຊາດການເກັບເງິນຄ່າຜ່ານຂົວຖືວ່າ ເປັນນະໂຍບາຍຖືກຕ້ອງ ແລະ ເປັນທຳທີ່ສຸດ. ເງິນທີ່ພັກລັດໄດ້ລົງທຶນລົງຮອນໃສ່ ກໍ່ແມ່ນເງິນຂອງໝົດທຸກຄົນ ສະນັ້ນ ມັນກໍ່ຕ້ອງມີຜົນປະໂຫຍດແກ່ທຸກຄົນພາຍໃນຊາດ ບໍ່ແມ່ນໃຫ້ຜົນປະໂຫຍດແກ່ໃຜຜູ້ໜຶ່ງ. ຜູ້ທີ່ນຳໃຊ້ຕ້ອງໄດ້ຈ່າຍ ອັນນີ້ມັນຖືກຕ້ອງແລ້ວ. ເງິນທີ່ລັດໄດ້ມາກໍ່ໄປເຂົ້າຄັງລວມຂອງຊາດ ເພື່ອໃຫ໊ພັກລັດເອົາໄປນຳໃຊ້ໃຫ໊ເກີດຜົນປະໂຫຍດອີກຕື່ມ. ເຮັດໄດ້ແນວນີ້ ປະເທດຊາດຈຶ່ງຈະເລີນໄດ້ໄວ ທຽບທັນກັບປະເທດອື່ນເຂົາ. ແນ່ນອນຖ້າບໍ່ມີການເກັບຄ່າຜ່ານຂົວ ລັດກໍ່ຈະບໍ່ມີລາຍໄດ້ເພີ່ມເຕີມ ໃນການສ້າງສາພັດທະນາປະເທດຊາດ. ເຫັນບໍ່ຢູ່ໃນຫລາຍໆເຂດແຂວງຂອງລາວ ແມ່ນຍັງບໍ່ມີເສັ້ນທາງຄົມມະນາຄົມໄປຮອດໄປເຖິງ. ປະຊາຊົນໃນເຂດຫ່າງໄກສອກຫລີກ ຕ້ອງໄດ້ຂຸດເສັ້ນທາງເອົາເອງ ເພື່ອເຮັດໃຫ້ສາມາດປົດປ່ອຍຕົວເອງອອກຈາກສະພາບຂອງຄວາທຸກຍາກ,ຍ້ອນຂັ້ນເທິງບໍ່ມີງົບປະມານພຽງພໍເພື່ອໄປຊ່ວຍເຫລືອເຂົາເຈົ້າ. ຜູ້ທີ່ມີແນວຄິດບໍ່ຢາກໃຫ໊ເກັບຄ່າຜ່ານຂົວ ແມ່ນເປັນຜູ້ເຫັນແກ່ຕົວສຸດຂີດ. ບໍ່ມີແນວຄິດໃນການພັດທະນາ. ເມື່ອເປັນຄືແນວນີ້ ວຽກງານໃນການພັດທະນາປະເທດຊາດກໍ່ຈະຢ້ຳເທົ້າຢູ່ບ່ອນເກົ່າ.