Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຮີ່ຕາມກະແສ ຮຽນຈົບມາບໍ່ມີວຽກເຮັດ
Anonymous

Date:
ເຮີ່ຕາມກະແສ ຮຽນຈົບມາບໍ່ມີວຽກເຮັດ


 

ເປັນ​ເລື່ອງ​ທີ່​ໜ້າ​ພາກ­ພູມ​ໃຈ ທີ່​ການ​ສຶກ​ສາ​ບ້ານ​ເຮົາ​ໄດ້​ຮັບ​ການ​ເອົາ­ໃຈ­ໃສ່​ຈາກ​ພັກ-ລັດ­ຖະ­ບານ ກໍ​ຄື​ກະ­ຊວງ​ສຶກ​ສາ​ທິ​ການ-ກີ­ລາ ເຮັດ​ໃຫ້​ຂົງ­ເຂດ​ວຽກ​ງານ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ໄດ້​ຮັບ​ການ​ຂະ­ຫຍາຍ­ຕົວ​ຂຶ້ນ​ເປັນ​ກ້າວໆ ຈາກ​ມີ​ພຽງ​ເທົ່າ­ໃດ​ວິ­ຊາ ມາ​ເປັນ​ຫຼາຍ​ຂະ­ແໜງ­ການ ຫຼາຍໆ​ວິ­ຊາ ຈາກ​ມີ​ພຽງ​ເທົ່າ­ໃດ​ສະ​ຖາ​ບັນ ກໍ​ມີ​ສະ​ຖາ​ບັນ​ການ​ສຶກ​ສາ​ຫຼາຍໆ​ແຫ່ງ​ຖືກ​ສ້າງ­ຕັ້ງ​ຂຶ້ນ​ມາ ບໍ່​ວ່າ​ຈະ​ເປັນ​ພາກ​ລັດ ຫຼື ພາກ​ເອ­ກະ​ຊົນ ຊຶ່ງ​ຖື​ໄດ້​ວ່າ​ແມ່ນ​ຖືກ­ຕ້ອງ ສອດ­ຄ່ອງ​ກັບ​ແນວ­ທາງ​ຂອງ​ພັກ ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ຢູ່​ປະ­ເທດ​ເຮົາ ເນື່ອງ​ຈາກ​ວ່າ­ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ແມ່ນ​ເປັນ​ປັດ​ໄຈ​ພື້ນ­ຖານ​ໃນ​ການ​ພັດ­ທະ­ນາ​ຂະ­ແໜງ­ການ​ຕ່າງໆ ຊຶ່ງ​ໃນ​ສົກ­ຮຽນ 2010-2011 ມີ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ທັງ​ພາກ​ລັດ- ເອ­ກະ​ຊົນ ລວມ​ທັງ​ມະ­ຫາ­ວິ­ທະ­ຍາ­ໄລ ມີ​ທັງ​ໝົດ 153 ແຫ່ງ ມະ­ຫາ­ວິ­ທະ­ຍາ­ໄລ 4 ແຫ່ງ.

ຄຽງ​ຄູ່​ກັນ​ກັບ​ການ​ຂະ­ຫຍາຍ­ຕົວ​ດັ່ງ­ກ່າວ​ນັ້ນ ກໍ​ເປັນ​ໜ້າ​ເສຍ­ດາຍ ທີ່​ການ​ເຂົ້າ​ຮຽນ​ຂອງ​ບັນ­ດາ​ນັກ​ສຶກ​ສາ ແມ່ນ​ຍັງ​ບໍ່​ຖືກ​ເປົ້າ ກໍ​ຄື​ຄວາມ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ແຮງ​ງານ ເພາະ​ສ່ວນ​ຫຼາຍ​ແມ່ນ​ພາ­ກັນ​ເຮີ່​ໄປ​ຮຽນ​ຢູ່​ສະ​ຖາ​ບັນ​ນັ້ນ ສະ​ຖາ​ບັນ​ນີ້ ຫຼື ພາ­ກັນ​ເຮີ່​ເຂົ້າ​ໃນ​ສາ­ຂາ​ວິ­ຊາ​ທີ່​ບໍ່​ສອດ­ຄ່ອງ ເຮັດ​ໃຫ້​ເກີດ​ມີ​ບັນ­ຫາ ບໍ່​ມີ​ບ່ອນ​ຮອງ​ຮັບ ເພື່ອ​ເຂົ້າ​ເຮັດ​ວຽກ ເກີດ​ໄພ​ວ່າງ​ງານ​ທີ່​ອາດ​ກ່ຽວ​ພັນ​ໄປ​ເຖິງ​ການ​ເກີດ​ມີ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ເນື່ອງ​ຈາ​ກວ່າ​ນັກ​ສຶກ​ສາ​ຮຽນ​ຈົບ​ໃນ​ແຕ່​ລະ​ປີ ແມ່ນ​ມີ​ຈຳ­ນວນ​ເພີ່ມ​ຂຶ້ນ ຊຶ່ງ​ໃນ​ສົກ­ຮຽນ 2010-2011 ມີ​ນັກ​ສຶກ​ສາ​ຈົບ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ ວິ­ທະ­ຍາ­ໄລ ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ແລະ ລະ­ດັບ​ອື່ນໆ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ຫຼາຍ​ຄົນ​ໃນ​ສັງ­ຄົມ​ໄດ້​ຕັ້ງ​ຄຳ​ຖາມ​ວ່າ: ເປັນ​ຫຍັງ​ນັກ​ສຶກ​ສາ​ຈົບ​ຈາກ​ມະ­ຫາ­ວິ­ທະ­ຍາ­ໄລ ບໍ່​ສາ­ມາດ​ຊອກ​ວຽກ​ເຮັດ​ໄດ້ ? ຊຶ່ງ​ຄຳ​ຖາມ​ດັ່ງ­ກ່າວ​ນັ້ນ ເປັນ​ເລື່ອງ​ທີ່​ໜ້າ​ໜັກ​ໃຈ​ຕໍ່​ກັບ​ບັນ­ດາ​ຜູ້​ປົກ­ຄອງ ລວມ​ໄປ​ເຖິງ ນັກ​ສຶກ​ສາ​ທີ່​ກຳ­ລັງ​ຕ້ອງ­ການ​ທົດ​ສອບ​ຄວາມ​ສາ­ມາດ ເຂົ້າ​ໃນ​ຂະ­ແໜງ­ການ​ຕ່າງໆ ເພາະ​ໄດ້​ສົ່ງ­ເສີມ​ໃຫ້​ລູກ​ໄດ້​ຮ່ຳ­ຮຽນ​ຄື​ບ້ານ​ຄື​ເມືອງ​ເພິ່ນ ແລ້ວ​ກໍ​ຍັງ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ ແລະ ນັກ​ສຶກ​ສາ​ເອງ​ກໍ​ເສຍ​ເວ­ລາ​ຮ່ຳ­ຮຽນ​ມາ​ຫຼາຍ​ປີ ແຕ່​ຜົນ​ໄດ້​ມາ​ຄື​ວ່າງ​ງານ ແລ້ວ​ຈະ​ໂທດ​ໃຜ ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ ທ່ານ ດຣ. ພັນ​ຄຳ ວິ­ພາ​ວັນ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ສຶກ​ສາ​ທິ​ການ-ກີ­ລາ ໄດ້​ໃຫ້​ສຳ­ພາດ​ຕໍ່​ສະ­ຖາ­ນີ​ໂທລະ­ພາບ​ລາວ ຊ່ອງ 3 ໃນ​ວັນ​ທີ 13 ກັນ­ຍາ​ຜ່ານ​ມາ ທີ່​ມີ​ບາງ​ຕອນ​ທ່ານ​ໄດ້​ກ່າວ​ວ່າ: ກະ­ຊວງ​ສຶກ​ສາ​ທິ​ການ-ກີ­ລາ ບໍ່​ມີ​ສິດ​ກຳ­ນົດ​ໃຫ້​ນັກ​ສຶກ​ສາ​ໄດ້​ເຮັດ​ວຽກ​ຢູ່​ແຫ່ງ​ນັ້ນ ແຫ່ງ​ນີ້ ເພາະ​ກະ­ຊວງ​ສຶກ​ສາ​ທິ​ການ-ກີ­ລາ ມີ​ພຽງ​ສ້າງ​ໃຫ້​ມີ​ສະ​ຖາ​ບັນ​ໃນ​ການ​ສຶກ​ສາ ເພື່ອ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ເທົ່າ​ນັ້ນ ສຳ­ລັບ​ຄຳ​ຖາມ​ທີ່​ກ່າວ​ມາ​ນັ້ນ ແມ່ນ​ຕ້ອງ​ໄດ້​ເບິ່ງ​ຄືນ­ໃໝ່​ວ່າ ສາ­ຂາ​ວິ­ຊາ​ທີ່​ນັກ​ສຶກ​ສາ​ຫຼາຍ​ຄົນ​ຮຽນ​ມາ​ນັ້ນ ແມ່ນ​ສອດ­ຄ່ອງ​ແລ້ວ​ບໍ ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ຕະ­ຫຼາດ​ແຮງ​ງານ.

ທັງ​ໝົດ​ທີ່​ກ່າວ​ມາ​ນັ້ນ ຫຼາຍໆ​ຄົນ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຕື່ມ ໃນ​ການ​ທີ່​ຈະ​ສົ່ງ​ລູກ​ຫຼານ​ຂອງ​ຕົນ​ເຂົ້າ​ຮຽນ ຕ້ອງ​ມີ​ການ​ສຶກ​ສາ​ເບິ່ງ​ວ່າ ເໝາະ​ສົມ​ແລ້ວ​ບໍ ກັບ​ການ​ພັດ­ທະ­ນາ​ໃນ​ປັດ­ຈຸ­ບັນ ບໍ່​ແມ່ນ​ວ່າ​ຈະ​ເຮີ່​ໄປ​ຮຽນ​ຕາມ​ກະ­ແສ​ສັງ­ຄົມ ຈົບ​ມາ​ແລ້ວ​ພັດ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard