Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່ານໍ້າມັນຫຼຸດລົງແລ້ວເດີ້ ພີ່ນ້ອງ
Anonymous

Date:
ຄ່ານໍ້າມັນຫຼຸດລົງແລ້ວເດີ້ ພີ່ນ້ອງ


ມື້­ນີ້​ລາ­ຄາ​ນ້ຳ­ມັນ​ເຊື້ອ ໄຟ​ຈະ​ຫລຸດ​ລົງ 80 ກີບ​ຕໍ່​ລິດ ສຳ­ລັບ​ແອັດ​ຊັງ​ທຳ​ມະ​ດາ ແລະ 280 ຫາ 300 ກີບ​ຕໍ່​ລິດ​ສຳ­ລັບ ກາ​ຊວນ ຫລັງ​ຈາກ​ກະ­ຊວງ​ອຸດສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ປະກາດ​ປັບ​ຫລຸດ​ລາ­ຄາ​ຂາຍ­ຍ່ອຍນ້ຳ­ມັນ​ເຊື້ອ​ໄຟ​ໃນ​ທົ່ວ​ປະ­ເທດ​ລົງ ໃນ​ວັນ​ທີ 25 ພຶດ­ສະ­ພາ ໂດຍມີ​ຜົນ​ປະ­ຕິ­ບັດ​ໃນ​ເວ­ລາ 14:00 ຂອງ​ວັນ​ທີ 26 ພຶດ­ສະ­ພາ.

   ການ​ປັບ​ລົງ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ 2 ຂອງ​ເດືອນ ຫລັງ​ຈາກ​ໃນ​ວັນທີ 13 ພຶດ­ສະ­ພາ​ໄດ້​ມີ​ການ​ປັບລົງ​ຄັ້ງ​ຫນຶ່ງ​ແລ້ວ ເນື່ອງ​ຈາກ​ສະ ພາບ​ລາ­ຄາ​ຊື້-ຂາຍນ້ຳ­ມັນ​ເຊື້ອ​ໄຟ​ຢູ່​ຕະ­ຫລາດ​ໂລກ ໃນ​ປະ­ຈຸ​ບັນ ໄດ້​ມີ​ການ​ປ່ຽນ­ແປງ.

ຈາກ​ການ​ປັບ​ລາ­ຄາ​ລົງ​ຄັ້ງ​ນີ້ ຈະ​ເຮັດ​ໃຫ້​ລາ­ຄາ​ນ້ຳ­ມັນ​ແອັດ ຊັງ​ທຳ​ມະ​ດາ ຢູ່​ນະ­ຄອນ­ຫລວງ ວຽງ​ຈັນ ລົງ​ມາ​ຢູ່​ທີ່ 10.760 ກີບ​ຕໍ່​ລິດ ກາ​ຊວນ 9.520 ກີບ​ຕໍ່ ລິດ, ສ່ວນ​ທີ່​ຈຳ­ປາ​ສັກ​ແອັດ​ຊັງ ທຳ​ມະ​ດາຈະ​ລົງ​ມາ​ຢູ່​ທີ່ 10.800 ກີບ​ຕໍ່​ລິດ ກາ​ຊວນ 9.580 ກີບ​ຕໍ່​ລິດ, ແຂວງ​ຊຽງຂວາງ​ແອັດ​ຊັງ​ທຳ​ມະ​ດາ ຈະ​ຢູ່​ທີ່ 11.030 ກີບ​ຕໍ່​ລິດ ແລະ ກາຊວນ 9.820 ກີບ​ຕໍ່​ລິດ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard