Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວິສະວະກອນເຈັບຫົວ Google + ບໍ່ປະສົບຜົນສໍາເລັດ
Anonymous

Date:
ວິສະວະກອນເຈັບຫົວ Google + ບໍ່ປະສົບຜົນສໍາເລັດ


ລາຍ​ງານ​ຂ່າວ​ນີ້​ສ້າງຄວາມ​ ປະ­ຫລາດ​ໃຈ​ໃຫ້​ກັບຫລາຍ​ຄົນ ເນື່ອງ​ຈາກ​ວິ​ສະ​ວະກອນ​ຈາກ Steve Yegge ໄດ້ ກະ­ທຳ​ການ​ຜິດ­ພາດ Googleໂດຍ​ເຮັດ​ໃຫ້​ຂໍ້​ມູນ​ພາຍ​ໃນ​ບໍ​ລິສັດ​ຫລຸດ​ອອກ​ໄປ​ທົ່ວ​ອິນ​ເຕີ​ເນັດ ເຖິງ​ວ່າ​ຈະ​ເປັນ​ພຽງ​ແຕ່​ຄວາມຄິດ​ເຫັນ​ຂອງ​ວິ­ສະ­ວະ­ກອນ​ຜູ້​ຊ່ຽວ­ຊານ​ກໍ່​ ຄື​ຕົວ​ລາວ​ເອງ​ທີ່​ມີ​ຕໍ່ Google Plus ກໍ່​ຕາມ ເຊິ່ງ Yegge ສະ­ຫລຸບ​ວ່າ Google+ ເປັນ​ໂຄງ­ການ​ທີ່​ບໍ່​ປະ­ສົບ​ຜົນ​ສຳເລັດ!!!

ເອ­ກະ­ສານ​ພາຍ​ໃນ​ດັ່ງ­ກ່າວ ຈະ​ເປັນ​ການ​ວິ­ເຄາະ​ເຖິງ​ວິ​ກິດການ​ກ່ຽວ​ກັບ​ຄວາມ​ເຂົ້າ­ໃຈ​ສື່ສັງ­ຄົມ​ອອນ ​ລາຍນ໌​ຂອງ Google ເອງ ເຊິ່ງ​ລາວ​ຕັ້ງ­ໃຈຈະ​ສົ່ງ​ໃຫ້​ກັບ​ເພື່ອນ​ຮ່ວມ​ງານ ແຕ່​ຜັດ​ໂພດ​ສ​ຜິດ​ເຮັດ​ໃຫ້​ມັນ​ໄປເຜີຍ­ແຜ່​ໃນ​ຫນ້າ Google+ ຂອງ​ລາວ “Google+ ເປັນ​ຕົວຢ່າງ​ທີ່​ຊັດ​ເຈນ​ທີ່​ສຸດ​ຂອງ​ຄວາມບໍ່​ປະ­ສົບ​ຜົນ­ສຳ­ເລັດ​ທີ່​ສຸດ​ ຕັ້ງ­ແຕ່ຜູ້­ນຳ​ຝ່າຍ​ບໍ­ລິ­ຫານ​ລະ­ດັບ​ສູງ​ສຸດລົງ​ມາ​ເຖິງ​ພະ­ນັກ­ງານ​ ລະ­ດັບຮາກ​ຖານ​ພວກ​ເຮົາ​ບໍ່​ເຂົ້າ­ໃຈ​ມັນ (Social Media)ເລີຍ” Yegge ເຂົ້າ­ໃຈ​ວ່າ​ຂໍ້­ຄວາມ​ນີ້​ຫນ້າ ຈະ​ຖືກ​ສົ່ງ​ໃຫ້​ສະ­ເພາະ​ກຸ່ມ​ເພື່ອນ​ຮ່ວມ​ງານ​ນຳ​ກັນ​ໃນ Google Circle ເທົ່ານັ້ນ ແຕ່​ຂໍ້­ຄວາມ​ດັ່ງ­ກ່າວ​ຖືກ​ອະ­ນຸ­ຍາດ​ໃຫ້​ຜູ້​ໃດ​ກໍ່​ໄດ້​ສາ­ມາດ​ເບິ່ງ​ ເຫັນ​ອີກ.

   ຫລັງ​ຈາກ​ຕອນ​ທຳ​ອິດ​ທີ່ລາວ​ວິ­ພາກ​ວິ­ຈານ​ນາຍ​ຈ້າງ​ຄົນກ່ອນ​ຂອງ​ລາວ​ທີ່ Amazon ຢ່າງ​ຮຸນ​ແຮງ​ແລ້ວຈາກ​ນັ້ນ  Yegge ກໍ່​ເລີ່ມ​ເວົ້າ​ໃສ່ Googleທີ່​ບໍ່​ປະ­ສົບ​ຜົນ­ສຳ­ເລັດ​ໃນ​ການສ້າງ​ສັງ­ຄົມ​ອອນ​ລາຍນ໌​ໃຫ້​ປະສັບ​ ຄວາມ​ສຳ­ເລັດ​ເທົ່າ Facebook “Google+ ເປັນ​ປະ­ຕິ​ກິ​ລິຍາ​ໂຕ້​ຕອບ​ແບບ​ລວບໆ​ໃຊ້​ເວ­ລາ ໃນ​ການ​ຄິດ​ສັ້ນ​ເກີນ​ໄປ ແລະ ເດົາຂໍ້​ສັງ­ເກດ​ທີ່​ບໍ່​ຖືກ­ຕ້ອງ​ວ່າ  Facebook ສຳ­ເລັດ​ເນື່ອງຈາກ​ພວກ​ເຂົາ​ສ້າງ​ຜະ­ລິດ​ຕະ​ພັນທີ່​ຍິ່ງ​ໃຫຍ່​ແຕ່​ບໍ່​ຮູ້​ ເຫດ­ຜົນ​ທີ່­ແທ້ຈິງ​ວ່າ​ສຳ­ເລັດ​ເພາະ​ຫຍັງ​ກັນແທ້, Facebook ສຳ­ເລັດ​ເພາະພວກ​ເຂົາ​ສ້າງ​ຜະ­ລິດ​ຕະ​ພັນ​ທີ່​ມີແສງ​ສະ­ຫວ່າງ​ໃນ​ຕົວ​ເອງ ໂດຍເປີດ​ໂອ­ກາດ​ໃຫ້​ຜູ້​ໃຊ້​ເປັນ​ຜູ້​ສ້າງສິ່ງ​ນັ້ນ​ຂຶ້ນ​ມາ” Yegge ເອົາ​ຂໍ້ ຄວາມ​ນີ້​ຂຶ້ນ​ໄປ​ໃສ່ Google+.

   ແຕ່​ລາວ​ຍັງ​ບໍ່​ຈົບ​ພຽງ​ເທົ່າ ນັ້ນ “ນັ້ນ​ຄື​ສິ່ງ​ທີ່ Google ບໍ່​ຖະ ຫນັດ​ພວກ​ເຮົາ​ບໍ່​ເຂົ້າ­ໃຈ​ວ່າ ແພລດ​ຟອມ​ແມ່ນ​ຫຍັງ? ພວກ​ເຮົາ ບໍ່​ຮູ້​ແທ້​ເລື່ອງ​ແພລດ​ຟອມທ່ານ (ຜູ້​ໃຊ້) ເຮັດ​ບາງ​ຢ່າງ​ໄດ້ ແຕ່ທ່ານ​ກໍ່​ເຮັດ​ໄດ້​ຫນ້ອຍ​ດຽວ​ຂ້ອຍໄດ້​ແຕ່​ຫວັງ​ວ່າ​ແຮງ​ກົດ​ດັນ​ຈາກຄູ່​ ແຂ່ງ​ຄື  Microsoft  ແລະ Amazon ລວມ​ເຖິງ Facebook ຈະ​ເຮັດ​ໃຫ້​ເຮົາ​ຕື່ນ​ຂຶ້ນ ແລະ ເລີ່ມຕົ້ນ​ສ້າງ​ບໍ­ລິ­ການ​ໃຫ້​ຄົບ​ວົງ​ຈອນທັງ​ທີ່​ມັນ​ປ່ຽນ​ເລື່ອງ​ສຳ­ຄັນ​ ລຳ­ດັບ​ຕົ້ນໆ ແຕ່​ມັນ​ເບິ່ງ​ຄື​ວ່າ​ມັນ (ການ​ພັດ­ທະ­ນາ Google+) ຜັດ​ຖືກ​ຈັດ​ອັນ​ດັບ​ຄວາມ​ສຳ­ຄັນໄວ້​ເປັນ​ອັນ​ດັບ​ທີ 10 ຫລື 11 (ແລ້ວ​ຊິ​ໄປ​ສູ້​ກັບ​ຄູ່​ແຂ່ງ​ໄດ້​ແນວ­ໃດ?)”.

   ນອກ­ຈາກ​ນີ້ ຫລັງ​ຈາກແທຣ​ຟ​ຟິກ​ຂອງ Google+ ທີ່ເຕີບ​ໂຕ​ແບບ​ກ້າວ​ກະ­ໂດດ​ເຖິງ 1.269% ພາຍ​ໃນ​ອາ­ທິດ​ດຽວ ເຊິ່ງ​ມີ​ສາ­ເຫດ​ມາ​ຈາກ​ການ​ເປີດໃຫ້​ບໍ­ລິ­ການ​ກັບ​ຜູ້​ໃຊ້​ທົ່ວ​ໂລກ (ບໍ່​ຕ້ອງ invite ຄື​ຕອນ​ທຳ​ອິດ) ແຕ່​ຫລ້າ​ສຸດ Chitika ບໍ­ລິ­ສັດ​ວິໄຈ​ຕະ­ຫລາດ​ໄດ້​ສ້າງ​ດັດ­ຊະ­ນີ ແທຣ​ຟ​ຟິກ​ຂອງ Google+ ໂດຍສະ­ແດງ​ຜົນ​ທີ່​ໄດ້​ຮັບ​ຂອງ​ແທຣ​ຟຟິກ​ອອກ​ມາ​ໃນ​ຮູບ​ກຣາ​ຟ ເຊິ່ງຈະ​ເຫັນ​ໄດ້​ຊັດ​ເຈນ​ວ່າ Google+ ຕົກ­ລົງ​ມາ​ຢູ່​ໃນ​ບ່ອນ​ເກົ່າ​ພາຍໃນ​ອາ­ທິດ​ດຽວ ໃນ​ຂະ­ນະ​ດຽວກັນ​ມີ​ລາຍ​ງານ​ອີ​ກວ່າ​ປຸ່ມ +1 ບໍ່​ໄດ້​ຊ່ວຍ​ດຶງ​ດູດ​ຜູ້​ໃຊ້​ປານ­ໃດ?

   ຫລ້າ​ສຸດ Google ເຜີຍ​ຍອດສະ­ມາ­ຊິກ​ຫລາຍ​ກວ່າ 40 ລ້ານຄົນ​ແລ້ວ ໂດຍ Larry Page ກ່າວ​ວ່າ Google+ ມີ​ອັດ­ຕາການ​ເຕີບ​ໂຕ​ທີ່​ຫນ້າ​ອັດ­ສະ­ຈັນ ແລະ ນີ້​ເປັນ​ພຽງ​ແຕ່​ຂັ້ນ​ເລີ່ມ​ຕົ້ນເທົ່າ​ນັ້ນ ນອກ­ຈາກ​ນີ້ ຍັງ​ມີ​ລາຍງານ​ຜົນ​ປະ­ກອບ​ການ​ໄຕ​ມາດ​ທີ 3 ຂອງ​ປີ​ນີ້ ກຳ­ໄລ 2,7 ພັນ​ລ້ານໂດ​ລາ​ສະ­ຫະ­ລັດ​ຈາກ​ລາຍ​ໄດ້ 9,7 ພັນ​ລ້ານ​ໂດ​ລາ​ສະ­ຫະ­ລັດທຽບ​ກັບ​ປີ​ທີ່​ຜ່ານ​ມາ​ໄຕ​ມາດດຽວ​ກັນ​ກຳ­ໄລ 2,2  ພັນ​ລ້ານ​ໂດລາ​ສະ­ຫະ­ລັດ ຈາກ​ລາຍ​ໄດ້ 7,2 ພັນ​ລ້ານ​ໂດ​ລາ​ສະ­ຫະ­ລັດ ຄິດ­ໄລ່ເປັນ​ກຳ­ໄລ​ເຕີບ​ໂຕ 23% ທຸກຢ່າງ​ເປັນ​ໄປ​ແບບ​ສວຍ​ງາມ... ຍົກ­ເວັ້ນ​ອະ­ນາ­ຄົດ​ຂອງ Steve Yegge ວິ­ສະ­ວະ­ກອນ​ຂີ້​ໂມ­ໂຫ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard