Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢູ່ລາວຫາເງິນງ່າຍໆ
ໜາກພິລາ

Date:
ຢູ່ລາວຫາເງິນງ່າຍໆ


ໄດ້ຍິນນັກທຸຣະກິດທ່ານນຶ່ງໃຫ້ສໍາພາດກັບນັກຂ່າວວິທະຍຸເອເຊັຽເສຣີທີ່ເພິ່ນອອກອາກາດໃນວັນທີ ໓ ເດືອນພຶສພາ ປີ໒໐໑໑

ເພິ່ນວ່າ: ຢູ່ເມືອງລາວດຽວນີ້ຫາເງິນງ່າຍຫລາຍວ່າແຕ່ມີທຶນເລັກໆນ້ອຍໆກໍ່ສາມາດເຮັດທຸຣະກິດໃດ໋ນຶ່ງໄດ້ເຊັ່ນວ່າປູກດອກ

ໄມ້ຂາຍ, ເປີດຮ້ານອາຫານ ບ້ານພັກ ໂຮງແຮມ...ເວົ້າໄປເວົ້າມາເພິ່ນກໍ່ວ່າບ້ານເຮົາດຽວນີ້ເຈົ້າຂອງທຸຣະກິດຕ່າງລ້ວນແຕ່

ເປັນຄົນຕ່າງປະເທດ ບໍ່ແມ່ນຄົນລາວ ເພາະເຂົາມີເງື່ອນໄຂຫລາຍກ່ວາບໍ່ວ່າທາງດ້ານເງິນຄໍາແລະວິຊາສະເພາະ. ເພິ່ນຍັງເວົ້າ

ຕື່ມອີກວ່າໃນອະນາຄົດຂ້າງຫນ້າ ດິນດອນຕອນຫຍ້າຢູ່ບ້ານເຮົາຊິມີຣາຄາຫລາຍຂຶ້ນຫລາຍເທົ່າ ຖ້າພີ່ນ້ອງລາວຢູ່ຕ່າງ

ປະເທດຕັດສິນໃຈຊ້າອາດຈະບໍ່ມີໂອກາດເປັນເຈົ້າຂອງສັງຄົມຫລືເປັນເຈົ້າຂອງທຸຣະກິດອື່ນໆ. ສິ່ງທີ່ຢາກໃຫ້ພີ່ນ້ອງລາວ

ຢູ່ຕ່າງປະເທດຮ້ອນໃຈກໍ່ຄືໄປຕັ້ງທຸຣະກິດອັນໃດ໋ອັນນຶ່ງທີ່ຈະສາມາດຊ່ອຍລູກຫລານລາວຜູ່ທີ່ດ້ອຍໂອກາດເພື່ອບໍ່ຢາກໃຫ້ເຂົາ

ເຈົ້າຕ້ອງຂ້າມແດນໄປຂາຍແຮງງານຄືດັ່ງທີ່ໄດ້ຍິນເປັນຂ່າວຫນາຫູ.

ຈະຈິງນ້ອຍຫລາຍພຽງໃດ໋ ທ່ານຄວນໄປສຶກສາດ້ວຍຕົນເອງຫລືຈະກົດຟັງຕື່ມກໍ່ໄດ້.

ມີແຕ່ນັກທຸຣະກິດເທົ່ານັ້ນບໍຈຶ່ງຈະຫາກິນແບບສະບາຍໆໄດ້ຄືເພິ່ນເວົ້າ?




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard